|
| 1 |
|
| ການໃຊ້ສະຫລາກຄັ້ງທີສອງໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າຊີເມໂອນ. ເຂດແດນນີ້ຍາວໄປຈົນເຖິງດິນແດນທີ່ໄດ້ຖືກມອບໝາຍໃຫ້ເຜົ່າຢູດາ. |
|
| 2 |
|
| ດິນແດນນັ້ນມີດັ່ງນີ້: ເບເອນເຊບາ, ເຊບາ, ໂມລາດາ, |
|
| 3 |
|
| ຮາຊາຊູອານ, ບາລາ, ເອເຊມ, |
|
| 4 |
|
| ເອນໂຕລັດ, ເບັດອູນ, ໂຮມາ, |
|
| 5 |
|
| ຊິກລັກ, ເບັດມັກກາໂບດ, ຮາຊາສູສາ, |
|
| 6 |
|
| ເບັດເລບາໂອດ ແລະຊາຣູເຮນ. ລວມທັງໝົດມີ 13 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. |
|
| 7 |
|
| ນອກນີ້ຍັງມີເມືອງອາອິນ, ຣິມໂມນ, ເອເທ ແລະອາຊານ. ຮວມທັງໝົດມີ 4 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. |
|
| 8 |
|
| ເຂດແດນນີ້ຮວມເອົາທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມເມືອງເຫຼົ່ານີ້ ໄປຈົນເຖິງບາອາລາດເບເອ (ຫລືຣາມາໃນເນເກັບ) ທາງທິດໃຕ້. ເຂດແດນນີ້ເປັນສ່ວນທີ່ຄອບຄົວຕ່າງໆໃນເຜົ່າຊີເມໂອນໄດ້ຮັບເປັນກຳມະສິດຂອງພວກເຂົາ. |
|
| 9 |
|
| ດ້ວຍວ່າ, ສ່ວນທີ່ໄດ້ມອບໃຫ້ເຜົ່າຢູດານັ້ນໃຫຍ່ເກີນຄວາມຕ້ອງການ. ດັ່ງນັ້ນ ສ່ວນໜຶ່ງໃນເຂດແດນນີ້ຈຶ່ງຖືກມອບໝາຍໃຫ້ແກ່ເຜົ່າຊີເມໂອນ. |
|
| 10 |
|
| ການໃຊ້ສະຫລາກຄັ້ງທີສາມໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າເຊບູໂລນ. ດິນແດນທີ່ພວກເຂົາໄດ້ຮັບນີ້ໄກອອກໄປຈົນເຖິງສາຣິດ. |
|
| 11 |
|
| ແຕ່ບ່ອນນັ້ນ ຊາຍແດນໄດ້ເລີຍໄປຈົນເຖິງທາງທິດຕາເວັນຕົກຮອດມາຣາລາ ຕິດກັບດັບເບເຊັດ ແລະທາງຫ້ວຍນໍ້າທີ່ທາງທິດຕາເວັນອອກຂອງໂຢກເນອາມ. |
|
| 12 |
|
| ສ່ວນທາງເບື້ອງອື່ນຂອງສາຣິດນັ້ນໄດ້ເລີຍໄປທາງທິດຕາເວັນອອກ ເຖິງຊາຍແດນຂອງກີສະໂລດຕາໂບເຣ ແລ້ວໄປທາງດາເບຣັດຈົນຂຶ້ນໄປຮອດຢາເຟຍ. |
|
| 13 |
|
| ຊາຍແດນນີ້ຍັງເລີຍໄປທາງທິດຕາເວັນອອກ ຄືຈາກບ່ອນນີ້ຈົນເຖິງກາດເຮເຟແລະເອັດກາຊິນ ໂດຍລ້ຽວໄປທາງເນອາຕາມທາງໄປສູ່ຣິມໂມນ. |
|
| 14 |
|
| ສ່ວນທາງເຂດເໜືອນັ້ນ ຊາຍແດນໄດ້ລ້ຽວໄປທາງຮັນນາໂທນ ແລະໄປສຸດລົງທີ່ຮ່ອມພູອິບຕາເຮນ. |
|
| 15 |
|
| ຊາຍແດນນີ້ໄດ້ລວມເອົາທັງກັດຕາດ, ນາຮາລານ, ຊີມໂຣນ, ອີດາລາ ແລະເບັດເລເຮັມ. ລວມທັງໝົດມີ 12 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. |
|
| 16 |
|
| ເມືອງເຫຼົ່ານີ້ພ້ອມເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າເຊບູໂລນ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກຕົນ. |
|
| 17 |
|
| ການໃຊ້ສະຫລາກຄັ້ງທີສີ່ໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າອິດຊາຄາ. |
