|
| 1 |
|
| ດິນແດນສ່ວນໜຶ່ງທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ໄດ້ຖືກມອບໝາຍໃຫ້ບາງຄອບຄົວໃນເຜົ່າມານາເຊ ເນື່ອງຈາກວ່າມານາເຊເປັນລູກຊາຍກົກຂອງໂຢເຊັບ. ມາກີພໍ່ຂອງກີເລອາດ ເປັນລູກຊາຍກົກຂອງມານາເຊແລະເປັນວິລະບູລຸດຜູ້ເກັ່ງກ້າ; ດັ່ງນັ້ນ ເຂດແດນກີເລອາດກັບບາຊານທາງທິດຕາເວັນອອກແມ່ນໍ້າຈໍແດນ ຈຶ່ງຖືກມອບໝາຍໃຫ້ແກ່ມາກີ. |
|
| 2 |
|
| ສ່ວນດິນແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນນັ້ນ ຖືກມອບໝາຍໃຫ້ຄອບຄົວຕ່າງໆທີ່ເຫຼືອຢູ່ໃນເຜົ່າມານາເຊດັ່ງນີ້: ອາບີເອເຊ, ເຮເລັກ, ອາສະຣິເອນ, ເຊເຄມ, ເຮເຟ ແລະ ເຊມີດາ. ຄົນເຫຼົ່ານີ້ແມ່ນພວກຜູ້ຊາຍຈາກເຊື້ອສາຍຂອງມານາເຊ ລູກຊາຍຂອງໂຢເຊັບ; ພວກເຂົາຕ່າງກໍເປັນຫົວໜ້າຄອບຄົວ. |
|
| 3 |
|
| ເຊໂລເຟຮັດເປັນລູກຊາຍຂອງເຮເຟ, ເຮເຟເປັນລູກຊາຍຂອງກີເລອາດ, ກີເລອາດເປັນລູກຊາຍຂອງມາກີ, ມາກີເປັນລູກຊາຍຂອງມານາເຊ. ເຊໂລເຟຮັດບໍ່ມີລູກຜູ້ຊາຍ ແຕ່ມີລູກຜູ້ຍິງທັງໝົດ. ພວກເຂົາຊື່ວ່າ: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະຊາ. |
|
| 4 |
|
| ພວກນາງໄດ້ໄປຫາປະໂຣຫິດເອເລອາຊາ, ໂຢຊວຍລູກຊາຍຂອງນູນ, ພ້ອມທັງບັນດາຜູ້ນຳ ແລະເວົ້າວ່າ, “ພຣະເຈົ້າຢາເວໄດ້ສັ່ງໂມເຊມອບດິນແດນສ່ວນໜຶ່ງ ໃຫ້ເປັນກຳມະສິດຂອງພວກຂ້ານ້ອຍ ຄືກັນກັບບັນດາຜູ້ຊາຍທີ່ເປັນຍາດຕິພີ່ນ້ອງຂອງພວກຂ້ານ້ອຍ.” ດັ່ງນັ້ນ ຕາມຄຳສັ່ງຂອງພຣະເຈົ້າຢາເວ ພວກນາງຈຶ່ງໄດ້ຮັບດິນແດນເໝືອນກັນກັບພວກຜູ້ຊາຍ ທີ່ເປັນຍາດຕິພີ່ນ້ອງຂອງພວກຕົນ. |
|
| 5 |
|
| ດ້ວຍເຫດນີ້ ພວກມານາເຊຈຶ່ງໄດ້ຮັບສິບສ່ວນ ລວມທັງກີເລອາດ ແລະບາຊານທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ |
|
| 6 |
|
| ຍ້ອນພວກເຊື້ອສາຍເພດຍິງໄດ້ຮັບສ່ວນ ເໝືອນກັນກັບພວກເຊື້ອສາຍເພດຊາຍ. ພວກເຊື້ອສາຍຂອງມານາເຊທີ່ເຫຼືອຢູ່ຈຶ່ງໄດ້ຮັບສ່ວນໃນດິນແດນກີເລອາດ. |
|
| 7 |
|
| ເຂດແດນຂອງມານາເຊເລີ່ມແຕ່ອາເຊເຖິງມິກເມທັດທາງທິດຕາເວັນອອກ. ແລ້ວຊາຍແດນຂອງພວກເຂົາກໍລົງໄປທາງໃຕ້ ເພື່ອລວມເອົາຊາວເອນຕັບປູອາ. |
|
| 8 |
|
| ດິນແດນທີ່ຢູ່ອ້ອມແອ້ມຕັບປູອາເປັນຂອງເຜົ່າມານາເຊ ແຕ່ເມືອງຕັບປູອາທີ່ຢູ່ຊາຍແດນນັ້ນເປັນຂອງເຊື້ອສາຍເອຟຣາອິມ. |
|
| 9 |
|
| ແລ້ວຊາຍແດນນີ້ກໍລົງໄປຈົນເຖິງຫ້ວຍນໍ້າການາ. ເມືອງຕ່າງໆທີ່ຢູ່ໃນເຂດແດນຂອງມານາເຊທາງໃຕ້ຫ້ວຍນໍ້ານີ້ ເປັນຂອງເຜົ່າເອຟຣາອິມ ເຖິງແມ່ນຢູ່ໃນເຂດແດນຂອງເຜົ່າມານາເຊກໍຕາມ. ຊາຍແດນຂອງເຜົ່າມານາເຊນີ້ຍາວໄປຕາມຫ້ວຍນໍ້າທາງທິດເໜືອ ແລະໄປສຸດທີ່ທະເລເມດີແຕຣາເນ. |
