×

Lao ພຣະຄຳພີລາວສະບັບສະໄໝໃໝ່ 2023

ພຣະນິມິດ 13

1
ສ່ວນ​ພະຍານາກ ​ຢືນ​ຢູ່​ແຄມ​ທະເລ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ໜຶ່ງ​ຂຶ້ນ​ມາ​ຈາກ​ທະເລ. ມັນ​ມີ​ສິບ​ເຂົາ ແລະ ເຈັດ​ຫົວ, ທັງ​ເຈັດ​ເຂົາ​ສວມ​ມົງກຸດ​ສວມ ແລະ ຢູ່​ເທິງ​ແຕ່​ລະ​ຫົວ​ມີ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ.
2
ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ຄ້າຍ​ຄື​ກັບ​ເສືອດາວ, ແຕ່​ມີ​ຕີນ​ເໝືອນ​ຕີນ​ໝີ ແລະ ມີ​ປາກ​ເໝືອນ​ປາກ​ສິງ. ພະຍານາກ​ໄດ້​ໃຫ້​ອຳນາດ ແລະ ບັນລັງ​ກັບ​ສິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ມັນ​ແກ່​ສັດຮ້າຍ​ນັ້ນ.
3
ຫົວ​ໜຶ່ງ​ໃນ​ບັນດາ​ຫົວ​ຂອງ​ສັດຮ້າຍ​ນັ້ນ​ເບິ່ງ​ຄື​ວ່າ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ, ແຕ່​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ນັ້ນ​ຫາຍດີ​ແລ້ວ. ຄົນ​ທັງ​ໂລກ​ກໍ​ເຕັມ​ໄປ​ດ້ວຍ​ຄວາມອັດສະຈັນໃຈ ແລະ ໄດ້​ຕິດຕາມ​ມານຮ້າຍ​ນັ້ນ.
4
ປະຊາຊົນ​ໄດ້​ຂາບໄຫວ້​ພະຍານາກ​ເພາະ​ມັນ​ໃຫ້​ສິດອຳນາດ​ແກ່​ສັດຮ້າຍ​ນັ້ນ ແລະ ພວກເຂົາ​ໄດ້​ຂາບໄຫວ້​ສັດຮ້າຍ​ເໝືອນກັນ ແລະ ພວກເຂົາ​ຖາມ​ກັນ​ວ່າ, “ຜູ້ໃດ​ຈະ​ເປັນ​ເໝືອນ​ສັດຮ້າຍ​ນີ້? ຜູ້ໃດ​ສາມາດ​ສູ້ຮົບ​ກັບ​ມັນ​ໄດ້?”
5
ສັດຮ້າຍ​ນັ້ນ​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ປາກ​ເພື່ອ​ເວົ້າ​ຄຳເວົ້າ​ທີ່​ອວດອ້າງ ແລະ ໝິ່ນປະໝາດ ແລະ ເພື່ອ​ໃຊ້​ສິດອຳນາດ​ຂອງ​ມັນ​ເປັນ​ເວລາ​ສີ່ສິບສອງ​ເດືອນ.
6
ມັນ​ອ້າ​ປາກ​ກ່າວ​ໝິ່ນປະໝາດ​ພຣະເຈົ້າ ແລະ ກ່າວຮ້າຍ​ຕໍ່​ນາມ​ຂອງ​ພຣະອົງ, ຕໍ່​ທີ່​ສະຖິດ​ຂອງ​ພຣະອົງ ແລະ ຕໍ່​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ.
7
ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.
8
ບັນດາ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຈະ​ຂາບໄຫວ້​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ, ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຖືກ​ຂ້າ​ຕາຍ​ຕັ້ງ​ແຕ່​ການ​ສ້າງ​ໂລກ.
9
“ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ຟັງ​ສາ.
10
“ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ເປັນ​ຊະເລີຍ, ພວກເຂົາ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ຖືກ​ຂ້າ ​ດ້ວຍ​ດາບ ພວກເຂົາ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ”. ໃນ​ເລື່ອງ​ນີ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ​ຄວາມອົດທົນ ແລະ ຄວາມສັດຊື່.
