|
| 1 |
|
| ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂຢຊວຍ ໃຫ້ໄປບອກປະຊາຊົນອິດສະຣາເອນວ່າ, |
|
| 2 |
|
| “ຈົ່ງເລືອກເອົາບັນດາເມືອງລີ້ໄພ ຕາມທີ່ເຮົາໄດ້ສັ່ງໂມເຊໃຫ້ບອກພວກເຈົ້າ. |
|
| 3 |
|
| ບຸກຄົນໜຶ່ງທີ່ຂ້າຄົນໂດຍບໍ່ເຈດຕະນາເຂົ້າໄປທີ່ນັ້ນໄດ້ ແລະຫລົບໜີຈາກຜູ້ຕາມຫາແກ້ແຄ້ນ. |
|
| 4 |
|
| ລາວແລ່ນເຂົ້າໄປໃນເມືອງໃດເມືອງໜຶ່ງໃນເມືອງເຫຼົ່ານີ້ໄດ້ ຄືໄປທີ່ສານບ່ອນຕັດສິນຄວາມທີ່ປະຕູເຂົ້າເມືອງ ແລະອະທິບາຍເຫດການທີ່ເກີດຂຶ້ນແກ່ພວກຜູ້ນຳ. ແລ້ວພວກຜູ້ນຳກໍຈະອະນຸຍາດໃຫ້ລາວເຂົ້າໄປໃນເມືອງ ທັງຫາບ່ອນໃຫ້ລາວຢູ່ໃນເມືອງຕໍ່ໄປດ້ວຍ. |
|
| 5 |
|
| ຖ້າຜູ້ທີ່ຕາມຫາແກ້ແຄ້ນມາເຖິງເມືອງນັ້ນ ຊາວເມືອງກໍຈະບໍ່ຕ້ອງມອບເຂົາໃຫ້ຜູ້ທີ່ຕາມຫານັ້ນ. ພວກເຂົາຕ້ອງປ້ອງກັນຄົນເຫຼົ່ານີ້ໄວ້ ເພາະເຂົາຂ້າຄົນໂດຍບໍ່ເຈດຕະນາ ແລະບໍ່ແມ່ນຍ້ອນຄວາມຄຽດແຄ້ນແຕ່ຢ່າງໃດ. |
|
| 6 |
|
| ເຂົາອາດຈະຢູ່ໃນເມືອງຈົນກວ່າຈະໄດ້ຮັບການຕັດສິນຕໍ່ໜ້າມະຫາຊົນ ແລະຈົນກວ່າຜູ້ທີ່ເປັນປະໂຣຫິດໃນເວລານັ້ນຕາຍກ່ອນ. ແລ້ວເຂົາກໍຈະໄດ້ກັບຄືນເມືອສູ່ເມືອງຂອງຕົນ ບ່ອນທີ່ເຂົາໄດ້ປົບໜີມານັ້ນ.” |
|
| 7 |
|
| ດັ່ງນັ້ນ ໃນທິດຕາເວັນຕົກຂອງແມ່ນໍ້າຈໍແດນ ພວກເຂົາຈຶ່ງໄດ້ເລືອກເອົາເມືອງເກເດັດໃນຄາລີເລ ໃນເຂດເນີນພູຂອງເຜົ່າເນັບທາລີ; ເມືອງຊີເຄມໃນເຂດເນີນພູຂອງເຜົ່າເອຟຣາອິມ ແລະກີຣີອາດ-ອາກບາຄືເມືອງເຮັບໂຣນໃນເຂດເນີນພູຂອງເຜົ່າຢູດາ. |
|
| 8 |
|
| ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໃນຖິ່ນແຫ້ງແລ້ງກັນດານ ຕາມພູພຽງທາງທິດຕາເວັນອອກຂອງເມືອງເຢຣິໂກ ພວກເຂົາໄດ້ເລືອກເອົາເມືອງເບເຊໃນເຂດແດນຂອງເຜົ່າຣູເບັນ; ເມືອງຣາໂມດໃນກີເລອາດໃນເຂດແດນຂອງເຜົ່າກາດ ແລະເມືອງໂກລານແຫ່ງບາຊານໃນເຂດແດນຂອງເຜົ່າມານາເຊ. |
|
| 9 |
|
| ບ່ອນເຫຼົ່ານີ້ແມ່ນເມືອງລີ້ໄພ ຊຶ່ງໄດ້ຖືກເລືອກໄວ້ໃຫ້ປະຊາຊົນອິດສະຣາເອນ ແລະໃຫ້ຄົນຕ່າງຊາດທັງຫລາຍທີ່ອາໄສຢູ່ກັບພວກເຂົາ. ຜູ້ໃດຜູ້ໜຶ່ງຂ້າຄົນໂດຍບໍ່ເຈດຕະນາ ຈະໄດ້ຮັບການຄຸ້ມຄອງຈາກຜູ້ຕາມຫາແກ້ແຄ້ນໃນບ່ອນນີ້; ຈະບໍ່ມີໃຜຖືກຂ້າ ໂດຍບໍ່ໄດ້ຮັບການຕັດສິນຕໍ່ໜ້າມະຫາຊົນສາກ່ອນ. |
|
|
|
|