|
| 1 |
|
| ລູກທີ່ຮັກທັງຫລາຍຂອງເຮົາເອີຍ, ເຮົາຂຽນມາເຖິງພວກເຈົ້າຢ່າງນີ້ກໍເພື່ອພວກເຈົ້າຈະບໍ່ໄດ້ເຮັດບາບ. ແຕ່ຖ້າຜູ້ໃດເຮັດບາບ ພວກເຮົາກໍມີຜູ້ແກ້ຄວາມຕໍ່ພຣະບິດາເຈົ້າຄືພຣະເຢຊູຄຣິດເຈົ້າ ອົງຜູ້ຊອບທຳ. |
|
| 2 |
|
| ພຣະອົງເປັນເຄື່ອງບູຊາເພື່ອລຶບລ້າງບາບຂອງພວກເຮົາທັງຫລາຍ ແລະ ບໍ່ແມ່ນພຽງແຕ່ເພື່ອບາບຂອງພວກເຮົາເທົ່ານັ້ນແຕ່ເພື່ອບາບຂອງຄົນທົ່ວໂລກດ້ວຍ. |
|
| 3 |
|
| ຖ້າພວກເຮົາຖືຮັກສາບັນດາຄຳສັ່ງຂອງພຣະອົງ ພວກເຮົາກໍຮູ້ວ່າພວກເຮົາໄດ້ຮູ້ຈັກພຣະອົງ. |
|
| 4 |
|
| ຜູ້ໃດກໍຕາມທີ່ເວົ້າວ່າ, “ຂ້ານ້ອຍຮູ້ຈັກພຣະອົງ” ແຕ່ບໍ່ໄດ້ເຮັດຕາມສິ່ງທີ່ພຣະອົງສັ່ງ ຜູ້ນັ້ນກໍເປັນຄົນຕົວະ ແລະ ຄວາມຈິງກໍບໍ່ໄດ້ຢູ່ໃນຜູ້ນັ້ນເລີຍ. |
|
| 5 |
|
| ແຕ່ຖ້າຜູ້ໃດກໍຕາມເຊື່ອຟັງຖ້ອຍຄຳຂອງພຣະອົງ ຄວາມຮັກຕໍ່ພຣະເຈົ້າ ກໍຄົບຖ້ວນສົມບູນຢູ່ໃນຜູ້ນັ້ນຢ່າງແທ້ຈິງ. ດ້ວຍວິທີນີ້ພວກເຮົາຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະອົງຄື: |
|
| 6 |
|
| ຜູ້ໃດກໍຕາມທີ່ອ້າງວ່າດຳເນີນຊີວິດຢູ່ໃນພຣະອົງ ຜູ້ນັ້ນຈະຕ້ອງດຳເນີນຊີວິດເໝືອນດັ່ງທີ່ພຣະເຢຊູເຈົ້າໄດ້ດຳເນີນ. |
|
| 7 |
|
| ເພື່ອນທີ່ຮັກທັງຫລາຍເອີຍ, ເຮົາບໍ່ໄດ້ຂຽນຄຳສັ່ງຂໍ້ໃໝ່ມາເຖິງພວກເຈົ້າ ແຕ່ນີ້ເປັນຄຳສັ່ງເກົ່າທີ່ພວກເຈົ້າມີມາຕັ້ງແຕ່ເລີ່ມຕົ້ນແລ້ວ. ຄຳສັ່ງເກົ່ານີ້ແມ່ນຂໍ້ຄວາມທີ່ພວກເຈົ້າເຄີຍໄດ້ຍິນມາແລ້ວ. |
|
| 8 |
|
| ເຖິງຢ່າງໃດກໍຕາມ ເຮົາຂຽນຄຳສັ່ງໃໝ່ເຖິງພວກເຈົ້າ, ພວກເຈົ້າກໍໄດ້ເຫັນຄຳສັ່ງນີ້ເປັນຈິງໃນພຣະອົງ ແລະ ໃນພວກເຈົ້າ, ເພາະວ່າຄວາມມືດກຳລັງຜ່ານພົ້ນໄປ ແລະ ຄວາມສະຫວ່າງແທ້ນັ້ນກໍກຳລັງສ່ອງສະຫວ່າງຢູ່ແລ້ວ. |
|
| 9 |
|
| ຜູ້ໃດທີ່ອ້າງວ່າຢູ່ໃນຄວາມສະຫວ່າງແຕ່ຍັງກຽດຊັງພີ່ນ້ອງ ຂອງຕົນຢູ່ ຜູ້ນັ້ນກໍຍັງຢູ່ໃນຄວາມມືດ. |
|
| 10 |
|
| ຜູ້ໃດທີ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍຢູ່ໃນຄວາມສະຫວ່າງ ແລະ ບໍ່ມີສິ່ງໃດໃນຜູ້ນັ້ນທີ່ເຮັດໃຫ້ພວກເຂົາຊູນສະດຸດ. |
|
| 11 |
|
