|
| 1 |
|
| ດັ່ງນັ້ນ ພີ່ນ້ອງຊາຍຍິງຜູ້ບໍຣິສຸດທັງຫລາຍ ທີ່ພຣະເຈົ້າເອີ້ນມາດ້ວຍກັນກັບເຮົາເອີຍ ຈົ່ງພິຈາລະນາເບິ່ງອັກຄະສາວົກ ແລະມະຫາປະໂຣຫິດແຫ່ງຄວາມເຊື່ອຂອງພວກເຮົາ ຄືພຣະເຢຊູເຈົ້າ. |
|
| 2 |
|
| ພຣະອົງສັດຊື່ຕໍ່ພຣະເຈົ້າ ຜູ້ຊົງແຕ່ງຕັ້ງພຣະອົງໄວ້ໃຫ້ດຳເນີນພາລະກິດນີ້ ເໝືອນດັ່ງທີ່ໂມເຊໄດ້ສັດຊື່ຕໍ່ພາລະກິດຂອງຕົນ ໃນຄົວວິຫານຂອງພຣະເຈົ້າ. |
|
| 3 |
|
| ເພາະພຣະອົງສົມຄວນຢູ່ແລ້ວທີ່ໄດ້ຮັບສະຫງ່າຣາສີຫລາຍກວ່າໂມເຊ ເໝືອນດັ່ງກົກເຄົ້າຂອງວົງຕະກຸນ ທີ່ມີກຽດຫລາຍກວ່າວົງຕະກຸນ. |
|
| 4 |
|
| ດ້ວຍວ່າ, ທຸກວົງຕະກຸນກໍມີກົກເຄົ້າ ແຕ່ຜູ້ຊົງເປັນກົກເຄົ້າຂອງສັບພະສິ່ງທັງປວງນັ້ນແມ່ນພຣະເຈົ້າ. |
|
| 5 |
|
| ໃນວົງສາຄະນາຍາດທັງໝົດອັນເປັນຄົວວິຫານຂອງພຣະເຈົ້ານັ້ນ ໂມເຊໄດ້ສັດຊື່ໃນຖານະເປັນຄົນຮັບໃຊ້ ເພື່ອເປັນພະຍານເຖິງເລື່ອງຕ່າງໆ ຊຶ່ງພຣະເຈົ້າຈະຊົງກ່າວຕໍ່ໄປພາຍໜ້າ. |
|
| 6 |
|
| ແຕ່ຝ່າຍພຣະຄຣິດຊົງສັດຊື່ ໃນຖານະເປັນພຣະບຸດຢູ່ເໜືອວົງສາຄະນາຍາດ ອັນເປັນຄົວເຮືອນຂອງພຣະເຈົ້າ ແລະເຮົາທັງຫລາຍກໍເປັນຄົວເຮືອນຂອງພຣະອົງ ຖ້າເຮົາຫາກຢຶດໝັ້ນໃນຄວາມໄວ້ວາງໃຈ ແລະຄວາມພາກພູມໃຈໃນຄວາມຫວັງນັ້ນໄວ້ໃຫ້ໝັ້ນຄົງຈົນເຖິງທີ່ສຸດ. |
|
| 7 |
|
| ດ້ວຍເຫດນັ້ນ ຈຶ່ງເປັນໄປຕາມທີ່ພຣະວິນຍານບໍຣິສຸດເຈົ້າຊົງກ່າວໄວ້ວ່າ, “ວັນນີ້ຖ້າເຈົ້າທັງຫລາຍ ໄດ້ຍິນພຣະສຸຣະສຽງຂອງພຣະອົງ |
|
| 8 |
|
| ກໍຢ່າໃຫ້ໃຈຂອງພວກເຈົ້າແຂງກະດ້າງໄປ ເໝືອນດັ່ງບັນພະບຸລຸດຂອງພວກເຈົ້າ ຄືເມື່ອພວກເຂົາໄດ້ກະບົດຕໍ່ພຣະເຈົ້າ ໃນວັນທີ່ພວກເຂົາທົດລອງພຣະອົງ ໃນຖິ່ນແຫ້ງແລ້ງກັນດານ. |
|
| 9 |
|
| ໃນບ່ອນນັ້ນພວກເຂົາ ໄດ້ທົດລອງພິສູດເຮົາ ເຖິງແມ່ນວ່າພວກເຂົາໄດ້ເຫັນສິ່ງທີ່ເຮົາ ໄດ້ກະທຳຕະຫລອດສີ່ສິບປີ ແລ້ວນັ້ນກໍຕາມ. |
|
| 10 |
|
| ເພາະສະນັ້ນ ເຮົາຈຶ່ງໂກດຮ້າຍ ກັບຄົນສະໄໝນັ້ນ ແລະເວົ້າວ່າ, ‘ໃຈຂອງພວກເຂົາມັກຫລົງຜິດຢູ່ສະເໝີ ແລະພວກເຂົາບໍ່ຮູ້ຈັກຫົນທາງຂອງເຮົາ.’ |
