|
| 1 |
|
| ຈົດໝາຍສະບັບນີ້ຈາກເຮົາຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ, ເຖິງຄົນສິບສອງເຜົ່າທີ່ກະຈັດກະຈາຍຢູ່ໃນຊາດຕ່າງໆ: |
|
| 2 |
|
| ພີ່ນ້ອງທັງຫລາຍເອີຍ, ເມື່ອໃດທີ່ພວກເຈົ້າປະເຊີນກັບການທົດລອງໃນຫລາຍຮູບແບບຈົ່ງຖືເປັນເລື່ອງທີ່ໜ້າຍິນດີແທ້ໆ, |
|
| 3 |
|
| ເພາະພວກເຈົ້າກໍຮູ້ຢູ່ວ່າການທົດລອງຄວາມເຊື່ອຂອງພວກເຈົ້ານັ້ນເຮັດໃຫ້ເກີດມີຄວາມອົດທົນ. |
|
| 4 |
|
| ຈົ່ງໃຫ້ຄວາມອົດທົນບັນລຸເຖິງເປົ້າໝາຍເພື່ອວ່າພວກເຈົ້າຈະໄດ້ເປັນຜູ້ໃຫຍ່ຂຶ້ນ ແລະ ຄວບຖ້ວນໂດຍບໍ່ຂາດຫຍັງ. |
|
| 5 |
|
| ຖ້າຜູ້ໃດໃນພວກເຈົ້າຂາດສະຕິປັນຍາ ຜູ້ນັ້ນກໍຈົ່ງຂໍຈາກພຣະເຈົ້າ ຜູ້ໃຫ້ແກ່ທຸກຄົນດ້ວຍໃຈກວ້າງຂວາງໂດຍບໍ່ຕຳໜິ ແລ້ວຜູ້ນັ້ນກໍຈະໄດ້ຮັບ. |
|
| 6 |
|
| ແຕ່ໃນເວລາທີ່ພວກເຈົ້າຂໍນັ້ນ ພວກເຈົ້າຕ້ອງເຊື່ອ ແລະ ບໍ່ສົງໄສ, ເພາະວ່າຜູ້ໃດທີ່ສົງໄສກໍເປັນເໝືອນຄື້ນໃນທະເລທີ່ຖືກລົມພັດຊັດໄປມາ. |
|
| 7 |
|
| ຜູ້ນັ້ນຢ່າຫວັງວ່າຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ. |
|
| 8 |
|
| ເຊິ່ງເປັນຄົນສອງໃຈ ແລະ ບໍ່ໝັ້ນຄົງໃນທຸກສິ່ງທີ່ພວກເຂົາກະທຳ. |
|
| 9 |
|
| ບັນດາຜູ້ທີ່ເຊື່ອທີ່ຕ່ຳຕ້ອຍນັ້ນຈົ່ງພູມໃຈໃນຖານະອັນສູງສົ່ງຂອງຕົນ. |
|
| 10 |
|
| ແຕ່ຄົນຮັ່ງມີນັ້ນຄວນພາກພູມໃຈໃນຄວາມອັບອາຍຂອງຕົນ ເພາະຜູ້ທີ່ຮັ່ງມີນັ້ນຈະລ່ວງລັບໄປເໝືອນດັ່ງດອກໄມ້ປ່າ. |
|
| 11 |
|
| ເພາະເມື່ອຕາເວັນຂຶ້ນດ້ວຍຄວາມຮ້ອນກ້າ ແລະ ເຮັດໃຫ້ພືດຫ່ຽວແຫ້ງ, ດອກຂອງມັນກໍຫລົ່ນລົງ ແລະ ຄວາມງາມກໍຖືກທຳລາຍ. ໃນທຳນອງດຽວກັນນີ້ ຄົນຮັ່ງມີກໍຈະເສື່ອມສູນໄປແມ່ນແຕ່ໃນຂະນະທີ່ພວກເຂົາດຳເນີນກິດຈະການຂອງຕົນຢູ່. |
|
| 12 |
|
| ຄວາມສຸກມີແກ່ຜູ້ທີ່ອົດທົນຕໍ່ການທົດລອງ ເພາະເມື່ອຜ່ານການທົດສອບແລ້ວຜູ້ນັ້ນກໍຈະໄດ້ຮັບມົງກຸດແຫ່ງຊີວິດທີ່ອົງພຣະຜູ້ເປັນເຈົ້າໄດ້ສັນຍາໄວ້ກັບບັນດາຜູ້ທີ່ຮັກພຣະອົງ. |
|
| 13 |
|
| ເມື່ອຖືກລໍ້ລວງໃຫ້ເຮັດບາບ ຢ່າໃຫ້ຜູ້ໃດເວົ້າວ່າ, “ພຣະເຈົ້າລໍ້ລວງຂ້ານ້ອຍ” ເພາະວ່າຄວາມຊົ່ວບໍ່ສາມາດລໍ້ລວງພຣະເຈົ້າໃຫ້ເຮັດບາບໄດ້ ແລະ ພຣະອົງກໍບໍ່ໄດ້ລໍ້ລວງຜູ້ໃດ, |
|
| 14 |
|
| ແຕ່ວ່າແຕ່ລະຄົນຖືກລໍ້ລວງກໍເມື່ອພວກເຂົາຖືກຊັກຈູງໄປໂດຍຄວາມປາຖະໜາຊົ່ວຂອງຕົນ ແລະ ຖືກລໍ້ລວງ. |
|
