|
| 1 |
|
| ໃນຄາວນັ້ນ ຊາດອິດສະຣາເອນຍັງບໍ່ທັນມີກະສັດເທື່ອ. ເວລານັ້ນ ຄົນໃນເຜົ່າດານກຳລັງຊອກຫາເຂດແດນມາເປັນຂອງຕົນເພື່ອຕັ້ງຖິ່ນຖານຢູ່ ຍ້ອນວ່າໃນບັນດາເຜົ່າຂອງຊາດອິດສະຣາເອນນັ້ນ ພວກເຂົາຍັງບໍ່ໄດ້ຮັບດິນແດນສ່ວນໃດໆມາເປັນກຳມະສິດເລີຍ. |
|
| 2 |
|
| ດັ່ງນັ້ນ ຊາວດານຈຶ່ງຄັດເລືອກເອົາຊາຍທີ່ອົງອາດກ້າຫານ ຫ້າຄົນຈາກທຸກຄອບຄົວໃນເຜົ່າຂອງຕົນ ແລະໃຊ້ພວກເຂົາຈາກເມືອງໂຊຣາ ແລະເອຊະຕາໂອນ ໄປສຳຫລວດເບິ່ງດິນແດນຕາມຄຳສັ່ງ. ພໍມາເຖິງເຂດເນີນພູເອຟຣາອິມ ພວກເຂົາກໍມາຢູ່ທີ່ເຮືອນຂອງມີກາ. |
|
| 3 |
|
| ເມື່ອອາໄສຢູ່ນັ້ນ ເຂົາກໍຈື່ສຽງຂອງຊາຍໜຸ່ມຊາວເລວີໄດ້ຈຶ່ງຖາມລາວວ່າ, “ເຈົ້າມາເຮັດຫຍັງຢູ່ທີ່ນີ້? ໃຜສົ່ງເຈົ້າມາ?” |
|
| 4 |
|
| ລາວຕອບວ່າ, “ຂ້ອຍມີຂໍ້ຕົກລົງກັບມີກາ ຜູ້ທີ່ຈ້າງຂ້ອຍໃຫ້ມາບົວລະບັດຮັບໃຊ້ເປັນປະໂຣຫິດຂອງລາວ.” |
|
| 5 |
|
| ພວກເຂົາຈຶ່ງເວົ້າກັບຊາຍໜຸ່ມຊາວເລວີວ່າ, “ກະລຸນາຖາມພຣະເຈົ້າໃຫ້ແດ່ວ່າ ການເດີນທາງຂອງພວກເຮົາໃນຄັ້ງນີ້ຈະສຳເລັດຜົນຫລືບໍ່?” |
|
| 6 |
|
| ປະໂຣຫິດຈຶ່ງຕອບວ່າ, “ພວກທ່ານບໍ່ຕ້ອງເປັນຫ່ວງນຳສິ່ງໃດເລີຍ ພຣະເຈົ້າຢາເວຈະປົກປັກຮັກສາໃນການເດີນທາງຄັ້ງນີ້.” |
|
| 7 |
|
| ດັ່ງນັ້ນ ຊາຍທັງຫ້າຄົນຈຶ່ງຈາກໄປທີ່ເມືອງລາອິດ. ໃນເມືອງນີ້ພວກເຂົາເຫັນວ່າ ປະຊາຊົນຢູ່ກັນຢ່າງປອດໄພເໝືອນກັບພວກຊີໂດນ ຢູ່ກັນຢ່າງສະຫງົບສຸກແລະມິດງຽບ ຢ່າງບໍ່ມີການຜິດຂ້ອງຕ້ອງຖຽງກັນເລີຍ. ພວກເຂົາມີທຸກສິ່ງທີ່ຕ້ອງການ. ພວກເຂົາຢູ່ຫ່າງໄກຈາກພວກຊີໂດນ ແລະບໍ່ມີສ່ວນກ່ຽວຂ້ອງກັບຄົນອື່ນ. |
|
| 8 |
|
