Lao ພຣະຄຳພີສັກສິ 2012
|
| 1 |
| ແລ້ວໂຢຊວຍກໍໄດ້ເອີ້ນປະຊາຊົນໃນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ ໃຫ້ມາເຕົ້າໂຮມກັນ. |
| 2 |
| ເພິ່ນກ່າວແກ່ພວກເຂົາວ່າ, “ພວກເຈົ້າໄດ້ເຮັດທຸກໆສິ່ງທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໃຫ້ເຮັດ ແລະພວກເຈົ້າໄດ້ເຊື່ອຟັງຄຳສັ່ງທຸກຂໍ້ຂອງຂ້າພະເຈົ້າ. |
| 3 |
| ຕະຫລອດມາແຕ່ໃດໆ ພວກເຈົ້າບໍ່ເຄີຍປະຖິ້ມພີ່ນ້ອງຊາວອິດສະຣາເອນເລີຍ ພວກເຈົ້າໄດ້ເອົາໃຈໃສ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. |
| 4 |
| ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າມີຄວາມສະຫງົບສຸກແລ້ວ ຕາມທີ່ພຣະອົງໄດ້ສັນຍາໄວ້. ສະນັ້ນ ຂໍໃຫ້ພວກເຈົ້າຄືນສູ່ດິນແດນ ຊຶ່ງພວກເຈົ້າໄດ້ຮຽກຮ້ອງເອົາເປັນກຳມະສິດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນັ້ນສາ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໝາຍໃຫ້ພວກເຈົ້ານັ້ນ. |
| 5 |
| ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້ກັບພວກເຈົ້າຄື: ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຈົ່ງປະຕິບັດຕາມຄວາມປະສົງຂອງພຣະອົງ, ຈົ່ງເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ, ຈົ່ງສັດຊື່ຕໍ່ພຣະອົງ ແລະຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈແລະດ້ວຍສຸດຈິດ ຂອງພວກເຈົ້າ.” |
| 6 |
| ແລ້ວໂຢຊວຍກໍໄດ້ສົ່ງພວກເຂົາຄືນສູ່ຖິ່ນຖານ ພ້ອມຄຳອວຍພອນຂອງເພິ່ນ ແລະສັ່ງພວກເຂົາວ່າ, “ພວກເຈົ້າຄືນສູ່ຖິ່ນຖານດ້ວຍຄວາມອຸດົມສົມບູນ ໂດຍມີຝູງສັດຢ່າງມາກມາຍ, ຄຳ, ເງິນ, ທອງ, ເຫຼັກ ແລະເຄື່ອງນຸ່ງຫລາຍຢ່າງ. ສະນັ້ນ ພວກເຈົ້າຈົ່ງແບ່ງປັນສິ່ງທີ່ຢຶດມາໄດ້ຈາກເຫຼົ່າສັດຕູນັ້ນ ໃຫ້ພີ່ນ້ອງໃນຕະກຸນຂອງພວກເຈົ້າ.” ແລ້ວພວກເຂົາກໍໄດ້ພາກັນກັບເມືອ. ໂມເຊໄດ້ມອບດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໃຫ້ເຜົ່າມານາເຊເຄິ່ງເຜົ່າ ແລະອີກເຄິ່ງເຜົ່ານັ້ນ ໂຢຊວຍໄດ້ມອບດິນແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ໃຫ້ພວກເຂົາຮ່ວມກັບເຜົ່າອື່ນໆ. |
| 7 |
| 8 |
| 9 |
| ດັ່ງນັ້ນ ປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ ຈຶ່ງໄດ້ຄືນສູ່ຖິ່ນຖານ. ພວກເຂົາໄດ້ຈາກຊາວອິດສະຣາເອນພວກອື່ນໆ ທີ່ເມືອງຊີໂລໃນດິນແດນການາອານ ອອກກັບໄປສູ່ດິນແດນຂອງພວກຕົນ ຄືດິນແດນກີເລອາດ ບ່ອນທີ່ພວກເຂົາໄດ້ຮັບຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊ. |
