|
| 1 |
|
| ຢູ່ຕໍ່ມາ ເທວະດາຂອງພຣະເຈົ້າຢາເວໄດ້ຈາກເມືອງກິນການ ໄປທີ່ເມືອງໂບກິມ. ເທວະດາຕົນນີ້ໄດ້ກ່າວແກ່ຊາວອິດສະຣາເອນວ່າ, “ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ແລະພາພວກເຈົ້າເຂົ້າໄປໃນດິນແດນ ທີ່ເຮົາໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຈົ້າ. ເຮົາໄດ້ບອກພວກເຈົ້າວ່າ ‘ເຮົາຈະບໍ່ລຶບລ້າງພັນທະສັນຍາທີ່ມີໄວ້ກັບພວກເຈົ້າຈັກເທື່ອ. |
|
| 2 |
|
| ພວກເຈົ້າບໍ່ຕ້ອງເຮັດຄຳສັນຍາໃດໆກັບປະຊາຊົນທີ່ຢູ່ໃນດິນແດນນີ້. ພວກເຈົ້າຈະຕ້ອງທຳລາຍຖິ້ມໝົດແທ່ນບູຊາຂອງພວກເຂົາ.’ ແຕ່ພວກເຈົ້າບໍ່ເຮັດຕາມທີ່ເຮົາໄດ້ບອກໄວ້. ພວກເຈົ້າກັບໄປເຮັດໃນສິ່ງທີ່ກົງກັນຂ້າມ |
|
| 3 |
|
| ສະນັ້ນ ເຮົາຈຶ່ງຂໍບອກພວກເຈົ້າດຽວນີ້ໂລດວ່າ ເຮົາຈະບໍ່ຂັບໄລ່ປະຊາຊົນເຫຼົ່ານີ້ອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປໃນທີ່ນັ້ນ. ພວກເຂົາຈະເປັນສັດຕູ ຂອງພວກເຈົ້າແລະການຂາບໄຫວ້ບັນດາພະຂອງພວກເຂົາກໍຈະເປັນສິ່ງລໍ້ລວງພວກເຈົ້າ ໃຫ້ເຮັດບາບອັນຮ້າຍແຮງ.” |
|
| 4 |
|
| ເມື່ອເທວະດາຂອງພຣະເຈົ້າຢາເວກ່າວດັ່ງນັ້ນແລ້ວ ປະຊາຊົນອິດສະຣາເອນທັງໝົດກໍຮ້ອງໄຫ້ |
|
| 5 |
|
| ເພາະສະນັ້ນ ບ່ອນນີ້ຈຶ່ງມີຊື່ວ່າ ໂບກິມ. ໃນທີ່ນີ້ພວກເຂົາໄດ້ຖວາຍບູຊາແກ່ພຣະເຈົ້າຢາເວ. |
|
| 6 |
|
| ໂຢຊວຍໄດ້ສົ່ງຊາວອິດສະຣາເອນໃຫ້ໄປຕາມທາງຂອງພວກເຂົາ ແລະແຕ່ລະຄົນກໍໄດ້ໄປຢຶດດິນແດນເປັນກຳມະສິດຂອງໃຜລາວ. |
|
| 7 |
|
| ປະຊາຊົນອິດສະຣາເອນຮັບໃຊ້ພຣະເຈົ້າຢາເວຕະຫລອດຊົ່ວຊີວິດຂອງໂຢຊວຍ. ຫລັງຈາກໂຢຊວຍໄດ້ຕາຍໄປແລ້ວ ພວກເຂົາກໍຍັງສືບຕໍ່ຮັບໃຊ້ພຣະອົງ ຈົນຕະຫລອດຊົ່ວອາຍຸຂອງພວກຜູ້ນຳ ຜູ້ທີ່ໄດ້ຮູ້ເຫັນກິດຈະການອັນຍິ່ງໃຫຍ່ທຸກຢ່າງ ທີ່ພຣະເຈົ້າຢາເວໄດ້ເຮັດຕໍ່ຊາດອິດສະຣາເອນ. |
|
| 8 |
|
