|
| 1 |
|
| ໄຊຊະນະຂອງຊາວອິດສະຣາເອນ ໄດ້ຊ່າລືໄປຈົນເຖິງກະສັດທັງໝົດ ທີ່ທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ດັ່ງນີ້: ພວກທີ່ຢູ່ຕາມເນີນພູ, ຕາມຕີນພູ, ຕາມທົ່ງຮາບພຽງ ແລະຕາມຝັ່ງທະເລເມດີແຕຣາເນທາງເໜືອຈົນເຖິງເລບານອນ. ພວກນີ້ແມ່ນກະສັດຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ. |
|
| 2 |
|
| ພວກເຂົາໄດ້ມາຮ່ວມກັນ ຕໍ່ສູ້ໂຢຊວຍແລະຊາວອິດສະຣາເອນ. |
|
| 3 |
|
| ເມື່ອຊາວກີເບໂອນຜູ້ທີ່ເປັນຄົນຮີວີໄດ້ຍິນເຖິງເລື່ອງ ຊຶ່ງໂຢຊວຍໄດ້ເຮັດຕໍ່ເມືອງເຢຣິໂກແລະເມືອງອາອີ |
|
| 4 |
|
| ພວກເຂົາຈຶ່ງໄດ້ຊອກຫາວິທີໃຊ້ອຸບາຍຫລອກລວງໂຢຊວຍ. ພວກເຂົາໄດ້ນຳເອົາເຂົ້າປາອາຫານໃສ່ຖົງຂາດໆ ເອົາເຫຼົ້າອະງຸ່ນໃສ່ຖົງໜັງຂາດແລະຕາບ ແລະພາດໃສ່ຫລັງລໍ. |
|
| 5 |
|
| ພວກເຂົາໄດ້ນຸ່ງເຄື່ອງເກົ່າແລະໃສ່ເກີບຂາດທີ່ຖິ້ມແລ້ວ. ສ່ວນເຂົ້າຈີ່ທີ່ຖືໄປນຳນັ້ນກໍແຫ້ງແລະຕົກໂໝກ. |
|
| 6 |
|
| ແລ້ວພວກເຂົາກໍໄປຫາໂຢຊວຍແລະຊາວອິດສະຣາເອນ ທີ່ຄ້າຍພັກຂອງເມືອງກິນການ ແລະເວົ້າວ່າ, “ພວກຂ້ານ້ອຍເດີນທາງມາຈາກດິນແດນໄກ ແລະຢາກເຮັດຂໍ້ຕົກລົງກັບພວກທ່ານ.” |
|
| 7 |
|
| ແຕ່ຊາວອິດສະຣາເອນໄດ້ເວົ້າຕໍ່ຄົນຮີວີວ່າ, “ພວກເຈົ້າອາດຈະຢູ່ໃກ້ກັບພວກເຮົານີ້ກໍໄດ້ ດ້ວຍເຫດໃດພວກເຮົາຈຶ່ງຈະເຮັດຂໍ້ຕົກລົງກັບພວກເຈົ້າ?” |
|
| 8 |
|
| ພວກເຂົາໄດ້ກ່າວແກ່ໂຢຊວຍວ່າ, “ພວກຂ້ານ້ອຍມາຂໍຮັບໃຊ້ທ່ານ.” ໂຢຊວຍຈຶ່ງໄດ້ຖາມພວກເຂົາວ່າ, “ພວກເຈົ້າແມ່ນໃຜແລະມາຈາກໃສ?” |
|
| 9 |
|
| ແລ້ວພວກເຂົາກໍໄດ້ເລົ່າເລື່ອງໃຫ້ໂຢຊວຍຟັງວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ມາແຕ່ດິນແດນໄກທີ່ສຸດ ເພາະໄດ້ຍິນເລື່ອງກ່ຽວກັບພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ພວກຂ້ານ້ອຍໄດ້ຍິນເຖິງທຸກໆສິ່ງ ທີ່ພຣະອົງໄດ້ກະທຳໃນປະເທດເອຢິບ |
|
| 10 |
|
