|
| 1 |
|
| ເຈົ້າອາໂດນີເຊເດັກກະສັດແຫ່ງເຢຣູຊາເລັມ ໄດ້ຍິນຂ່າວວ່າ ໂຢຊວຍຢຶດແລະທຳລາຍເມືອງອາອີຈົນກ້ຽງ ແລະໄດ້ຂ້າກະສັດໃນເມືອງນັ້ນ ດັ່ງທີ່ເພິ່ນໄດ້ເຮັດຕໍ່ເມືອງເຢຣິໂກ ແລະກະສັດໃນເມືອງນີ້. ເພິ່ນຍັງໄດ້ຍິນວ່າ ຊາວກີເບໂອນໄດ້ເຮັດສັນຍາສັນຕິພາບກັບຊາວອິດສະຣາເອນແລ້ວ ແລະໄດ້ອາໄສຢູ່ນຳພວກເຂົາ. |
|
| 2 |
|
| ປະຊາຊົນໃນເມືອງເຢຣູຊາເລັມພາກັນຕົກໃຈຫຼາຍກ່ຽວກັບຂ່າວນັ້ນ ຍ້ອນວ່າເມືອງກີເບໂອນເປັນເມືອງໃຫຍ່ເທົ່າກັບເມືອງໃດໆທີ່ມີກະສັດ ທັງໃຫຍ່ກວ່າເມືອງອາອີ ແລະ ທະຫານກໍເປັນນັກຮົບທີ່ເກັ່ງກ້າດ້ວຍ. |
|
| 3 |
|
| ດັ່ງນັ້ນ ເຈົ້າອາໂດນີເຊເດັກຈຶ່ງໄດ້ສົ່ງຄົນນຳສານ ໄປຫາເຈົ້າໂຮຮາມກະສັດແຫ່ງເຮັບໂຣນ, ເຈົ້າປີຣາມກະສັດແຫ່ງຢາຣະມຸດ, ເຈົ້າຢາເຟຍກະສັດແຫ່ງລາກິດ ແລະ ເຈົ້າເດບີກະສັດແຫ່ງເອກໂລນວ່າ, |
|
| 4 |
|
| “ຂໍມາຊ່ວຍຂ້າພະເຈົ້າໂຈມຕີເອົາເມືອງກີເບໂອນແດ່ ເພາະຊາວເມືອງນີ້ໄດ້ເຮັດສັນຍາສັນຕິພາບກັບໂຢຊວຍ ແລະຊາວອິດສະຣາເອນແລ້ວ.” |
|
| 5 |
|
| ຝ່າຍກະສັດຂອງຊາວອາໂມທັງຫ້າຄົນນັ້ນຄື: ກະສັດແຫ່ງເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະເອກໂລນ ກໍໄດ້ຮ່ວມກຳລັງກັນຍົກທັບມາອ້ອມ ແລະເຂົ້າບຸກໂຈມຕີເມືອງກີເບໂອນ. |
|
| 6 |
|
| ຊາວກີເບໂອນຈຶ່ງໄດ້ຟ້າວສົ່ງຄົນໄປຫາໂຢຊວຍ ທີ່ຄ້າຍພັກໃນເມືອງກິນການວ່າ, “ທ່ານເອີຍ ກະສັດທັງໝົດຂອງຊາວອາໂມທີ່ຢູ່ຕາມເນີນພູຂອງດິນແດນນີ້ ໄດ້ພາກັນມາຕໍ່ສູ້ພວກຂ້ານ້ອຍ. ຈົ່ງຟ້າວມາຊ່ວຍພວກຂ້ານ້ອຍແດ່ທ້ອນ ຢ່າປະຖິ້ມພວກຂ້ານ້ອຍເລີຍ.” |
|
| 7 |
|
| ດັ່ງນັ້ນ ໂຢຊວຍ ແລະກອງທັບທັງໝົດຂອງຕົນ ລວມທັງພວກທະຫານທີ່ເກັ່ງກ້າ ຈຶ່ງໄດ້ອອກໄປຈາກກິນການ. |
|
| 8 |
|