|
| 11 |
|
| ເຮົາຈຶ່ງໄດ້ໂກດຮ້າຍພວກເຂົາ ແລະໄດ້ສາບານຢ່າງໜັກແໜ້ນໄວ້ວ່າ, ພວກເຂົາຈະບໍ່ໄດ້ເຂົ້າໄປໃນດິນແດນນັ້ນຈັກເທື່ອ ຄືບ່ອນທີ່ເຮົາຈະໃຫ້ພວກເຂົາໄດ້ພັກຜ່ອນ.” |
|
| 12 |
|
| ພີ່ນ້ອງຄົນທີ່ເຊື່ອຂອງເຮົາເອີຍ, ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງໃນພວກເຈົ້າ ມີຈິດໃຈຊົ່ວຊ້າແລະບໍ່ເຊື່ອຟັງ ຊຶ່ງຈະເຮັດໃຫ້ຕົນຫັນໜີຈາກພຣະເຈົ້າ ອົງຊົງພຣະຊົນຢູ່. |
|
| 13 |
|
| ແຕ່ຈົ່ງຊ່ວຍກັນແລະກັນທຸກໆວັນ ຕາບໃດທີ່ຍັງໃຊ້ຄຳວ່າ, “ວັນນີ້” ເພື່ອບໍ່ໃຫ້ມີຜູ້ໃດໃນພວກເຈົ້າ ຖືກບາບລໍ້ລວງໃຫ້ມີຈິດໃຈດື້ດ້ານບໍ່ເຊື່ອຟັງ. |
|
| 14 |
|
| ດ້ວຍວ່າ, ພວກເຮົາທຸກຄົນເປັນຜູ້ຮ່ວມງານກັບພຣະຄຣິດ ຖ້າພວກເຮົາຢຶດຖືຄວາມໄວ້ວາງໃຈ ທີ່ພວກເຮົາໄດ້ມີໃນຕອນຕົ້ນນັ້ນ ໄວ້ໝັ້ນຄົງຈົນເຖິງທີ່ສຸດ. |
|
| 15 |
|
| ດັ່ງທີ່ມີກ່າວໄວ້ໃນພຣະຄຳພີວ່າ, “ວັນນີ້ ຖ້າເຈົ້າທັງຫລາຍຫາກ ໄດ້ຍິນພຣະສຸຣະສຽງຂອງພຣະອົງ ກໍຢ່າໃຫ້ໃຈຂອງພວກເຈົ້າແຂງກະດ້າງໄປ ເໝືອນບັນພະບຸລຸດຂອງພວກເຈົ້າ ທີ່ໄດ້ກະບົດ.” |
|
| 16 |
|
| ດັ່ງນັ້ນ ແມ່ນຜູ້ໃດໜໍ ທີ່ໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າແລ້ວ ແຕ່ຍັງກະບົດ ບໍ່ແມ່ນທຸກຄົນທີ່ໂມເຊນຳອອກມາຈາກປະເທດເອຢິບນັ້ນຫລື? |
|
| 17 |
|
| ແລະແມ່ນຜູ້ໃດໜໍ ທີ່ພຣະເຈົ້າໄດ້ໂກດຮ້າຍຕະຫລອດສີ່ສິບປີ ບໍ່ແມ່ນຄົນເຫຼົ່ານັ້ນທີ່ໄດ້ເຮັດຜິດບາບ ແລະຊາກສົບຂອງພວກເຂົາຖືກປະຖິ້ມໃນຖິ່ນແຫ້ງແລ້ງກັນດານນັ້ນຫລື? |
|
| 18 |
|
| ແມ່ນຜູ້ໃດໜໍ ທີ່ພຣະອົງໄດ້ຊົງສາບານຕົວວ່າ ພວກເຂົາຈະບໍ່ໄດ້ເຂົ້າຮ່ວມບ່ອນພັກເຊົາຂອງພຣະອົງຈັກເທື່ອ ກໍແມ່ນຄົນທີ່ບໍ່ເຊື່ອຟັງເຫຼົ່ານັ້ນ ບໍ່ແມ່ນຫລື? |
|
| 19 |
|
| ດັ່ງນັ້ນ ພວກເຮົາຈຶ່ງເຫັນວ່າພວກເຂົາຈະເຂົ້າໄປໃນດິນແດນນັ້ນບໍ່ໄດ້ ຍ້ອນຄວາມບໍ່ເຊື່ອຟັງຂອງພວກເຂົາ. |
|
|
|
|