|
| 1 |
|
| ບັນດາຫົວໜ້າຂອງຄອບຄົວເລວີໄດ້ພາກັນໄປຫາປະໂຣຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະຫົວໜ້າຄອບຄົວຕ່າງໆຂອງທຸກເຜົ່າໃນຊາດອິດສະຣາເອນ. |
|
| 2 |
|
| ພວກເຂົາໄດ້ກ່າວແກ່ພວກເຫຼົ່ານີ້ ທີ່ເມືອງຊີໂລໃນດິນແດນການາອານວ່າ, “ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊວ່າ ພວກເຮົາຕ້ອງໄດ້ຮັບເມືອງເປັນບ່ອນຢູ່ອາໄສ ໂດຍໃຫ້ມີທົ່ງຫຍ້າອ້ອມແອ້ມສຳລັບລ້ຽງຝູງສັດຂອງພວກເຮົາດ້ວຍ.” |
|
| 3 |
|
| ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ມອບເມືອງບາງແຫ່ງ ພ້ອມທັງທົ່ງຫຍ້າຈາກເຂດແດນໃນສ່ວນຕ່າງໆຂອງພວກເຂົາໃຫ້ແກ່ພວກເລວີ ຕາມຄຳສັ່ງຂອງພຣະເຈົ້າຢາເວ. |
|
| 4 |
|
| ການໃຊ້ສະຫລາກຄັ້ງທຳອິດໄດ້ຕົກຖືກຄອບຄົວຕ່າງໆໃນຕະກຸນໂກຮາດ. ສ່ວນຄອບຄົວທີ່ມາແຕ່ເຊື້ອສາຍຂອງປະໂຣຫິດອາໂຣນນັ້ນໄດ້ຮັບ 13 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງຢູດາ, ຊີເມໂອນ ແລະເບັນຢາມິນ. |
|
| 5 |
|
| ສ່ວນຕະກຸນໂກຮາດທີ່ເຫຼືອຢູ່ນັ້ນໄດ້ຮັບ 10 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງເອຟຣາອິມ, ດານ ແລະມານາເຊຕາເວັນຕົກ. |
|
| 6 |
|
| ຕະກຸນເກໂຊນໄດ້ຮັບ 13 ຕົວເມືອງ ຈາກເຂດແດນຂອງເຜົ່າອິດຊາຄາ, ອາເຊ, ເນັບທາລີ ແລະມານາເຊຕາເວັນອອກ. |
|
| 7 |
|
| ສ່ວນບັນດາຄອບຄົວໃນຕະກຸນເມຣາຣີນັ້ນໄດ້ຮັບ 12 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງຣູເບັນ, ກາດ ແລະເຊບູໂລນ. |
|
| 8 |
|
| ປະຊາຊົນອິດສະຣາເອນໄດ້ມອບເມືອງຕ່າງໆພ້ອມທັງທົ່ງຫຍ້າໃຫ້ແກ່ພວກເລວີ ໂດຍການໃຊ້ສະຫລາກ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊ. |
|
| 9 |
|
| ຕໍ່ໄປນີ້ແມ່ນຊື່ບັນດາເມືອງຈາກເຂດແດນສ່ວນຕ່າງໆຂອງຢູດາແລະຊີເມໂອນ ທີ່ໄດ້ຖືກມອບໝາຍໃຫ້ |
|
| 10 |
|
| ເຊື້ອສາຍຂອງອາໂຣນໃນຕະກຸນໂກຮາດ ຜູ້ທີ່ໄດ້ສືບເຊື້ອສາຍມາຈາກເລວີ. ຕະກຸນນີ້ເປັນພວກທຳອິດທີ່ໄດ້ຖືກມອບໝາຍເມືອງໃຫ້. |
|
| 11 |
|
| ພວກເຂົາໄດ້ຮັບເມືອງກີຣິອາດອາກບາ ຕະຫລອດທັງທົ່ງຫຍ້າທີ່ຢູ່ອ້ອມແອ້ມນັ້ນ (ອາກບາເປັນພໍ່ຂອງອານາກ) ແຕ່ໃນເວລານີ້ເອີ້ນວ່າເຮັບໂຣນໃນເຂດພູດອຍຂອງຢູດາຍ. |
|
| 12 |
|