| ແລ້ວພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ຢ່າຢ້ານພວກເຂົາເລີຍ. ເຮົາມອບໄຊຊະນະໃຫ້ເຈົ້າແລ້ວ. ບໍ່ມີໃຜໃນພວກເຂົາຈະສາມາດຕໍ່ສູ້ເຈົ້າໄດ້.” |
|
| 9 |
|
| ໂຢຊວຍໄດ້ເຄື່ອນທັບອອກຈາກກິນການໄປກີເບໂອນຕະຫລອດຄືນ ແລະເຂົ້າຫລອນໂຈມຕີຊາວອາໂມ. |
|
| 10 |
|
| ພຣະເຈົ້າຢາເວໄດ້ເຮັດໃຫ້ພວກອາໂມແຕກຕື່ນ ແລະໜີໄປຕໍ່ໜ້າກອງທັບອິດສະຣາເອນ. ຝ່າຍພວກອິດສະຣາເອນ ກໍໄດ້ຂ້າພວກເຂົາເປັນຈຳນວນຫລວງຫລາຍຢູ່ໃນເມືອງກີເບໂອນ ແລະໄລ່ຕິດຕາມພວກທີ່ເຫຼືອຢູ່ ລົງໄປສູ່ຊ່ອງແຄບຂອງພູເຂົາທີ່ເມືອງເບັດໂຮໂຣນ ໂດຍສືບຕໍ່ໂຈມຕີພວກເຂົາໄປທາງໃຕ້ ຈົນເຖິງເມືອງອາເຊກາແລະເມືອງມັກເກດາ. |
|
| 11 |
|
| ໃນຂະນະທີ່ພວກອາໂມກຳລັງປົບໜີ ຈາກເມືອງເບັດໂຮໂຣນໄປສູ່ເມືອງອາເຊການັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ໝາກເຫັບໃຫຍ່ຈາກທ້ອງຟ້າຕົກຖືກພວກເຂົາ. ສະນັ້ນ ພວກທີ່ຕາຍຍ້ອນໝາກເຫັບຕົກຖືກນັ້ນ ຈຶ່ງມີຫລາຍກວ່າພວກທີ່ຖືກພວກອິດສະຣາເອນຂ້າ. |
|
| 12 |
|
| ໃນມື້ທີ່ພຣະເຈົ້າຢາເວໄດ້ບັນດານໃຫ້ ພວກອິດສະຣາເອນຊະນະພວກອາໂມນັ້ນ ໂຢຊວຍໄດ້ກ່າວຕໍ່ພຣະເຈົ້າຢາເວຕໍ່ໜ້າຊາວອິດສະຣາເອນວ່າ, “ດວງອາທິດເອີຍ ຈົ່ງຢຸດຢູ່ທີ່ເມືອງກີເບໂອນສາ ດວງເດືອນເອີຍ ຈົ່ງຢຸດຢູ່ເທິງຮ່ອມພູໄອຢາໂລນເຖີດ.” |
|
| 13 |
|
| ດວງອາທິດຍັງຢຸດຢູ່ແລະດວງເດືອນກໍບໍ່ໄດ້ເຄື່ອນຍ້າຍໄປໃສ ຈົນກວ່າຄົນໃນຊາດອິດສະຣາເອນໄດ້ຊະນະເຫຼົ່າສັດຕູ. ເລື່ອງນີ້ໄດ້ມີບັນທຶກໄວ້ໃນໜັງສືຂອງຢາຊາ. ດວງອາທິດຍັງຢຸດຢູ່ກາງທ້ອງຟ້າ ໂດຍບໍ່ເຄື່ອນຍ້າຍຈົນຄົບໜຶ່ງວັນ. |
|
| 14 |
|
| ກ່ອນນັ້ນແລະນັບແຕ່ນັ້ນມາ ບໍ່ເຄີຍມີວັນໃດທີ່ພຣະເຈົ້າຢາເວໄດ້ຟັງມະນຸດເໝືອນດັ່ງໃນວັນນັ້ນ ດ້ວຍວ່າພຣະເຈົ້າຢາເວໄດ້ເຮັດເສິກຊ່ວຍຊາວອິດສະຣາເອນ. |
|
| 15 |
|
| ຫລັງຈາກນັ້ນ ໂຢຊວຍພ້ອມທັງກອງທັບໄດ້ກັບຄືນສູ່ຄ້າຍພັກທີ່ກິນການ. |
