×

Lao ພຣະຄຳພີສັກສິ 2012

ໂຢຊວຍ 8

1
ພຣະເຈົ້າຢາເວ​ໄດ້​ສັ່ງ​ໂຢຊວຍ​ວ່າ, “ຈົ່ງ​ນຳ​ເອົາ​ທະຫານ​ທັງໝົດ​ຂຶ້ນ​ໄປ​ສູ່​ເມືອງ​ອາອີ. ຢ່າຢ້ານ​ຫລື​ທໍ້ຖອຍ​ໃຈ​ເລີຍ. ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ​ກະສັດ​ແຫ່ງ​ອາອີ, ປະຊາຊົນ, ເມືອງ ຕະຫລອດ​ທັງ​ດິນແດນ​ຂອງ​ລາວ​ດ້ວຍ.
2
ເຈົ້າ​ຈົ່ງ​ເຮັດ​ຕໍ່​ເມືອງ​ອາອີ​ແລະ​ກະສັດ​ຂອງ​ເມືອງ​ນີ້ ເໝືອນດັ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ກະສັດ​ຂອງ​ເມືອງ​ນັ້ນ. ແຕ່​ໃນຄັ້ງນີ້ ໃຫ້​ພວກເຈົ້າ​ເອົາ​ສິ່ງຂອງ ແລະ​ຝູງສັດ​ມາ​ເປັນ​ຂອງ​ພວກເຈົ້າ​ໄດ້. ຈົ່ງ​ຕຽມ​ໂຈມຕີ​ເມືອງ​ທາງ​ດ້ານຫລັງ ໂດຍ​ບໍ່​ໃຫ້​ພວກເຂົາ​ຮູ້ຕົວ.”
3
ດັ່ງນັ້ນ ໂຢຊວຍ​ຈຶ່ງ​ຕຽມ​ເອົາ​ທະຫານ​ທັງໝົດ​ໄປ​ໂຈມຕີ​ເມືອງ​ອາອີ. ເພິ່ນ​ໄດ້​ເລືອກ​ເອົາ​ທະຫານ​ທີ່​ເກັ່ງກ້າ​ສາມ​ໝື່ນ​ຄົນ ແລະ​ໃຫ້​ເຄື່ອນທັບ​ໄປ​ໃນ​ຕອນ​ກາງຄືນ
4
ໂດຍ​ໄດ້​ສັ່ງ​ວ່າ, “ຈົ່ງ​ລີ້​ຢູ່​ທາງ​ດ້ານຫລັງ​ຂອງ​ຕົວເມືອງ ແຕ່​ຢ່າ​ໃຫ້​ໄກ​ຈາກ​ຕົວເມືອງ​ຫລາຍ ແລ້ວ​ໃຫ້​ພາກັນ​ຕຽມພ້ອມ​ເຂົ້າ​ໂຈມຕີ.
5
ສ່ວນ​ຂ້ອຍ​ເອງ​ກັບ​ທະຫານ​ທີ່​ໄປ​ນຳ​ຂ້ອຍ​ຈະ​ເຂົ້າ​ໄປ​ໃກ້​ຕົວເມືອງ. ພໍ​ເມື່ອ​ກອງທັບ​ຂອງ​ຊາວ​ອາອີ​ອອກ​ມາ​ໂຈມຕີ ພວກເຮົາ​ຈະ​ຖອຍໜີ​ດັ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ມາ​ໃນ​ຄັ້ງ​ທຳອິດ​ນັ້ນ.
6
ພວກເຮົາ​ຈະ​ລໍ້​ພວກເຂົາ​ໃຫ້​ໄລ່​ຕິດຕາມ​ພວກເຮົາ​ອອກ​ໄປ​ໄກ​ຈາກ​ຕົວເມືອງ. ພວກເຂົາ​ຈະ​ຕ້ອງ​ຄິດ​ວ່າ ພວກເຮົາ​ປົບໜີໄປ​ດັ່ງ​ເທື່ອ​ກ່ອນ.
