|
| 1 |
|
| ແຕ່ຊາວອິດສະຣາເອນໄດ້ລະເມີດໃນສິ່ງຂອງທີ່ຕ້ອງຖວາຍນັ້ນຄື: ອາການເປັນລູກຂອງການໝີ ຫລານຊາຍຂອງຊັບດີ ແລະຄົນໃນຕະກຸນເຊຣາເຜົ່າຢູດາໄດ້ເອົາສິ່ງຂອງທີ່ຕ້ອງຖວາຍນັ້ນໄປເປັນຂອງຕົນ; ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາວອິດສະຣາເອນຢ່າງໜັກ. |
|
| 2 |
|
| ໂຢຊວຍໄດ້ສົ່ງບາງຄົນຈາກເມືອງເຢຣິໂກໄປທີ່ເມືອງອາອີ ຊຶ່ງຢູ່ທາງທິດຕາເວັນອອກຂອງເບັດເອນໃກ້ກັບເມືອງເບັດອາເວນ. ໂຢຊວຍໄດ້ສັ່ງພວກເຂົາໄປສຳຫລວດເບິ່ງດິນແດນ. ເມື່ອພວກເຂົາໄປສຳຫລວດເບິ່ງແລ້ວ |
|
| 3 |
|
| ກໍໄດ້ກັບມາລາຍງານໂຢຊວຍວ່າ, “ບໍ່ຈຳເປັນຈະສົ່ງທຸກໆຄົນໄປຕີເອົາເມືອງອາອີ. ໃຫ້ສົ່ງພຽງແຕ່ສອງຫລືສາມພັນຄົນເທົ່ານັ້ນໄປກໍພໍ. ຢ່າສົ່ງກອງທັບທັງໝົດຂຶ້ນໄປສູ້ຮົບໃນທີ່ນັ້ນ ເພາະເມືອງອາອີນີ້ບໍ່ເປັນເມືອງໃຫຍ່.” |
|
| 4 |
|
| ດັ່ງນັ້ນ ຊາວອິດສະຣາເອນປະມານສາມພັນຄົນຈຶ່ງໄດ້ອອກໄປບຸກໂຈມຕີ ແຕ່ພວກເຂົາໄດ້ຖືກຕີຄືນໃຫ້ແຕກຖອຍໜີມາ. |
|
| 5 |
|
| ຊາວເມືອງອາອີໄດ້ຂັບໄລ່ຊາວອິດສະຣາເອນຈາກປະຕູເມືອງ ໃຫ້ຖອຍໜີໄປຈົນເຖິງເຊບາຣິມ ແລະຂ້າພວກເຂົາຕາມເນີນພູ ປະມານ 36 ຄົນ. ເມື່ອເຫັນເປັນເຊັ່ນນີ້ ພວກອິດສະຣາເອນຈຶ່ງເສຍຂວັນແລະຢ້ານກົວ. |
|
| 6 |
|
| ໂຢຊວຍແລະພວກຜູ້ນຳຂອງຊາດອິດສະຣາເອນ ຕ່າງກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມເປັນທຸກໃຈ ແລະໝູບໜ້າກັບພື້ນດິນຕໍ່ໜ້າຫີບຂອງພຣະເຈົ້າຢາເວ. ພວກເຂົາໝູບຢູ່ຢ່າງນີ້ ຕັ້ງແຕ່ເຊົ້າຈົນຄໍ່າ ພ້ອມທັງເອົາຂີ້ຝຸ່ນດິນໂຮຍໃສ່ເທິງຫົວຕົນເອງ ເພື່ອສະແດງເຖິງຄວາມໂສກເສົ້າຂອງພວກເຂົາ. |
|
| 7 |
|
| ແລ້ວໂຢຊວຍກໍກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ດ້ວຍເຫດໃດພຣະອົງຈຶ່ງໄດ້ນຳພວກຂ້ານ້ອຍຂ້າມແມ່ນໍ້າຈໍແດນມາທີ່ນີ້? ກໍເພື່ອມອບພວກຂ້ານ້ອຍໃຫ້ແກ່ຊາວອາໂມ ຊັ້ນບໍ? ເປັນຫຍັງຈຶ່ງບໍ່ໃຫ້ພວກຂ້ານ້ອຍ ຢູ່ຟາກແມ່ນໍ້າຈໍແດນເບື້ອງນັ້ນພຸ້ນ? |
|
| 8 |
|
| ຂ້າແດ່ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍກ່າວຫຍັງໄດ້ແດ່? ບັດນີ້ ຈະໃຫ້ຊາວອິດສະຣາເອນປົບໜີຕໍ່ໜ້າເຫຼົ່າສັດຕູຂອງພວກເຂົາ ຊັ້ນບໍ? |
|
| 9 |
|
| ຊາວການາອານແລະພວກອື່ນໆທົ່ວທັງດິນແດນຈະຮູ້ເຖິງເລື່ອງນີ້. ພວກເຂົາຈະພາກັນມາປິດລ້ອມພວກຂ້ານ້ອຍໄວ້ ແລະສັງຫານພວກຂ້ານ້ອຍທຸກໆຄົນຖິ້ມ; ແລ້ວພຣະອົງຈະກະທຳຢ່າງໃດ ເພື່ອຮັກສາກຽດສັກສີຂອງພຣະອົງໄວ້?” |
|
| 10 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ຈົ່ງລຸກຂຶ້ນ ເປັນຫຍັງເຈົ້າຈຶ່ງໝູບໜ້າຢູ່ຢ່າງນີ້? |
|
| 11 |
|
| ຊາດອິດສະຣາເອນໄດ້ເຮັດບາບ ພວກເຂົາໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ຖືຮັກສາ. ພວກເຂົາໄດ້ເອົາບາງສິ່ງບາງຢ່າງທີ່ຕ້ອງຖືກທຳລາຍນັ້ນ. ພວກເຂົາໄດ້ລັກເອົາມາແລະອຳໄວ້ ແລ້ວເອົາສິ່ງເຫຼົ່ານີ້ລວມເຂົ້າກັບສິ່ງຂອງຂອງຕົນເອງ. |
|
| 12 |
|
| ດ້ວຍເຫດນີ້ ຊາວອິດສະຣາເອນຈຶ່ງສູ້ຮົບເຫຼົ່າສັດຕູຂອງພວກເຂົາບໍ່ໄດ້. ພວກເຂົາຖືກຕີໃຫ້ຖອຍໜີໄປ ກໍຍ້ອນວ່າພວກເຂົາເປັນຝ່າຍທີ່ຕ້ອງຖືກທຳລາຍ ເຮົາຈະບໍ່ຢູ່ກັບພວກເຈົ້າຕໍ່ໄປ ຈົນກວ່າພວກເຈົ້າຈະທຳລາຍສິ່ງທີ່ເຮົາຫ້າມບໍ່ໃຫ້ເອົານັ້ນ. |
|
| 13 |
|
| ຈົ່ງລຸກຂຶ້ນ ໄປເຮັດພິທີຊຳລະປະຊາຊົນໃຫ້ບໍຣິສຸດ ແລະຕຽມພວກເຂົາໃຫ້ພ້ອມທີ່ຈະເຂົ້າມາພົບເຮົາ. ຈົ່ງບອກພວກເຂົາໃຫ້ຕຽມພ້ອມໃນມື້ອື່ນ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້, ‘ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລັກເອົາບາງສິ່ງບາງຢ່າງທີ່ເຮົາໄດ້ສັ່ງໃຫ້ທຳລາຍນັ້ນ ມາເປັນຂອງຕົນ ພວກເຈົ້າຈະສູ້ຮົບເຫຼົ່າສັດຕູບໍ່ໄດ້ ຈົນກວ່າພວກເຈົ້າຈະທຳລາຍສິ່ງເຫຼົ່ານັ້ນເສຍ.’ |
