|
| 1 |
|
| ຕໍ່ມາ ແຊມຊັນໄດ້ຈາກເມືອງເລຮີໄປທີ່ເມືອງກາຊາ. ໃນເມືອງນີ້ ລາວໄດ້ພົບຍິງໂສເພນີຜູ້ໜຶ່ງຈຶ່ງເຂົ້າໄປນອນນຳນາງ. |
|
| 2 |
|
| ເມື່ອປະຊາຊົນຊາວກາຊາຮູ້ວ່າແຊມຊັນຢູ່ໃນທີ່ນັ້ນ ພວກເຂົາກໍມາອ້ອມບ່ອນນັ້ນໄວ້ ແລະຄອຍຖ້າຈັບລາວຢູ່ທີ່ປະຕູເມືອງຕະຫລອດຄືນ. ພວກເຂົາມິດງຽບຢູ່ຕະຫລອດຄືນ ແລະຄິດວ່າ, “ພວກເຮົາຕ້ອງຄອຍຖ້າຈົນເຖິງມື້ເຊົ້າ ແລ້ວຈະຂ້າມັນຖິ້ມ.” |
|
| 3 |
|
| ແຕ່ແຊມຊັນນອນຮອດທ່ຽງຄືນເທົ່ານັ້ນ ແລ້ວລາວກໍໄປດຶງເອົາປະຕູເມືອງ ທີ່ມີທັງບານແລະຂອບປະຕູ ຕະຫລອດທັງໄລໃນນັ້ນແບກໃສ່ບ່າ ອອກໄປເທິງຍອດພູທີ່ຢູ່ໃກ້ກັບເມືອງເຮັບໂຣນ. |
|
| 4 |
|
| ຫລັງຈາກນັ້ນ ແຊມຊັນກໍໄດ້ຮັກກັບຍິງຄົນໜຶ່ງຊື່ວ່າ ເດລີລາ. ນາງອາໄສຢູ່ໃນຮ່ອມພູໂສເຣັກ. |
|
| 5 |
|
| ກະສັດຊາວຟີລິດສະຕິນຫ້າຄົນໄດ້ໄປຫາຍິງນີ້ ແລະເວົ້າວ່າ, “ໃຫ້ເຈົ້າຍົວະຖາມແຊມຊັນວ່າເປັນຫຍັງລາວຈຶ່ງແຮງແທ້? ພວກຂ້ອຍຈະຊະນະລາວ, ມັດລາວ ແລະເຮັດໃຫ້ລາວອ່ອນແຮງໄດ້ຢ່າງໃດ? ແລ້ວພວກຂ້ອຍແຕ່ລະຄົນກໍຈະເອົາເງິນໃຫ້ເຈົ້າຜູ້ລະໜຶ່ງພັນໜຶ່ງຮ້ອຍຫລຽນ.” |
|
| 6 |
|
| ດັ່ງນັ້ນ ນາງເດລີລາຈຶ່ງເວົ້າກັບແຊມຊັນວ່າ, “ກະລຸນາບອກໃຫ້ຂ້ອຍຮູ້ແດ່ວ່າ ແມ່ນຫຍັງທີ່ເຮັດໃຫ້ເຈົ້າແຂງແຮງແທ້? ຖ້າຄົນໃດຄົນໜຶ່ງຢາກມັດເຈົ້າແລະຢາກເຮັດໃຫ້ເຈົ້າບໍ່ແຂງແຮງ ເຂົາຈະຕ້ອງເຮັດຢ່າງໃດ?” |
|
| 7 |
|
| ແຊມຊັນຕອບວ່າ, “ຖ້າພວກເຂົາມັດຂ້ອຍດ້ວຍເຊືອກໜ້າທະນູໃໝ່ໆເຈັດເສັ້ນທີ່ບໍ່ທັນແຫ້ງ ຂ້ອຍກໍຈະກາຍເປັນຄົນບໍ່ແຂງແຮງດັ່ງຄົນທົ່ວໄປ.” |
|
| 8 |
|
| ເມື່ອຮູ້ດັ່ງນັ້ນ ບັນດາກະສັດຟີລິດສະຕິນຈຶ່ງນຳເອົາເຊືອກໜ້າທະນູໃໝ່ໆ ທີ່ບໍ່ທັນແຫ້ງເຈັດເສັ້ນມາໃຫ້ເດລີລາ. |
|
| 9 |
|
