|
| 1 |
|
| ເມື່ອປະຊາຊົນອິດສະຣາເອນທຸກຄົນໄດ້ຂ້າມແມ່ນໍ້າຈໍແດນໄປໝົດແລ້ວ ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, |
|
| 2 |
|
| “ຈົ່ງເລືອກເອົາຊາຍສິບສອງຄົນຄືເຜົ່າລະຄົນ |
|
| 3 |
|
| ແລະສັ່ງພວກເຂົາໃຫ້ຍົກເອົາຫີນສິບສອງກ້ອນຈາກແມ່ນໍ້າຈໍແດນ ໃນບ່ອນທີ່ພວກປະໂຣຫິດຢືນຢູ່ນັ້ນ ແລະຂົນໄປວາງໄວ້ໃນບ່ອນທີ່ເຈົ້າຈະຕັ້ງຄ້າຍພັກຄືນນີ້.” |
|
| 4 |
|
| ດັ່ງນັ້ນ ໂຢຊວຍຈຶ່ງເອີ້ນເອົາສິບສອງຄົນທີ່ເພິ່ນໄດ້ເລືອກນັ້ນມາ ແລະບອກພວກເຂົາວ່າ, “ຈົ່ງໄປທີ່ແມ່ນໍ້າຈໍແດນ ທາງດ້ານໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ໃຫ້ແຕ່ລະຄົນໃນພວກເຈົ້າແບກເອົາຫີນໜຶ່ງກ້ອນ ຄືກ້ອນໜຶ່ງສຳລັບເຜົ່າໜຶ່ງຂອງຊາດອິດສະຣາເອນ. |
|
| 5 |
|
|
|
| 6 |
|
| ກ້ອນຫີນເຫຼົ່ານີ້ຈະເປັນໝາຍສຳຄັນໃຫ້ປະຊາຊົນຮູ້ເຖິງສິ່ງທີ່ພຣະອົງໄດ້ກະທຳ ໃນພາຍຄັ້ງໜ້າ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ກ້ອນຫີນເຫຼົ່ານີ້ມີຄວາມໝາຍຢ່າງໃດຕໍ່ພວກເຈົ້າ?’ |
|
| 7 |
|
| ກໍໃຫ້ພວກເຈົ້າບອກວ່າ, ເມື່ອຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວຂ້າມແມ່ນໍ້ານັ້ນ ແມ່ນໍ້າຈໍແດນໄດ້ເຊົາໄຫລ. ກ້ອນຫີນເຫຼົ່ານີ້ຈະເປັນສິ່ງເຕືອນປະຊາຊົນອິດສະຣາເອນຢູ່ສະເໝີ ເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນ.” |
|
| 8 |
|
| ຄົນເຫຼົ່ານັ້ນກໍເຮັດຕາມຄຳສັ່ງຂອງໂຢຊວຍ. ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂຢຊວຍນັ້ນ ພວກເຂົາໄດ້ແບກເອົາຫີນສິບສອງກ້ອນຈາກກາງແມ່ນໍ້າຈໍແດນ ຄືກ້ອນໜຶ່ງສຳລັບເຜົ່າໜຶ່ງຂອງຊາດອິດສະຣາເອນ ນຳໄປວາງໄວ້ໃນບ່ອນທີ່ພວກເຂົາຕັ້ງຄ້າຍພັກ. |
|
| 9 |
|
| ແລ້ວໂຢຊວຍກໍຍັງໄດ້ຕັ້ງຫີນອື່ນອີກສິບສອງກ້ອນ ໄວ້ທີ່ກາງແມ່ນໍ້າຈໍແດນ ໃນບ່ອນທີ່ພວກປະໂຣຫິດຫາມຫີບພັນທະສັນຍາຢືນຢູ່ນັ້ນ. (ຫີນນັ້ນຍັງມີຢູ່ຈົນເຖິງທຸກວັນນີ້.) |
|
| 10 |
|
| ພວກປະໂຣຫິດຢືນຢູ່ໃນກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນກະທຳທຸກສິ່ງສຳເລັດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງພວກເຂົາຜ່ານທາງໂຢຊວຍ. ເລື່ອງນີ້ແມ່ນສິ່ງທີ່ໂມເຊໄດ້ສັ່ງໄວ້. ປະຊາຊົນຈຶ່ງຟ້າວຂ້າມແມ່ນໍ້າໄປ. |
|
| 11 |
|
| ເມື່ອທຸກຄົນໄດ້ຂ້າມໄປເຖິງຝັ່ງໝົດແລ້ວ ພວກປະໂຣຫິດພ້ອມດ້ວຍຫີບຂອງພຣະເຈົ້າຢາເວ ກໍອອກນຳໜ້າປະຊາຊົນໄປ. |
