|
| 1 |
|
| ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງລົງມາຈາກສະຫວັນ, ເພິ່ນຖືກະແຈຂອງເຫວເລິກແລະຖືໂສ້ເສັ້ນໃຫຍ່. |
|
| 2 |
|
| ເພິ່ນໄດ້ຈັບເອົາພະຍານາກ ຊຶ່ງເປັນງູແຕ່ດຶກດຳບັນ ຄືມານຮ້າຍ ແລະມານຊາຕານ ໄດ້ຜູກມັດມັນໄວ້ໃນລະຫວ່າງພັນປີ. |
|
| 3 |
|
| ແລ້ວເພິ່ນໄດ້ຖິ້ມມັນລົງໄປໃນເຫວເລິກ ແລະໃສ່ກະແຈ ທັງຕີຕາປະທັບໃສ່ດ້ວຍ ເພື່ອບໍ່ໃຫ້ມັນໄດ້ຫລອກລວງບັນດາປະຊາຊາດທັງຫລາຍອີກຕໍ່ໄປ ຈົນກວ່າໜຶ່ງພັນປີຜ່ານພົ້ນໄປ. ຫລັງຈາກນັ້ນ ມັນຈະຕ້ອງຖືກປ່ອຍໃຫ້ອອກມາພຽງຊົ່ວໄລຍະໜຶ່ງ. |
|
| 4 |
|
| ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. ( |
|
| 5 |
|
| ນອກຈາກຄົນເຫຼົ່ານີ້ ຄົນອື່ນໆທີ່ຕາຍແລ້ວບໍ່ໄດ້ກັບຄືນມີຊີວິດອີກ ຈົນກວ່າພັນປີນັ້ນລ່ວງໄປແລ້ວ). |
|
| 6 |
|
| ຜູ້ໃດທີ່ມີສ່ວນໃນການຄືນມາຈາກຕາຍຄັ້ງທຳອິດ ຜູ້ນັ້ນກໍເປັນສຸກແລະບໍຣິສຸດ. ຄວາມຕາຍຄັ້ງທີສອງ ຈະບໍ່ມີອຳນາດເໜືອຄົນເຫຼົ່ານັ້ນ ແຕ່ພວກເຂົາຈະໄດ້ເປັນປະໂຣຫິດຂອງພຣະເຈົ້າ ແລະຂອງພຣະຄຣິດ ທັງຈະຄຸ້ມຄອງຮ່ວມກັບພຣະອົງໃນລະຫວ່າງພັນປີ. |
|
| 7 |
|
| ຫລັງຈາກໜຶ່ງພັນປີຜ່ານພົ້ນໄປແລ້ວ, ມານຊາຕານຈະຖືກປ່ອຍຕົວຈາກບ່ອນຂັງມັນໄວ້, |
|
| 8 |
|
| ມັນຈະອອກໄປຫລອກລວງບັນດາປະຊາຊາດທັງຫລາຍ ທີ່ກະຈັດກະຈາຍຢູ່ທົ່ວໂລກ ຄືໂກກແລະມາໂກກ ໃຫ້ມາເຕົ້າໂຮມກັນເພື່ອການເຮັດເສິກ ຈຳນວນຄົນເຫຼົ່ານັ້ນມີຫລວງຫລາຍ ເໝືອນເມັດຊາຍຕາມແຄມຝັ່ງທະເລ. |
|
| 9 |
|
| ພວກເຂົາແຜ່ກະຈາຍເປັນກອງທັບອອກໄປທົ່ວແຜ່ນດິນໂລກ ແລະໄດ້ອ້ອມຄ້າຍພວກໄພ່ພົນຂອງພຣະເຈົ້າ ກັບນະຄອນທີ່ພຣະອົງຊົງຮັກນັ້ນ. ແຕ່ໄຟໄດ້ຕົກລົງມາຈາກສະຫວັນ ແລະທຳລາຍລ້າງຜານພວກເຂົາເສຍ. |
|
| 10 |
|
| ສ່ວນມານຮ້າຍທີ່ຫລອກລວງຄົນເຫຼົ່ານັ້ນ ກໍໄດ້ຖືກຖິ້ມລົງໃນບຶງໄຟປົນກັບມາດບ່ອນທີ່ສັດຮ້າຍ ແລະຜູ້ປະກາດພຣະທຳປອມໄດ້ຖືກຖິ້ມລົງໄປແລ້ວນັ້ນ ແລະພວກມັນຈະຕ້ອງຖືກທົນທຸກທໍລະມານ ທັງກາງເວັນແລະກາງຄືນ ຢູ່ຕະຫລອດນິຣັນດອນ. |
|
| 11 |
|
| ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະບັນລັງໃຫຍ່ສີຂາວ ທັງເຫັນພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ, ແຜ່ນດິນໂລກ ແລະທ້ອງຟ້າກໍພ່າຍໜີ ແລະບ່ອນຢູ່ສຳລັບແຜ່ນດິນໂລກ ແລະທ້ອງຟ້ານັ້ນກໍບໍ່ເຫັນອີກ. |
|
| 12 |
|
| ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ. |
|
| 13 |
|
| ທະເລກໍໄດ້ສົ່ງຄົນທັງຫລາຍທີ່ຕາຍໃນທ້ອງທະເລຄືນມາ. ຄວາມຕາຍແລະແດນມໍຣະນາ ກໍໄດ້ສົ່ງຄົນທັງຫລາຍໃນທີ່ນັ້ນຄືນມາເໝືອນກັນ. ພວກເຂົາທັງໝົດໄດ້ຖືກຕັດສິນ ຕາມການກະທຳຂອງພວກຕົນທຸກຄົນ. |
|
| 14 |
|
| ຄວາມຕາຍແລະແດນມໍຣະນາ ກໍໄດ້ຖືກຖິ້ມລົງໃນບຶງໄຟ. ບຶງໄຟນີ້ແຫຼະ ເປັນຄວາມຕາຍຄັ້ງທີສອງ. |
|
| 15 |
|
| ຖ້າຜູ້ໃດທີ່ບໍ່ມີຊື່ຈົດໄວ້ໃນໜັງສືທະບຽນແຫ່ງຊີວິດ ຜູ້ນັ້ນກໍຖືກຖິ້ມລົງໃນບຶງໄຟ. |
|
|
|
|