7
ແລ້ວ​ໃຫ້​ພວກເຈົ້າ​ອອກ​ມາ​ຈາກ​ບ່ອນ​ລີ້ ແລະ​ເຂົ້າ​ຢຶດຄອງ​ຕົວເມືອງ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຍົກ​ເມືອງ​ນີ້​ໃຫ້​ພວກເຈົ້າ.
8
ຫລັງຈາກ​ຢຶດຄອງ​ເມືອງ​ແລ້ວ ໃຫ້​ຈູດ​ເມືອງ​ຖິ້ມ​ໂລດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.”
9
ດັ່ງນັ້ນ ໂຢຊວຍ​ຈຶ່ງ​ຍົກທັບ​ອອກ​ໄປ ແລະ​ພວກ​ທະຫານ​ກໍໄດ້​ໄປ​ລີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ​ອາອີ ລະຫວ່າງ​ເມືອງ​ອາອີ​ກັບ​ເມືອງ​ເບັດເອນ. ສ່ວນ​ໂຢຊວຍ​ນັ້ນ​ໄດ້​ຄ້າງຄືນ​ຢູ່​ໃນ​ຄ້າຍພັກ.
10
ຕອນ​ເຊົ້າ​ແຕ່​ເດິກໆ ໂຢຊວຍ​ໄດ້​ລຸກ​ຂຶ້ນ​ແລະ​ເອີ້ນ​ບັນດາ​ທະຫານ​ມາ​ປະຊຸມ. ແລ້ວ​ເພິ່ນ​ເອງ​ແລະ​ພວກຜູ້ນຳ​ຊາດ​ອິດສະຣາເອນ ກໍໄດ້​ຍົກທັບ​ໄປ​ສູ່​ເມືອງ​ອາອີ.
11
ພວກ​ທະຫານ​ທີ່​ໄປ​ກັບ​ເພິ່ນ​ນັ້ນ ໄດ້​ມຸ້ງໜ້າ​ໄປ​ສູ່​ປະຕູ​ເມືອງ​ແລະ​ຕັ້ງ​ຄ້າຍພັກ​ຢູ່​ທາງ​ດ້ານ​ເໜືອ ບ່ອນ​ທີ່​ມີ​ຮ່ອມ​ພູ​ຂັ້ນ​ລະຫວ່າງ​ພວກເຂົາ​ແລະ​ເມືອງ​ອາອີ.
12
ເພິ່ນ​ໄດ້​ນຳ​ເອົາ​ທະຫານ​ປະມານ​ຫ້າພັນ​ຄົນ ໄປ​ລີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ ລະຫວ່າງ​ເມືອງ​ອາອີ​ແລະ​ເມືອງ​ເບັດເອນ.
13
ພວກ​ທະຫານ​ໄດ້​ຈັດຕຽມ​ການ​ສູ້ຮົບ​ດັ່ງນີ້: ຄ້າຍ​ໃຫຍ່​ໃຫ້​ຕັ້ງ​ຢູ່​ທາງ​ດ້ານເໜືອ​ຂອງ​ເມືອງ ແລະ​ນອກນັ້ນ​ໃຫ້​ຢູ່​ທາງດ້ານ​ຕາເວັນອອກ. ສ່ວນ​ໂຢຊວຍ​ນັ້ນ​ໄດ້​ຄ້າງຄືນ​ຢູ່​ໃນ​ຮ່ອມ​ພູ.