|
| 14 |
|
| ສະນັ້ນ ຈົ່ງບອກພວກເຂົາວ່າໃນມື້ອື່ນເຊົ້າ ພວກເຂົາຈະຖືກນຳອອກມາຂ້າງໜ້າ ເປັນເຜົ່າ. ຖ້າພຣະເຈົ້າຢາເວຄັດເອົາເຜົ່າໃດແລ້ວ ໃຫ້ຄົນໃນເຜົ່ານັ້ນເຂົ້າມາເປັນຕະກຸນ. ຖ້າພຣະເຈົ້າຢາເວຄັດເອົາຕະກຸນໃດແລ້ວ ໃຫ້ຄົນໃນຕະກຸນນັ້ນເຂົ້າມາເປັນຄອບຄົວ. ຖ້າພຣະເຈົ້າຢາເວຄັດເອົາຄອບຄົວໃດແລ້ວ ໃຫ້ຄົນໃນຄອບຄົວນັ້ນອອກມາຂ້າງໜ້າເທື່ອລະຄົນ. |
|
| 15 |
|
| ຜູ້ໃດທີ່ຖືກຈັບໄດ້ພ້ອມກັບສິ່ງຂອງທີ່ຕ້ອງຖືກທຳລາຍ ຈະຖືກເຜົາທັງເປັນພ້ອມກັບທຸກໆຄົນໃນຄອບຄົວຂອງລາວ ແລະທຸກໆສິ່ງທີ່ເປັນຂອງລາວ. ດ້ວຍວ່າ, ລາວໄດ້ນຳເອົາຄວາມອັບອາຍອັນໃຫຍ່ຫລວງມາສູ່ຊາດອິດສະຣາເອນ ແລະທັງໄດ້ລະເມີດພັນທະສັນຍາຂອງພຣະເຈົ້າຢາເວ.” |
|
| 16 |
|
| ວັນໃໝ່ມາແຕ່ເດິກໆ ໂຢຊວຍໄດ້ນຳເອົາຊາວອິດສະຣາເອນແຕ່ລະເຜົ່າໄປຂ້າງໜ້າ ແລະເຜົ່າຢູດາເປັນເຜົ່າທີ່ຖືກເລືອກ. |
|
| 17 |
|
| ເພິ່ນໄດ້ນຳເອົາເຜົ່າຢູດາໄປຂ້າງໜ້າ ແລະຕະກຸນເຊຣາໄດ້ຖືກເລືອກ; ແລ້ວເພິ່ນກໍໄດ້ນຳເອົາຕະກຸນເຊຣາໄປຂ້າງໜ້າແຕ່ລະຄອບຄົວ ແລະຄອບຄົວຊັບດີໄດ້ຖືກເລືອກ. |
|
| 18 |
|
| ເພິ່ນໄດ້ເອົາຄອບຄົວຊັບດີໄປຂ້າງໜ້າແຕ່ລະຄົນ; ແລະອາການລູກຊາຍຂອງການໝີ, ຫລານຊາຍຂອງຊັບດີຕະກຸນເຊຣາເຜົ່າຢູດາກໍຖືກເລືອກ. |
|
| 19 |
|
| ສະນັ້ນ ໂຢຊວຍຈຶ່ງໄດ້ກ່າວແກ່ອາການວ່າ, “ລູກເອີຍ ຂໍໃຫ້ເຈົ້າຈົ່ງຖວາຍສະຫງ່າຣາສີຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ແລະສາລະພາບຜິດບາບຕໍ່ພຣະອົງສາ. ຈົ່ງບອກເຮົາມາດຽວນີ້ວ່າເຈົ້າໄດ້ເຮັດຫຍັງແດ່? ຢ່າພະຍາຍາມປິດບັງເຮົາເລີຍ.” |
|
| 20 |
|