|
| 18 |
|
| ເຂດແດນຂອງພວກເຂົາມີດັ່ງນີ້: ຢິດຊະເຣນ, ເກສຸນໂລດ, ຊູເນມ, |
|
| 19 |
|
| ຮາຟາຣາອິມ, ຊິໂອນ, ອານາຮາຣັດ, |
|
| 20 |
|
| ຣັບບິດ, ກີຊີໂອນ, ເອເບເຊ, |
|
| 21 |
|
| ເຣເມັດ, ເອັນກັນນີມ, ເອນຮັດດາ ແລະເບັດປາເຊດ. |
|
| 22 |
|
| ຊາຍແດນນີ້ຕິດກັບຕາໂບ, ຊາຮາຊູມາ ແລະເບັດເຊເມດ ແລະໄປສຸດທີ່ແມ່ນໍ້າຈໍແດນ. ລວມທັງໝົດຊາຍແດນນີ້ໄດ້ຮວມເອົາ 16 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. |
|
| 23 |
|
| ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າອິດຊາຄາ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກຕົນ. |
|
| 24 |
|
| ການໃຊ້ສະຫລາກຄັ້ງທີຫ້າໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າອາເຊ. |
|
| 25 |
|
| ເຂດແດນຂອງພວກເຂົາມີດັ່ງນີ້: ເຮນກາດ, ຮາລີ, ເບເຕນ, ອັກຊັບ, |
|
| 26 |
|
| ອັນລຳເມເລັກ, ອາມາດ ແລະມີຊັນ. ທາງທິດຕາເວັນຕົກໄປຈຸກັບພູກາເມນແລະຊີໂຮເຣລິບນາດ. |
|
| 27 |
|
| ເມື່ອລ້ຽວໄປທາງທິດຕາເວັນອອກ ຊາຍແດນນີ້ໄດ້ໄປຈົນເຖິງເບັດດາໂກນ ໂດຍຈຸກັບເຊບູໂລນແລະຮ່ອມພູອິບຕາເຮນ ໄປທາງເໜືອຈົນເຖິງເບັດເອເມກແລະເນອີເອນ. ຊາຍແດນນີ້ຍັງໄປເໜືອເລື້ອຍໆຈົນເຖິງກາບູນ, |
|
| 28 |
|
| ເອັບໂຣນ, ເຣໂຮບ, ຮາມໂມນ ແລະການາ, ຈົນໄປຮອດຊີໂດນ. |
|
| 29 |
|
| ແລ້ວຊາຍແດນນີ້ກໍໄດ້ລ້ຽວໄປທາງຣາມາ ໂດຍໄປຈຸກັບຕີເຣເມືອງທີ່ມີປ້ອມປ້ອງກັນ; ແລ້ວລ້ຽວໄປທາງໂຮສາແລະໄປສຸດທີ່ທະເລເມດີແຕຣາເນ. ດິນແດນນີ້ຍັງໄດ້ຮວມເອົາທັງມາຮາລາບ, ອັກຊິບ, |
|
| 30 |
|
| ອູມມາ, ອາເຟັກ ແລະເຣໂຮບ. ລວມທັງໝົດມີ 22 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. |
|
| 31 |
|
| ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າອາເຊ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກເຂົາ. |
|
| 32 |
|
| ການໃຊ້ສະຫລາກຄັ້ງທີຫົກໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າເນັບທາລີ. |
|
| 33 |
|
| ຊາຍແດນຂອງພວກເຂົາໄດ້ເລີ່ມແຕ່ເຮເລັບໄປສູ່ຕົ້ນໂອກ ທີ່ຊາອານັນນິມ, ໄປສູ່ອາດາມີເນເກັບ ແລະຢັບເນເອນ, ເລີຍໄປຈົນເຖິງລັກກູມ ແລະໄປສຸດທີ່ແມ່ນໍ້າຈໍແດນ. |
|
| 34 |
|
| ຈາກບ່ອນນີ້ຊາຍແດນໄດ້ລ້ຽວໄປທາງທິດຕາເວັນຕົກທາງອາຊະໂນດຕາໂບ ຈາກນັ້ນໄປສູ່ຮຸກໂກກໂດຍທາງໃຕ້ໄປຈຸກັບເຊບູໂລນ, ທາງທິດຕາເວັນຕົກຕິດກັບອາເຊ ແລະທາງທິດຕາເວັນອອກຕິດກັບແມ່ນໍ້າຈໍແດນ. |
|
| 35 |
|
| ສ່ວນເມືອງທີ່ມີກຳແພງນັ້ນມີດັ່ງນີ້: ຊິດດີມ, ເຊເຣ, ຮາມມັດ, ຣັກກັດ, ກິນເນເຣດ, |
