×

Lao ພຣະຄຳພີສັກສິ 2012

ໂຢຊວຍ 12

1
ຊາວ​ອິດສະຣາເອນ​ໄດ້​ໄຊຊະນະ ແລະ​ໄດ້​ປົກຄອງ​ດິນແດນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈາກ​ຮ່ອມພູ​ອາກໂນນ​ຂຶ້ນ​ໄປ​ສູ່​ຮ່ອມພູ​ຈໍແດນ ແລະ​ເລີຍ​ໄປ​ທາງ​ພາກເໜືອ​ຈົນເຖິງ​ພູ​ເຮີໂມນ. ພວກເຂົາ​ຈັບ​ກະສັດ​ສອງ​ຄົນ​ໄດ້.
2
ຄົນ​ທີ​ໜຶ່ງ​ຄື​ເຈົ້າ​ສີໂຫນ​ຜູ້​ເປັນ​ກະສັດ​ຂອງ​ຊາວ​ອາໂມ ທີ່​ປົກຄອງ​ເມືອງ​ເຮັດຊະໂບນ. ອານາຈັກ​ຂອງ​ເພິ່ນ​ນັ້ນ​ໄດ້​ລວມເອົາ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ​ຄື: ຈາກ​ອາໂຣເອ (ຕາມ​ແຄມ​ຮ່ອມພູ​ອາກໂນນ) ແລະ​ຈາກ​ເມືອງ​ຢູ່​ໃນ ກາງ​ຮ່ອມພູ​ອາກໂນນ​ຈົນເຖິງ​ແມ່ນໍ້າ​ຢັບໂບກ ເຂດແດນ​ຂອງ​ຊາວ​ອຳໂມນ
3
ລວມທັງ​ຮ່ອມພູ​ຂອງ​ແມ່ນໍ້າ​ຈໍແດນ ແຕ່​ທະເລສາບ​ຄາລີເລ​ໄປ​ທາງທິດໃຕ້ ຈົນເຖິງ​ເບັດ​ເຢຊີໂມດ (ທາງທິດ​ຕາເວັນອອກ​ຂອງ​ທະເລຕາຍ) ແລະ​ຕີນ​ພູ​ປີສະກາ.
4
ພວກເຂົາ​ຍັງ​ໄດ້​ຊະນະ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ທີ່​ເປັນ​ຜູ້​ສຸດທ້າຍ​ເຫຼືອ​ໃນ​ພວກ​ເຣຟາອິມ; ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ອັດຊະຕາໂຣດ​ແລະ​ເອັດເຣອີ.
5
ອານາຈັກ​ຂອງ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ພູເຂົາ​ເຮີໂມນ, ສາເລກາ ແລະ​ທົ່ວ​ທັງ​ບາຊານ​ໄກ​ອອກ​ໄປ, ຈົນເຖິງ​ເຂດແດນ​ຂອງ​ພວກ​ເກຊູ​ແລະ​ພວກ​ມາອາກາ ລວມທັງ​ເຄິ່ງ​ໜຶ່ງ​ຂອງ​ກີເລອາດ​ໄກ​ອອກ​ໄປ​ຈົນເຖິງ​ເຂດແດນ​ຂອງ​ເຈົ້າ​ສີໂຫນ ກະສັດ​ແຫ່ງ​ເຮັດຊະໂບນ.
6
ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຮົບຊະນະ​ພວກເຂົາ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ຂອງ​ພວກເຂົາ ໃຫ້​ເຜົ່າ​ຣູເບັນ​ກັບ​ເຜົ່າກາດ​ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ.