| ອາການຕອບວ່າ, “ເປັນຄວາມຈິງແທ້ ທີ່ຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ແລະຂ້ານ້ອຍໄດ້ເຮັດສິ່ງດັ່ງຕໍ່ໄປນີ້: |
|
| 21 |
|
| ໃນຈຳນວນສິ່ງຂອງທີ່ພວກເຮົາຢຶດມາໄດ້ນັ້ນ ຂ້ານ້ອຍໄດ້ເຫັນເສື້ອຄຸມງາມໂຕໜຶ່ງຂອງຊາວບາບີໂລນ ແລະເງິນໜັກປະມານສອງກິໂລກຼາມ ແລະຄຳແທ່ງໜຶ່ງໜັກກວ່າເຄິ່ງກິໂລກຼາມ. ຂ້ານ້ອຍຢາກໄດ້ສິ່ງເຫຼົ່ານັ້ນຫລາຍ ເລີຍໄດ້ເຊື່ອງເອົາໄວ້ ທ່ານຈະພົບສິ່ງເຫຼົ່ານັ້ນ ຝັງໄວ້ຢູ່ໃຕ້ພື້ນດິນໃນຜ້າເຕັນຂອງຂ້ານ້ອຍ ສ່ວນເງິນແມ່ນຢູ່ກ້ອງລຸ່ມນັ້ນ.” |
|
| 22 |
|
| ດັ່ງນັ້ນ ໂຢຊວຍຈຶ່ງໃຊ້ຄົນແລ່ນໄປເບິ່ງໃນຜ້າເຕັນ ແລະພົບສິ່ງຂອງດັ່ງກ່າວນັ້ນພ້ອມກັບເງິນຝັງໄວ້ໃນຜ້າເຕັນແທ້. |
|
| 23 |
|
| ພວກເຂົາຈຶ່ງນຳເອົາສິ່ງຂອງເຫຼົ່ານັ້ນ ອອກມາຈາກຜ້າເຕັນ ໃຫ້ໂຢຊວຍແລະຊາວອິດສະຣາເອນທັງໝົດເບິ່ງ ແລ້ວວາງສິ່ງຂອງນັ້ນລົງຕໍ່ໜ້າພຣະເຈົ້າຢາເວ. |
|
| 24 |
|
| ໂຢຊວຍແລະຊາວອິດສະຣາເອນທຸກຄົນ ຈຶ່ງໄດ້ຈັບອາການຕະກຸນເຊຣາພ້ອມທັງຢຶດເອົາເງິນ, ເສື້ອຄຸມ, ແທ່ງຄຳ, ຕະຫລອດທັງລູກຊາຍຍິງ, ຝູງສັດ, ລໍ, ແກະ, ຜ້າເຕັນ ແລະສິ່ງອື່ນໆອີກທຸກຢ່າງທີ່ລາວມີ ແລະພວກເຂົາໄດ້ນຳໄປທີ່ຮ່ອມພູອາໂຄ. |
|
| 25 |
|
| ໂຢຊວຍໄດ້ກ່າວວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ເຮັດໃຫ້ພວກເຮົາເດືອດຮ້ອນຢ່າງນີ້? ບັດນີ້ພຣະເຈົ້າຢາເວຈະເຮັດໃຫ້ເຈົ້າເດືອດຮ້ອນ.” ພໍກ່າວສຸດແລ້ວ ທຸກຄົນກໍແກວ່ງກ້ອນຫີນໃສ່ອາການຈົນຕາຍ; ພວກເຂົາຍັງໄດ້ແກວ່ງກ້ອນຫີນໃສ່ຄົນໃນຄອບຄົວຂອງລາວ ແລະຈູດພວກເຂົາຕະຫລອດທັງທຸກສິ່ງທີ່ພວກເຂົາມີ. |
|
| 26 |
|
| ຫລັງຈາກນັ້ນ ພວກເຂົາກໍເອົາຫີນມາເຮັດເປັນກອງໃຫຍ່ຖົມລາວໄວ້ ຊຶ່ງຍັງມີຢູ່ເທົ່າທຸກວັນນີ້. ດັ່ງນັ້ນ ບ່ອນນີ້ຈົ່ງເອີ້ນວ່າ ຮ່ອມພູອາໂຄ. ແລ້ວພຣະເຈົ້າຢາເວກໍບໍ່ໄດ້ໂກດຮ້າຍອີກຕໍ່ໄປ. |
|
|
|
|