|
| 1 |
|
| ບັນດາຜູ້ປະກາດພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມຈິບຫາຍມາເຖິງຕົວພວກເຂົາໂດຍໄວ. |
|
| 2 |
|
| ຈະມີຫລາຍຄົນຕິດຕາມການຊົ່ວ ອັນຕໍ່າຊ້າຂອງພວກເຂົາ ເນື່ອງຈາກຄົນເຫຼົ່ານັ້ນເປັນເຫດ ທາງຂອງຄວາມຈິງຈະຖືກປະໝາດ. |
|
| 3 |
|
| ແລະດ້ວຍໃຈໂລບ ພວກເຂົາຈະໄດ້ກຳໄລຈາກພວກເຈົ້າດ້ວຍກ່າວຄຳຕົວະ ການລົງໂທດຄົນເຫຼົ່ານັ້ນ ທີ່ໄດ້ຖືກພິພາກສາດົນນານມາແລ້ວ ກໍບໍ່ເສີຍຊ້າຢູ່. ຄວາມຈິບຫາຍທີ່ຈະເກີດຂຶ້ນກັບພວກເຂົາ ກໍບໍ່ໄດ້ລືມພວກເຂົາ. |
|
| 4 |
|
| ເພາະວ່າ ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັດບາບນັ້ນ, ແຕ່ໄດ້ຊົງຊຸກພວກເຂົາລົງໄປສູ່ພື້ນທໍລະນີເລິກ ຂັງພວກເຂົາໄວ້ໃນຂຸມມືດ ຄຸມໄວ້ຈົນເຖິງວັນພິພາກສາ. |
|
| 5 |
|
| ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນມະນຸດສະໂລກຄາວບູຮານ ແຕ່ໄດ້ຮັກສາໂນອາຜູ້ປະກາດຄວາມຊອບທຳ ກັບຄົນອື່ນອີກເຈັດຄົນ ເມື່ອພຣະອົງໄດ້ຊົງບັນດານໃຫ້ນໍ້າຖ້ວມໂລກ ຂອງຄົນບໍ່ນັບຖືພຣະເຈົ້າ. |
|
| 6 |
|
| ພຣະເຈົ້າໄດ້ລົງໂທດເມືອງໂຊໂດມແລະເມືອງໂກໂມຣາໃຫ້ເປັນເຖົ່າ ໂດຍທຳລາຍໃຫ້ຈິບຫາຍດ້ວຍໄຟ ເພື່ອເປັນຕົວຢ່າງແກ່ຄົນບໍ່ນັບຖືພຣະເຈົ້າໃນຂັ້ນຕໍ່ໄປ. |
|
| 7 |
|
| ແລະໄດ້ຊົງໂຜດເອົາໂລດຜູ້ຊອບທຳນັ້ນໃຫ້ພົ້ນ ຄືຜູ້ມີຄວາມທຸກໃຈຫລາຍ ຍ້ອນກິຣິຍາທີ່ຂາດສິນທຳຂອງຄົນຊົ່ວເຫຼົ່ານັ້ນ. |
|
| 8 |
|
| ເພາະເມື່ອຄົນຊອບທຳຜູ້ນີ້ ຢູ່ໃນໝູ່ຄົນຊົ່ວນັ້ນ ການອະທຳຂອງພວກເຂົາ ທີ່ເພິ່ນໄດ້ເຫັນແລະໄດ້ຍິນ ກໍເຮັດໃຫ້ຈິດໃຈທີ່ຊອບທຳຂອງເພິ່ນ ເປັນທຸກລຳບາກທຸກໆວັນ. |
|
| 9 |
|
| ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງຮູ້ຈັກວິທີທີ່ຈະໂຜດເອົາຄົນທີ່ຊອບທຳ ເພື່ອໃຫ້ພົ້ນຈາກການທົດລອງ ແລະຮູ້ຈັກວິທີຮັກສາຄົນຊົ່ວໄວ້ ເພື່ອໃຫ້ຢູ່ໃຕ້ການລົງໂທດໃນວັນພິພາກສາ. |
|
| 10 |
|
| ເປັນຕົ້ນຈະຊົງລົງໂທດແກ່ຄົນເຫຼົ່ານັ້ນ ທີ່ປ່ອຍຕົວໄປຕາມກິເລດຕັນຫາ ແລະໝິ່ນປະໝາດຕໍ່ອຳນາດທັງໝົດ. ຄູສອນປອມເຫຼົ່ານີ້ມີໃຈກ້າກັ່ນ ແລະເຮັດຕາມລຳພັງໃຈ ພວກເຂົາບໍ່ສະທ້ານຕົກໃຈ ເມື່ອກ່າວປະນາມຕໍ່ຜູ້ມີຍົດສັກ. |
|
| 11 |
|
| ເຖິງແມ່ນວ່າ ພວກເທວະດາທີ່ມີຣິດກຳລັງຫລາຍກວ່າ ກໍຍັງບໍ່ນຳຄຳຮ້ອງຟ້ອງມາກ່າວປະນາມຄົນເຫຼົ່ານັ້ນ ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ. |
|
| 12 |
|