| ນາງຈຶ່ງໃຫ້ຄົນພວກໜຶ່ງຄອຍຖ້າຢູ່ໃນຫ້ອງອື່ນ ສ່ວນນາງເອງໄດ້ເອົາເຊືອກນັ້ນມັດແຊມຊັນ ແລະຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນກຳລັງມາ.” ແຕ່ແຊມຊັນຟຶດເຊືອກທີ່ມັດແຂນນັ້ນຂາດດັ່ງໄຟໄໝ້ເສັ້ນດ້າຍ. ດ້ວຍເຫດນີ້ ພວກຟີລິດສະຕິນຈຶ່ງຍັງບໍ່ຮູ້ຄວາມເລິກລັບກ່ຽວກັບກຳລັງຂອງແຊມຊັນໄດ້ເທື່ອ. |
|
| 10 |
|
| ຕໍ່ມາ ນາງເດລີລາກໍເວົ້າຕໍ່ແຊມຊັນອີກວ່າ, “ເຈົ້າຫລອກລວງແລະຕົວະຂ້ອຍ ບອກຂ້ອຍແດ່ໄດ້ບໍວ່າ ເຂົາຈະມັດເຈົ້າໄດ້ດ້ວຍວິທີໃດ?” |
|
| 11 |
|
| ແຊມຊັນຈຶ່ງບອກນາງວ່າ, “ຖ້າພວກເຂົາມັດຂ້ອຍດ້ວຍເຊືອກໃໝ່ໆທີ່ບໍ່ທັນໃຊ້ ຂ້ອຍຈະບໍ່ແຂງແຮງດັ່ງຄົນທົ່ວໄປ.” |
|
| 12 |
|
| ນາງເດລີລາຈຶ່ງເອົາເຊືອກໃໝ່ໆມາມັດແຊມຊັນ ທັງຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນກຳລັງມາ.” ສ່ວນພວກທີ່ລໍຄອຍຈັບແຊມຊັນນັ້ນກໍຖ້າຢູ່ໃນຫ້ອງອື່ນ. ແຊມຊັນຟຶດເຊືອກທີ່ມັດແຂນຢູ່ນັ້ນຂາດດັ່ງທຸດເສັ້ນດ້າຍ. |
|
| 13 |
|
| ແລ້ວເດລີລາກໍໄດ້ເວົ້າຕໍ່ແຊມຊັນວ່າ, “ເຈົ້າຍັງຫລອກລວງຂ້ອຍຢູ່ ບອກຂ້ອຍແດ່ວ່າ ເຂົາຈະມັດເຈົ້າໄດ້ດ້ວຍວິທີໃດ?” ແຊມຊັນບອກນາງວ່າ, “ຖ້າເຈົ້າເອົາຜົມຂອງຂ້ອຍເຈັດປອຍໄປຕໍ່າໃສ່ຫູກ ທັງຖົກຟືມໃຫ້ແໜ້ນ ຂ້ອຍກໍຈະກາຍເປັນຄົນບໍ່ແຂງແຮງດັ່ງຄົນທົ່ວໄປ.” |
|
| 14 |
|
| ເດລີລາຈຶ່ງກ່ອມແຊມຊັນໃຫ້ນອນ ແລ້ວນາງກໍເອົາຜົມຂອງແຊມຊັນເຈັດປອຍຕໍ່າໃສ່ຫູກ ແລະຖົກຟືມໃຫ້ແໜ້ນ ແລະຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນກຳລັງມາ” ແຊມຊັນລຸກຂຶ້ນຖອດຟືມອອກແລະດຶງເຄືອຫູກຂາດ. |
|
| 15 |
|
| ດັ່ງນັ້ນ ນາງເດລີລາຈຶ່ງເວົ້າຕໍ່ແຊມຊັນວ່າ, “ເຈົ້າເວົ້າວ່າເຈົ້າຮັກຂ້ອຍໄດ້ຢ່າງໃດ ໃນເມື່ອເຈົ້າບໍ່ຮັກຂ້ອຍເລີຍ? ເຈົ້າຫລອກລວງຂ້ອຍເຖິງສາມເທື່ອ ແລະເຈົ້າຍັງບໍ່ທັນບອກຂ້ອຍເລີຍວ່າ ດ້ວຍເຫດໃດເຈົ້າຈຶ່ງແຂງແຮງແທ້?” |
|
| 16 |
|
| ນາງເດລີລາໄດ້ຖາມຢູ່ທຸກມື້ ຈົນແຊມຊັນເບື່ອໜ່າຍທີ່ຈະຟັງ ຍ້ອນນາງລົບກວນ. |