| ແຕ່ທົ່ງນາຂອງເມືອງນີ້ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ໄດ້ຖືກມອບໝາຍໃຫ້ເປັນກຳມະສິດຂອງກາເລັບລູກຊາຍຂອງເຢຟຸນເນ. |
|
| 13 |
|
| ນອກຈາກເຮັບໂຣນ (ໜຶ່ງໃນບັນດາເມືອງລີ້ໄພ) ເມືອງທີ່ໄດ້ຖືກມອບໝາຍໃຫ້ເຊື້ອສາຍຂອງປະໂຣຫິດອາໂຣນ ມີດັ່ງນີ້: ລິບນາ, |
|
| 14 |
|
| ຢັດຕີ, ເອຊະເຕມົວ, |
|
| 15 |
|
| ໂຮໂລນ, ເດບີ, |
|
| 16 |
|
| ອາອິນ, ຢຸດຕາ ແລະເບັດເຊເມດພ້ອມທັງທົ່ງຫຍ້າ. ລວມທັງໝົດມີ 9 ຕົວເມືອງ ຈາກເຜົ່າຢູດາແລະຊີເມໂອນ. |
|
| 17 |
|
| ຈາກເຂດແດນຂອງເບັນຢາມິນ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ກີເບໂອນ, ເກບາ, |
|
| 18 |
|
| ອານາທົດ ແລະອານໂມນພ້ອມທັງທົ່ງຫຍ້າ. |
|
| 19 |
|
| ລວມທັງໝົດມີ 13 ຕົວເມືອງ ພ້ອມທັງທົ່ງຫຍ້າ ທີ່ໄດ້ຖືກມອບໝາຍໃຫ້ປະໂຣຫິດເຊື້ອສາຍຂອງອາໂຣນ. |
|
| 20 |
|
| ສ່ວນຄອບຄົວອື່ນໆຂອງຊາວເລວີໃນຕະກຸນໂກຮາດ ໄດ້ຮັບບາງເມືອງຈາກເຂດແດນຂອງເອຟຣາອິມ. |
|
| 21 |
|
| ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ຊີເຄມແລະທົ່ງຫຍ້າທີ່ຢູ່ໃນແຖບເນີນພູຂອງເອຟຣາອິມ (ເມືອງໜຶ່ງໃນຈຳນວນເມືອງລີ້ໄພ), ເກເຊ, |
|
| 22 |
|
| ກິບຊາອີມ ແລະເບັດໂຮໂຣນພ້ອມທັງທົ່ງຫຍ້າ. |
|
| 23 |
|
| ຈາກເຂດແດນຂອງດານ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ເອນເຕເກ, ກິບເບໂທນ, |
|
| 24 |
|
| ໄອຢາໂລນ ແລະກາດຣິມໂມນ ພ້ອມທັງທົ່ງຫຍ້າ. |
|
| 25 |
|
| ຈາກເຂດແດນຂອງມານາເຊຕາເວັນຕົກ ພວກເຂົາໄດ້ຮັບ 2 ຕົວເມືອງ ມີດັ່ງນີ້: ຕາອານັກ ແລະກາດຣິມໂມນ ພ້ອມທັງທົ່ງຫຍ້າ. |
|
| 26 |
|
| ຄອບຄົວເຫຼົ່ານີ້ຂອງຕະກຸນໂກຮາດໄດ້ຮັບທັງໝົດ 10 ຕົວເມືອງ ພ້ອມທັງທົ່ງຫຍ້າ. |
|
| 27 |
|
| ສ່ວນຊາວເລວີພວກອື່ນຈາກຕະກຸນເກໂຊນ ໄດ້ຮັບຈາກມານາເຊຕາເວັນອອກ 2 ຕົວເມືອງ ມີດັ່ງນີ້: ໂກລານໃນບາຊານ (ເມືອງໜຶ່ງໃນຈຳນວນເມືອງລີ້ໄພ) ແລະເບເອັດຊະເຕຣາ ພ້ອມທັງທົ່ງຫຍ້າ. |
|
| 28 |
|
| ຈາກເຂດແດນຂອງອິດຊາຄາ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ກີຊີໂອນ, ດາເບຣັດ, |
|
| 29 |
|
| ຢາຣະມຸດ ແລະເອັນກັນນີມພ້ອມທັງທົ່ງຫຍ້າ. |
|
| 30 |
|