|
| 36 |
|
| ອາດາມາ, ຣາມາ, ຮາໂຊ, |
|
| 37 |
|
| ເກເດັດ, ເອັດເຣອີ, ເອນຮາໂຊ, |
|
| 38 |
|
| ຢີໂຣນ, ມິກດາເລນ, ໂຮເຣັມ, ເບັດອານາດ ແລະເບັດເຊເມດ. ຮວມທັງໝົດມີ 19 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. |
|
| 39 |
|
| ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າເນັບທາລີ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນ ມາເປັນກຳມະສິດຂອງພວກເຂົາ. |
|
| 40 |
|
| ການໃຊ້ສະຫລາກຄັ້ງທີເຈັດໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າດານ. |
|
| 41 |
|
| ເຂດແດນຂອງພວກເຂົາມີດັ່ງນີ້: ໂຊຣາ, ເອຊະຕາໂອນ, ອີຣະເຊເມດ, |
|
| 42 |
|
| ຊາອານບິມ, ໄອຢາໂລນ, ອິດລາ, |
|
| 43 |
|
| ເອໂລນ, ຕີມນາ, ເອັກໂຣນ, |
|
| 44 |
|
| ເອນເຕເກ, ກິບເບໂທນ, ບາອາລາດ, |
|
| 45 |
|
| ເຢຮຸດ, ເບເນເບຣັກ, ກາດຣິມໂມນ, |
|
| 46 |
|
| ເມຢາຣະໂກນ ແລະ ຣັກໂກນ, ຮວມທັງເຂດແດນທີ່ຢູ່ອ້ອມແອ້ມຢົບປາ. |
|
| 47 |
|
| ເມື່ອຊາວດານສູນເສຍດິນແດນຂອງພວກເຂົານັ້ນ ພວກເຂົາໄດ້ໄປໂຈມຕີແລະຢຶດຄອງເມືອງເລເຊມໂດຍຂ້າຄົນໃນເມືອງນັ້ນຖິ້ມ ແລະປະກາດເປັນເມືອງຂອງຕົນ. ພວກເຂົາໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ ແລະປ່ຽນຊື່ຂອງເມືອງເລເຊມມາເປັນເມືອງດານ. |
|
| 48 |
|
| ເມືອງເຫຼົ່ານີ້ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ໃນດິນແດນນັ້ນ ຕົກເປັນຂອງຄອບຄົວຕ່າງໆໃນເຜົ່າດານ. ພວກເຂົາໄດ້ຮັບເມືອງເຫຼົ່ານັ້ນມາເປັນກຳມະສິດຂອງພວກຕົນ. |
|
| 49 |
|
| ເມື່ອປະຊາຊົນອິດສະຣາເອນໄດ້ແບ່ງປັນດິນແດນຮຽບຮ້ອຍແລ້ວ ພວກເຂົາໄດ້ຍົກເອົາສ່ວນຂອງດິນແດນຕອນໜຶ່ງ ມອບໃຫ້ໂຢຊວຍລູກຊາຍຂອງນູນເພື່ອໃຫ້ເພິ່ນເປັນກຳມະສິດ. |
|
| 50 |
|
| ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ ພວກເຂົາໄດ້ມອບເມືອງຕີມນາດເສຣາ ໃນເຂດເນີນພູເອຟຣາອິມໃຫ້ຕາມທີ່ເພິ່ນຂໍຮ້ອງ. ດັ່ງນັ້ນ ເພິ່ນຈຶ່ງໄດ້ສ້າງເມືອງຂຶ້ນໃໝ່ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ. |
|
| 51 |
|
| ປະໂຣຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະພວກຫົວໜ້າຄອບຄົວຕ່າງໆໃນບັນດາເຜົ່າແຫ່ງຊາດອິດສະຣາເອນ ໄດ້ຮັບມອບໝາຍດິນແດນເຫຼົ່ານີ້ໂດຍການໃຊ້ສະຫລາກ ຕໍ່ໜ້າພຣະເຈົ້າຢາເວທີ່ເມືອງຊີໂລ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ດ້ວຍການກະທຳດັ່ງທີ່ໄດ້ກ່າວມານີ້ ພວກເຂົາຈຶ່ງໄດ້ແບ່ງປັນດິນແດນເປັນທີ່ສຳເລັດ. |
|
|
|
|