|
| 1 |
|
| ເພາະສະນັ້ນ ພວກເຮົາຈຶ່ງຕ້ອງໃຫ້ຄວາມສົນໃຈຫລາຍຍິ່ງຂຶ້ນໃນຂໍ້ຄວາມຈິງ ຊຶ່ງພວກເຮົາໄດ້ຍິນໄດ້ຟັງ ເພື່ອວ່າພວກເຮົາຈະບໍ່ຖືກລໍ້ລວງໃຫ້ຫລົງເສຍໄປ. |
|
| 2 |
|
| ດ້ວຍວ່າ, ຖ້ອຍຄຳ ຊຶ່ງບັນດາເທວະດາໄດ້ກ່າວມານັ້ນ ເປັນຄວາມຈິງ ແລະຜູ້ໃດທີ່ບໍ່ເຊື່ອຟັງແລະບໍ່ປະຕິບັດຕາມ ກໍໄດ້ຮັບໂທດຕາມຄວາມຍຸດຕິທຳແລ້ວ. |
|
| 3 |
|
| ດັ່ງນັ້ນ ຖ້າພວກເຮົາລະເລີຍຕໍ່ຄວາມພົ້ນອັນໃຫຍ່ຫລວງເຊັ່ນນີ້ ພວກເຮົາຈະຫລົບໜີຈາກການລົງໂທດໄດ້ຢ່າງໃດ? ອົງພຣະຜູ້ເປັນເຈົ້າໄດ້ປະກາດຄວາມພົ້ນນັ້ນໃນເວລາທຳອິດ ແລະພວກທີ່ໄດ້ຍິນກໍຢືນຢັນແກ່ພວກເຮົາວ່າເປັນຄວາມຈິງ. |
|
| 4 |
|
| ພຣະເຈົ້າກໍຍັງຊົງເປັນພະຍານຮ່ວມກັນກັບພວກເຂົາ ໂດຍຊົງສຳແດງໝາຍສຳຄັນ, ການອັດສະຈັນ, ການອິດທິຣິດຕ່າງໆ ແລະໂດຍຂອງປະທານຈາກພຣະວິນຍານບໍຣິສຸດເຈົ້າ ຊຶ່ງຊົງປະທານຕາມນໍ້າພຣະໄທຂອງພຣະອົງ. |
|
| 5 |
|
| ພຣະເຈົ້າບໍ່ໄດ້ຕັ້ງຝູງເທວະດາ ໃຫ້ເປັນຜູ້ປົກຄອງເໜືອໂລກໜ້າທີ່ຈະມີມາ ຄືໂລກໃໝ່ ຊຶ່ງເຮົາກຳລັງກ່າວເຖິງນັ້ນ. |
|
| 6 |
|
| ແຕ່ໃນບາງບ່ອນ ມີຄົນກ່າວເປັນພະຍານວ່າ, “ມະນຸດສຳຄັນຫຍັງໜໍ ທີ່ພຣະອົງຈະຕ້ອງຄິດເຖິງເຂົາ ຫລືວ່າພຣະອົງຕ້ອງເປັນຫ່ວງເປັນໃຍ ມະນຸດທີ່ຕາຍເປັນບໍ? |
|
| 7 |
|
| ພຣະອົງຊົງເຮັດໃຫ້ມະນຸດຕໍ່າກວ່າ ເທວະດາພຽງໜ້ອຍໜຶ່ງເທົ່ານັ້ນ ຊົງເອົາສະຫງ່າຣາສີ ແລະກຽດຕິຍົດເປັນມົງກຸດໃຫ້ |
|
| 8 |
|
| ໄດ້ຊົງປາບສິ່ງທັງປວງ ໃຫ້ຢູ່ພາຍໃຕ້ຕີນຂອງເພິ່ນ.” ໃນການທີ່ພຣະອົງໄດ້ຊົງມອບສິ່ງທັງປວງໃຫ້ຢູ່ໃຕ້ອຳນາດຂອງເພິ່ນນັ້ນ ບໍ່ມີສິ່ງໃດທີ່ຊົງປະໄວ້ ນອກເໜືອຈາກອຳນາດຂອງເພິ່ນ ແຕ່ບັດນີ້ ພວກເຮົາຍັງບໍ່ເຫັນວ່າສິ່ງທັງປວງຢູ່ໃຕ້ອຳນາດຂອງເພິ່ນ. |
|
| 9 |
|
| ແຕ່ພວກເຮົາກໍເຫັນພຣະເຢຊູເຈົ້າ ຜູ້ທີ່ຖືກເຮັດໃຫ້ຕໍ່າກວ່າເທວະດາພຽງຊົ່ວຄາວນັ້ນ ຊົງໄດ້ຮັບພຣະສະຫງ່າຣາສີ ແລະພຣະກຽດຕິຍົດເປັນມົງກຸດ ເພາະທີ່ພຣະອົງຊົງຍອມຕາຍດ້ວຍຄວາມທໍລະມານ ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈຶ່ງໄດ້ຊົງຊີມຣົດຄວາມຕາຍແທນມະນຸດທຸກຄົນ. |