11
ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ທີສອງ​ຂຶ້ນ​ມາ​ຈາກ​ແຜ່ນດິນໂລກ. ມັນ​ມີ​ສອງ​ເຂົາ​ເໝືອນ​ເຂົາ​ແກະ​ນ້ອຍ, ແຕ່​ມັນ​ເວົ້າ​ເໝືອນ​ກັບ​ພະຍານາກ.
12
ມັນ​ເປັນ​ໂຕແທນ​ຂອງ​ການ​ໃຊ້​ສິດອຳນາດ​ທັງຫມົດ​ຂອງ​ສັດຮ້າຍ​ໂຕ​ທຳອິດ ແລະ ເຮັດ​ໃຫ້​ໂລກ​ກັບ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຂາບໄຫວ້​ສັດຮ້າຍ​ໂຕ​ທຳອິດ ເຊິ່ງ​ເຄີຍ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ແຕ່​ຫາຍດີ​ແລ້ວ.
13
ແລະ ມັນ​ສະແດງ​ໝາຍສຳຄັນ​ທີ່​ຍິ່ງໃຫຍ່, ແມ່ນແຕ່​ເຮັດ​ໃຫ້​ໄຟ​ຕົກ​ຈາກ​ສະຫວັນ​ລົງ​ມາ​ສູ່​ໂລກ​ຕໍ່​ໜ້າ​ຕໍ່​ຕາ​ມະນຸດ.
14
ເພາະ​ໝາຍສຳຄັນ​ເຫລົ່ານີ້​ມັນ​ຈຶ່ງ​ໄດ້​ຮັບ​ອຳນາດ​ໃຫ້​ກະທຳການ​ແທນ​ສັດຮ້າຍ​ໂຕ​ທຳອິດ, ມັນ​ຫລອກລວງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ. ມັນ​ສັ່ງ​ໃຫ້​ພວກເຂົາ​ສ້າງ​ຮູບຈຳລອງ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ສັດຮ້າຍ​ທີ່​ຖືກ​ບາດເຈັບ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.
15
ສັດຮ້າຍ​ໂຕ​ທີສອງ​ໄດ້​ຮັບ​ອຳນາດ​ທີ່​ຈະ​ໃຫ້​ລົມຫາຍໃຈ​ແກ່​ຮູບຈໍາລອງ​ຂອງ​ສັດຮ້າຍ​ໂຕ​ທຳອິດ, ເພື່ອ​ວ່າ​ຮູບຈຳລອງ​ນັ້ນ​ຈະສາມາດ​ເວົ້າ​ໄດ້ ແລະ ເຮັດ​ໃຫ້​ທຸກ​ຄົນ​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບຈຳລອງ​ຖືກ​ຂ້າ​ຕາຍ.
16
ມັນ​ຍັງ​ບັງຄັບ​ທຸກຄົນ​ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ, ຄົນຮັ່ງມີ ແລະ ຄົນຍາກຈົນ, ຂ້າທາດ ຫລື ອິດສະຫລະ ໃຫ້​ຮັບ​ເຄື່ອງໝາຍ​ໄວ້​ທີ່​ມື​ຂວາ ຫລື ທີ່​ໜ້າຜາກ​ຂອງ​ພວກເຂົາ,
17
ເພື່ອ​ບໍ່​ໃຫ້​ຜູ້ໃດ​ເຮັດ​ການ​ຊື້ ຫລື ຂາຍ​ໄດ້ ເວັ້ນໄວ້​ແຕ່​ພວກເຂົາ​ຈະ​ມີ​ເຄື່ອງໝາຍ, ເຊິ່ງ​ເປັນ​ຊື່​ຂອງ​ສັດຮ້າຍ ຫລື ໂຕເລກ​ປະຈຳ​ຊື່​ຂອງ​ສັດຮ້າຍ​ນັ້ນ.
18
ໃນ​ເລື່ອງ​ນີ້​ຕ້ອງ​ໃຊ້​ສະຕິປັນຍາ. ຜູ້ໃດ​ມີ​ຄວາມເຂົ້າໃຈ​ກໍ​ໃຫ້​ຄິດໄລ່​ໂຕເລກ​ຂອງ​ສັດຮ້າຍ​ນັ້ນ ເພາະ​ໂຕເລກ​ນັ້ນ​ແທນ​ຊື່​ບຸກຄົນ ​ໜຶ່ງ. ໂຕເລກ​ນັ້ນ​ແມ່ນ 666.
Lao ພຣະຄຳພີລາວສະບັບສະໄໝໃໝ່ 2023
ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່ ສະຫງວນ​ລິຂະສິດ 2023 ໂດຍ Biblica
:
ບັນທຶກບັນທຶກ