Lao ພຣະຄຳພີສັກສິ 2012
|
| 1 |
| ມື້ໃໝ່ມາ ໂຢຊວຍແລະປະຊາຊົນອິດສະຣາເອນທັງໝົດໄດ້ລຸກແຕ່ເຊົ້າໆ, ອອກຈາກຄ້າຍພັກທີ່ຊິດຕິມ ແລະມຸ້ງໜ້າໄປສູ່ແມ່ນໍ້າຈໍແດນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ບ່ອນນີ້ ໃນຂະນະທີ່ລໍຖ້າຈະຂ້າມແມ່ນໍ້າ. |
| 2 |
| ຄັນລ່ວງມາໄດ້ສາມວັນແລ້ວ ພວກຜູ້ນຳກໍໄດ້ຍ່າງເລາະຜ່ານໄປທົ່ວຄ້າຍພັກ |
| 3 |
| ແລະສັ່ງປະຊາຊົນວ່າ, “ເມື່ອພວກເຈົ້າເຫັນພວກປະໂຣຫິດ ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອອກໄປ ໃຫ້ພາກັນອອກຈາກຄ້າຍພັກແລະຕິດຕາມໄປໂລດ. |
| 4 |
| ພວກປະໂຣຫິດຈະນຳທາງພວກເຈົ້າໄປ ເພາະພວກເຈົ້າບໍ່ເຄີຍຜ່ານທາງເສັ້ນນີ້ຈັກເທື່ອ, ແຕ່ຢ່າເຂົ້າໄປໃກ້ຫີບພັນທະສັນຍາ ໃຫ້ຢູ່ຫ່າງປະມານໜຶ່ງກິໂລແມັດ.” |
| 5 |
| ແລ້ວໂຢຊວຍກໍໄດ້ສັ່ງປະຊາຊົນວ່າ, “ຈົ່ງຊຳລະຕົນໃຫ້ບໍຣິສຸດ ເພາະມື້ອື່ນພຣະເຈົ້າຢາເວຈະເຮັດການອັດສະຈັນໃນທ່າມກາງພວກເຈົ້າ.” |
| 6 |
| ແລ້ວໂຢຊວຍກໍບອກພວກປະໂຣຫິດໃຫ້ຫາມຫີບພັນທະສັນຍາອອກໄປກ່ອນປະຊາຊົນ ແລະພວກເຂົາກໍປະຕິບັດຕາມ. |
| 7 |
| ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ສິ່ງທີ່ເຮົາກະທຳໃນມື້ນີ້ ຈະເຮັດໃຫ້ຊາວອິດສະຣາເອນທຸກຄົນໃຫ້ກຽດແກ່ເຈົ້າ ວ່າເຈົ້າເປັນຜູ້ຍິ່ງໃຫຍ່ຄົນໜຶ່ງ ແລະພວກເຂົາຈະຮູ້ວ່າ ເຮົາໄດ້ຢູ່ນຳເຈົ້າເໝືອນດັ່ງທີ່ໄດ້ຢູ່ນຳໂມເຊ. |
| 8 |
| ດັ່ງນັ້ນ ເຈົ້າຈົ່ງສັ່ງພວກປະໂຣຫິດທີ່ຫາມຫີບພັນທະສັນຍານັ້ນວ່າ ເມື່ອໄປຮອດແມ່ນໍ້າຈໍແດນແລ້ວ ໃຫ້ຢຸດຢູ່ໃນນໍ້າໃກ້ໆກັບຕາຝັ່ງສາກ່ອນ.” |
| 9 |
| ແລ້ວໂຢຊວຍກໍໄດ້ບອກປະຊາຊົນວ່າ, “ຈົ່ງພາກັນເຂົ້າມາພີ້ ເພື່ອຟັງຖ້ອຍຄຳທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງ. |
| 10 |
| ເມື່ອພວກເຈົ້າບຸກໜ້າເຂົ້າໄປ ພຣະອົງຈະຂັບໄລ່ຄົນເຫຼົ່ານີ້ອອກໄປ ເຊັ່ນ: ຊາວການາອານ, ຊາວຮິດຕີ, ຊາວຮີວີ, ຊາວເປຣີຊີ, ຊາວກີກາຊີ, ຊາວອາໂມ ແລະຊາວເຢບຸດ. ພວກເຈົ້າຈະໄດ້ຮູ້ວ່າ ພຣະເຈົ້າອົງຊົງຊີວິດຢູ່ສະຖິດໃນທ່າມກາງພວກເຈົ້າ; |
| 11 |
| ເມື່ອຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ຂ້າມແມ່ນໍ້າຈໍແດນໄປກ່ອນພວກເຈົ້າ. |
| 12 |
| ດັ່ງນັ້ນ ຈົ່ງຄັດເລືອກເອົາສິບສອງຄົນຈາກເຜົ່າອິດສະຣາເອນ ຄືເຜົ່າລະຄົນ. |
| 13 |
| ເມື່ອພວກປະໂຣຫິດ ຜູ້ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ແຫ່ງແຜ່ນດິນໂລກ ຈຸ່ມຕີນລົງໃນແມ່ນໍ້າຈໍແດນ ແລະແມ່ນໍ້າຈໍແດນທີ່ໄຫລລົງມາແຕ່ທາງເໜືອກໍຈະຢຸດໄຫລໂຮມກັນຢູ່ບ່ອນດຽວ.” |
| 14 |
| ເວລານັ້ນເປັນລະດູເກັບກ່ຽວ ແລະນໍ້າໄດ້ລົ້ນຖ້ວມຕາຝັ່ງ. ເມື່ອປະຊາຊົນໄດ້ອອກໄປຈາກຄ້າຍພັກເພື່ອຈະຂ້າມແມ່ນໍ້າຈໍແດນ ພວກປະໂຣຫິດທີ່ຫາມຫີບພັນທະສັນຍາໄດ້ອອກໄປກ່ອນໜ້າພວກເຂົາ. ພໍພວກປະໂຣຫິດຈຸ່ມຕີນລົງໃນນໍ້າ |
| 15 |
| 16 |
| ທັນໃດນັ້ນ ນໍ້າທີ່ໄຫລມາຈາກທາງເໜືອກໍຢຸດໄຫລແລະໂຮມເຂົ້າກັນທີ່ເມືອງອາດາມ ຢູ່ໃກ້ກັບເມືອງຊາເຣທານ ສາຍນໍ້າທີ່ໄຫລລົງສູ່ທະເລຕາຍຖືກຕັດຂາດໝົດກ້ຽງ ແລະປະຊາຊົນຈຶ່ງສາມາດຂ້າມນໍ້າໄປໃກ້ກັບເມືອງເຢຣິໂກໄດ້. |
| 17 |
| ໃນຂະນະທີ່ພວກເຂົາຍ່າງຂ້າມດິນແຫ້ງໄປນັ້ນ ພວກປະໂຣຫິດທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ກໍຢືນຢູ່ເທິງດິນແຫ້ງກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນທຸກຄົນຂ້າມໄປຫວິດໝົດແລ້ວ. |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/joshua/003.mp3
24
3