|
| 16 |
|
| ເຖິງຢ່າງໃດກໍຕາມ ກະສັດອາໂມທັງຫ້າຄົນນັ້ນໄດ້ປົບໜີໄປລີ້ຢູ່ໃນຖໍ້າມັກເກດາ. |
|
| 17 |
|
| ມີບາງຄົນໄດ້ພົບເຫັນກະສັດເຫຼົ່ານີ້ ຈຶ່ງໄດ້ໄປບອກໂຢຊວຍໃຫ້ຮູ້ບ່ອນທີ່ພວກເຂົາຫລົບລີ້ຢູ່. |
|
| 18 |
|
| ໂຢຊວຍຈຶ່ງສັ່ງວ່າ, “ຈົ່ງກື່ງກ້ອນຫີນໃຫຍ່ໆອັດປາກຖໍ້າໄວ້ ແລະໃຫ້ຄົນເຝົ້າຍາມຢູ່ທີ່ນັ້ນ. |
|
| 19 |
|
| ແຕ່ພວກເຈົ້າຢ່າຢູ່ຫັ້ນ ໃຫ້ໄລ່ຕາມສັດຕູແລະຫລອນໂຈມຕີທາງດ້ານຫລັງ; ຢ່າປ່ອຍໃຫ້ພວກເຂົາເຂົ້າໄປໃນເມືອງໄດ້ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພວກເຈົ້າຊະນະພວກເຂົາແລ້ວ.” |
|
| 20 |
|
| ສ່ວນໂຢຊວຍແລະພວກອິດສະຣາເອນ ກໍໄດ້ຂ້າສັດຕູໂດຍບໍ່ມີການຕໍ່ສູ້ ແຕ່ມີບາງຄົນໄດ້ຫລົບໜີໄປບ່ອນທີ່ປອດໄພຢູ່ໃນເມືອງທີ່ມີປ້ອມປ້ອງກັນ; ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ຖືກຂ້າ. |
|
| 21 |
|
| ແລ້ວທະຫານທັງໝົດຂອງໂຢຊວຍ ກໍໄດ້ກັບຄືນມາຫາເພິ່ນທີ່ຄ້າຍພັກມັກເກດາ. ຢູ່ໃນດິນແດນນັ້ນບໍ່ມີຜູ້ໃດກ້າຕໍ່ຕ້ານຊາວອິດສະຣາເອນ. |
|
| 22 |
|
| ແລ້ວໂຢຊວຍກໍໄດ້ສັ່ງວ່າ, “ຈົ່ງເປີດປາກຖໍ້າອອກແລະນຳກະສັດທັງຫ້ານັ້ນມາຫາເຮົາ.” |
|
| 23 |
|
| ດັ່ງນັ້ນ ປາກຖໍ້າຈຶ່ງຖືກເປີດອອກແລະກະສັດແຫ່ງເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະເອກໂລນຈຶ່ງຖືກນຳອອກມາ |
|
| 24 |
|
| ແລະຖືກຄຸມຕົວໄປຫາໂຢຊວຍ. ແລ້ວໂຢຊວຍກໍເອີ້ນທະຫານທັງໝົດອອກມາຫາຕົນ ແລະສັ່ງໃຫ້ນາຍທະຫານທີ່ອອກໄປກັບເພິ່ນນັ້ນວ່າ, “ຈົ່ງໄປຢຽບຄໍກະສັດຫ້າຄົນນີ້ສາ.” ພວກນາຍທະຫານຂອງເພິ່ນກໍປະຕິບັດຕາມ. |
|
| 25 |
|
| ໂຢຊວຍບອກພວກນາຍທະຫານວ່າ, “ຢ່າຢ້ານຫລືທໍ້ຖອຍໃຈ. ຈົ່ງມີໃຈເດັດດ່ຽວແລະກ້າຫານ ເພາະພຣະເຈົ້າຢາເວຈະກະທຳດັ່ງນີ້ຕໍ່ເຫຼົ່າສັດຕູຂອງພວກເຈົ້າ.” |
