|
| 1 |
|
| ແລ້ວໂຢຊວຍລູກຊາຍຂອງນູນກໍໄດ້ສົ່ງສອດແນມສອງຄົນຈາກຄ້າຍພັກທີ່ຊິດຕິມ ພ້ອມທັງສັ່ງໃຫ້ພວກເຂົາໄປສຳຫລວດເບິ່ງດິນແດນການາອານຢ່າງລັບໆ ໂດຍສະເພາະແລ້ວແມ່ນຕົວເມືອງເຢຣິໂກ. ເມື່ອມາຮອດເມືອງເຢຣິໂກແລ້ວ ສອດແນມທັງສອງຄົນກໍໄດ້ນອນຄ້າງຄືນຢູ່ໃນເຮືອນຂອງຍິງໂສເພນີຄົນໜຶ່ງຊື່ວ່າ ຣາຮາບ. |
|
| 2 |
|
| ກະສັດແຫ່ງເມືອງເຢຣິໂກໄດ້ຍິນຂ່າວວ່າ ມີຊາວອິດສະຣາເອນບາງຄົນໄດ້ເຂົ້າມາໃນຄືນນັ້ນ ເພື່ອສອດແນມເບິ່ງດິນແດນ. |
|
| 3 |
|
| ສະນັ້ນ ເພິ່ນຈຶ່ງໄດ້ໃຊ້ຄົນໄປບອກນາງຣາຮາບວ່າ, “ຊາຍທີ່ມາພັກຢູ່ໃນເຮືອນຂອງເຈົ້ານັ້ນ ໄດ້ມາສອດແນມເບິ່ງທົ່ວດິນແດນ ຈົ່ງນຳພວກເຂົາອອກມາ.” |
|
| 4 |
|
| ນາງຣາຮາບໄດ້ເອົານັກສືບສອດແນມທັງສອງໄປເຊື່ອງໄວ້ເທິງຫລັງຄາພຽງ ໃນກອງລຳຕົ້ນປ່ານທີ່ນາງລຽນໄວ້ຢູ່ຂ້າງເທິງນັ້ນ. ນາງໄດ້ຕອບກະສັດວ່າ, “ພວກເຂົາມາພັກຢູ່ທີ່ເຮືອນຂອງຂ້ານ້ອຍແທ້ຈິງ, ແຕ່ຂ້ານ້ອຍບໍ່ຮູ້ວ່າພວກເຂົາມາຈາກໃສ. ພວກເຂົາອອກໜີໄປແລ້ວແຕ່ເວລາມືດຊຸ້ມກ່ອນປະຕູເມືອງຖືກອັດ. ຂ້ານ້ອຍເອງກໍບໍ່ໄດ້ຖາມວ່າພວກເຂົາຈະໄປທາງໃດ ແຕ່ຖ້າທ່ານຟ້າວອອກຕິດຕາມ ທ່ານອາດຈະຕາມໄປທັນແລະຈັບພວກເຂົາໄດ້.” |
|
| 5 |
|
|
|
| 6 |
|
|
|
| 7 |
|
| ຄົນຂອງກະສັດໄດ້ອອກຈາກເມືອງໄປ ແລ້ວປະຕູເມືອງກໍຖືກອັດ. ພວກເຂົາໄດ້ໄປຊອກຫາພວກນັກສືບສອດແນມຊາວອິດສະຣາເອນ ຈົນຮອດທ່າຂ້າມແມ່ນໍ້າຈໍແດນ. |
|
| 8 |
|
| ກ່ອນຊາຍທັງສອງຈະນອນ ນາງຣາຮາບໄດ້ຂຶ້ນໄປເທິງຫລັງຄາພຽງ |
|
| 9 |
|
| ແລະກ່າວແກ່ພວກເຂົາວ່າ, “ຂ້ອຍຮູ້ວ່າພຣະເຈົ້າຢາເວໄດ້ມອບດິນແດນນີ້ໃຫ້ແກ່ພວກເຈົ້າ ທຸກຄົນໃນດິນແດນນີ້ຢ້ານກົວພວກເຈົ້າຫລາຍ |
|
| 10 |
|