| 10 |
| ເມື່ອເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກໄດ້ມາຮອດເມືອງເກລີໂລດ ທີ່ຍັງຢູ່ທາງຟາກຕາເວັນຕົກ ຂອງແມ່ນໍ້າຈໍແດນນັ້ນ; ພວກເຂົາກໍໄດ້ສ້າງແທ່ນບູຊາອັນໃຫຍ່ທີ່ເປັນໜ້າປະທັບໃຈໄວ້ຢູ່ໃກ້ແມ່ນໍ້ານັ້ນ. |
| 11 |
| ແລ້ວກໍໄດ້ມີຄົນໄປບອກປະຊາຊົນອິດສະຣາເອນວ່າ, “ຟັງທາງພີ້ກ່ອນ ປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ ໄດ້ສ້າງແທ່ນບູຊາຂຶ້ນທີ່ເມືອງເກລີໂລດ ທາງຝັ່ງແມ່ນໍ້າຈໍແດນເບື້ອງຂອງພວກເຮົາພີ້.” |
| 12 |
| ເມື່ອປະຊາຊົນອິດສະຣາເອນໄດ້ຍິນເລື່ອງນີ້ແລ້ວ ຊຸມນຸມປະຊາຊົນທັງໝົດຈຶ່ງໄດ້ພາກັນໄປທີ່ເມືອງຊີໂລ ເພື່ອເຮັດເສິກກັບບັນດາເຜົ່າທາງທິດຕາເວັນອອກ. |
| 13 |
| ແລ້ວປະຊາຊົນອິດສະຣາເອນກໍໄດ້ສົ່ງຟີເນຮາລູກຊາຍຂອງປະໂຣຫິດເອເລອາຊາ ໄປຫາປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກຢູ່ໃນດິນແດນກີເລອາດ. |
| 14 |
| ມີພວກຜູ້ນຳສິບຄົນຈາກແຕ່ລະເຜົ່າໄປກັບຟີເນຮາ; ຜູ້ນຳເຫຼົ່ານີ້ ລ້ວນແລ້ວແຕ່ເປັນຫົວໜ້າຄອບຄົວໃນຕະກຸນຕ່າງໆຂອງຊາດອິດສະຣາເອນ. |
| 15 |
| ພວກເຂົາພາກັນໄປຫາປະຊາຊົນຣູເບັນ, ກາດ ແລະມານາເຊຕາເວັນອອກທີ່ດິນແດນກີເລອາດ, |
| 16 |
| ແລ້ວເວົ້າຕໍ່ພວກເຂົາໃນນາມຊຸມນຸມຊົນທັງໝົດຂອງພຣະເຈົ້າຢາເວ. ພວກເຂົາເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດຊົ່ວຮ້າຍຢ່າງນີ້ຕໍ່ສູ້ພຣະເຈົ້າຂອງຊາດອິດສະຣາເອນ ໃນວັນນີ້ໄດ້ຫັນໜີຈາກພຣະເຈົ້າຢາເວ ໂດຍໄດ້ສ້າງແທ່ນບູຊາສຳລັບຕົນເອງຂື້ນ ຊຶ່ງເປັນການກະບົດຕໍ່ສູ້ພຣະເຈົ້າຢາເວ ພວກເຈົ້າບໍ່ໄດ້ຕິດຕາມພຣະອົງຕໍ່ໄປແລ້ວ? |
| 17 |
| ພວກເຈົ້າຈົດຈຳບາບທີ່ພວກເຮົາໄດ້ເຮັດໃນເມືອງເປອໍນັ້ນບໍ? ເມື່ອພຣະເຈົ້າຢາເວໄດ້ລົງໂທດປະຊາຊົນຂອງພຣະອົງໃຫ້ເກີດໂຣກລະບາດນັ້ນ? ພວກເຮົາຍັງໄດ້ຮັບຄວາມທຸກທໍລະມານຍ້ອນເລື່ອງນີ້ຢູ່ ບາບທີ່ມີຢູ່ນີ້ຍັງບໍ່ພຽງພໍເທື່ອບໍ? |
| 18 |
| ບັດນີ້ ພວກເຈົ້າຈະເຊົາຕິດຕາມພຣະອົງແລ້ວຊັ້ນບໍ? ຖ້າພວກເຈົ້າທໍລະຍົດຕໍ່ພຣະເຈົ້າຢາເວໃນວັນນີ້ ພຣະອົງກໍຈະໂກດຮ້າຍພວກອິດສະຣາເອນທຸກຄົນໃນມື້ອື່ນ. |
| 19 |