14
ເມື່ອ​ກະສັດ​ເມືອງ​ອາອີ​ໄດ້​ເຫັນ​ທະຫານ​ຂອງ​ໂຢຊວຍ ເພິ່ນ​ກໍ​ລະດົມພົນ​ທັນທີ ເພິ່ນ​ພ້ອມ​ທະຫານ​ທັງໝົດ​ຟ້າວ​ອອກ​ໄປ​ສູ່​ຮ່ອມພູ​ຈໍແດນ ເພື່ອ​ຕໍ່ສູ້​ພວກ​ອິດສະຣາເອນ​ໃນ​ບ່ອນ​ເກົ່າ ທີ່​ເຄີຍ​ໄດ້​ສູ້ຮົບ​ມາ​ແລ້ວ ໂດຍ​ບໍ່​ຮູ້​ວ່າ​ຕົນ​ຈະ​ຖືກ​ຫລອນ​ໂຈມຕີ​ທາງ​ດ້ານຫລັງ.
15
ໂຢຊວຍ​ແລະ​ທະຫານ​ໄດ້​ທຳທ່າ​ຖອຍຄືນ ໂດຍ​ປົບໜີໄປ​ທາງຖິ່ນ​ແຫ້ງແລ້ງ​ກັນດານ.
16
ຝ່າຍ​ຜູ້ຊາຍ​ຢູ່​ໃນ​ເມືອງ​ທຸກຄົນ​ກໍ​ໄລ່ຕາມ​ໄປ ແລະ​ໃນ​ຂະນະທີ່​ພວກເຂົາ​ໄລ່ຕາມ​ໂຢຊວຍ​ໄປ​ນັ້ນ ພວກເຂົາ​ກໍ​ຫ່າງ​ຈາກ​ຕົວເມືອງ​ອອກ​ໄປ​ເລື້ອຍໆ.
17
ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ອາອີ ໄດ້​ອອກ​ໄລ່ຕາມ​ພວກ​ອິດສະຣາເອນ​ໄປ ແລະ​ປ່ອຍ​ໃຫ້​ຕົວເມືອງ​ເປີດ​ປະໄວ້​ຢ່າງ​ບໍ່ມີ​ໃຜ​ປ້ອງກັນ.
18
ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຈົ່ງ​ເອົາ​ຫອກ​ຂອງ​ເຈົ້າ​ຊີ້​ໄປ​ທາງ​ເມືອງ​ອາອີ ເຮົາ​ກຳລັງ​ມອບ​ເມືອງ​ອາອີ​ໃຫ້​ເຈົ້າ.” ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ
19
ແລະ​ພໍ​ໂຢຊວຍ​ຍົກ​ມື​ຂຶ້ນ ພວກ​ທີ່​ໄດ້​ລີ້​ຢູ່​ນັ້ນ​ກໍ​ຟ້າວ​ແລ່ນ​ອອກ​ມາ​ຢ່າງ​ວ່ອງໄວ ແລະ​ເຂົ້າ​ຢຶດຄອງ​ເມືອງ​ທັນທີ. ພວກເຂົາ​ຈູດ​ເມືອງ​ຖິ້ມ​ທັນໃດໂລດ.
20
ເມື່ອ​ຊາວ​ເມືອງ​ອາອີ​ຫລຽວ​ຄືນ​ຫລັງ ເຫັນ​ຄວັນໄຟ​ຟົ້ງ​ຂຶ້ນ​ສູ່​ທ້ອງຟ້າ ພວກເຂົາ​ກໍ​ບໍ່ມີ​ຊ່ອງທາງ​ທີ່​ຈະ​ປົບໜີໄປ​ໄດ້​ອີກ​ແລ້ວ ເພາະ​ພວກ​ອິດສະຣາເອນ​ທີ່​ກຳລັງ​ແລ່ນ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັດນີ້ ໄດ້​ຫັນໜ້າ​ມາ​ໂຈມຕີ​ພວກເຂົາ​ຄືນ.
21
ເມື່ອ​ໂຢຊວຍ​ກັບ​ຄົນ​ຂອງ​ເພິ່ນ​ເຫັນ​ວ່າ ທະຫານ​ອິດສະຣາເອນ​ໄດ້​ຢຶດຄອງ​ເມືອງ​ແລະ​ຈູດ​ເມືອງ​ແລ້ວ ພວກເຂົາ​ກໍ​ຫັນ​ມາ​ເລີ່ມ​ຂ້າ​ພວກ​ຜູ້ຊາຍ​ອາອີ.
