|
| 1 |
|
| ຈາກ ຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະຂອງອົງພຣະເຢຊູຄຣິດເຈົ້າ. ເຖິງຄົນສິບສອງຕະກຸນທີ່ກະຈັດກະຈາຍຢູ່ນັ້ນ. |
|
| 2 |
|
| ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ ຈົ່ງຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ |
|
| 3 |
|
| ເພາະພວກເຈົ້າຮູ້ຢູ່ວ່າ ເມື່ອຄວາມເຊື່ອຂອງພວກເຈົ້າທົນຕໍ່ການຖືກທົດລອງໄດ້ ກໍເຮັດໃຫ້ເກີດມີຄວາມໝັ້ນໃຈ. |
|
| 4 |
|
| ຈົ່ງໃຫ້ຄວາມໝັ້ນໃຈຂອງພວກເຈົ້ານັ້ນ ຍືນຍົງຕະຫລອດໄປ ເພື່ອວ່າພວກເຈົ້າຈະໄດ້ເປັນຄົນສຳເລັດແລະຄົບຖ້ວນ ໂດຍບໍ່ຂາດເຂີນສິ່ງໃດ. |
|
| 5 |
|
| ແຕ່ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ ບໍ່ຊົງກ່າວຕິ ແລະຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ. |
|
| 6 |
|
| ແຕ່ໃຫ້ຜູ້ນັ້ນທູນຂໍດ້ວຍຄວາມເຊື່ອ ຢ່າໃຫ້ມີໃຈສົງໄສ ເພາະຜູ້ທີ່ສົງໄສນັ້ນ ເປັນເໝືອນຟອງນໍ້າທີ່ຖືກລົມພັດຊັດໄປມາ. |
|
| 7 |
|
| ຢ່າໃຫ້ຜູ້ນັ້ນຄິດວ່າຕົນຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ |
|
| 8 |
|
| ເພາະເປັນຄົນສອງໃຈ ບໍ່ແນ່ນອນໃນທຸກສິ່ງທີ່ຕົນກະທຳ. |
|
| 9 |
|
| ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ, |
|
| 10 |
|
| ແຕ່ໃຫ້ຄົນຮັ່ງມີ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງໃຫ້ຕົກຕໍ່າລົງ ເພາະວ່າຕົນຈະຕ້ອງລ່ວງລັບໄປເໝືອນດັ່ງດອກຫຍ້າ. |
|
| 11 |
|
| ເພາະເມື່ອຕາເວັນຂຶ້ນ ຄວາມຮ້ອນອັນແຮງກ້າ ເຮັດໃຫ້ຕົ້ນຫຍ້າຫ່ຽວແຫ້ງໄປ ແລ້ວດອກຫຍ້າກໍຕົກຫລົ່ນລົງ ສີສັນວັນນະຄວາມງາມຂອງມັນກໍສູນສິ້ນໄປ. ໃນທຳນອງດຽວກັນ, ຄົນຮັ່ງມີຈະເສື່ອມສູນໄປ ໃນຂະນະທີ່ດຳເນີນງານຂອງຕົນເໝືອນກັນ. |
|
| 12 |
|
| ຄົນທີ່ອົດທົນຕໍ່ການທົດລອງໃຈກໍເປັນສຸກ ເພາະເມື່ອປາກົດວ່າຜູ້ນັ້ນທົນໄດ້ແລ້ວ ກໍຈະໄດ້ຮັບມົງກຸດແຫ່ງຊີວິດ ຊຶ່ງພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ. |
|
| 13 |
|
| ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າວ່າ, “ພຣະເຈົ້າຊົງລໍ້ລວງຂ້າພະເຈົ້າໃຫ້ຫລົງ” ເພາະວ່າ ຄວາມຊົ່ວຈະມາລໍ້ລວງພຣະເຈົ້າໃຫ້ຫລົງບໍ່ໄດ້ ແລະພຣະອົງເອງກໍບໍ່ຊົງລໍ້ລວງຜູ້ໃດໃຫ້ຫລົງຈັກເທື່ອ. |
|
| 14 |
|
| ແຕ່ວ່າທຸກຄົນທີ່ຖືກລໍ້ລວງໃຫ້ຫຼົງ ກໍຕໍ່ເມື່ອຄວາມປາຖະໜາຊົ່ວຊັກຈ່ອງ ແລະຍົວະເຍົ້າໃຫ້ປະຕິບັດຕາມ. |
|
| 15 |
|
