|
| 1 |
|
| ແລ້ວເທວະດາຕົນນັ້ນ ກໍໄດ້ຊີ້ໃຫ້ຂ້າພະເຈົ້າເຫັນແມ່ນໍ້າແຫ່ງຊີວິດ ທີ່ໃສເໝືອນແກ້ວ ໄຫຼອອກມາຈາກພຣະບັນລັງຂອງພຣະເຈົ້າ ແລະຈາກພຣະເມສານ້ອຍ. |
|
| 2 |
|
| ນໍ້ານັ້ນໄຫລລົງຜ່ານກາງຖະໜົນຂອງນະຄອນ ແຕ່ລະແຄມທັງສອງຟາກຂ້າງຂອງແມ່ນໍ້ານັ້ນ ມີຕົ້ນໄມ້ແຫ່ງຊີວິດ ຊຶ່ງເກີດຜົນສິບສອງຊະນິດ, ເກີດຜົນທຸກເດືອນ ແລະໃບຂອງຕົ້ນນັ້ນ ໃຊ້ສຳລັບປິ່ນປົວບັນດາປະຊາຊາດທັງຫລາຍໃຫ້ດີ. |
|
| 3 |
|
| ຢູ່ໃນນະຄອນນັ້ນ ບໍ່ມີສິ່ງໃດທີ່ຕົກຢູ່ໃນຄຳສາບແຊ່ງຂອງພຣະເຈົ້າອີກຕໍ່ໄປ. ພຣະບັນລັງຂອງພຣະເຈົ້າ ແລະຂອງພຣະເມສານ້ອຍ ຈະຕັ້ງຢູ່ໃນນະຄອນນັ້ນ ແລະພວກຜູ້ຮັບໃຊ້ຂອງພຣະອົງຈະບົວລະບັດຮັບໃຊ້ພຣະອົງ. |
|
| 4 |
|
| ພວກເຂົາຈະເຫັນພຣະເຈົ້າໜ້າຕໍ່ໜ້າ ແລະພຣະນາມຂອງພຣະອົງຈະຊົງປະທັບຕາໃສ່ໜ້າຜາກຂອງພວກເຂົາໄວ້. |
|
| 5 |
|
| ກາງຄືນຈະບໍ່ມີອີກຕໍ່ໄປ ແລະພວກເຂົາຈະບໍ່ຕ້ອງການແສງໂຄມໄຟ ຫລືແສງຕາເວັນ, ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນແສງສະຫວ່າງຂອງພວກເຂົາ ແລະພວກເຂົາຈະປົກຄອງຢູ່ຕະຫລອດນິຣັນດອນ. |
|
| 6 |
|
| ເທວະດາຕົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ຖ້ອຍຄຳເຫຼົ່ານີ້ແມ່ນສັດຊື່ແລະທ່ຽງແທ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງດວງວິນຍານຂອງບັນດາຜູ້ທຳນວາຍ ໄດ້ຊົງໃຫ້ເທວະດາຂອງພຣະອົງ ສຳແດງແກ່ບັນດາຜູ້ຮັບໃຊ້ຂອງພຣະອົງ ເພື່ອໃຫ້ຮູ້ວ່າເຫດການຫຍັງທີ່ຕ້ອງເກີດຂຶ້ນໃນໄວໆນີ້.” |
|
| 7 |
|
| “ແລະເບິ່ງແມ! ເຮົາຈະມາໃນໄວໆນີ້ ຄວາມສຸກເປັນຂອງຜູ້ທີ່ຖືຮັກສາຄຳທຳນວາຍໃນໜັງສືມ້ວນນີ້.” |
|
| 8 |
|
| ຂ້າພະເຈົ້າ ຄືໂຢຮັນ ເປັນຜູ້ທີ່ໄດ້ຍິນແລະໄດ້ເຫັນເຫດການທັງໝົດນີ້. ເມື່ອຂ້າພະເຈົ້າໄດ້ຍິນແລະໄດ້ເຫັນແລ້ວ ກໍນ້ອມຕົວລົງຈະນະມັດສະການໃກ້ຕີນຂອງເທວະດາ ຕົນທີ່ໄດ້ສຳແດງເຫດການທັງໝົດນີ້ໃຫ້ແກ່ຂ້າພະເຈົ້າ. |
|
| 9 |
|
| ແຕ່ເທວະດາຕົນນັ້ນ ໄດ້ບອກຂ້າພະເຈົ້າວ່າ, “ຈົ່ງລະວັງ ຢ່າກົ້ມຂາບເຮົາເລີຍ, ເຮົາເອງກໍເປັນເພື່ອນຜູ້ຮັບໃຊ້ເໝືອນກັບທ່ານ ແລະກັບພວກພີ່ນ້ອງຂອງທ່ານຊຶ່ງເປັນຜູ້ປະກາດພຣະທຳ ແລະທຸກຄົນທີ່ຖືຮັກສາຖ້ອຍຄຳໃນໜັງສືມ້ວນນີ້ ຈົ່ງນະມັດສະການພຣະເຈົ້າເທີ້ນ.” |
|
| 10 |
|
| ແລ້ວເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຢ່າປົກປິດຖ້ອຍຄຳທຳນວາຍ ໃນໜັງສືມ້ວນນີ້ໄວ້ເປັນຄວາມລັບ ເພາະເວລາທີ່ເຫດການຈະເກີດຂຶ້ນນັ້ນ ກໍໃກ້ເຂົ້າມາແລ້ວ. |
