|
| 1 |
|
| ເພື່ອນທີ່ຮັກທັງຫລາຍເອີຍ, ຢ່າເຊື່ອໝົດທຸກວິນຍານ ແຕ່ຈົ່ງທົດສອບເບິ່ງວ່າວິນຍານນັ້ນມາຈາກພຣະເຈົ້າ ຫລື ບໍ່, ເພາະມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ. |
|
| 2 |
|
| ນີ້ຄືວິທີທີ່ພວກເຈົ້າສາມາດຮັບຮູ້ພຣະວິນຍານຂອງພຣະເຈົ້າຄື: ທຸກວິນຍານທີ່ຍອມຮັບວ່າພຣະເຢຊູຄຣິດເຈົ້າໄດ້ມາບັງເກີດເປັນມະນຸດກໍມາຈາກພຣະເຈົ້າ, |
|
| 3 |
|
| ແຕ່ທຸກວິນຍານທີ່ບໍ່ຍອມຮັບພຣະເຢຊູເຈົ້າກໍບໍ່ໄດ້ມາຈາກພຣະເຈົ້າ. ແຕ່ເປັນວິນຍານຂອງຜູ້ຕໍ່ຕ້ານພຣະຄຣິດເຈົ້າ ເຊິ່ງພວກເຈົ້າໄດ້ຍິນວ່າຈະມາ ແລະ ແມ່ນແຕ່ບັດນີ້ກໍຢູ່ໃນໂລກແລ້ວ. |
|
| 4 |
|
| ລູກທີ່ຮັກທັງຫລາຍເອີຍ, ພວກເຈົ້າມາຈາກພຣະເຈົ້າ ແລະ ໄດ້ຊະນະພວກເຂົາເຫລົ່ານັ້ນແລ້ວ, ເພາະວ່າພຣະອົງຜູ້ຢູ່ໃນພວກເຈົ້າກໍຍິ່ງໃຫຍ່ກວ່າຜູ້ນັ້ນທີ່ຢູ່ໃນໂລກ. |
|
| 5 |
|
| ພວກເຂົາມາຈາກໂລກ ແລະ ເຫດສະນັ້ນຈຶ່ງເວົ້າຕາມມູມມອງຂອງໂລກ ແລະ ໂລກກໍຟັງພວກເຂົາ. |
|
| 6 |
|
| ສ່ວນພວກເຮົາມາຈາກພຣະເຈົ້າ, ຜູ້ໃດກໍຕາມທີ່ຮູ້ຈັກພຣະເຈົ້າກໍຍ່ອມຟັງພວກເຮົາ. ແຕ່ຜູ້ໃດກໍຕາມທີ່ບໍ່ໄດ້ມາຈາກພຣະເຈົ້າຍ່ອມບໍ່ຟັງພວກເຮົາ. ນີ້ຄືວິທີທີ່ພວກເຮົາຮັບຮູ້ວ່າເປັນພຣະວິນຍານ ແຫ່ງຄວາມຈິງ ແລະ ວິນຍານແຫ່ງຄວາມບໍ່ຈິງ. |
|
| 7 |
|
| ເພື່ອນທີ່ຮັກທັງຫລາຍເອີຍ, ໃຫ້ພວກເຮົາຮັກເຊິ່ງກັນແລະກັນ ເພາະຄວາມຮັກມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍໄດ້ເກີດຈາກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. |
|
| 8 |
|
| ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າເພາະພຣະເຈົ້າເປັນຄວາມຮັກ. |
|
| 9 |
|
| ນີ້ຄືວິທີທີ່ພຣະເຈົ້າສະແດງຄວາມຮັກຂອງພຣະອົງໃນທ່າມກາງພວກເຮົາທັງຫລາຍຄື: ພຣະອົງໄດ້ສົ່ງພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກເພື່ອພວກເຮົາທັງຫລາຍຈະໄດ້ດຳເນີນຊີວິດຜ່ານທາງພຣະບຸດນັ້ນ. |
|
| 10 |
|
| ນີ້ຄືຄວາມຮັກ ບໍ່ແມ່ນວ່າພວກເຮົາໄດ້ຮັກພຣະເຈົ້າ, ແຕ່ພຣະເຈົ້າໄດ້ຮັກພວກເຮົາ ແລະ ໄດ້ສົ່ງພຣະບຸດຂອງພຣະອົງມາເປັນເຄື່ອງບູຊາລຶບລ້າງຄວາມບາບຂອງພວກເຮົາ. |
|
| 11 |
|