| ເມື່ອຄວາມປາຖະໜາຊົ່ວຂອງລາວຕັ້ງຮາກແລ້ວ ກໍ່ໃຫ້ເກີດມີຄວາມຜິດບາບ ເມື່ອຄວາມຜິດບາບໃຫຍ່ຂຶ້ນເຕັມຂະໜາດແລ້ວ ກໍ່ໃຫ້ເກີດມີຄວາມຕາຍ. |
|
| 16 |
|
| ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຢ່າໄດ້ຫລົງຜິດໄປ. |
|
| 17 |
|
| ຂອງປະທານອັນດີທຸກຢ່າງ ແລະຂອງຂວັນອັນດີເລີດທຸກຢ່າງ ຍ່ອມມາຈາກທາງເທິງ ແລະລົງມາຈາກພຣະບິດາເຈົ້າແຫ່ງບັນດາດວງສະຫວ່າງ. ໃນພຣະບິດາເຈົ້ານັ້ນ ບໍ່ມີການປ່ຽນແປງ ແລະບໍ່ມີເງົາເນື່ອງຈາກການຊົງໝູນວຽນ. |
|
| 18 |
|
| ໂດຍນໍ້າພຣະໄທຂອງພຣະອົງເອງນັ້ນ ພຣະອົງຈຶ່ງຊົງບັນດານໃຫ້ພວກເຮົາບັງເກີດດ້ວຍພຣະທຳອັນສັດຈິງ ເພື່ອພວກເຮົາຈະເປັນຢ່າງຜົນທຳອິດ ແຫ່ງສິ່ງທັງຫລາຍທີ່ພຣະອົງຊົງສ້າງ. |
|
| 19 |
|
| ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້ ຄືໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຄຽດຮ້າຍ, |
|
| 20 |
|
| ເພາະຄວາມຮ້າຍຂອງມະນຸດ ບໍ່ໄດ້ເຮັດໃຫ້ຄວາມຍຸດຕິທຳຂອງພຣະເຈົ້າເກີດມາ. |
|
| 21 |
|
| ເຫດສະນັ້ນ ຈົ່ງເລີກຈາກຄວາມຊົ່ວມົວໝອງທຸກຢ່າງ ແລະຄວາມຊົ່ວຮ້າຍອັນເຫຼືອຫລາຍ. ຈົ່ງນ້ອມໃຈຮັບເອົາພຣະທຳ ທີ່ປູກຝັງໄວ້ແລ້ວນັ້ນ ຊຶ່ງສາມາດຊ່ວຍຈິດວິນຍານຂອງພວກເຈົ້າໃຫ້ພົ້ນໄດ້. |
|
| 22 |
|
| ຢ່າຫລອກລວງຕົນເອງ ໂດຍພຽງແຕ່ຟັງພຣະທຳຂອງພຣະເຈົ້າເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະທຳນັ້ນຢ່າງແທ້ຈິງ. |
|
| 23 |
|
| ຜູ້ໃດທີ່ຟັງພຣະທຳແລ້ວ ບໍ່ເຮັດຕາມ ກໍເປັນດັ່ງຄົນທີ່ແຍງແວ່ນ ແລະເບິ່ງເຫັນໜ້າຂອງຕົນເອງຕາມທີ່ເປັນຢູ່. |
|
| 24 |
|
| ພໍເມື່ອແຍງເບິ່ງຕົນເອງແລ້ວກໍອອກໄປ ແລ້ວກໍລືມໃນທັນທີນັ້ນໂລດວ່າ ຕົນເອງເປັນຢ່າງໃດ. |
|
| 25 |
|
| ແຕ່ຜູ້ໃດທີ່ພິຈາລະນາເບິ່ງຢ່າງລະມັດລະວັງ ໃນກົດບັນຍັດອັນຄົບຖ້ວນ ຊຶ່ງເຮັດໃຫ້ມີອິດສະຫລະພາບ ແລະຕັ້ງໝັ້ນຢູ່ໃນກົດບັນຍັດນັ້ນ ຜູ້ນັ້ນກໍບໍ່ແມ່ນຜູ້ທີ່ໄດ້ຍິນແລ້ວລືມໄປ, ແຕ່ເປັນຜູ້ປະຕິບັດຕາມ ຄົນນັ້ນແຫຼະ ຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ຕົນກະທຳ. |
|
| 26 |
|
| ຖ້າຜູ້ໃດຄິດວ່າຕົນເປັນຄົນມີທຳມະ ແຕ່ບໍ່ໄດ້ຫ້າມລີ້ນຂອງຕົນແລ້ວ ທຳມະຂອງຜູ້ນັ້ນກໍບໍ່ມີປະໂຫຍດ ແລະເປັນການຫລອກລວງຕົນເອງເທົ່ານັ້ນ. |
|
| 27 |
|
| ທຳມະທີ່ບໍຣິສຸດ ແລະບໍ່ມີການຊົ່ວມົວໝອງ ຕໍ່ພຣະພັກພຣະເຈົ້າ ຜູ້ຊົງເປັນພຣະບິດາເຈົ້າ ກໍມີດັ່ງນີ້ ຄືການຢ້ຽມຢາມລູກກຳພ້າແລະຍິງໝ້າຍ ທີ່ມີຄວາມທຸກຮ້ອນ ແລະການຮັກສາຕົວໃຫ້ພົ້ນຈາກການດ່າງພອຍຂອງໂລກ. |
|
|
|
|