| ເມື່ອຊາຍທັງຫ້າກັບຄືນມາສູ່ເມືອງໂຊຣາ ແລະເມືອງເອຊະຕາໂອນແລ້ວ ຊາວເມືອງກໍຖາມເຖິງສິ່ງທີ່ພວກເຂົາໄດ້ພົບເຫັນ. |
|
| 9 |
|
| ພວກເຂົາຈຶ່ງຕອບວ່າ, “ໃຫ້ພວກເຮົາພາກັນໄປຕີເອົາເມືອງລາອິດ ພວກຂ້ອຍໄດ້ເຫັນເມືອງນັ້ນເປັນດິນແດນດີທີ່ສຸດ. ຢ່າພາກັນຢູ່ບ່ອນນີ້ລ້າໆ ຈົ່ງຮີບຟ້າວໄປຢຶດດິນແດນນັ້ນ |
|
| 10 |
|
| ເມື່ອໄປຮອດທີ່ນັ້ນແລ້ວ ພວກເຈົ້າຈະພົບວ່າຊາວເມືອງນັ້ນບໍ່ໄດ້ສົງໄສສິ່ງໃດໆເລີຍ. ມັນເປັນເມືອງໃຫຍ່ແລະທັງມີທຸກສິ່ງທີ່ຕ້ອງການດ້ວຍ ແລະອົງພຣະຜູ້ເປັນເຈົ້າໄດ້ມອບເມືອງນັ້ນໃຫ້ແກ່ພວກເຈົ້າແລ້ວ.” |
|
| 11 |
|
| ດັ່ງນັ້ນ ຊາຍຫົກຮ້ອຍຄົນ ຈາກເຜົ່າດານຈຶ່ງຕຽມພ້ອມສູ້ຮົບ ແລະເດີນທາງອອກໄປຈາກເມືອງໂຊຣາແລະເອຊະຕາໂອນ. |
|
| 12 |
|
| ພວກເຂົາຂຶ້ນໄປຕັ້ງທີ່ໝັ້ນຢູ່ທາງດ້ານຕາເວັນຕົກ ຂອງກີຣີອາດເຢອາຣີມໃນແຂວງຢູດາຍ. ດ້ວຍເຫດນີ້ ບ່ອນນີ້ຈຶ່ງຍັງມີຊື່ວ່າທີ່ໝັ້ນຂອງພວກດານ. |
|
| 13 |
|
| ຈາກບ່ອນນີ້ ພວກເຂົາກໍມາຮອດເຮືອນຂອງມີກາທີ່ເຂດເນີນພູເອຟຣາອິມ. |
|
| 14 |
|
| ແລ້ວຊາຍທັງຫ້າທີ່ໄດ້ໄປສອດແນມເບິ່ງອ້ອມແອ້ມເມືອງລາອິດ ກໍໄດ້ບອກພັກພວກຂອງຕົນວ່າ, “ພວກເຈົ້າຮູ້ຈັກບໍໃນບ້ານນີ້ມີເຮືອນຫລັງໜຶ່ງ ທີ່ມີຮູບເຄົາຣົບເປັນໄມ້ເຄືອບດ້ວຍເງິນ. ນອກຈາກນີ້ຍັງມີຮູບເຄົາຣົບອື່ນໆ ແລະເອໂຟດຜືນໜຶ່ງອີກ. ພວກເຈົ້າຄິດວ່າພວກເຮົາຄວນຈະເຮັດຢ່າງໃດ?” |
|
| 15 |
|
| ດັ່ງນັ້ນ ພວກເຂົາຈຶ່ງຂຶ້ນໄປທີ່ເຮືອນຂອງມີກາ ບ່ອນທີ່ຊາຍໜຸ່ມຊາວເລວີອາໄສຢູ່ນັ້ນ ແລະຖາມເຖິງຄວາມສຸກທຸກຂອງລາວ. |
|
| 16 |
|
| ໃນຂະນະດຽວກັນນັ້ນ ທະຫານຊາວດານຫົກຮ້ອຍຄົນ ກໍຢືນຢູ່ທີ່ປະຕູບ້ານ ແລະຕຽມພ້ອມສູ້ຮົບ. |