| ເພື່ອນທີ່ຮັກທັງຫລາຍເອີຍ, ໃນເມື່ອພຣະເຈົ້າຮັກພວກເຮົາຢ່າງນັ້ນແລ້ວ, ພວກເຮົາກໍຄວນຮັກເຊິ່ງກັນແລະກັນເໝືອນກັນ. |
|
| 12 |
|
| ບໍ່ມີຜູ້ໃດເຄີຍເຫັນພຣະເຈົ້າ; ແຕ່ຖ້າພວກເຮົາຮັກເຊິ່ງກັນແລະກັນ, ພຣະເຈົ້າກໍດຳລົງຢູ່ໃນພວກເຮົາ ແລະ ຄວາມຮັກຂອງພຣະອົງກໍເຕັມບໍລິບູນໃນພວກເຮົາ. |
|
| 13 |
|
| ນີ້ຄືວິທີທີ່ພວກເຮົາຈະຮູ້ວ່າພວກເຮົາດຳເນີນຊີວິດຢູ່ໃນພຣະອົງ ແລະ ພຣະອົງກໍຢູ່ໃນພວກເຮົາຄື: ພຣະອົງໄດ້ໃຫ້ພຣະວິນຍານຂອງພຣະອົງໃຫ້ແກ່ພວກເຮົາ. |
|
| 14 |
|
| ພວກເຮົາໄດ້ເຫັນ ແລະ ໄດ້ເປັນພະຍານວ່າພຣະບິດາເຈົ້າໄດ້ສົ່ງພຣະບຸດຂອງພຣະອົງມາເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງໂລກ. |
|
| 15 |
|
| ຖ້າຜູ້ໃດຍອມຮັບວ່າພຣະເຢຊູເຈົ້າເປັນພຣະບຸດຂອງພຣະເຈົ້າ ພຣະເຈົ້າກໍດຳລົງຢູ່ໃນຜູ້ນັ້ນ ແລະ ພວກເຂົາກໍຢູ່ໃນພຣະເຈົ້າ. |
|
| 16 |
|
| ດັ່ງນັ້ນ ພວກເຮົາຈຶ່ງຮູ້ຈັກ ແລະ ເພິ່ງພາໃນຄວາມຮັກທີ່ພຣະເຈົ້າມີຕໍ່ພວກເຮົາ. ພຣະເຈົ້າເປັນຄວາມຮັກ. ຜູ້ໃດກໍຕາມດຳເນີນຊີວິດຢູ່ໃນຄວາມຮັກກໍດຳເນີນຊີວິດຢູ່ໃນພຣະເຈົ້າ ແລະ ພຣະເຈົ້າຢູ່ພາຍໃນພວກເຂົາ. |
|
| 17 |
|
| ນີ້ຄືວິທີທີ່ຈະເຮັດໃຫ້ຄວາມຮັກເຕັມບໍລິບູນໃນທ່າມກາງພວກເຮົາເພື່ອພວກເຮົາຈະມີຄວາມໝັ້ນໃຈໃນວັນພິພາກສາຄື: ໃນໂລກນີ້ພວກເຮົາກໍເປັນເໝືອນພຣະເຢຊູເຈົ້າ. |
|
| 18 |
|
| ໃນຄວາມຮັກບໍ່ມີຄວາມຢ້ານ. ແຕ່ຄວາມຮັກທີ່ສົມບູນກໍຂັບໄລ່ຄວາມຢ້ານອອກໄປ ເພາະວ່າຄວາມຢ້ານນັ້ນກ່ຽວຂ້ອງກັບການລົງໂທດ. ຜູ້ທີ່ຢ້ານກໍຍັງບໍ່ມີຄວາມຮັກທີ່ສົມບູນ. |
|
| 19 |
|
| ພວກເຮົາຮັກກໍເພາະພຣະອົງໄດ້ຮັກພວກເຮົາກ່ອນ. |
|
| 20 |
|
| ຖ້າຜູ້ໃດເວົ້າວ່າ “ຂ້ານ້ອຍຮັກພຣະເຈົ້າ” ແຕ່ຍັງກຽດຊັງພີ່ນ້ອງຂອງຕົນຢູ່ ຜູ້ນັ້ນກໍເປັນຄົນຂີ້ຕົວະ. ເພາະຜູ້ໃດກໍຕາມບໍ່ຮັກພີ່ນ້ອງຂອງຕົນຜູ້ທີ່ຕົນເບິ່ງເຫັນໄດ້ ກໍບໍ່ສາມາດຮັກພຣະເຈົ້າຜູ້ທີ່ຕົນບໍ່ສາມາດເບິ່ງເຫັນໄດ້. |
|
| 21 |
|
| ແລະ ພຣະອົງມອບຄຳສັ່ງນີ້ໄວ້ແກ່ພວກເຮົາວ່າ: ຜູ້ທີ່ຮັກພຣະເຈົ້າຕ້ອງຮັກພີ່ນ້ອງຂອງຕົນເໝືອນກັນ. |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | 1
1
1 |
|
|---|
|
https://beblia.bible:81/BibleAudio/laolcv/1john/004.mp3
5
4