| ຖ້າດິນແດນຂອງພວກເຈົ້າບໍ່ເໝາະທີ່ຈະນະມັດສະການ ຈົ່ງພາກັນມາດິນແດນທີ່ເປັນຂອງພຣະເຈົ້າຢາເວ ບ່ອນທີ່ມີຫໍເຕັນສັກສິດຂອງພຣະເຈົ້າຢາເວຕັ້ງຢູ່ນັ້ນ. ຈົ່ງຮຽກຮ້ອງເອົາດິນແດນໃນທ່າມກາງພວກເຮົາໄດ້. ແຕ່ຢ່າກະບົດຕໍ່ພຣະເຈົ້າຢາເວ ຫລືຕໍ່ພວກເຮົາ ໂດຍສ້າງແທ່ນບູຊາຂຶ້ນຕື່ມໃສ່ແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. |
| 20 |
| ພວກເຈົ້າຈື່ຫລືບໍ່ວ່າ ເມື່ອອາການລູກຊາຍຂອງເຊຣາບໍ່ຍອມເຮັດຕາມພຣະຄຳສັ່ງກ່ຽວກັບສິ່ງທີ່ຕ້ອງທຳລາຍນັ້ນ; ຊຸມຊົນອິດສະຣາເອນທັງໝົດໄດ້ຖືກລົງໂທດ ແລະບໍ່ແມ່ນແຕ່ອາການຜູ້ດຽວເທົ່ານັ້ນທີ່ໄດ້ຕາຍຍ້ອນບາບຂອງລາວ.” |
| 21 |
| ແລ້ວປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ, ກໍໄດ້ຕອບບັນດາຫົວໜ້າຄອບຄົວເຜົ່າຕ່າງໆທາງທິດຕາເວັນຕົກວ່າ |
| 22 |
| “ພຣະເຈົ້າຢາເວ ພຣະເຈົ້າເປັນອົງຍິ່ງໃຫຍ່ເໜືອພະທັງຫລາຍ! ພຣະເຈົ້າຢາເວ ພຣະເຈົ້າເປັນອົງຍິ່ງໃຫຍ່ເໜືອພະທັງຫລາຍ! ພຣະອົງຮູ້ວ່າເຫດໃດພວກຂ້ອຍຈຶ່ງໄດ້ກະທຳເຊັ່ນນີ້ ແລະພວກຂ້ອຍຢາກໃຫ້ພວກເຈົ້ານັ້ນໄດ້ຮູ້ເຊັ່ນດຽວກັນ. ຖ້າພວກຂ້ອຍໄດ້ກະບົດ ແລະບໍ່ໄດ້ສືບຕໍ່ເຊື່ອຟັງພຣະເຈົ້າຢາເວ ກໍຢ່າໃຫ້ພວກຂ້ອຍມີຊີວິດຢູ່ຕໍ່ໄປ |
| 23 |
| ຖ້າພວກຂ້ອຍບໍ່ເຊື່ອຟັງພຣະເຈົ້າຢາເວໂດຍສ້າງແທ່ນບູຊາຂຶ້ນເປັນຂອງສ່ວນຕົວ ເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ຖ້າພວກຂ້ອຍໄດ້ເຮັດເຊັ່ນນັ້ນ ຂໍໃຫ້ພຣະເຈົ້າຢາເວເປັນຜູ້ລົງໂທດພວກຂ້ອຍ. |
| 24 |
| ບໍ່ແມ່ນດອກ ການທີ່ພວກຂ້ອຍໄດ້ສ້າງແທ່ນບູຊານີ້ຂຶ້ນ ເພາະຢ້ານວ່າໃນພາຍຂ້າງໜ້າພວກລູກຫລານຂອງພວກເຈົ້າຈະຖາມ ພວກລູກຫລານຂອງພວກຂ້ອຍວ່າ ‘ພວກເຈົ້າມີສ່ວນກ່ຽວຂ້ອງຫຍັງກັບພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ? |
| 25 |
| ພຣະເຈົ້າຢາເວໄດ້ກຳນົດແມ່ນໍ້າຈໍແດນໃຫ້ເປັນເຂດແດນລະຫວ່າງພວກເຮົາ ແລະພວກເຈົ້າຜູ້ເປັນຊາວຣູເບັນ, ຊາວກາດ, ພວກເຈົ້າບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າຢາເວ.’ ແຕ່ລູກຫລານຂອງພວກເຈົ້າອາດຈະເຮັດໃຫ້ພວກລູກຫລານຂອງພວກຂ້ອຍ ເຊົານະມັດສະການພຣະເຈົ້າຢາເວກໍໄດ້. |
| 26 |
| ດ້ວຍເຫດນີ້ ພວກຂ້ອຍຈຶ່ງໄດ້ພາກັນສ້າງແທ່ນບູຊາ ບໍ່ແມ່ນເພື່ອເປັນບ່ອນເຜົາເຄື່ອງຫອມຖວາຍບູຊາ ຫລືຖວາຍເຄື່ອງບູຊາໃດໆ. |
| 27 |
| ແຕ່ເປັນເຄື່ອງໝາຍສຳລັບຄົນຂອງພວກຂ້ອຍແລະຄົນຂອງພວກເຈົ້າ ແລະສຳລັບເຊື້ອສາຍທີ່ຈະມາພາຍຫລັງພວກເຮົາວ່າ ພວກເຮົານະມັດສະການພຣະເຈົ້າຢາເວແທ້ໆຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ ໂດຍການເຜົາເຄື່ອງຖວາຍບູຊາ, ການຖວາຍບູຊາຕ່າງໆ ແລະການຖວາຍເພື່ອຄວາມສາມັກຄີທຳ. ການກະທຳເຊັ່ນນີ້ກໍເພື່ອປ້ອງກັນບໍ່ໃຫ້ລູກຫລານຂອງພວກເຈົ້າເວົ້າວ່າ ລູກຫລານຂອງພວກຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າຢາເວ. |