|
| 17 |
|
| ໃນເວລາທີ່ປະໂຣຫິດກຳລັງຢູ່ທີ່ປະຕູບ້ານກັບທະຫານຫົກຮ້ອຍຄົນນັ້ນ; ສອດແນມຫ້າຄົນກໍໄດ້ເຂົ້າໄປໃນເຮືອນ ແລະຢຶດຮູບເຄົາຣົບເປັນໄມ້ເຄືອບດ້ວຍເງິນ, ຮູບເຄົາຣົບອື່ນໆ, ຕະຫລອດທັງເອໂຟດດ້ວຍ. |
|
| 18 |
|
| ເມື່ອຊາຍເຫຼົ່ານັ້ນເຂົ້າໄປເອົາສິ່ງຂອງສັກສິດອອກມາຈາກເຮືອນຂອງມີກາ ປະໂຣຫິດຈຶ່ງຖາມວ່າ, “ພວກເຈົ້າກຳລັງເຮັດຫຍັງຫັ້ນ?” |
|
| 19 |
|
| ພວກເຂົາຕອບວ່າ, “ຢ່າປາກ ຈົ່ງມາກັບພວກເຮົາສາ ໄປເປັນປະໂຣຫິດແລະເປັນທີ່ປຶກສາຂອງພວກເຮົາ. ທ່ານຈະເປັນປະໂຣຫິດຂອງຊາຍພຽງຄົນດຽວ ຫລືທ່ານຈະເປັນປະໂຣຫິດຂອງເຜົ່າໜຶ່ງໃນຊາດອິດສະຣາເອນທັງໝົດ ອັນໃດຈະດີກວ່າກັນ?” |
|
| 20 |
|
| ເລື່ອງນີ້ເຮັດໃຫ້ປະໂຣຫິດມີຄວາມດີໃຈຫລາຍ; ສະນັ້ນ ລາວຈຶ່ງນຳເອົາສິ່ງສັກສິດເຫຼົ່ານັ້ນໜີຕາມຊາວດານໄປ. |
|
| 21 |
|
| ພວກເຂົາໄດ້ເລີ່ມອອກເດີນທາງກັບໄປໂດຍໃຫ້ລູກ, ຝູງສັດ ແລະສິ່ງຂອງຂອງພວກເຂົາອອກໜ້າກ່ອນ. |
|
| 22 |
|
| ພວກເຂົາໄດ້ເດີນທາງໄປເປັນໄລຍະໄກພໍສົມຄວນຈາກເຮືອນຂອງມີກາ ເມື່ອມີກາຮ້ອງເອົາພວກໄທບ້ານໃກ້ຄຽງໃຫ້ອອກໄປສູ້ຮົບ. ພວກເຂົາໄດ້ຕິດຕາມພວກດານໄປ |
|
| 23 |
|
| ແລະຮ້ອງໃສ່ພວກເຂົາ. ພວກດານຈຶ່ງຫັນຫລັງມາຮ້ອງຖາມຄືນວ່າ, “ມີເລື່ອງຫຍັງ ເປັນຫຍັງຈຶ່ງມີຄົນມາຫລວງຫລາຍຢ່າງນີ້?” |
|
| 24 |
|
| ມີກາຖາມຄືນວ່າ, “ພວກທ່ານຖາມວ່າ ‘ມີເລື່ອງຫຍັງ?’ ໝາຍຄວາມວ່າຢ່າງໃດ? ພວກທ່ານເອົາປະໂຣຫິດແລະຮູບພະຊຶ່ງຂ້ອຍໄດ້ສ້າງນັ້ນໜີມາໝົດ ມີຫຍັງເຫຼືອໄວ້ໃຫ້ຂ້ອຍແດ່?” |
|
| 25 |
|