|
| 26 |
|
| ແລ້ວໂຢຊວຍກໍໄດ້ຂ້າກະສັດທັງຫ້າຄົນນັ້ນ ແລະໃຫ້ຄົນເອົາສົບໄປແຂວນໄວ້ທີ່ຕົ້ນໄມ້ຫ້າຕົ້ນຈົນຮອດຄໍ່າ. |
|
| 27 |
|
| ພໍຕາເວັນຕົກດິນ ໂຢຊວຍໄດ້ສັ່ງໃຫ້ພວກເຂົາເອົາສົບລົງມາຈາກຕົ້ນໄມ້ ແລະເອົາໄປຖິ້ມໄວ້ໃນຖໍ້າບ່ອນທີ່ພວກເຂົາເຄີຍຫລົບລີ້ຢູ່ກ່ອນນັ້ນ. ແລ້ວປາກຖໍ້າກໍຖືກປິດໄວ້ດ້ວຍຫີນກ້ອນໃຫຍ່ໆຊຶ່ງຍັງມີຢູ່ເທົ່າທຸກວັນນີ້. |
|
| 28 |
|
| ໃນມື້ນັ້ນ ໂຢຊວຍໄດ້ໂຈມຕີແລະຢຶດຄອງເມືອງມັກເກດາ ແລະໄດ້ຂ້າກະສັດຂອງເມືອງນັ້ນ. ເພິ່ນໄດ້ຂ້າທຸກໆຄົນຢູ່ໃນເມືອງໂດຍບໍ່ໄວ້ຊີວິດໃຜເລີຍ. ເພິ່ນໄດ້ເຮັດຕໍ່ກະສັດແຫ່ງມັກເກດາ ເໝືອນດັ່ງທີ່ໄດ້ເຮັດຕໍ່ກະສັດແຫ່ງເຢຣິໂກ. |
|
| 29 |
|
| ຫລັງຈາກນັ້ນ ໂຢຊວຍພ້ອມທັງທະຫານຂອງເພິ່ນກໍໄດ້ອອກຈາກເມືອງມັກເກດາ ແລະເດີນທາງໄປໂຈມຕີເມືອງລິບນາ. |
|
| 30 |
|
| ພຣະເຈົ້າຢາເວໄດ້ໃຫ້ຊາວອິດສະຣາເອນຊະນະເມືອງນີ້ອີກພ້ອມທັງກະສັດ. ພວກເຂົາໄດ້ຂ້າທຸກໆຄົນຢູ່ໃນເມືອງໂດຍບໍ່ໄວ້ຊີວິດໃຜເລີຍ. ເພິ່ນໄດ້ເຮັດຕໍ່ກະສັດຂອງເມືອງນີ້ ເໝືອນດັ່ງທີ່ໄດ້ເຮັດຕໍ່ກະສັດແຫ່ງເຢຣິໂກ. |
|
| 31 |
|
| ຫລັງຈາກນີ້ແລ້ວ ໂຢຊວຍແລະພວກທະຫານຂອງເພິ່ນ ກໍໄດ້ອອກຈາກເມືອງລິບນາໄປທີ່ເມືອງລາກິດ ແລະອ້ອມເມືອງໄວ້ເພື່ອບຸກໂຈມຕີ. |
|
| 32 |
|
| ໃນມື້ທີສອງຂອງການສູ້ຮົບ ພຣະເຈົ້າຢາເວໄດ້ໃຫ້ຊາວອິດສະຣາເອນຊະນະເມືອງລາກິດ ແລະພວກເຂົາໄດ້ຂ້າທຸກໆຄົນໃນເມືອງໂດຍບໍ່ໄວ້ຊີວິດໃຜເລີຍ ດັ່ງທີ່ໄດ້ເຮັດຕໍ່ເມືອງລິບນາ. |
|
| 33 |
|
| ໃນຄັ້ງນັ້ນ ເຈົ້າໂຮຣາມກະສັດແຫ່ງເກເຊໄດ້ມາຊ່ວຍເມືອງລາກິດ ແຕ່ໂຢຊວຍໄດ້ຂ້າລາວແລະທະຫານໂດຍບໍ່ໄວ້ຊີວິດໃຜເລີຍ. |
|
| 34 |
|
| ຕໍ່ມາ ໂຢຊວຍກັບພວກທະຫານຂອງຕົນ ໄດ້ອອກຈາກເມືອງລາກິດໄປທີ່ເມືອງເອກໂລນ ແລະລ້ອມເມືອງນີ້ໄວ້ເພື່ອບຸກໂຈມຕີ. |
|
| 35 |
|
