|
| 1 |
|
| ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຢ່າໄດ້ພາກັນເປັນອາຈານຈຳນວນຫລວງຫລາຍ ເພາະພວກເຈົ້າກໍຮູ້ແລ້ວວ່າ ເຮົາທັງຫລາຍທີ່ເປັນຜູ້ສອນນັ້ນ ຈະໄດ້ຮັບການຊົງພິພາກສາໜັກໜ່ວງກວ່າຜູ້ອື່ນ. |
|
| 2 |
|
| ພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ ຖ້າຜູ້ໃດບໍ່ໄດ້ເຮັດຜິດທາງວາຈາ ຜູ້ນັ້ນກໍເປັນຄົນດີຄົບຖ້ວນ ແລະສາມາດບັງຄັບທັງຕົວໄວ້ໄດ້ເໝືອນກັນ. |
|
| 3 |
|
| ຖ້າພວກເຮົາເອົາບັງຫຽນໃສ່ປາກມ້າ ເພື່ອໃຫ້ມັນຟັງຄວາມແລ້ວ ພວກເຮົາກໍສາມາດບັງຄັບມ້າທັງໂຕ ໃຫ້ມັນຫັນໄປມາຕາມຄວາມຕ້ອງການໄດ້. |
|
| 4 |
|
| ເບິ່ງແມ! ເຮືອກໍເໝືອນກັນ ຈະລຳໃຫຍ່ພຽງໃດກໍຕາມ ເມື່ອຖືກລົມແຮງພັດ ມັນກໍຍັງຫັນໄປມາໂດຍອາໄສໄມ້ຂັດທ້າຍເຮືອອັນນ້ອຍໆ ຕາມຄວາມຕ້ອງການຂອງນາຍທ້າຍເຮືອ. |
|
| 5 |
|
| ລີ້ນກໍຄືກັນນັ້ນແຫຼະ ເປັນອະໄວຍະວະສ່ວນນ້ອຍໆ ແຕ່ສາມາດໂອ້ອວດເຖິງເລື່ອງໃຫຍ່ໆໄດ້. ແປວໄຟພຽງເລັກນ້ອຍ ກໍຍັງສາມາດເຜົາຜານປ່າໄມ້ໃຫຍ່ໄດ້. |
|
| 6 |
|
| ລີ້ນກໍເປັນດັ່ງໄຟ ມັນເປັນຄືໂລກແຫ່ງຄວາມຊົ່ວຮ້າຍ ທີ່ຄອບຄອງຢູ່ໃນຮ່າງກາຍຂອງພວກເຮົາ ແລະເຮັດໃຫ້ເປື້ອນເປິໄປທົ່ວທັງຮ່າງກາຍ, ມັນເປັນເຊື້ອໄຟທີ່ເຜົາໄໝ້ວົງກະແສແຫ່ງຊີວິດ ແລະມັນເອງກໍເປັນໄຟມາຈາກນະຣົກ. |
|
| 7 |
|
| ມະນຸດສາມາດຝຶກແອບສັດທັງໝົດໄດ້ ບໍ່ວ່າສັດປ່າແລະນົກ ສັດເລືອຄານແລະປາ. |
|
| 8 |
|
| ແຕ່ບໍ່ມີຜູ້ໃດສາມາດຝຶກແອບລີ້ນໄດ້ ມັນເປັນສິ່ງຊົ່ວແລະເຫຼືອທີ່ຈະບັງຄັບໄດ້ ເຕັມໄປດ້ວຍພິດຮ້າຍທີ່ເຖິງແກ່ຄວາມຕາຍ. |
|
| 9 |
|
| ພວກເຮົາໃຊ້ລີ້ນສັນລະເສີນອົງພຣະຜູ້ເປັນເຈົ້າຄື ພຣະບິດາເຈົ້າ, ທັງໃຊ້ລີ້ນປ້ອຍດ່າເພື່ອນມະນຸດດ້ວຍກັນ ຜູ້ທີ່ພຣະເຈົ້າໄດ້ຊົງສ້າງຕາມພຣະລັກສະນະຂອງພຣະອົງ. |
|
| 10 |
|
| ຄຳສັນລະເສີນແລະຄຳປ້ອຍດ່າ ກໍອອກມາຈາກປາກອັນດຽວກັນ. ພີ່ນ້ອງທັງຫລາຍຂອງເຮົາເອີຍ, ບໍ່ຄວນໃຫ້ເປັນຢ່າງນີ້ເລີຍ. |
|
| 11 |
|
| ບໍ່ນໍ້າພຸຈະໃຫ້ນໍ້າຫວານແລະນໍ້າຂົມພຸ່ງອອກມາຈາກຮູດຽວກັນບໍ? |
|
| 12 |
|
| ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຕົ້ນເດື່ອເທດຈະເກີດຜົນເປັນໝາກກອກໄດ້ບໍ? ຫລືເຄືອອະງຸ່ນຈະເກີດຜົນເປັນໝາກເດື່ອເທດໄດ້ບໍ? ດັ່ງນັ້ນ ນໍ້າເຄັມຈະເກີດເປັນນໍ້າຈືດກໍບໍ່ໄດ້. |
|
| 13 |
|
| ໃນທ່າມກາງພວກເຈົ້າ ຜູ້ໃດທີ່ມີສະຕິປັນຍາແລະຄວາມເຂົ້າໃຈ ກໍໃຫ້ຜູ້ນັ້ນພິສູດໃຫ້ເຫັນ ໂດຍຊີວິດອັນດີງາມຂອງຕົນ ໂດຍການປະຕິບັດອັນດີ ຊຶ່ງປະກອບດ້ວຍການຖ່ອມຕົວແລະສະຕິປັນຍາ. |
|
| 14 |
|
| ແຕ່ຖ້າພວກເຈົ້າມີໃຈເຫິງສາອັນຂົມຂື່ນແລະມັກໃຫຍ່ໃຝ່ສູງ ກໍຢ່າໂອ້ອວດແລະຢ່າທໍລະຍົດຕໍ່ຄວາມຈິງ. |
|
| 15 |
|
| ປັນຍາຢ່າງນີ້ ບໍ່ໄດ້ມາຈາກເບື້ອງເທິງ ແຕ່ເປັນປັນຍາຂອງຝ່າຍໂລກນີ້, ເປັນຢ່າງທຳມະດາມະນຸດແລະເປັນຢ່າງມານຮ້າຍ. |
|
| 16 |
|
| ບ່ອນໃດທີ່ມີຄວາມອິດສາແລະການເຫັນແກ່ຕົວ ບ່ອນນັ້ນກໍມີການວຸ້ນວາຍແລະມີການຊົ່ວຮ້າຍທຸກຊະນິດ. |
|
| 17 |
|
| ແຕ່ປັນຍາທີ່ມາຈາກເບື້ອງເທິງນັ້ນ ກ່ອນອື່ນໝົດກໍບໍຣິສຸດ ແລະປະກອບດ້ວຍຄວາມສະຫງົບສຸກ ຄວາມສຸພາບອ່ອນໂຍນ ຄວາມເປັນມິດ ເຕັມໄປດ້ວຍຄວາມເມດຕາ ແລະໃຫ້ຜົນດີ ບໍ່ເລືອກໜ້າຄົນແລະບໍ່ໜ້າຊື່ໃຈຄົດ. |
|
| 18 |
|
| ຜູ້ທີ່ສ້າງສັນຕິສຸກ ກໍຫວ່ານຢ່າງສັນຕິສຸກ ແລະໝາກຜົນທີ່ເກັບກ່ຽວນັ້ນ ກໍຄືຄວາມຊອບທຳ. |
|
|
|
|