| 15 |
|
| ຫລັງຈາກທີ່ຄວາມປາຖະໜາຊົ່ວໄດ້ກໍ່ໃຫ້ເກີດຂຶ້ນແລ້ວ, ກໍເຮັດໃຫ້ເກີດມີບາບ ແລະ ເມື່ອບາບຈະເລີນຂຶ້ນຢ່າງເຕັມຂະໜາດແລ້ວກໍກໍ່ໃຫ້ເກີດມີຄວາມຕາຍ. |
|
| 16 |
|
| ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຢ່າໃຫ້ຜູ້ໃດຖືກລໍ້ລວງເລີຍ. |
|
| 17 |
|
| ຂອງປະທານທຸກຢ່າງທີ່ດີ ແລະ ລ້ຳເລີດນັ້ນລ້ວນແຕ່ມາຈາກເບື້ອງເທິງ, ລົງມາຈາກພຣະບິດາແຫ່ງດວງສະຫວ່າງທັງຫລາຍໃນສະຫວັນ ຜູ້ບໍ່ປ່ຽນແປງເໝືອນດັ່ງເງົາທີ່ເຄື່ອນຍ້າຍ. |
|
| 18 |
|
| ພຣະອົງເລືອກທີ່ຈະໃຫ້ພວກເຮົາບັງເກີດຜ່ານທາງຖ້ອຍຄຳແຫ່ງຄວາມຈິງເພື່ອພວກເຮົາຈະໄດ້ເປັນຜົນທຳອິດຂອງທຸກສິ່ງທີ່ໄດ້ພຣະອົງສ້າງ. |
|
| 19 |
|
| ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ໃຫ້ຈົດຈຳຂໍ້ນີ້ຄື: ທຸກຄົນຈະຕ້ອງໄວໃນການຟັງ, ຊ້າໃນການເວົ້າ ແລະ ຊ້າໃນການໃຈຮ້າຍ, |
|
| 20 |
|
| ເພາະວ່າຄວາມຄຽດຮ້າຍຂອງມະນຸດບໍ່ໄດ້ກໍ່ໃຫ້ເກີດຄວາມຊອບທຳທີ່ພຣະເຈົ້າປະສົງ. |
|
| 21 |
|
| ເຫດສະນັ້ນ ຈົ່ງກຳຈັດຄວາມເປື້ອນເປິທາງສິນທຳທຸກຢ່າງ ແລະ ຄວາມຊົ່ວຊ້າທີ່ແຜ່ຫລາຍ ແລ້ວຖ່ອມໂຕລົງຮັບເອົາພຣະຄຳທີ່ໄດ້ປູກໄວ້ໃນພວກເຈົ້າ ເຊິ່ງສາມາດຊ່ວຍພວກເຈົ້າໃຫ້ພົ້ນໄດ້. |
|
| 22 |
|
| ຢ່າພຽງແຕ່ຟັງພຣະຄຳ ແລະ ຫລອກລວງຕົນເອງເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະຄຳນັ້ນ. |
|
| 23 |
|
| ຜູ້ໃດທີ່ຟັງພຣະຄຳແຕ່ບໍ່ໄດ້ປະຕິບັດຕາມ, ຜູ້ນັ້ນກໍເປັນເໝືອນຄົນທີ່ແຍງເບິ່ງໜ້າຂອງຕົນເອງໃນແວ່ນ |
|
| 24 |
|
| ແລະ ຫລັງຈາກແຍງເບິ່ງແລ້ວກໍໄປ ແລະ ໃນທັນໃດນັ້ນກໍລືມວ່າໜ້າຂອງຕົນເອງເປັນຢ່າງໃດ. |
|
| 25 |
|
| ແຕ່ຜູ້ໃດກໍຕາມທີ່ຕັ້ງໃຈເບິ່ງກົດບັນຍັດອັນສົມບູນທີ່ໃຫ້ເສລີພາບ ແລະ ສືບຕໍ່ໃນເສລີພາບນັ້ນ ໂດຍບໍ່ລືມສິ່ງທີ່ພວກເຂົາໄດ້ຍິນ, ແຕ່ປະຕິບັດຕາມ ພວກເຂົາກໍຈະໄດ້ຮັບພອນໃນສິ່ງທີ່ຕົນກະທຳ. |
|
| 26 |
|
| ບັນດາຜູ້ທີ່ຄິດວ່າຕົນເອງເຄັ່ງສາສະໜາແຕ່ບໍ່ຄວບຄຸມລີ້ນຂອງຕົນໃຫ້ດີກໍຫລອກລວງຕົນເອງ ແລະ ສາສະໜາຂອງພວກເຂົາກໍໄຮ້ຄ່າ. |
|
| 27 |
|
| ສາສະໜາທີ່ພຣະເຈົ້າພຣະບິດາຂອງພວກເຮົາຍອມຮັບວ່າບໍລິສຸດ ແລະ ບໍ່ມີຂໍ້ບົກພ່ອງຄື: ການເບິ່ງແຍງບັນດາເດັກກ່ຳພ້າ ແລະ ແມ່ໝ້າຍທີ່ທຸກຍາກຂອງ ແລະ ໃນການຮັກສາຕົນເອງໃຫ້ພົ້ນຈາກມົນທິນຂອງໂລກ. |
|
|
|
|