| ພວກເຂົາຢຶດຄອງເມືອງໄດ້ໃນມື້ນັ້ນເອງ ແລະຂ້າທຸກໆຄົນຖິ້ມເໝືອນດັ່ງທີ່ໄດ້ເຮັດຕໍ່ເມືອງລາກິດ. |
|
| 36 |
|
| ຫລັງຈາກນັ້ນ ໂຢຊວຍກັບພວກທະຫານຂອງຕົນກໍອອກຈາກເມືອງເອກໂລນ ແລະເດີນທາງຂຶ້ນພູເຂົາເພື່ອໂຈມຕີເມືອງເຮັບໂຣນ |
|
| 37 |
|
| ແລະຢຶດຄອງເມືອງນີ້. ພວກເຂົາໄດ້ຂ້າກະສັດແລະທຸກໆຄົນໃນເມືອງນີ້ ແລະໃນເມືອງໃກ້ຄຽງ. ໂຢຊວຍໄດ້ທຳລາຍເມືອງນີ້ ເພື່ອເປັນການລົງໂທດໂດຍບໍ່ໄວ້ຊີວິດໃຜເລີຍ ເໝືອນດັ່ງທີ່ເພິ່ນໄດ້ເຮັດຕໍ່ເມືອງເອກໂລນ. |
|
| 38 |
|
| ແລ້ວໂຢຊວຍແລະທະຫານຂອງເພິ່ນ ກໍກັບຄືນໄປຕີເມືອງເດບີ. |
|
| 39 |
|
| ເພິ່ນຢຶດຄອງເມືອງແລະຈັບກະສັດ ແລະຢຶດເອົາບັນດາເມືອງທີ່ຢູ່ໃກ້ຄຽງ. ເພິ່ນຂ້າທຸກໆຄົນໃນທີ່ນັ້ນ. ໂຢຊວຍໄດ້ເຮັດຕໍ່ເມືອງເດບີ ເໝືອນດັ່ງທີ່ເພິ່ນໄດ້ເຮັດຕໍ່ເມືອງເຮັບໂຣນແລະລິບນາ ຕະຫລອດທັງກະສັດໃນເມືອງເຫຼົ່ານີ້ດ້ວຍ. |
|
| 40 |
|
| ໂຢຊວຍໄດ້ຮົບຊະນະທົ່ວທັງດິນແດນ. ເພິ່ນໄດ້ຊະນະບັນດາກະສັດທີ່ຢູ່ຕາມເຂດພູດອຍ, ຕາມເນີນພູ ແລະຕາມຕີນພູທາງທິດຕາເວັນຕົກ, ຕະຫລອດທັງພວກທີ່ຢູ່ຕາມຖິ່ນແຫ້ງແລ້ງໃນທິດໃຕ້. ເພິ່ນໄດ້ຂ້າທຸກໆຄົນ ບໍ່ມີໃຜລອດຊີວິດຢູ່ເລີຍ. ເຫດການນີ້ ເປັນໄປຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ສັ່ງໄວ້. |
|
| 41 |
|
| ໂຢຊວຍໄດ້ຊະນະຂ້າເສິກຈາກເມືອງກາເດັດບາກເນອາ ທາງທິດໃຕ້ຈົນເຖິງເມືອງກາຊາ ທາງຝັ່ງທະເລລວມທັງເຂດໂກເຊັນທັງໝົດ ຈົນໄປຮອດເມືອງກີເບໂອນທາງທິດເໜືອ. |
|
| 42 |
|
| ໂຢຊວຍໄດ້ເອົາຊະນະກະສັດເຫຼົ່ານີ້ ພ້ອມທັງດິນແດນຂອງພວກເຂົາຢູ່ໃນບັ້ນຮົບດຽວ ຍ້ອນພຣະເຈົ້າຢາເວ ພຣະເຈົ້າຂອງຊາວອິດສະຣາເອນ ໄດ້ສູ້ຮົບເພື່ອຊາດອິດສະຣາເອນ. |
|
| 43 |
|
| ແລ້ວໂຢຊວຍແລະພວກທະຫານຂອງຕົນ ກໍໄດ້ກັບຄືນເມືອຄ້າຍພັກທີ່ກິນການ. |
|
|
|
|