22
ບັດນີ້ ພວກ​ອິດສະຣາເອນ​ທີ່​ຢູ່​ໃນ​ເມືອງ​ກໍໄດ້​ອອກ​ມາ​ສົມທົບ​ສູ້ຮົບ. ສະນັ້ນ ພວກ​ອາອີ​ຈຶ່ງ​ຖືກ​ປິດລ້ອມ​ໄວ້​ຢ່າງ​ສິ້ນເຊີງ ແລະ​ພວກ​ອິດສະຣາເອນ​ໄດ້​ຂ້າ​ພວກເຂົາ​ຖິ້ມ ໂດຍ​ບໍ່ມີ​ຜູ້ໃດ​ໜີ​ພົ້ນ​ແລະ​ລອດຊີວິດ​ໄປ​ໄດ້
23
ນອກຈາກ​ກະສັດ​ແຫ່ງ​ອາອີ​ເທົ່ານັ້ນ​ທີ່​ພວກເຂົາ​ໄລ່​ຈັບ​ໄດ້ ແລະ​ນຳ​ຕົວ​ມາ​ຫາ​ໂຢຊວຍ.
24
ພວກ​ອິດສະຣາເອນ​ໄດ້​ຂ້າ​ສັດຕູ​ທຸກຄົນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ພວກເຂົາ​ໄດ້​ໄລ່​ຕິດຕາມ​ຂ້າເສິກ​ໄປ. ແລ້ວ​ພວກເຂົາ​ກໍໄດ້​ກັບຄືນ​ມາ​ທີ່​ເມືອງ​ອາອີ ແລະ​ຂ້າ​ທຸກໆ​ຄົນ​ໃນ​ເມືອງ​ຖິ້ມ.
25
ສ່ວນ​ໂຢຊວຍ​ຍັງ​ສືບຕໍ່​ຊີ້​ຫອກ​ຂອງຕົນ​ໄປ​ສູ່​ເມືອງ​ອາອີ ຈົນກວ່າ​ທຸກຄົນ​ໃນ​ເມືອງ​ຖືກ​ຂ້າ​ໝົດ. ໃນ​ມື້ນັ້ນ ຄົນ​ໃນ​ເມືອງ​ອາອີ​ທຸກຄົນ​ໄດ້​ຖືກ​ຂ້າ ຊຶ່ງ​ລວມ​ທັງ​ຊາຍ​ແລະ​ຍິງ​ທັງໝົດ​ມີ​ສິບສອງພັນ​ຄົນ.
26
27
ພວກ​ອິດສະຣາເອນ​ໄດ້​ຢຶດເອົາ​ຝູງສັດ​ແລະ​ສິ່ງຂອງ​ໃນ​ເມືອງ ມາ​ເປັນ​ຂອງຕົນ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ສັ່ງ​ໂຢຊວຍ.
28
ໂຢຊວຍ​ໄດ້​ຈູດ​ເມືອງ​ອາອີ​ແລະ​ປະ​ໃຫ້​ເປັນ​ເມືອງ​ຮ້າງ. ສະນັ້ນ ເມືອງ​ອາອີ​ຈຶ່ງ​ຍັງ​ເປັນ​ເມືອງ​ຮ້າງ​ຕະຫລອດ​ມາ​ເຖິງ​ເທົ່າ​ທຸກ​ວັນນີ້.
29
ເພິ່ນ​ໄດ້​ແຂວນ​ຄໍ​ກະສັດ​ແຫ່ງ​ອາອີ​ທີ່​ເທິງ​ຕົ້ນໄມ້ ແລະ​ປະ​ໄວ້​ຈົນ​ຮອດ​ຄໍ່າ. ພໍ​ຕາເວັນ​ຕົກ​ດິນ​ແລ້ວ ໂຢຊວຍ​ກໍ​ສັ່ງ​ໃຫ້​ຄົນ​ປົດ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ໄດ້​ໂຍນ​ສົບ​ນັ້ນ​ຖິ້ມ​ໄວ້​ທາງ​ປະຕູ​ເຂົ້າ​ເມືອງ. ພວກເຂົາ​ໄດ້​ເອົາ​ກ້ອນຫີນ​ກອງ​ຖົມ​ລາວ​ໄວ້​ເປັນ​ກອງ​ໃຫຍ່ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.