|
| 10 |
|
| ດ້ວຍວ່າ, ໃນການທີ່ພຣະເຈົ້າຈະຊົງພາບຸດຫລວງຫລາຍໄປສູ່ສະຫງ່າຣາສີນັ້ນ ກໍເປັນການເໝາະສົມຢູ່ແລ້ວ ທີ່ພຣະເຈົ້າ ຜູ້ຊຶ່ງທຸກສິ່ງດຳລົງຢູ່ໂດຍພຣະອົງ ແລະເພື່ອພຣະອົງ ຈະຊົງໃຫ້ຜູ້ນຳທາງຄວາມລອດພົ້ນໃຫ້ເຂົາເຫຼົ່ານັ້ນ ໃຫ້ເຖິງທີ່ສຳເລັດໂດຍການທົນທຸກທໍລະມານ. |
|
| 11 |
|
| ເພາະວ່າພຣະອົງຜູ້ຊົງຊຳລະມະນຸດໃຫ້ບໍຣິສຸດຈາກບາບກຳຂອງພວກເຂົາ ແລະພວກທີ່ໄດ້ຖືກຊຳລະໃຫ້ບໍຣິສຸດນັ້ນ ກໍມີມາຈາກພຣະບິດາເຈົ້າອົງດຽວກັນ. ເພາະສະນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນຄົນເຫຼົ່ານັ້ນວ່າ ເປັນອ້າຍເອື້ອຍນ້ອງຂອງພຣະອົງ. |
|
| 12 |
|
| ໂດຍພຣະອົງຊົງກ່າວວ່າ, “ເຮົາຈະປະກາດພຣະນາມ ຂອງພຣະອົງແກ່ອ້າຍເອື້ອຍນ້ອງຂອງເຮົາ ເຮົາຈະຮ້ອງເພງສັນລະເສີນພຣະອົງ ໃນທ່າມກາງຊຸມຊົນ.” |
|
| 13 |
|
| ພຣະອົງຍັງຊົງກ່າວວ່າ, “ຂ້ານ້ອຍຈະມອບຄວາມໄວ້ວາງໃຈໃນພຣະເຈົ້າ” ແລະພຣະອົງຍັງກ່າວອີກວ່າ, “ຂ້ານ້ອຍຢູ່ທີ່ນີ້ພ້ອມກັບບຸດທັງຫລາຍ ທີ່ພຣະເຈົ້າຊົງມອບໃຫ້ຂ້ານ້ອຍ.” |
|
| 14 |
|
| ເຫດສະນັ້ນ ເມື່ອພວກລູກໄດ້ຮ່ວມໃນເລືອດເນື້ອອັນດຽວກັນ ຝ່າຍພຣະອົງຈຶ່ງໄດ້ຊົງຮ່ວມໃນຊາດມະນຸດເໝືອນກັນ ເພື່ອໂດຍທາງຄວາມຕາຍນັ້ນ ພຣະອົງຈະໄດ້ຊົງທຳລາຍຜູ້ທີ່ມີອຳນາດແຫ່ງຄວາມຕາຍ ຄືມານຮ້າຍ, |
|
| 15 |
|
| ແລະຈະໄດ້ຊົງປ່ອຍຄົນທັງປວງ ທີ່ເປັນທາດຂອງຄວາມຢ້ານຕາຍຕະຫລອດຊີວິດນັ້ນໃຫ້ລອດພົ້ນ. |
|
| 16 |
|
| ເປັນສິ່ງຈະແຈ້ງວ່າ ພຣະອົງບໍ່ໄດ້ຊົງເປັນຫ່ວງນຳຝູງເທວະດາ ແຕ່ພຣະອົງໄດ້ເປັນຫ່ວງນຳເຊື້ອສາຍຂອງອັບຣາຮາມ. |
|
| 17 |
|
| ເຫດສະນັ້ນ ພຣະອົງຈຶ່ງຕ້ອງໄດ້ກາຍເປັນເໝືອນດັ່ງອ້າຍເອື້ອຍນ້ອງຂອງຕົນໃນທຸກຢ່າງ, ເພື່ອວ່າພຣະອົງຈະໄດ້ເປັນມະຫາປະໂຣຫິດ ຜູ້ປະກອບດ້ວຍຄວາມສັດຊື່ແລະມີໃຈເມດຕາ ໃນການບົວລະບັດຮັບໃຊ້ພຣະເຈົ້າ ເພື່ອນຳເຄື່ອງບູຊາໄປຖວາຍແທນບາບກຳຂອງປະຊາຊົນ. |
|
| 18 |
|
| ເພາະວ່າ ພຣະອົງເອງໄດ້ຖືກທົດລອງ ແລະຖືກທົນທຸກທໍລະມານມາກ່ອນ ພຣະອົງຈຶ່ງຊົງສາມາດຊ່ວຍຜູ້ທີ່ຖືກທົດລອງນັ້ນໄດ້. |
|
|
|
|