| ແຕ່ຄົນເຫຼົ່ານັ້ນ ເປັນເໝືອນສັດເດຍລະສານ ທີ່ບໍ່ມີຄວາມຄິດ ແລະເກີດມາຕາມທຳມະຊາດ ເພື່ອຖືກຈັບແລະຖືກຂ້າ. ພວກເຂົາກ່າວປະນາມສິ່ງທີ່ພວກເຂົາບໍ່ເຂົ້າໃຈ ພວກເຂົາຈະຕ້ອງຈິບຫາຍໄປຢ່າງດຽວກັນກັບສັດເຫຼົ່ານັ້ນ. |
|
| 13 |
|
| ພວກເຂົາຈະໄດ້ຮັບໂທດກຳເປັນລາງວັນແຫ່ງການອະທຳຂອງຕົນ. ພວກເຂົາຖືເອົາການຫລິ້ນມ່ວນຊື່ນເຮຮາໃນເວລາກາງເວັນເປັນຂອງສະໜຸກ. ພວກເຂົາດ່າງພອຍແລະເປິເປື້ອນ ແລະໃຊ້ການຫລິ້ນເຮຮາຫລອກລວງເມື່ອກຳລັງກິນລ້ຽງຮ່ວມກັບເຈົ້າທັງຫລາຍ. |
|
| 14 |
|
| ຕາຂອງພວກເຂົາກໍມັກເບິ່ງແຕ່ຍິງທີ່ລ່ວງປະເວນີ ບໍ່ຢຸດບໍ່ຢັ້ງໃນການເຮັດບາບ, ພວກເຂົາກ້ຽວກ່ອມຄົນທີ່ມີໃຈບໍ່ທ່ຽງໝັ້ນ ພວກເຂົາມີໃຈເກັ່ງໃນການໂລບ, ເປັນຄົນທີ່ຖືກຊົງປ້ອຍດ່າແລ້ວ. |
|
| 15 |
|
| ພວກເຂົາໄດ້ປະຖິ້ມທາງຊື່ ຈຶ່ງຫລົງທາງໄປ, ພວກເຂົາຕິດຕາມທາງຂອງບາລາອາມ ລູກເບອໍ ຜູ້ຊຶ່ງມັກລາງວັນທີ່ມາຈາກການອະທຳ. |
|
| 16 |
|
| ແຕ່ບາລາອາມນັ້ນໄດ້ຖືກຕີ ເພາະການລະເມີດຂອງຕົນ ລໍໂຕປາກບໍ່ເປັນກໍຍັງໄດ້ປາກພາສາມະນຸດ ແລະໄດ້ຫ້າມຄວາມບ້າຂອງບາລາອາມ ຜູ້ທຳນວາຍນັ້ນໃຫ້ເຊົາ. |
|
| 17 |
|
| ພວກຄູສອນປອມເຫຼົ່ານີ້ ເປັນເໝືອນບໍ່ທີ່ຂາດນໍ້າ ເປັນດັ່ງໝອກທີ່ຖືກລົມພະຍຸພັດໄປ ພຣະເຈົ້າໄດ້ຈັດຂຸມມືດອັນເລິກໄວ້ສຳລັບພວກເຂົາ. |
|
| 18 |
|
| ເພາະວ່າ ພວກເຂົາມັກກ່າວຄຳອວດອ້າງອັນເປົ່າໆ ແລະໃຊ້ຄວາມປາຖະໜາຊົ່ວທາງກາຍ ຫລອກລວງຄົນທັງຫລາຍ ທີ່ກຳລັງໜີພົ້ນຈາກ ຜູ້ທີ່ດຳເນີນຊີວິດໃນການຫລົງຜິດ. |
|
| 19 |
|
| ພວກເຂົາສັນຍາວ່າ ຈະໃຫ້ຄົນເຫຼົ່ານັ້ນມີອິດສະຫລະພາບ ແຕ່ພວກເຂົາເອງຍັງເປັນທາດຂອງຄວາມເສື່ອມໂຊມຢູ່ ເພາະວ່າມະນຸດຖືກພ່າຍແພ້ແກ່ສິ່ງໃດແລ້ວ, ພວກເຂົາກໍຕົກເປັນທາດຂອງສິ່ງນັ້ນ. |
|
| 20 |
|
| ເພາະວ່າ ຖ້າຫລັງຈາກທີ່ພວກເຂົາພົ້ນແລ້ວ ຈາກກິເລດຕັນຫາຂອງໂລກນີ້. ດ້ວຍການທີ່ພວກເຂົາຮູ້ຈັກອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດຊ່ວຍໃຫ້ພົ້ນ, ພວກເຂົາກັບໄປພົວພັນ ແລະຖືກພ່າຍແພ້ແກ່ຄົນຊົ່ວຮ້າຍນັ້ນອີກ. ສະພາບບັ້ນປາຍຂອງພວກເຂົາ ກໍກັບຊົ່ວຮ້າຍກວ່າບັ້ນຕົ້ນ. |
|
| 21 |
|
| ເພາະຖ້າພວກເຂົາບໍ່ໄດ້ຮູ້ຈັກທາງຊອບທຳນັ້ນ ກໍຍັງຈະດີກວ່າທີ່ໄດ້ຮູ້ແລ້ວ ແຕ່ຍັງກັບຫັນຫລັງໃສ່ກົດບັນຍັດອັນສັກສິດ ທີ່ຊົງໂຜດມອບໃຫ້ແກ່ພວກເຂົານັ້ນ. |
|
| 22 |
|
| ຊຶ່ງເກີດແກ່ພວກເຂົານັ້ນ ກໍເໝືອນດັ່ງສຸພາສິດອັນຖືກຕ້ອງທີ່ວ່າ, “ໝາໄດ້ຫລົບໄປກິນ ສິ່ງທີ່ມັນຮາກອອກມາ” ແລະ “ໝູທີ່ລ້າງແລ້ວ ກໍກັບລົງ ໄປນອນລຸຍໃນບວກອີກ.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/2peter/002.mp3
3
2