30
ຕໍ່ມາ ທີ່​ພູເຂົາ​ເອບານ ໂຢຊວຍ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.
31
ເພິ່ນ​ໄດ້​ສ້າງ​ຂຶ້ນ​ຕາມ​ແບບ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ໄດ້​ສັ່ງ​ໄວ້​ກັບ​ຊາວ​ອິດສະຣາເອນ ດັ່ງ​ທີ່​ໄດ້​ກ່າວ​ໄວ້​ຕາມ​ກົດບັນຍັດ​ຂອງ​ໂມເຊ​ວ່າ, “ແທ່ນບູຊາ​ສ້າງ​ຂຶ້ນ​ດ້ວຍ​ຫີນ​ທີ່​ບໍ່​ໃຊ້​ເຄື່ອງ​ມື​ເປັນ​ໂລຫະ​ຕັດ.” ທີ່​ເທິງ​ແທ່ນ​ນັ້ນ ພວກເຂົາ​ໄດ້​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.
32
ໃນ​ທີ່ນັ້ນ ຕໍ່ໜ້າ​ຊາວ​ອິດສະຣາເອນ ໂຢຊວຍ​ໄດ້​ຈາລຶກ​ກົດບັນຍັດ​ທີ່​ໂມເຊ​ໄດ້​ຂຽນ​ໃສ່​ໄວ້​ທີ່​ຫີນ​ນັ້ນ.
33
ຊາວ​ອິດສະຣາເອນ​ພ້ອມ​ທັງ​ພວກຜູ້ນຳ, ບັນດາ​ເຈົ້າໜ້າທີ່, ພວກ​ຜູ້ຕັດສິນ, ຕະຫລອດ​ທັງ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຂົາ ຕ່າງ​ກໍໄດ້​ຢືນ​ຢູ່​ສອງ​ຟາກ​ຂ້າງ​ຂອງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ໂດຍ​ປິ່ນ​ໜ້າ​ໃສ່​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ມີ​ໜ້າທີ່​ຫາມ​ຫີບ. ປະຊາຊົນ​ເຄິ່ງ​ໜຶ່ງ​ໄດ້​ຢືນ​ປິ່ນຫລັງ​ໃສ່​ພູເຂົາ​ເກຣີຊິມ ແລະ​ອີກ​ເຄິ່ງ​ໜຶ່ງ​ໄດ້​ຢືນ​ປິ່ນຫລັງ​ໃສ່​ພູເຂົາ​ເອບານ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຂົາ​ເຮັດ​ເຊັ່ນນີ້ ເມື່ອ​ເຖິງ​ເວລາ​ທີ່​ພວກເຂົາ​ຈະ​ຮັບ​ພອນ.
34
ແລ້ວ​ໂຢຊວຍ​ກໍໄດ້​ອ່ານ​ກົດບັນຍັດ​ທັງໝົດ​ດ້ວຍ​ສຽງດັງ ພ້ອມ​ທັງ​ອ່ານ​ຄຳອວຍພອນ​ກັບ​ຄຳສາບແຊ່ງ ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າ.
35
ໂຢຊວຍ​ໄດ້​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ທຸກ​ຂໍ້​ຢູ່​ຕໍ່ໜ້າ​ຊຸມນຸມ​ທັງໝົດ ຊຶ່ງ​ລວມທັງ​ຜູ້ຍິງ, ເດັກນ້ອຍ, ຕະຫລອດ​ທັງ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ກັບ​ພວກເຂົາ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