|
| 10 |
|
| ເຜົ່າເອຟຣາອິມໄດ້ດິນແດນທາງທິດໃຕ້ ແລະເຜົ່າມານາເຊໄດ້ດິນແດນທາງທິດເໜືອ ໂດຍມີທະເລເມດີແຕຣາເນເປັນຊາຍແດນທາງດ້ານທິດຕາເວັນຕົກ. ສ່ວນເຜົ່າອາເຊໄດ້ດິນແດນທາງທິດຕາເວັນຕົກສ່ຽງເໜືອ ແລະເຜົ່າອິດຊາຄາໄດ້ດິນແດນທາງທິດຕາເວັນອອກສ່ຽງເໜືອ. |
|
| 11 |
|
| ພາຍໃນເຂດແດນຂອງເຜົ່າອິດຊາຄາແລະອາເຊນັ້ນ ມານາເຊໄດ້ເມືອງເບັດເຊອານແລະເມືອງອິບເລອາມ ລວມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ຕະຫລອດທັງໂດເຣ (ເມືອງຝັ່ງທະເລ), ເອນໂດເຣ, ຕາອານັກ, ເມກິດໂດ ແລະເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. |
|
| 12 |
|
| ເຖິງຢ່າງໃດກໍຕາມ ເຜົ່າມານາເຊບໍ່ສາມາດຂັບໄລ່ພວກທີ່ຢູ່ໃນເມືອງເຫຼົ່ານີ້ອອກໄປໄດ້. ດັ່ງນັ້ນ ຊາວການາອານຈຶ່ງໄດ້ອາໄສຢູ່ໃນເມືອງເຫຼົ່ານີ້ຕໍ່ໄປ. |
|
| 13 |
|
| ເຖິງແມ່ນວ່າ ເມື່ອຊາວອິດສະຣາເອນມີກຳລັງເຂັ້ມແຂງຂຶ້ນແລ້ວກໍດີ ພວກເຂົາກໍບໍ່ໄດ້ໄລ່ພວກການາອານອອກໄປໃຫ້ໝົດ. ແຕ່ຊໍ້າບັງຄັບພວກເຂົາເຮັດວຽກໜັກໃຫ້ແກ່ພວກຕົນ. |
|
| 14 |
|
| ພວກເຊື້ອສາຍຂອງໂຢເຊັບໄດ້ຖາມໂຢຊວຍວ່າ, “ເຫດໃດທ່ານຈຶ່ງແບ່ງປັນດິນແດນພຽງສ່ວນດຽວເທົ່ານັ້ນ ໃຫ້ເປັນກຳມະສິດຂອງພວກເຮົາ? ພວກເຮົາມີຄົນຫລາຍ ເພາະພຣະເຈົ້າຢາເວໄດ້ອວຍພອນພວກເຮົາ.” |
|
| 15 |
|
| ໂຢຊວຍຈຶ່ງຕອບວ່າ, “ຖ້າພວກເຈົ້າມີຄົນຫລາຍ ແລະເຂດເນີນພູເອຟຣາອິມນີ້ນ້ອຍໂພດສຳລັບພວກເຈົ້າແລ້ວ ໃຫ້ພວກເຈົ້າອອກໄປຖາງເອົາປ່າ ທາງດິນແດນຂອງຊາວເປຣີຊີແລະຊາວເຣຟາອິມ.” |
|
| 16 |
|
| ແລ້ວພວກເຂົາກໍຕອບວ່າ, “ທາງເຂດເນີນພູນີ້ນ້ອຍໂພດສຳລັບພວກເຮົາ ສ່ວນພວກການາອານທີ່ຢູ່ຕາມທົ່ງພຽງ ຕ່າງກໍມີລົດຮົບເຫຼັກ ທັງພວກທີ່ຢູ່ໃນເບັດເຊອານ ແລະພວກທີ່ຢູ່ຕາມເມືອງເລັກເມືອງນ້ອຍອ້ອມແອ້ມ ແລະພວກທີ່ຢູ່ໃນຮ່ອມພູຢິດຊະເຣນ.” |
|
| 17 |
|
| ໂຢຊວຍໄດ້ກ່າວແກ່ເຜົ່າເອຟຣາອິມ ແລະມານາເຊຕາເວັນຕົກວ່າ, “ຕາມທີ່ຈິງແລ້ວ ພວກເຈົ້າມີຄົນຫລາຍ ແລະມີອຳນາດເຂັ້ມແຂງ. ພວກເຈົ້າຄວນຈະໄດ້ຮັບເກີນກວ່າໜຶ່ງສ່ວນ. |
|
| 18 |
|
| ດັ່ງນັ້ນ ທາງເຂດເນີນພູຈຶ່ງຈະເປັນຂອງພວກເຈົ້າ. ເຖິງແມ່ນວ່າມັນເປັນປ່າກໍຕາມ ແຕ່ພວກເຈົ້າກໍສາມາດຖາງໃຫ້ແປນ ແລະຢຶດຄອງຈາກສົ້ນເບື້ອງນີ້ຈົນເຖິງສົ້ນເບື້ອງນັ້ນ ເປັນກຳມະສິດຂອງພວກເຈົ້າໄດ້. ສຳລັບພວກການາອານນັ້ນ ເຖິງແມ່ນວ່າພວກເຂົາມີລົດຮົບເຫຼັກ ແລະມີກຳລັງຫລາຍກໍຕາມ ພວກເຈົ້າກໍຈະຂັບໄລ່ພວກເຂົາອອກໄປໄດ້.” |
|
|
|
|