| ແລະເຖິງທຸກໆສິ່ງທີ່ພຣະອົງໄດ້ເຮັດຕໍ່ກະສັດຂອງຊາວອາໂມສອງຄົນ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຄືເຈົ້າສີໂຫນກະສັດແຫ່ງເຮັດຊະໂບນແລະເຈົ້າໂອກກະສັດແຫ່ງບາຊານ ທີ່ປົກຄອງຢູ່ໃນເມືອງອັດຊະຕາໂຣດ. |
|
| 11 |
|
| ດັ່ງນັ້ນ ບັນດາຜູ້ນຳຂອງພວກຂ້ານ້ອຍ ແລະປະຊາຊົນທັງໝົດໃນດິນແດນ ຈຶ່ງໄດ້ບອກພວກຂ້ານ້ອຍໃຫ້ນຳເອົາເຂົ້າປາອາຫານ ອອກເດີນທາງມາຫາທ່ານ. ພວກເຂົາໄດ້ບອກໃຫ້ພວກຂ້ານ້ອຍມາຂໍຮັບໃຊ້ທ່ານ ແລະຢາກໃຫ້ທ່ານເຮັດຂໍ້ຕົກລົງກັບພວກຂ້ານ້ອຍ. |
|
| 12 |
|
| ຈົ່ງເບິ່ງເຂົ້າຈີ່ຂອງພວກຂ້ານ້ອຍນີ້ດູ ຕອນອອກຈາກບ້ານມາຍັງອຸ່ນໆຢູ່ ແຕ່ດຽວນີ້ ແຫ້ງແລະຕົກໂໝກໝົດ. |
|
| 13 |
|
| ຕອນທີ່ພວກຂ້ານ້ອຍຮ່າຍເຫຼົ້າອະງຸ່ນໃສ່ຖົງນັ້ນມັນຍັງໃໝ່ຢູ່ ແຕ່ເບິ່ງແມ! ດຽວນີ້ມັນຂາດ ເຄື່ອງນຸ່ງແລະເກີບກໍເກົ່າທັງຂາດດ້ວຍ ເພາະການເດີນທາງອັນແສນໄກໃນຄັ້ງນີ້.” |
|
| 14 |
|
| ຊາວອິດສະຣາເອນໄດ້ຊີມອາຫານບາງສ່ວນຂອງພວກເຂົາ ແຕ່ບໍ່ໄດ້ຂໍຄຳແນະນຳຈາກພຣະເຈົ້າຢາເວກ່ຽວກັບເລື່ອງນີ້. |
|
| 15 |
|
| ໂຢຊວຍໄດ້ຕົກລົງສ້າງມິດຕະພາບກັບຊາວກີເບໂອນ ແລະຍອມໃຫ້ພວກເຂົາມີຊີວິດຢູ່ໄດ້. ຝ່າຍພວກຜູ້ນຳຂອງຊຸມນຸມປະຊາຊົນອິດສະຣາເອນ ຕ່າງກໍໄດ້ສັນຍາຢ່າງໜັກແໜ້ນກັບພວກເຂົາວ່າ ຈະຖືຮັກສາຂໍ້ຕົກລົງນັ້ນ. |
|
| 16 |
|
| ສາມມື້ຕໍ່ມາ ຫລັງຈາກທີ່ເຮັດຂໍ້ຕົກລົງກັນແລ້ວ ຊາວອິດສະຣາເອນຈຶ່ງໄດ້ຮູ້ວ່າ ຄົນພວກນີ້ຢູ່ໃກ້ຄຽງກັບພວກຕົນນັ້ນເອງ. |
|
| 17 |
|
| ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ອອກເດີນທາງ ແລະໄປຮອດເມືອງຂອງພວກເຂົາພາຍໃນສາມວັນ. ເມືອງເຫຼົ່ານີ້ ມີດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະກີຣີອາດເຢອາຣີມ. |
|
| 18 |
|
| ແຕ່ຊາວອິດສະຣາເອນຂ້າພວກເຂົາບໍ່ໄດ້ ຍ້ອນພວກຜູ້ນຳຂອງຕົນໄດ້ເຮັດສາບານຢ່າງໜັກແໜ້ນກັບພວກເຂົາແລ້ວ ໂດຍພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. ປະຊາຊົນທັງໝົດຈຶ່ງໄດ້ຈົ່ມໃຫ້ບັນດາຜູ້ນຳກ່ຽວກັບເລື່ອງນີ້. |
|
| 19 |
|