| ຊາວດານຈຶ່ງບອກລາວວ່າ, “ທາງທີ່ດີແລ້ວ ເຈົ້າຢ່າເວົ້າຫຍັງດີກວ່າ ຖ້າເຈົ້າບໍ່ຢາກໃຫ້ທະຫານເຫຼົ່ານີ້ໃຈຮ້າຍ ແລະຕໍ່ສູ້ພວກເຈົ້າ. ແລ້ວເຈົ້າທັງຄອບຄົວກໍຈະຕາຍໝົດ.” |
|
| 26 |
|
| ແລ້ວຊາວດານກໍໄດ້ອອກເດີນທາງໄປຕໍ່. ເມື່ອມີກາເຫັນວ່າ ພວກເຂົາມີກຳລັງຫລາຍກວ່າຕົນ; ດັ່ງນັ້ນ ລາວຈຶ່ງກັບຄືນເມືອ. |
|
| 27 |
|
| ຫລັງຈາກຊາວດານໄດ້ນຳເອົາປະໂຣຫິດແລະສິ່ງຂອງ ທີ່ມີກາໄດ້ສ້າງນັ້ນມາແລ້ວ ພວກເຂົາກໍໄປໂຈມຕີເມືອງລາອິດຊຶ່ງເປັນເມືອງທີ່ສະຫງົບງຽບ ແລະປະຊາຊົນກໍຢູ່ກັນຢ່າງສັນຕິໃນຮ່ອມພູໃກ້ກັບເມືອງເບັດເຣໂຮບ. ພວກເຂົາໄດ້ຂ້າຊາວເມືອງແລະຈູດເມືອງຖິ້ມ. ເມືອງລາອິດຢູ່ໄກຈາກເມືອງຊີໂດນ ແລະບໍ່ມີການກ່ຽວຂ້ອງກັບຄົນພວກອື່ນແຕ່ຢ່າງໃດ. ດັ່ງນັ້ນ ຈຶ່ງບໍ່ມີໃຜມາຊ່ວຍພວກເຂົາ. ຊາວດານໄດ້ສ້າງເມືອງນີ້ຂຶ້ນໃໝ່ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ. |
|
| 28 |
|
|
|
| 29 |
|
| ພວກເຂົາປ່ຽນຊື່ເມືອງລາອິດມາເປັນເມືອງດານ ຊຶ່ງເປັນຊື່ສືບທອດກັນມາຈາກປູ່ຍ່າຕາຍາຍຂອງພວກເຂົາທີ່ຊື່ວ່າ, ດານ ລູກຊາຍຂອງຢາໂຄບ. |
|
| 30 |
|
| ຊາວດານໄດ້ຕັ້ງຮູບເຄົາຣົບຂຶ້ນຂາບໄຫວ້ ແລະໂຢນາທານລູກຊາຍຂອງເກໂຊມ ແລະຫລານຊາຍຂອງໂມເຊ ໄດ້ເປັນຜູ້ບົວລະບັດຮັບໃຊ້ຢູ່ໃນທີ່ນັ້ນໃນຖານະປະໂຣຫິດຂອງຊາວດານ ແລະເຊື້ອສາຍຂອງໂຢນາທານກໍໄດ້ບົວລະບັດຮັບໃຊ້ເປັນປະໂຣຫິດເລື້ອຍມາ ຈົນກວ່າປະຊາຊົນໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. |
|
| 31 |
|
| ຮູບເຄົາຣົບຂອງມີກາກໍຍັງຢູ່ໃນທີ່ນັ້ນຕະຫລອດມາ ຕາບໃດທີ່ວິຫານຂອງພຣະເຈົ້າຍັງຢູ່ໃນເມືອງຊີໂລ. |
|
|
|
|