|
| 1 |
|
| ມີໝາຍສຳຄັນອັນໃຫຍ່ປາກົດຂຶ້ນໃນສະຫວັນ ຄືຍິງຜູ້ໜຶ່ງ ມີດວງອາທິດປົກຄຸມຕົວເໝືອນນຸ່ງເສື້ອຜ້າ ມີດວງເດືອນຢູ່ໃຕ້ຕີນ ແລະມີດາວສິບສອງດວງເປັນມົງກຸດສວມຢູ່ເທິງຫົວ. |
|
| 2 |
|
| ຍິງນັ້ນມີທ້ອງແລະຮ້ອງຄາງເຈັບປວດຢູ່ ກຳລັງຈະເກີດລູກ. |
|
| 3 |
|
| ມີໝາຍສຳຄັນອີກຢ່າງໜຶ່ງປາກົດໃນສະຫວັນດັ່ງນີ້: ມີພະຍານາກໃຫຍ່ສີແດງໂຕໜຶ່ງ ມີເຈັດຫົວ ສິບເຂົາ ຢູ່ເທິງຫົວນັ້ນມີມົງກຸດເຈັດອັນ. |
|
| 4 |
|
| ຫາງພະຍານາກ ໄດ້ຟາດດວງດາວໃນທ້ອງຟ້າ ໜຶ່ງສ່ວນສາມລົງໃສ່ແຜ່ນດິນໂລກ ແລະພະຍານາກໂຕນັ້ນ ຢືນຢູ່ຕໍ່ໜ້າຜູ້ທີ່ກຳລັງຈະເກີດລູກ ເພື່ອຈະກິນລູກນັ້ນເມື່ອເກີດແລ້ວ. |
|
| 5 |
|
| ແມ່ຍິງນັ້ນ ໄດ້ເກີດລູກຊາຍ ຜູ້ຊຶ່ງຈະປົກຄອງປະຊາຊາດທັງປວງດ້ວຍຄ້ອນເຫລັກ ແລະລູກນັ້ນໄດ້ຖືກຊົງຍົກຂຶ້ນເມືອເຖິງພຣະເຈົ້າ ແລະເຖິງພຣະຣາຊບັນລັງຂອງພຣະອົງ. |
|
| 6 |
|
| ຝ່າຍແມ່ຍິງນັ້ນ ໄດ້ປົບໜີເຂົ້າໄປອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ມາສູ່ບ່ອນທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ນາງ ເພື່ອວ່ານາງຈະໄດ້ຮັບການລ້ຽງດູຢູ່ທີ່ນັ້ນ ໃນລະຫວ່າງພັນສອງຮ້ອຍຫົກສິບວັນ. |
|
| 7 |
|
| ຂະນະນັ້ນ ໄດ້ເກີດສົງຄາມຂຶ້ນໃນສະຫວັນ ມີຄາເອນແລະຝູງເທວະດາຝ່າຍຕົນ ໄດ້ຕໍ່ສູ້ກັບພະຍານາກ ຝ່າຍພະຍານາກແລະຝູງບໍລິວານຂອງມັນກໍໄດ້ຕໍ່ສູ້ຄືນ, |
|
| 8 |
|
| ແຕ່ພະຍານາກໄດ້ປະລາໄຊ. ສະນັ້ນ ມັນກັບຝູງບໍລິວານຂອງມັນຈຶ່ງບໍ່ມີບ່ອນຢູ່ໃນສະຫວັນອີກຕໍ່ໄປ. |
|
| 9 |
|
| ພະຍານາກໃຫຍ່ ຊຶ່ງເປັນງູແຕ່ດຶກດຳບັນທີ່ເຂົາເອີ້ນວ່າ ມານຮ້າຍ ແລະມານຊາຕານ ຜູ້ຫລອກລວງມະນຸດທັງໂລກ ກໍຖືກຊັດຖິ້ມລົງເສຍ ມັນກັບບໍລິວານຂອງມັນ ກໍຖືກຊັດຖິ້ມລົງເທິງແຜ່ນດິນໂລກ. |
|
| 10 |
|