| ແຕ່ຜູ້ໃດທີ່ກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍຢູ່ໃນຄວາມມືດ ແລະ ຍ່າງວົນວຽນຢູ່ໃນຄວາມມືດ. ພວກເຂົາບໍ່ຮູ້ວ່າຕົນກຳລັງໄປໃສເພາະວ່າຄວາມມືດໄດ້ເຮັດໃຫ້ພວກເຂົາຕາບອດ. |
|
| 12 |
|
| ລູກທີ່ຮັກທັງຫລາຍຂອງເຮົາເອີຍ, ເຮົາຂຽນມາເຖິງພວກເຈົ້າ, ເພາະວ່າຄວາມບາບຂອງພວກເຈົ້າໄດ້ຮັບການອະໄພແລ້ວເພາະດ້ວຍນາມຂອງພຣະອົງ. |
|
| 13 |
|
| ບິດາທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະວ່າພວກເຈົ້າໄດ້ຮູ້ຈັກພຣະອົງຜູ້ດຳລົງຢູ່ຕັ້ງແຕ່ປະຖົມມະການ. ຊາຍໜຸ່ມທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຊະນະມານຊົ່ວຮ້າຍນັ້ນ. |
|
| 14 |
|
| ລູກທີ່ຮັກທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຮູ້ຈັກພຣະບິດາເຈົ້າ. ພໍ່ທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຮູ້ຈັກພຣະອົງຜູ້ດຳລົງຢູ່ຕັ້ງແຕ່ປະຖົມມະການ. ຊາຍໜຸ່ມທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າເຂັ້ມແຂງ ແລະ ຖ້ອຍຄຳຂອງພຣະເຈົ້າດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າໄດ້ຊະນະມານຊົ່ວຮ້າຍແລ້ວ. |
|
| 15 |
|
| ຢ່າຮັກໂລກ ຫລື ສິ່ງໃດທີ່ຢູ່ໃນໂລກ. ຖ້າຜູ້ໃດຮັກໂລກ, ຄວາມຮັກຂອງພຣະບິດາເຈົ້າ ກໍບໍ່ໄດ້ຢູ່ໃນຜູ້ນັ້ນ. |
|
| 16 |
|
| ເພາະທຸກສິ່ງທີ່ຢູ່ໃນໂລກບໍ່ວ່າຈະເປັນຕັນຫາຂອງເນື້ອໜັງ, ຕັນຫາຂອງຕາ ແລະ ຄວາມອວດອົ່ງຂອງຊີວິດ ເຊິ່ງບໍ່ໄດ້ມາຈາກພຣະບິດາເຈົ້າແຕ່ມາຈາກໂລກ. |
|
| 17 |
|
| ໂລກ ແລະ ຄວາມປາຖະໜາຕ່າງໆຂອງໂລກກໍເສື່ອມສູນໄປ, ແຕ່ຜູ້ໃດກໍຕາມທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າກໍດຳລົງຢູ່ຕະຫລອດໄປ. |
|
| 18 |
|
| ລູກທີ່ຮັກທັງຫລາຍຂອງເຮົາເອີຍ, ບັດນີ້ເປັນວາລະສຸດທ້າຍແລ້ວ; ແລະ ຕາມທີ່ພວກເຈົ້າໄດ້ຍິນມາວ່າຜູ້ຕໍ່ຕ້ານພຣະຄຣິດເຈົ້າກຳລັງມານັ້ນ, ແມ່ນແຕ່ບັດນີ້ຜູ້ຕໍ່ຕ້ານພຣະຄຣິດເຈົ້າກໍໄດ້ມາຫລາຍແລ້ວ. ດ້ວຍເຫດນີ້ ພວກເຮົາຈຶ່ງຮູ້ວ່ານີ້ເປັນວາລະສຸດທ້າຍ. |
|
| 19 |
|
| ພວກເຂົາໄດ້ອອກໄປຈາກພວກເຮົາ, ແຕ່ພວກເຂົາກໍບໍ່ແມ່ນຝ່າຍພວກເຮົາແທ້. ເພາະຖ້າພວກເຂົາເປັນຝ່າຍພວກເຮົາ, ພວກເຂົາກໍຄົງຢູ່ກັບພວກເຮົາຕໍ່ໄປ; ແຕ່ການໄປຂອງພວກເຂົາສະແດງໃຫ້ເຫັນວ່າ ໃນພວກເຂົາບໍ່ມີຈັກຄົນທີ່ເປັນຝ່າຍພວກເຮົາ. |