| ໂຢຊວຍລູກຊາຍຂອງນູນຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ຕາຍໄປ ເມື່ອເພິ່ນອາຍຸໄດ້ໜຶ່ງຮ້ອຍສິບປີ. |
|
| 9 |
|
| ຊາກສົບຂອງເພິ່ນໄດ້ຖືກຝັງໄວ້ໃນດິນແດນຂອງເພິ່ນເອງ ທີ່ແຖບເນີນພູເອຟຣາອິມໃນເມືອງຕີມນາດເສຣາ ຊຶ່ງຢູ່ທາງທິດເໜືອຂອງພູເຂົາກາອາດ. |
|
| 10 |
|
| ຕໍ່ມາ ຄົນທັງໝົດໃນເຊັ່ນນັ້ນກໍໄດ້ຕາຍໄປ ແລະຄົນໃນເຊັ່ນຕໍ່ມາກໍໄດ້ລືມໄລພຣະເຈົ້າຢາເວ ແລະສິ່ງທີ່ພຣະອົງໄດ້ກະທຳສຳລັບຊາດອິດສະຣາເອນ. |
|
| 11 |
|
| ແລ້ວຊາວອິດສະຣາເອນກໍໄດ້ເລີ່ມເຮັດບາບຕໍ່ສາຍຕາຂອງພຣະເຈົ້າຢາເວ ໂດຍເລີ່ມບົວລະບັດຮັບໃຊ້ພະບາອານ. |
|
| 12 |
|
| ພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ຄືພຣະເຈົ້າອົງທີ່ໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາໄດ້ພາກັນເລີ່ມຂາບໄຫວ້ບັນດາພະອື່ນ ຄືບັນດາພະຂອງຊົນຊາດທີ່ຢູ່ອ້ອມຮອບພວກເຂົານັ້ນ. ພວກເຂົາໄດ້ຂາບໄຫວ້ພະເຫຼົ່ານີ້ ແລະເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍ. |
|
| 13 |
|
| ພວກເຂົາປະຖິ້ມພຣະເຈົ້າຢາເວ ແລະໄປບົວລະບັດຮັບໃຊ້ພະບາອານແລະເຈົ້າແມ່ອັດສະຕາກ. |
|
| 14 |
|
| ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາດອິດສະຣາເອນຢ່າງໜັກ ແລະພຣະອົງໄດ້ປ່ອຍໃຫ້ພວກໂຈນເຂົ້າມາໂຈມຕີ ປຸ້ນຈີ້ແລະເອົາສິ່ງຂອງຂອງພວກເຂົາ. ພຣະອົງຍັງປ່ອຍໃຫ້ເຫຼົ່າສັດຕູທີ່ຢູ່ອ້ອມຮອບນັ້ນຊະນະພວກເຂົາ ຈົນຊາວອິດສະຣາເອນບໍ່ສາມາດປ້ອງກັນຕົນເອງໄດ້. |
|
| 15 |
|
| ເທື່ອໃດທີ່ພວກເຂົາອອກສູ້ຮົບ ພຣະເຈົ້າຢາເວກໍຕໍ່ສູ້ພວກເຂົາເທື່ອນັ້ນ ຕາມທີ່ພຣະອົງໄດ້ບອກໄວ້. ດັ່ງນັ້ນ ພວກເຂົາຈຶ່ງຕົກຢູ່ໃນສະພາບເດືອດຮ້ອນທີ່ສຸດ. |
|
| 16 |
|
| ເວລາຕໍ່ມາ ພຣະເຈົ້າຢາເວໄດ້ໂຜດໃຫ້ຊາດອິດສະຣາເອນມີຜູ້ປົກຄອງ ເພື່ອຊ່ວຍພວກເຂົາໃຫ້ພົ້ນຈາກເງື້ອມມືຂອງພວກໂຈນປຸ້ນສະດົມ. |
|
| 17 |
|