|
| 17 |
|
| ໃນທີ່ສຸດ ແຊມຊັນຈຶ່ງບອກນາງຕາມຄວາມຈິງວ່າ, “ຂ້ອຍບໍ່ເຄີຍຕັດຜົມຈັກເທື່ອ ເພາະຂ້ອຍອຸທິດຕົວແກ່ພຣະເຈົ້າເປັນຄົນນາຊີຣີ ນັບຕັ້ງແຕ່ມື້ທີ່ຂ້ອຍໄດ້ເກີດມາ. ຖ້າຂ້ອຍຕັດຜົມເມື່ອໃດ ຂ້ອຍຈະສູນເສຍແຮງເມື່ອນັ້ນ ແລະຂ້ອຍຈະບໍ່ແຂງແຮງດັ່ງຄົນທົ່ວໄປ.” |
|
| 18 |
|
| ເມື່ອນາງເດລີລາແນ່ໃຈວ່າແຊມຊັນໄດ້ບອກຄວາມຈິງແລ້ວ ນາງກໍສົ່ງຂ່າວໄປບອກພວກກະສັດຟີລິດສະຕິນວ່າ, “ເຊີນກັບມາອີກເທື່ອໜຶ່ງເຖີດ ແຊມຊັນໄດ້ບອກຄວາມຈິງໃຫ້ຂ້ອຍຮູ້ແລ້ວ.” ພວກເຂົາຈຶ່ງມາພ້ອມທັງຖືເງິນມານຳດ້ວຍ. |
|
| 19 |
|
| ເດລີລາໄດ້ກ່ອມແຊມຊັນໃຫ້ນອນເທິງຕັກຂອງນາງ ແລະເອີ້ນໃຫ້ຜູ້ໜຶ່ງມາຕັດຜົມຂອງລາວອອກເຈັດປອຍ. ແລ້ວນາງກໍໄດ້ຊຸກແຊມຊັນໃຫ້ຕື່ນ ແຕ່ລາວບໍ່ມີແຮງສາແລ້ວ. |
|
| 20 |
|
| ນາງເດລີລາຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິດສະຕິນກຳລັງມາ.” ແຊມຊັນຈຶ່ງລຸກຂຶ້ນແລະຄິດວ່າ, “ຂ້ອຍຈະໄປໄດ້ຢ່າງສະບາຍດັ່ງແຕ່ກ່ອນ.” ລາວບໍ່ຮູ້ເລີຍວ່າພຣະເຈົ້າຢາເວບໍ່ໄດ້ຢູ່ນຳລາວແລ້ວ. |
|
| 21 |
|
| ຕໍ່ມາ ພວກຟີລິດສະຕິນກໍຈັບແຊມຊັນໄດ້ ແລະເຈາະແກ່ນຕາທັງສອງຂອງລາວ. ພວກເຂົາໄດ້ນຳລາວໄປທີ່ເມືອງກາຊາ ແລະໃຊ້ໂສ້ທີ່ເປັນທອງສຳຣິດລ່າມລາວໄວ້ ແລະທັງບັງຄັບລາວໃຫ້ໂມ້ແປ້ງຢູ່ໃນຄຸກ. |
|
| 22 |
|
| ແຕ່ຜົມຂອງແຊມຊັນໄດ້ເລີ່ມປົ່ງຂຶ້ນອີກ. |
|
| 23 |
|
| ພວກກະສັດຂອງຊາວຟີລິດສະຕິນໄດ້ພາກັນມາສະເຫລີມສະຫລອງ ງານຖວາຍບູຊາຄັ້ງຍິ່ງໃຫຍ່ແກ່ພະດາໂກນຂອງພວກເຂົາ. ພວກເຂົາຮ້ອງເພງວ່າ, “ພະຂອງພວກເຮົາໃຫ້ພວກເຮົາມີໄຊເໜືອແຊມຊັນ ສັດຕູຄູ່ອາຄາດ.” |
|
| 24 |
|