|
| 12 |
|
| ສ່ວນພວກຜູ້ຊາຍໃນເຜົ່າຣູເບັນ, ເຜົ່າກາດ ແລະເຜົ່າມານາເຊເຄິ່ງເຜົ່າທີ່ຕຽມພ້ອມໃນການສູ້ຮົບ ກໍໄດ້ຂ້າມແມ່ນໍ້າໄປກ່ອນໝູ່ຕາມທີ່ໂມເຊໄດ້ສັ່ງ. |
|
| 13 |
|
| ຊ້ອງໜ້າພຣະເຈົ້າຢາເວ ມີຊາຍທັງໝົດປະມານສີ່ສິບພັນຄົນທີ່ຕຽມພ້ອມເຮັດເສິກ ໄດ້ຂ້າມໄປສູ່ທົ່ງຮາບພຽງໃກ້ເມືອງເຢຣິໂກ. |
|
| 14 |
|
| ສິ່ງທີ່ພຣະເຈົ້າຢາເວໄດ້ກະທຳໃນມື້ນັ້ນ ເຮັດໃຫ້ຊາວອິດສະຣາເອນຖືໂຢຊວຍເປັນຜູ້ຍິ່ງໃຫຍ່ຄົນໜຶ່ງ. ພວກເຂົາໃຫ້ກຽດໂຢຊວຍຕະຫລອດຊົ່ວຊີວິດຂອງເພິ່ນ ເໝືອນດັ່ງທີ່ພວກເຂົາໄດ້ໃຫ້ກຽດໂມເຊ. |
|
| 15 |
|
| ແລ້ວພຣະເຈົ້າຢາເວກໍໄດ້ບອກໂຢຊວຍ |
|
| 16 |
|
| ໃຫ້ສັ່ງພວກປະໂຣຫິດທີ່ຫາມຫີບພັນທະສັນຍານັ້ນ ຂຶ້ນມາຈາກແມ່ນໍ້າຈໍແດນ. |
|
| 17 |
|
| ໂຢຊວຍກໍໄດ້ປະຕິບັດຕາມ. |
|
| 18 |
|
| ເມື່ອພວກປະໂຣຫິດທີ່ໄດ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວໄດ້ຂຶ້ນມາຮອດຕາຝັ່ງແລ້ວ ນໍ້າກໍໄດ້ໄຫລເຂົ້າກັນຖ້ວມເຕັມຕາຝັ່ງອີກຄືເກົ່າ. |
|
| 19 |
|
| ໃນມື້ທີ່ປະຊາຊົນໄດ້ຂ້າມແມ່ນໍ້ານັ້ນ ເປັນມື້ທີສິບຂອງເດືອນທີໜຶ່ງ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ກິນການ ຊຶ່ງຢູ່ທາງທິດຕາເວັນອອກຂອງເມືອງເຢຣິໂກ. |
|
| 20 |
|
| ສ່ວນໂຢຊວຍກໍໄດ້ເອົາຫີນສິບສອງກ້ອນ ທີ່ນຳຂຶ້ນມາແຕ່ແມ່ນໍ້າຈໍແດນຕັ້ງໄວ້ຢູ່ທີ່ນັ້ນ. |
|
| 21 |
|
| ເພິ່ນໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, “ໃນອະນາຄົດເມື່ອພວກລູກຫລານຖາມວ່າຫີນນີ້ໝາຍເຖິງຫຍັງ? |
|
| 22 |
|
| ໃຫ້ພວກເຈົ້າບອກພວກເຂົາເຖິງເວລາທີ່ຊາວອິດສະຣາເອນ ໄດ້ຂ້າມແມ່ນໍ້າຈໍແດນເທິງພື້ນດິນແຫ້ງ. |
|
| 23 |
|
| ໃຫ້ບອກພວກເຂົາວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ແມ່ນໍ້າຈໍແດນແຫ້ງສຳລັບພວກເຈົ້າ ຈົນກວ່າພວກເຈົ້າທຸກໆຄົນຂ້າມໄປໄດ້ໝົດ ເໝືອນດັ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ນໍ້າທະເລແດງແຫ້ງລົງສຳລັບພວກເຮົາ. |
|
| 24 |
|
| ເພາະເລື່ອງນີ້ທຸກໆຄົນທີ່ເທິງແຜ່ນດິນໂລກຈະຮູ້ວ່າ ພຣະຫັດຂອງພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ເທົ່າໃດ ແລະພວກເຈົ້າກໍຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສືບໄປ.” |
|
|
|
|