| 28 |
| ມັນເປັນຄວາມນຶກຄິດຂອງພວກຂ້ອຍທີ່ວ່າ ຖ້າເຫດການຢ່າງນີ້ເກີດຂຶ້ນ ລູກຫລານຂອງພວກຂ້ອຍອາດເວົ້າວ່າ, ‘ເບິ່ງແມ! ປູ່ຍ່າຕາຍາຍພວກເຮົາໄດ້ສ້າງແທ່ນບູຊາຂຶ້ນ ຄ້າຍຄືກັບແທ່ນບູຊາຂອງພຣະເຈົ້າຢາເວ. ແທ່ນບູຊານີ້ບໍ່ແມ່ນເປັນບ່ອນເຜົາເຄື່ອງຫອມຖວາຍບູຊາ ຫລືເປັນບ່ອນຖວາຍບູຊາໃດໆ ແຕ່ເປັນພຽງເຄື່ອງໝາຍສຳລັບຄົນຂອງພວກຂ້ອຍ ແລະຄົນຂອງພວກເຈົ້າເທົ່ານັ້ນ.’ |
| 29 |
| ພວກຂ້ອຍບໍ່ອາດທໍລະຍົດຕໍ່ພຣະເຈົ້າຢາເວ ຫລືເຊົາຕິດຕາມພຣະເຈົ້າຢາເວໃນວັນນີ້ ໂດຍສ້າງແທ່ນບູຊາຂຶ້ນເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ພວກຂ້ອຍບໍ່ຍອມສ້າງແທ່ນບູຊາໃດໆດອກ ນອກຈາກແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊຶ່ງຕັ້ງຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ.” |
| 30 |
| ເມື່ອປະໂຣຫິດຟີເນຮາ, ພວກຜູ້ນຳປະຊາຊົນອິດສະຣາເອນ, ພ້ອມດ້ວຍບັນດາຫົວໜ້າຄອບຄົວເຜົ່າຕ່າງໆທາງທິດຕາເວັນຕົກ ໄດ້ຍິນຄຳອະທິບາຍຂອງປະຊາຊົນໃນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກແລ້ວ ພວກເຂົາກໍພໍໃຈ. |
| 31 |
| ປະໂຣຫິດຟີເນຮາ ລູກຊາຍຂອງເອເລອາຊາ ໄດ້ກ່າວແກ່ພວກເຂົາວ່າ, “ດຽວນີ້ພວກເຮົາຮູ້ວ່າພຣະເຈົ້າຢາເວສະຖິດຢູ່ທ່າມກາງພວກເຮົາ. ພວກເຈົ້າບໍ່ໄດ້ກະບົດຕໍ່ພຣະເຈົ້າຢາເວ ແລະຍັງຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນຈາກການລົງໂທດຂອງພຣະເຈົ້າຢາເວດ້ວຍ.” |
| 32 |
| ແລ້ວຟີເນຮາແລະພວກຜູ້ນຳເຫຼົ່ານັ້ນກໍໄດ້ອຳລາຈາກພວກຣູເບັນ, ພວກກາດ, ໃນດິນແດນກີເລອາດກັບເມືອລາຍງານຕໍ່ປະຊາຊົນອິດສະຣາເອນທີ່ການາອານ. |
| 33 |
| ຊາວອິດສະຣາເອນໄດ້ຮັບຄວາມພໍໃຈ ແລະພາກັນສັນລະເສີນພຣະເຈົ້າ. ພວກເຂົາບໍ່ໄດ້ເວົ້າເຖິງເລື່ອງອອກໄປເຮັດເສິກລ້າງຜານແຜ່ນດິນ ບ່ອນທີ່ປະຊາຊົນຣູເບັນແລະກາດໄດ້ຕັ້ງຖິ່ນຖານຢູ່ນັ້ນອີກຕໍ່ໄປ. |
| 34 |
| ປະຊາຊົນຣູເບັນແລະກາດເວົ້າວ່າ, “ແທ່ນບູຊານີ້ເປັນພະຍານຕໍ່ພວກເຮົາທຸກຄົນວ່າ ພຣະເຈົ້າຢາເວແມ່ນພຣະເຈົ້າ.” ດັ່ງນັ້ນ ພວກເຂົາຈຶ່ງໃສ່ຊື່ແທ່ນບູຊານີ້ວ່າ, “ພະຍານ.” |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/joshua/022.mp3
24
22