| ພວກເຂົາກຳລັງມ່ວນຊື່ນ ແລະເວົ້າວ່າ, “ຈົ່ງນຳແຊມຊັນອອກມາ ແລະບັງຄັບມັນເຮັດຕະຫລົກໃຫ້ພວກເຮົາເບິ່ງ.” ເມື່ອພວກເຂົາໄດ້ນຳແຊມຊັນອອກມາຈາກຄຸກແລ້ວ ພວກເຂົາກໍໃຫ້ລາວຢືນຢູ່ລະຫວ່າງເສົາຂອງຕຶກ ແລະບັງຄັບລາວເຮັດຕະຫລົກໃຫ້ພວກເຂົາເບິ່ງ. ເມື່ອປະຊາຊົນເຫັນແຊມຊັນ ຈຶ່ງພາກັນສັນລະເສີນພະຂອງພວກຕົນວ່າ, “ພະຂອງພວກເຮົາໃຫ້ພວກເຮົາມີໄຊຊະນະເໜືອເຫຼົ່າສັດຕູ ຜູ້ທີ່ທຳລາຍດິນແດນແລະຂ້າຄົນຂອງພວກເຮົາຫລາຍຄົນ.” |
|
| 25 |
|
|
|
| 26 |
|
| ແຊມຊັນເວົ້າກັບເດັກນ້ອຍຜູ້ທີ່ຈູງມືຂອງລາວນັ້ນວ່າ, “ພາຂ້ອຍໄປຢືນຢູ່ແປະກັບເສົາຄໍ້າຕຶກນີ້ແດ່ ເພາະຂ້ອຍຢາກອີງເສົາ.” |
|
| 27 |
|
| ຫໍໂຮງນີ້ເຕັມໄປດ້ວຍປະຊາຊົນທັງຊາຍແລະຍິງ. ກະສັດຟີລິດສະຕິນທັງຫ້າຄົນກໍຢູ່ໃນບ່ອນນັ້ນດ້ວຍ. ທີ່ເທິງຫລັງຄາພຽງມີປະຊາຊົນທັງຊາຍແລະຍິງປະມານສາມພັນຄົນ; ພວກເຂົາຕ່າງກໍກຳລັງຈ້ອງຕາເບິ່ງແຊມຊັນຕະຫລົກໃຫ້ພວກເຂົາເບິ່ງ. |
|
| 28 |
|
| ແລ້ວແຊມຊັນກໍພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂໍໂຜດຈື່ຈຳຂ້ານ້ອຍດ້ວຍເຖີດ. ໂອ ພຣະເຈົ້າເອີຍ ໂຜດໃຫ້ກຳລັງວັງຊາແກ່ຂ້ານ້ອຍອີກພຽງຄັ້ງດຽວເທົ່ານັ້ນ ເພື່ອຂ້ານ້ອຍຈະລ້າງແຄ້ນພວກຟີລິດສະຕິນ ເພາະພວກເຂົາເຈາະແກ່ນຕາທັງສອງເບື້ອງຂອງຂ້ານ້ອຍ.” |
|
| 29 |
|
| ສະນັ້ນ ແຊມຊັນຈຶ່ງຈັບສອງເສົາກາງທີ່ຄໍ້າຫໍໂຮງ ແລະທຸ້ມເທກຳລັງທັງໝົດທີ່ຕົນມີຢູ່ຊຸກເສົາທັງສອງນັ້ນ |
|
| 30 |
|
| ພ້ອມທັງຮ້ອງຂຶ້ນວ່າ, “ຂໍໃຫ້ຂ້ານ້ອຍຕາຍພ້ອມກັບຊາວຟີລິດສະຕິນນີ້ເຖີດ.” ລາວຊຸກເສົາຈົນຫໍໂຮງເຈື່ອນລົງທັບກະສັດທັງຫ້າແລະຄົນອື່ນໆອີກ. ແຊມຊັນໄດ້ຂ້າຄົນໃນເວລາທີ່ລາວຕາຍນີ້ ຫລາຍກວ່າຂະນະທີ່ລາວຍັງມີຊີວິດຢູ່. |
|
| 31 |
|
| ພວກຍາດຕິພີ່ນ້ອງກັບຄອບຄົວຂອງແຊມຊັນໄດ້ມາເອົາຊາກສົບຂອງລາວກັບເມືອ ແລະນຳໄປຝັງໄວ້ຢູ່ໃນບ່ອນຝັງສົບຂອງມາໂນອາພໍ່ຂອງລາວ ທີ່ຢູ່ລະຫວ່າງເມືອງໂຊຣາ ແລະເມືອງເອຊະຕາໂອນ. ແຊມຊັນໄດ້ປົກຄອງຊາດອິດສະຣາເອນເປັນເວລາຊາວປີ. |
|
|
|
|