|
| 20 |
|
| ແຕ່ພວກເຈົ້າທັງຫລາຍໄດ້ຮັບການເຈີມຈາກອົງບໍລິສຸດແລ້ວ ແລະ ພວກເຈົ້າທຸກຄົນກໍຮູ້ຄວາມຈິງ ແລ້ວ. |
|
| 21 |
|
| ເຮົາບໍ່ໄດ້ຂຽນມາເຖິງພວກເຈົ້າເພາະພວກເຈົ້າບໍ່ຮູ້ຈັກຄວາມຈິງ ແຕ່ເພາະວ່າພວກເຈົ້າຮູ້ຈັກຄວາມຈິງນັ້ນ ແລະ ເພາະບໍ່ມີຄວາມຕົວະທີ່ມາຈາກຄວາມຈິງ. |
|
| 22 |
|
| ຜູ້ໃດເປັນຜູ້ຕົວະ? ກໍຄືຄົນທີ່ປະຕິເສດວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າ. ຄົນຢ່າງນີ້ແຫລະເປັນຜູ້ຕໍ່ຕ້ານພຣະຄຣິດເຈົ້າ, ພວກເຂົາປະຕິເສດພຣະບິດາເຈົ້າ ແລະ ພຣະບຸດ. |
|
| 23 |
|
| ຜູ້ໃດທີ່ປະຕິເສດພຣະບຸດກໍບໍ່ມີພຣະບິດາເຈົ້າ, ຜູ້ໃດທີ່ຍອມຮັບພຣະບຸດກໍມີພຣະບິດາເຈົ້າເໝືອນກັນ. |
|
| 24 |
|
| ສຳລັບພວກເຈົ້າແລ້ວ, ຈົ່ງໃຫ້ສິ່ງທີ່ພວກເຈົ້າໄດ້ຍິນມາຕັ້ງແຕ່ຕົ້ນນັ້ນດຳລົງຢູ່ໃນພວກເຈົ້າ. ຖ້າສິ່ງນີ້ດຳລົງຢູ່ໃນພວກເຈົ້າແລ້ວ, ພວກເຈົ້າກໍຈະດຳລົງຢູ່ໃນພຣະບຸດ ແລະ ໃນພຣະບິດາເຈົ້າເໝືອນກັນ. |
|
| 25 |
|
| ແລະ ນີ້ແມ່ນສິ່ງທີ່ພຣະອົງໄດ້ສັນຍາໄວ້ກັບພວກເຮົາຄືຊີວິດນິລັນດອນ. |
|
| 26 |
|
| ເຮົາຂຽນຂໍ້ຄວາມເຫລົ່ານີ້ມາເຖິງພວກເຈົ້າກ່ຽວກັບບັນດາຜູ້ທີ່ພະຍາຍາມທີ່ຈະນຳພາພວກເຈົ້າໃຫ້ຫລົງຜິດ. |
|
| 27 |
|
| ສ່ວນພວກເຈົ້າທັງຫລາຍ, ການເຈີມທີ່ພວກເຈົ້າໄດ້ຮັບຈາກພຣະອົງກໍດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງມີຜູ້ໃດມາສອນພວກເຈົ້າ. ແຕ່ເພາະການເຈີມຂອງພຣະອົງສອນພວກເຈົ້າທຸກສິ່ງ ແລະ ການເຈີມນັ້ນກໍເປັນການເຈີມແທ້, ບໍ່ແມ່ນປອມແປງ ຈົ່ງດຳລົງຢູ່ໃນພຣະອົງຕາມທີ່ການເຈີມໄດ້ສອນພວກເຈົ້າໄວ້ແລ້ວ. |
|
| 28 |
|
| ແລະ ບັດນີ້ ລູກທີ່ຮັກທັງຫລາຍເອີຍ, ຈົ່ງດຳລົງຢູ່ໃນພຣະອົງຕໍ່ໄປ, ເພື່ອວ່າເມື່ອພຣະອົງມາປາກົດພວກເຮົາຈະໝັ້ນໃຈ ແລະ ບໍ່ລະອາຍຕໍ່ໜ້າພຣະອົງເມື່ອພຣະອົງມາ. |
|
| 29 |
|
| ຖ້າພວກເຈົ້າຮູ້ຈັກວ່າພຣະອົງຊອບທຳ, ພວກເຈົ້າກໍຮູ້ຈັກວ່າທຸກຄົນທີ່ເຮັດສິ່ງທີ່ຖືກຕ້ອງກໍໄດ້ເກີດຈາກພຣະອົງ. |
|
|
|
|