7
ໂຢຊວຍ​ແລະ​ປະຊາຊົນ​ອິດສະຣາເອນ​ໄດ້​ຊະນະ​ບັນດາ​ກະສັດ​ທັງຫລາຍ ທີ່​ຢູ່​ເຂດແດນ​ທາງທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ຈາກ​ບາອານກາດ​ໃນ​ຮ່ອມພູ​ຂອງ​ເລບານອນ ຈົນເຖິງ​ພູ​ຮາລັກ​ຊຶ່ງ​ຢູ່​ທາງທິດໃຕ້​ໃກ້​ກັບ​ດິນແດນ​ເອໂດມ. ໂຢຊວຍ​ໄດ້​ແບ່ງປັນ​ດິນແດນ​ນີ້​ໃຫ້​ເຜົ່າ​ຕ່າງໆ​ໃນ​ຊາດ​ອິດສະຣາເອນ ເພື່ອ​ເປັນ​ກຳມະສິດ​ຂອງ​ພວກເຂົາ​ຕະຫລອດໄປ.
8
ເຂດແດນ​ນັ້ນ​ມີ: ເຂດ​ພູດອຍ, ຕີນ​ພູ​ທາງທິດ​ຕາເວັນຕົກ, ຮ່ອມພູ​ຈໍແດນ​ແລະ​ຕີນ​ພູ, ເນີນພູ​ທາງທິດ​ຕາເວັນອອກ ແລະ​ຖິ່ນ​ແຫ້ງແລ້ງ​ທາງທິດໃຕ້. ດິນແດນ​ນີ້​ເຄີຍ​ເປັນ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.
9
ປະຊາຊົນ​ອິດສະຣາເອນ​ໄດ້​ເອົາ​ຊະນະ​ບັນດາ​ກະສັດ​ຂອງ​ເມືອງ​ເຫຼົ່ານີ້: ເຢຣິໂກ, ອາອີ (ໃກ້​ກັບ​ເມືອງ​ເບັດເອນ),
10
ກະສັດ​ຂອງ​ເຢຣູຊາເລັມ, ກະສັດ​ຂອງ​ເຮັບໂຣນ,
11
ກະສັດ​ຂອງ​ຢາຣະມຸດ, ກະສັດ​ຂອງ​ລາກິດ,
12
ກະສັດ​ຂອງ​ເອກໂລນ, ກະສັດ​ຂອງ​ເກເຊ,
13
ກະສັດ​ຂອງ​ເດບີ, ກະສັດ​ຂອງ​ເກເດ,
14
ກະສັດ​ຂອງ​ໂຮມາ, ກະສັດ​ຂອງ​ອາຣາດ,
15
ກະສັດ​ຂອງ​ລິບນາ, ກະສັດ​ຂອງ​ອາດຸນລຳ,
16
ກະສັດ​ຂອງ​ມັກເກດາ, ກະສັດ​ຂອງ​ເບັດເອນ,
17
ກະສັດ​ຂອງ​ຕັບປູອາ, ກະສັດ​ຂອງ​ເຮເຟ,
18
ກະສັດ​ຂອງ​ອາເຟັກ, ກະສັດ​ຂອງ​ລາຊາໂຣນ,
19
ກະສັດ​ຂອງ​ມາໂດນ, ກະສັດ​ຂອງ​ຮາໂຊ,
20
ກະສັດ​ຂອງ​ຊີມໂຣນ​ເມໂຣນ, ກະສັດ​ຂອງ​ອັກຊັບ,
21
ກະສັດ​ຂອງ​ຕາອານັກ, ກະສັດ​ຂອງ​ເມກິດໂດ,
22
ກະສັດ​ຂອງ​ເກເດັດ, ກະສັດ​ຂອງ​ໂຢກເນອາມ (ທີ່​ກາເມນ),
23
ກະສັດ​ຂອງ​ໂດເຣ (ທາງ​ຝັ່ງ​ທະເລ), ກະສັດ​ຂອງ​ໂກອີອີມ (ທີ່​ຄາລີເລ),
24
ແລະ​ກະສັດ​ຂອງ​ຕີຣະຊາ. ລວມ​ທັງໝົດ​ມີ​ກະສັດ​ສາມ​ສິບ​ເອັດ​ຄົນ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