| ແລ້ວຂ້າພະເຈົ້າໄດ້ຍິນສຽງດັງມາຈາກສະຫວັນວ່າ, “ບັດນີ້ຄວາມລອດພົ້ນ ຣິດເດດ ແລະຣາຊອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍ ກັບທັງຣິດອຳນາດພຣະຄຣິດຂອງພຣະອົງໄດ້ມາເຖິງແລ້ວ ເພາະວ່າຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາ ຕໍ່ພຣະພັກພຣະເຈົ້າຂອງເຮົາ ທັງກາງເວັນແລະກາງຄືນນັ້ນ ກໍໄດ້ຖືກຖິ້ມລົງເສຍແລ້ວ. |
|
| 11 |
|
| ເຂົາເຫຼົ່ານັ້ນໄດ້ຊະນະພະຍານາກແລ້ວ ດ້ວຍພຣະໂລຫິດຂອງພຣະເມສານ້ອຍ ແລະເພາະຄຳພະຍານຂອງພວກເຂົາເອງ ເຖິງແມ່ນວ່າພວກເຂົາຈະຕາຍກໍບໍ່ເສຍດາຍຊີວິດຂອງຕົນ. |
|
| 12 |
|
| ເພາະສະນັ້ນ ສະຫວັນກັບບັນດາຜູ້ທີ່ຢູ່ໃນສະຫວັນ ຈົ່ງຊື່ນຊົມຍິນດີ ແຕ່ວິບັດຈະມີແກ່ແຜ່ນດິນໂລກແລະນໍ້າທະເລ ເພາະວ່າມານຮ້າຍໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນອັນໃຫຍ່ ເພາະມັນຮູ້ວ່າເວລາຂອງມັນມີໜ້ອຍ.” |
|
| 13 |
|
| ເມື່ອພະຍານາກເຫັນວ່າ ຕົນໄດ້ຖືກຖິ້ມລົງມາທີ່ແຜ່ນດິນໂລກແລ້ວ ມັນກໍເລີ່ມຕາມຫາຍິງທີ່ໄດ້ເກີດລູກຊາຍນັ້ນ. |
|
| 14 |
|
| ແຕ່ຍິງຜູ້ນີ້ໄດ້ຮັບປີກສອງອັນຂອງນົກອິນຊີໃຫຍ່ ເພື່ອຈະໄດ້ບິນໜີໄປຫາບ່ອນຂອງນາງໃນຖິ່ນແຫ້ງແລ້ງກັນດານ ບ່ອນທີ່ນາງຈະໄດ້ຮັບການລ້ຽງດູຢູ່ສາມປີເຄິ່ງ ປອດໄພຈາກການໂຈມຕີຂອງພະຍານາກ. |
|
| 15 |
|
| ພະຍານາກນັ້ນ ໄດ້ພົ່ນນໍ້າອອກຈາກປາກເໝືອນແມ່ນໍ້າ ໄຫລຕາມຍິງນັ້ນ ເພື່ອຈະໃຫ້ພັດຍິງນັ້ນໄປ, |
|
| 16 |
|
| ແຕ່ແຜ່ນດິນໂລກໄດ້ຊ່ວຍນາງໄວ້ ດ້ວຍການຍະອອກກືນກິນນໍ້າ ທີ່ພະຍານາກໄດ້ໃຊ້ປາກພົ່ນອອກມານັ້ນ. |
|
| 17 |
|
| ຝ່າຍພະຍານາກກໍຄຽດແຄ້ນຢ່າງໃຫຍ່ໃຫ້ຍິງນັ້ນ ແລະອອກໄປຕໍ່ສູ້ກັບເຊື້ອສາຍຂອງນາງທີ່ເຫຼືອຢູ່ ຄືທຸກຄົນທີ່ປະຕິບັດຕາມກົດບັນຍັດຂອງພຣະເຈົ້າ ແລະຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ. |
|
| 18 |
|
| ຝ່າຍພະຍານາກກໍໄດ້ຢືນ ຢູ່ທີ່ຫາດຊາຍແຄມທະເລ. |
|
|
|
|