| ແຕ່ພວກເຂົາບໍ່ໄດ້ປະຕິບັດຕາມຄຳສັ່ງຂອງພວກຜູ້ປົກຄອງເຫຼົ່ານີ້. ພວກເຂົາຫຼີ້ນຊູ້ກັບບັນດາພະອື່ນແລະຂາບໄຫວ້ພວກມັນ. ບັນພະບຸລຸດຂອງພວກເຂົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ແຕ່ອີກບໍ່ດົນຄົນເຊັ່ນໃໝ່ນີ້ກໍເຊົາເຊື່ອຟັງພຣະອົງຢ່າງໄວວາ. |
|
| 18 |
|
| ເທື່ອໃດທີ່ພຣະເຈົ້າຢາເວໂຜດໃຫ້ພວກເຂົາມີຜູ້ປົກຄອງ ພຣະເຈົ້າຢາເວກໍຊ່ວຍເຫລືອຜູ້ປົກຄອງເທື່ອນັ້ນ ແລະຊ່ວຍເຫລືອປະຊາຊົນໃຫ້ພົ້ນຈາກເຫຼົ່າສັດຕູຂອງພວກເຂົາ ຕະຫລອດຊົ່ວຊີວິດຂອງຜູ້ປົກຄອງນັ້ນ. ພຣະເຈົ້າຢາເວເມດຕາອີດູພວກເຂົາ ຍ້ອນພວກເຂົາຄວນຄາງຢ່າງທົນທຸກເພາະຖືກເຫຼົ່າສັດຕູກົດຂີ່. |
|
| 19 |
|
| ແຕ່ເມື່ອຜູ້ປົກຄອງຕາຍໄປແລ້ວ ປະຊາຊົນກໍກັບຄືນໄປເຮັດຄືເກົ່າແລະສືບຕໍ່ເຮັດສິ່ງຊົ່ວຮ້າຍ ຫລາຍກວ່າເຊັ່ນພໍ່ແມ່ຂອງພວກເຂົາອີກ. ພວກເຂົາໄດ້ບົວລະບັດຮັບໃຊ້ແລະຂາບໄຫວ້ບັນດາພະອື່ນ ແລະສືບຕໍ່ປະພຶດຊົ່ວຮ້າຍຕາມວິທີທາງຂອງພວກເຂົາຢ່າງດື້ດຶງ. |
|
| 20 |
|
| ດ້ວຍເຫດນີ້ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາດອິດສະຣາເອນ ແລະກ່າວວ່າ, “ຊົນຊາດນີ້ຝ່າຝືນພັນທະສັນຍາ ທີ່ເຮົາໄດ້ສັ່ງໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາໃຫ້ຢຶດຖື. ຍ້ອນວ່າພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງເຮົາ |
|
| 21 |
|
| ເຮົາຈຶ່ງຈະບໍ່ຂັບໄລ່ຊົນຊາດໃດໆ ທີ່ຍັງເຫລືອຢູ່ໃນດິນແດນນີ້ໃຫ້ອອກໜີໄປ ເມື່ອໂຢຊວຍໄດ້ຕາຍໄປແລ້ວ. |
|
| 22 |
|
| ເຮົາຈະໃຊ້ພວກເຂົາເພື່ອຄົ້ນຫາວ່າ ຊາວອິດສະຣາເອນຈະຕິດຕາມວິທີທາງຂອງພຣະເຈົ້າຢາເວ ຕາມທີ່ບັນພະບຸລຸດຂອງພວກເຂົາໄດ້ປະຕິບັດມານັ້ນຫລືບໍ່.” |
|
| 23 |
|
| ສະນັ້ນ ພຣະເຈົ້າຢາເວຈື່ງປ່ອຍຊົນຊາດເຫຼົ່ານີ້ໃຫ້ເຫຼືອຢູ່ໃນດິນແດນ; ພຣະອົງບໍ່ໄດ້ໃຫ້ໂຢຊວຍຊະນະພວກເຂົາ ຫລືແມ່ນແຕ່ຂັບໄລ່ພວກເຂົາໃຫ້ອອກໄປໃນທັນທີ ຫລັງຈາກທີ່ໂຢຊວຍໄດ້ຕາຍໄປແລ້ວ. |
|
|
|
|