|
| 11 |
|
| ຜູ້ໃດທີ່ເຮັດຊົ່ວ ກໍໃຫ້ເຮັດຊົ່ວຕໍ່ໄປ, ຜູ້ໃດທີ່ເປັນຄົນຊົ່ວຊ້າ ກໍໃຫ້ເປັນຄົນຊົ່ວຊ້າຕໍ່ໄປ, ຜູ້ໃດທີ່ເປັນຄົນຊອບທຳ ກໍໃຫ້ເຮັດການຊອບທຳຕໍ່ໄປ ແລະຜູ້ໃດທີ່ເປັນຄົນບໍຣິສຸດ ກໍໃຫ້ເປັນຄົນບໍຣິສຸດຕໍ່ໄປ.” |
|
| 12 |
|
| “ເບິ່ງແມ! ເຮົາຈະມາໃນໄວໆນີ້ ເຮົາຈະເອົາບຳເໜັດຂອງເຮົາມານຳ ເພື່ອຕອບແທນຕາມການປະຕິບັດຂອງແຕ່ລະຄົນ. |
|
| 13 |
|
| ເຮົາ ຄືອາລະຟາແລະໂອເມຄາ ເປັນຜູ້ກົກແລະເປັນຜູ້ສຸດທ້າຍ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ.” |
|
| 14 |
|
| ຄວາມສຸກເປັນຂອງຜູ້ທີ່ຊຳລະລ້າງເສື້ອຜ້າຂອງຕົນໃຫ້ສະອາດ ເພື່ອພວກເຂົາຈະມີສິດຢ່າງຖືກຕ້ອງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ ແລະເຂົ້າໄປໃນນະຄອນນັ້ນຜ່ານທາງປະຕູ. |
|
| 15 |
|
| ສ່ວນຝູງໝາກັບຄົນໃຊ້ເວດມົນຄາຖາ, ຄົນລ່ວງຜິດສິນທຳທາງເພດ, ຄົນຄາດຕະກອນ, ຄົນຂາບໄຫວ້ຮູບເຄົາຣົບ ແລະຄົນຂີ້ຕົວະຈະຢູ່ພາຍນອກ. |
|
| 16 |
|
| “ຝ່າຍເຮົາ ຄື ເຢຊູ ເຮົາໄດ້ໃຊ້ເທວະດາຂອງເຮົາໄປເປັນພະຍານ ເພື່ອສຳແດງເຫດການເຫຼົ່ານີ້ແກ່ພວກເຈົ້າ ສຳລັບຄຣິສຕະຈັກທັງຫລາຍ ເຮົານີ້ເປັນຮາກເຄົ້າ ແລະໜໍ່ເຊື້ອຂອງດາວິດ ເປັນດາວເພັກດວງໃສຮຸ່ງເຮືອງ.” |
|
| 17 |
|
| ຝ່າຍພຣະວິນຍານ ແລະເຈົ້າສາວຊົງກ່າວວ່າ, “ເຊີນມາ.” ໃຫ້ຜູ້ໄດ້ຍິນນັ້ນກ່າວວ່າ, “ເຊີນມາ.” ໃຫ້ຜູ້ຫິວນໍ້າເຂົ້າມາ ຜູ້ໃດມີໃຈປາຖະໜາ ກໍໃຫ້ຜູ້ນັ້ນມາຮັບນໍ້າສຳລັບຊີວິດ ໂດຍບໍ່ຕ້ອງເສຍຄ່າ. |
|
| 18 |
|
| ຝ່າຍຂ້າພະເຈົ້າຂໍເຕືອນທຸກຄົນ ທີ່ໄດ້ຍິນຄຳທຳນວາຍທັງຫຼາຍໃນໜັງສືມ້ວນນີ້ວ່າ, “ຖ້າຜູ້ໃດຈະເພີ່ມຕື່ມຂໍ້ຄວາມໃດໆໃສ່ໃນໜັງສືມ້ວນນີ້ ພຣະເຈົ້າຈະເອົາໄພພິບັດທີ່ຂຽນໄວ້ໃນໜັງສືມ້ວນນີ້ ເພີ່ມຕື່ມໃຫ້ແກ່ຜູ້ນັ້ນ. |
|
| 19 |
|
| ຖ້າຜູ້ໃດຕັດຂໍ້ຄວາມໃດໜຶ່ງ ອອກຈາກຄຳທຳນວາຍໃນໜັງສືມ້ວນນີ້ ພຣະເຈົ້າຈະຊົງຕັດສ່ວນແບ່ງຂອງຜູ້ນັ້ນ ອອກຈາກຕົ້ນໄມ້ແຫ່ງຊີວິດ ແລະແຫ່ງນະຄອນສັກສິດ ຊຶ່ງໄດ້ຂຽນໄວ້ໃນໜັງສືມ້ວນນີ້.” |
|
| 20 |
|
| ພຣະອົງຜູ້ຊົງເປັນພະຍານເຖິງເຫດການເຫຼົ່ານີ້ ຊົງກ່າວວ່າ, “ແນ່ນອນ ເຮົາຈະມາໃນໄວໆນີ້.” ອາແມນ ອົງພຣະເຢຊູເຈົ້າເຊີນສະເດັດມາເທີ້ນ! |
|
| 21 |
|
| ຂໍໃຫ້ພຣະຄຸນຂອງອົງພຣະເຢຊູເຈົ້າ ຈົ່ງສະຖິດຢູ່ນຳໄພ່ພົນຂອງພຣະເຈົ້າທຸກຄົນເທີ້ນ ອາແມນ. |
|
|
|
|