| ພວກເຮົາຕ່າງກໍໄດ້ຍິນວ່າ ພຣະເຈົ້າຢາເວໄດ້ບັນດານໃຫ້ທະເລແດງແຫ້ງຕໍ່ໜ້າພວກເຈົ້າ ເມື່ອພວກເຈົ້າກຳລັງອອກມາຈາກປະເທດເອຢິບ ພວກເຮົາຍັງໄດ້ຍິນອີກວ່າ ພວກເຈົ້າໄດ້ຂ້າເຈົ້າສີໂຫນແລະເຈົ້າໂອກ ກະສັດສອງຄົນຂອງຊາວອາໂມຢ່າງໃດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ. |
|
| 11 |
|
| ພໍເມື່ອພວກເຮົາໄດ້ຍິນເລື່ອງລາວຕ່າງໆນັ້ນແລ້ວ ພວກເຮົາຈຶ່ງຢ້ານແລະທຸກຄົນຕ່າງກໍເສຍຂວັນເພາະພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແມ່ນພຣະເຈົ້າທີ່ເທິງສະຫວັນແລະທີ່ເທິງແຜ່ນດິນໂລກ. |
|
| 12 |
|
| ບັດນີ້ ຈົ່ງສາບານຕໍ່ພຣະເຈົ້າຢາເວວ່າ ພວກເຈົ້າຈະປະຕິບັດຕໍ່ຄອບຄົວຂອງຂ້ອຍຢ່າງມີໃຈເມດຕາ ເໝືອນດັ່ງທີ່ຂ້ອຍໄດ້ປະຕິບັດຕໍ່ພວກເຈົ້າ ແລະຈົ່ງເຮັດສັນຍາລັກໃຫ້ຂ້ອຍໄດ້ເຫັນວ່າພວກເຈົ້າເປັນຜູ້ທີ່ໄວ້ວາງໃຈໄດ້ |
|
| 13 |
|
| ຈົ່ງສັນຍາຕໍ່ຂ້ອຍວ່າ, ພວກເຈົ້າຈະໄວ້ຊີວິດພໍ່ແມ່, ອ້າຍເອື້ອຍນ້ອງ ແລະຄອບຄົວຂອງພວກເຂົາ. ຂໍຢ່າປ່ອຍໃຫ້ພວກເຮົາຕ້ອງຖືກຂ້າເລີຍ.” |
|
| 14 |
|
| ດັ່ງນັ້ນ ຊາຍທັງສອງຈຶ່ງເວົ້າວ່າ, “ຖ້າເຈົ້າບໍ່ບອກຜູ້ໃດວ່າ ພວກຂ້ອຍກຳລັງມາເຮັດຫຍັງ, ພວກຂ້ອຍກໍຂໍສັນຍາວ່າ ເມື່ອໃດທີ່ພຣະເຈົ້າຢາເວມອບດິນແດນນີ້ໃຫ້ພວກຂ້ອຍແລ້ວ ພວກຂ້ອຍຈະປະຕິບັດຕໍ່ເຈົ້າເປັນຢ່າງດີ. ຖ້າພວກຂ້ອຍບໍ່ເຮັດຕາມທີ່ໄດ້ເວົ້າມານີ້ ຂໍໃຫ້ພຣະເຈົ້າເອົາຊີວິດຂອງພວກຂ້ອຍໄປເທີ້ນ.” |
|
| 15 |
|
| ເນື່ອງຈາກນາງຣາຮາບໄດ້ອາໄສຢູ່ໃນເຮືອນຕິດກັບກຳແພງເມືອງ. ດັ່ງນັ້ນ ນາງຈຶ່ງໄດ້ຢ່ອນເຊືອກໃຫ້ຊາຍທັງສອງລົງທາງປ່ອງຢ້ຽມ ແລະບອກວ່າ, “ເພື່ອບໍ່ໃຫ້ຄົນຂອງກະສັດພົບພວກເຈົ້າ |
|
| 16 |
|
| ຈົ່ງຂຶ້ນໄປລີ້ຢູ່ເນີນພູນັ້ນ ໃຫ້ລີ້ຢູ່ທີ່ນັ້ນສາມວັນ ຈົນກວ່າພວກເຂົາກັບຄືນມາ. ຫລັງຈາກນັ້ນແລ້ວ ພວກເຈົ້າຈຶ່ງເດີນທາງໄປຕໍ່.” |