| ແຕ່ພວກຜູ້ນຳໄດ້ຕອບວ່າ, “ພວກເຮົາບໍ່ຄວນທຳຮ້າຍພວກເຂົາ ເພາະພວກເຮົາໄດ້ເຮັດສາບານຢ່າງໜັກແໜ້ນ ໂດຍພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນແລ້ວ. |
|
| 20 |
|
| ຍ້ອນດັ່ງນີ້ ພວກເຮົາຈຳເປັນຕ້ອງໄວ້ຊີວິດຂອງພວກເຂົາ. ຖ້າພວກເຮົາບໍ່ເຮັດຕາມ ພຣະເຈົ້າຈະລົງໂທດພວກເຮົາ. |
|
| 21 |
|
| ຂໍໃຫ້ພວກເຂົາມີຊີວິດຢູ່ຕໍ່ໄປເຖີດ ແຕ່ພວກເຂົາຈະຕ້ອງຕັດຟືນແລະຕັກນໍ້າໃຫ້ພວກເຮົາ.” ອັນນີ້ແມ່ນສິ່ງທີ່ພວກຫົວໜ້າໄດ້ແນະນຳ. |
|
| 22 |
|
| ໂຢຊວຍໄດ້ສັ່ງໃຫ້ນຳຊາວກີເບໂອນເຂົ້າມາຫາຕົນ ແລ້ວເພິ່ນກໍຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງໄດ້ໃຊ້ອຸບາຍຫລອກລວງພວກເຮົາ ໂດຍບອກວ່າພວກເຈົ້າໄດ້ເດີນທາງມາແຕ່ໄກ ໃນເມື່ອພວກເຈົ້າຢູ່ໃກ້ນີ້ເອງ? |
|
| 23 |
|
| ຍ້ອນພວກເຈົ້າໄດ້ເຮັດເຊັ່ນນີ້ ພວກເຈົ້າຈຶ່ງຖືກສາບແຊ່ງ ຄົນຂອງພວກເຈົ້າຈະເປັນຄົນຮັບໃຊ້ເລື້ອຍໄປ ພວກເຈົ້າຈະຕ້ອງຕັດຟືນແລະຕັກນໍ້າ ສຳລັບທີ່ວິຫານຂອງພຣະເຈົ້າຂອງພວກເຮົາ.” |
|
| 24 |
|
| ພວກເຂົາໄດ້ຕອບວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ເຮັດເຊັ່ນນີ້ ເພາະຮູ້ວ່າເປັນຄວາມຈິງແທ້ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງ ໃຫ້ມອບດິນແດນທັງໝົດນີ້ແກ່ພວກທ່ານ ແລະຍັງສັ່ງພວກທ່ານໃຫ້ຂ້າທຸກຄົນໃນບ່ອນທີ່ພວກທ່ານໄດ້ເຂົ້າຢຶດຄອງ. ພວກຂ້ານ້ອຍໄດ້ເຮັດລົງໄປ ເພາະພວກຂ້ານ້ອຍຢ້ານພວກທ່ານຫລາຍ ພວກຂ້ານ້ອຍຢ້ານຕາຍ. |
|
| 25 |
|
| ບັດນີ້ ພວກຂ້ານ້ອຍຕົກຢູ່ໃຕ້ອຳນາດຂອງທ່ານແລ້ວ ຂໍທ່ານຈົ່ງປະຕິບັດຕໍ່ພວກຂ້ານ້ອຍ ຕາມທີ່ທ່ານເຫັນສົມຄວນເທີ້ນ.” |
|
| 26 |
|
| ສະນັ້ນ ໂຢຊວຍຈຶ່ງໄດ້ປະຕິບັດດັ່ງນີ້: ເພິ່ນໄດ້ປົກປ້ອງບໍ່ໃຫ້ຊາວອິດສະຣາເອນຂ້າພວກເຂົາ. |
|
| 27 |
|
| ແຕ່ໃນເວລາດຽວກັນນັ້ນ ເພິ່ນກໍໄດ້ໃຫ້ພວກເຂົາເປັນຄົນຮັບໃຊ້ ຄືຕັດຟືນແລະຕັກນໍ້າໃຫ້ປະຊາຊົນອິດສະຣາເອນ ແລະສຳລັບແທ່ນບູຊາຂອງພຣະເຈົ້າຢາເວ. ໃນທຸກວັນນີ້ ພວກເຂົາກໍຍັງໄດ້ສືບຕໍ່ເຮັດວຽກຢູ່ໃນບ່ອນທີ່ພຣະອົງໄດ້ເລືອກໄວ້. |
|
|
|
|