| ຈາກເຂດແດນຂອງອາເຊພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ມີຊັນ, ອັບໂດນ, |
|
| 31 |
|
| ເຮນກາດ ແລະເຣໂຮບ ພ້ອມທັງທົ່ງຫຍ້າ. |
|
| 32 |
|
| ຈາກເຂດແດນຂອງເນັບທາລີ ພວກເຂົາໄດ້ຮັບ 3 ຕົວເມືອງ ມີດັ່ງນີ້: ເກເດັດໃນຄາລີເລ, ພ້ອມທັງທົ່ງຫຍ້າ (ເມືອງໜຶ່ງໃນຈຳນວນເມືອງລີ້ໄພ), ຮາມໂມດໂດເຣ ແລະກາກຕານ ພ້ອມທັງທົ່ງຫຍ້າ. |
|
| 33 |
|
| ຄອບຄົວຕ່າງໆໃນຕະກຸນເກໂຊນໄດ້ຮັບທັງໝົດ 13 ຕົວເມືອງ ພ້ອມທັງທົ່ງຫຍ້າ. |
|
| 34 |
|
| ສ່ວນພວກເລວີທີ່ເຫຼືອຢູ່ນັ້ນ ຄືຕະກຸນເມຣາລີ ໄດ້ຮັບຈາກເຂດແດນຂອງເຊບູໂລນ 4 ຕົວເມືອງ ມີດັ່ງນີ້: ໂຢກເນອາມ, ກາກຕາ, |
|
| 35 |
|
| ດີມນາ ແລະນາຮາລານ ພ້ອມທັງທົ່ງຫຍ້າ. |
|
| 36 |
|
| ຈາກເຂດແດນຂອງຣູເບັນ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ເບເຊ, ຢາຊາ, |
|
| 37 |
|
| ເກເດໂມດ ແລະເມຟາອາດ ພ້ອມທັງທົ່ງຫຍ້າ. |
|
| 38 |
|
| ຈາກເຂດແດນຂອງກາດ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ຣາໂມດໃນກີເລອາດ ພ້ອມທັງທົ່ງຫຍ້າ (ເມືອງໜຶ່ງໃນຈຳນວນເມືອງລີ້ໄພ), ມະຫານາອິມ, |
|
| 39 |
|
| ເຮັດຊະໂບນ ແລະຢາເຊ ພ້ອມທັງທົ່ງຫຍ້າ. |
|
| 40 |
|
| ດັ່ງນັ້ນ ຕະກຸນເມຣາຣີຈຶ່ງໄດ້ຮັບ 12 ຕົວເມືອງດ້ວຍກັນ. |
|
| 41 |
|
| ພວກເລວີໄດ້ຮັບດິນແດນທີ່ເປັນສ່ວນຂອງປະຊາຊົນອິດສະຣາເອນ; ລວມທັງໝົດມີ 48 ຕົວເມືອງ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມແອ້ມນັ້ນ. |
|
| 42 |
|
|
|
| 43 |
|
| ສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ໃຫ້ດິນແດນທັງໝົດນັ້ນແກ່ຊາດອິດສະຣາເອນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. ເມື່ອພວກເຂົາຢຶດຄອງດິນແດນເປັນກຳມະສິດແລ້ວ ກໍພາກັນຕັ້ງຖິ່ນຖານຢູ່ທີ່ນັ້ນ. |
|
| 44 |
|
| ພຣະເຈົ້າຢາເວໄດ້ໃຫ້ພວກເຂົາມີສັນຕິສຸກທົ່ວດິນແດນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. ບໍ່ມີສັດຕູໃດໆທີ່ສາມາດຕໍ່ຕ້ານພວກເຂົາໄດ້ ເພາະພຣະເຈົ້າຢາເວໄດ້ມອບພວກສັດຕູທັງໝົດໃຫ້ຢູ່ໃນກຳມືຂອງພວກເຂົາ. |
|
| 45 |
|
| ພຣະເຈົ້າຢາເວໄດ້ຮັກສາຄຳສັນຍາທຸກໆຂໍ້ ທີ່ພຣະອົງໄດ້ສັນຍາໄວ້ກັບປະຊາຊົນອິດສະຣາເອນ. ທຸກໆຢ່າງກໍໄດ້ເກີດຂື້ນ. |
|
|
|
|