|
| 17 |
|
| ສອດແນມທັງສອງຄົນໄດ້ບອກນາງວ່າ, “ພວກຂ້ອຍຈະເຮັດຕາມຄຳສັນຍາທີ່ມີໄວ້ກັບເຈົ້າ. |
|
| 18 |
|
| ແຕ່ເຈົ້າຈະຕ້ອງເຮັດດັ່ງນີ້: ເມື່ອພວກຂ້ອຍກັບມາບຸກໂຈມຕີດິນແດນຂອງເຈົ້າ ໃຫ້ເຈົ້າເອົາເຊືອກສີແດງນີ້ ຜູກໃສ່ປ່ອງຢ້ຽມໄວ້ໃນບ່ອນທີ່ເຈົ້າຢ່ອນພວກຂ້ອຍລົງ. ໃຫ້ເອົາພໍ່ແມ່, ອ້າຍເອື້ອຍນ້ອງ ແລະທຸກໆຄອບຄົວຂອງເຈົ້າທຸກຄົນ ມາໂຮມກັນຢູ່ໃນເຮືອນຂອງເຈົ້າ. |
|
| 19 |
|
| ຖ້າຜູ້ໃດອອກຈາກເຮືອນໄປ ລາວຈະຕ້ອງຕາຍເພາະຄວາມຜິດຂອງຕົນເອງ ພວກຂ້ອຍຈະບໍ່ຮັບຜິດຊອບ, ແຕ່ຖ້າຜູ້ໃດຜູ້ໜຶ່ງທີ່ຢູ່ໃນເຮືອນນຳເຈົ້າຖືກທຳຮ້າຍ ແລ້ວພວກຂ້ອຍກໍຈະເປັນຜູ້ຮັບຜິດຊອບ. |
|
| 20 |
|
| ເຖິງຢ່າງໃດກໍຕາມ ຖ້າເຈົ້າບອກຄົນຜູ້ໃດຜູ້ໜຶ່ງວ່າ ພວກຂ້ອຍມາເຮັດຫຍັງໃນທີ່ນີ້ ແລ້ວພວກຂ້ອຍກໍຈະບໍ່ຖືຮັກສາຄຳສັນຍາທີ່ມີໄວ້ກັບເຈົ້າ.” |
|
| 21 |
|
| ນາງຣາຮາບຕົກລົງແລະສົ່ງຊາຍທັງສອງຄົນນັ້ນອອກໜີໄປ. ເມື່ອພວກເຂົາໜີໄປແລ້ວ ນາງກໍເອົາເຊືອກສີແດງຜູກໄວ້ທີ່ປ່ອງຢ້ຽມ. |
|
| 22 |
|
| ນັກສືບສອດແນມທັງສອງຄົນໄດ້ຂຶ້ນໄປລີ້ຢູ່ເທິງເນີນພູ. ສ່ວນຄົນຂອງກະສັດກໍອອກຄົ້ນຫາພວກເຂົາ ທົ່ວຂົງເຂດຊົນນະບົດເປັນເວລາສາມວັນ; ເມື່ອຊອກຫາບໍ່ພົບ ພວກເຂົາຈຶ່ງກັບເມືອເມືອງເຢຣິໂກ. |
|
| 23 |
|
| ແລ້ວນັກສືບສອດແນມທັງສອງຄົນ ກໍລົງມາຈາກເນີນພູຂ້າມແມ່ນໍ້າຄືນໄປຫາໂຢຊວຍ ແລະເລົ່າເຫດການທຸກຢ່າງທີ່ເກີດຂຶ້ນສູ່ເພິ່ນຟັງ. |
|
| 24 |
|
| ພວກເຂົາເວົ້າວ່າ, “ພວກເຮົາແນ່ໃຈວ່າ ພຣະເຈົ້າຢາເວໄດ້ມອບດິນແດນທັງໝົດໃຫ້ແກ່ພວກເຮົາ. ປະຊາຊົນທຸກຄົນໃນເມືອງນັ້ນ ຕ່າງກໍສະທ້ານຢ້ານກົວພວກເຮົາ.” |
|
|
|
|