|
| 1 |
|
| ຫລັງຈາກເອຮຸດຕາຍໄປແລ້ວ ປະຊາຊົນອິດສະຣາເອນກໍເຮັດບາບຕໍ່ສາຍຕາພຣະເຈົ້າຢາເວອີກ. |
|
| 2 |
|
| ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຂາຍພວກເຂົາໃຫ້ຢູ່ໃນມືຂອງເຈົ້າຢາບິນ ກະສັດຂອງຊາວການາອານຜູ້ທີ່ປົກຄອງຢູ່ທີ່ນະຄອນຮາໂຊ. ແມ່ທັບຂອງເພິ່ນຊື່ວ່າ ສີເສຣາ. ລາວເປັນຊາວເມືອງຮາໂຣເຊັດຂອງຄົນຕ່າງຊາດ. |
|
| 3 |
|
| ເຈົ້າຢາບິນມີລົດຮົບເຫຼັກເກົ້າຮ້ອຍຄັນ ແລະເພິ່ນໄດ້ປົກຄອງປະຊາຊົນອິດສະຣາເອນ ໂດຍການບີບບັງຄັບຢ່າງໜັກເປັນເວລາຊາວປີ. ແລ້ວປະຊາຊົນອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. |
|
| 4 |
|
| ໃນສະໄໝນັ້ນ ແມ່ນນາງເດໂບຣາເມຍຂອງລັບປີໂດດ ເປັນຜູ້ທຳນວາຍ ແລະທັງເປັນຜູ້ປົກຄອງຂອງຊາວອິດສະຣາເອນດ້ວຍ. |
|
| 5 |
|
| ປະຊາຊົນອິດສະຣາເອນໄດ້ມາຫານາງເດໂບຣາທີ່ກ້ອງຕົ້ນຕານ ລະຫວ່າງເມືອງຣາມາແລະເມືອງເບັດເອນໃນເຂດເນີນພູເອຟຣາອິມ ບ່ອນທີ່ນາງນັ່ງເພື່ອໃຫ້ຄຳປຶກສາຫາລື. |
|
| 6 |
|
| ຢູ່ມາມື້ໜຶ່ງ ນາງເດໂບຣາໄດ້ໃຊ້ຄົນໄປຫາບາຣັກລູກຊາຍຂອງອາບີໂນອາມ ທີ່ເມືອງເກເດັດໃນເຂດແດນເນັບທາລີ ແລະກ່າວຕໍ່ລາວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ໃຫ້ຄຳສັ່ງແກ່ເຈົ້າດັ່ງນີ້: ‘ຈົ່ງເກນຜູ້ຊາຍສິບພັນຄົນຈາກເຜົ່າເນັບທາລີແລະເຜົ່າເຊບູໂລນ ແລະນຳພາພວກເຂົາໄປທີ່ພູເຂົາຕາໂບ. |
|
| 7 |
|
| ຝ່າຍເຮົາຈະເຮັດໃຫ້ສີເສຣາແມ່ທັບຂອງກະສັດຢາບິນ ພ້ອມດ້ວຍລົດຮົບແລະທະຫານຂອງລາວ ອອກໄປສູ້ຮົບເຈົ້າຢູ່ທີ່ຫ້ວຍນໍ້າກີໂຊນ ແຕ່ເຮົາຈະໃຫ້ເຈົ້າຮົບຊະນະລາວ.”’ |
|
| 8 |
|
| ບາຣັກຈຶ່ງເວົ້າກັບນາງເດໂບຣາວ່າ, “ຂ້ອຍຈະອອກໄປຫາກເຈົ້າໄປກັບຂ້ອຍ ແຕ່ຖ້າເຈົ້າບໍ່ໄປ ຂ້ອຍກໍຈະບໍ່ໄປຄືກັນ.” |
|
| 9 |
|
| ນາງເດໂບຣາຈຶ່ງຕອບວ່າ, “ຕົກລົງ ຂ້ອຍຈະໄປກັບເຈົ້າ, ແຕ່ເຈົ້າຈະບໍ່ມີຊື່ສຽງສຳລັບໄຊຊະນະໃນຄັ້ງນີ້ ເພາະພຣະເຈົ້າຢາເວຈະຂາຍສີເສຣາໄວ້ຢູ່ໃນເງື້ອມມືຂອງຍິງຄົນໜຶ່ງ.” ແລ້ວນາງເດໂບຣາກໍໄປທີ່ເມືອງເກເດັດກັບບາຣັກ. |
|
| 10 |
|
| ບາຣັກໄດ້ເກນທະຫານຈາກເຜົ່າເຊບູໂລນແລະເຜົ່າເນັບທາລີ ແລະໄດ້ມີຈຳນວນສິບພັນຄົນ ໄດ້ຕິດຕາມລາວໄປ. ສ່ວນນາງເດໂບຣານັ້ນກໍໄປນຳພວກເຂົາດ້ວຍ. |
|
| 11 |
|
| ໃນຂະນະນັ້ນ ເຮເບຊາວເກນິດໄດ້ຕັ້ງຜ້າເຕັນພັກຢູ່ໃຕ້ຕົ້ນໂອກໃຫຍ່ ທີ່ຊາອານັນນິມໃກ້ກັບເມືອງເກເດັດ. ລາວໄດ້ຍ້າຍໜີຈາກພວກເກນິດຄົນອື່ນໆ ທີ່ເປັນເຊື້ອສາຍຂອງໂຮບັບພໍ່ເຖົ້າຂອງໂມເຊ. |
|
| 12 |
|
| ເມື່ອສີເສຣາຮູ້ວ່າບາຣັກລູກຊາຍຂອງອາບີໂນອາມ ໄປເຖິງພູເຂົາຕາໂບແລ້ວ; |
|
| 13 |
|
| ລາວຈຶ່ງສັ່ງເອົາລົດຮົບເຫຼັກເກົ້າຮ້ອຍຄັນ ພ້ອມກັບກຳລັງພົນທັງໝົດ ແລະຍົກທັບຈາກເມືອງຮາໂຣເຊັດຂອງຄົນຕ່າງຊາດ ໄປສູ່ຫ້ວຍນໍ້າກີໂຊນ. |
|
| 14 |
|
| ແລ້ວນາງເດໂບຣາກໍໄດ້ບອກບາຣັກວ່າ, “ຈົ່ງໄປ! ມື້ນີ້ເປັນມື້ທີ່ພຣະເຈົ້າຢາເວຈະມອບສີເສຣາໃວ້ໃນມືຂອງເຈົ້າ.” ດັ່ງນັ້ນ ບາຣັກຈຶ່ງນຳທະຫານສິບພັນຄົນ ລົງຈາກພູຕາໂບໄປໂຈມຕີສີເສຣາ. |
|
| 15 |
|
| ເມື່ອບາຣັກໃຊ້ກອງທັບຂອງຕົນໂຈມຕີຢູ່ນັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ສີເສຣາສັບສົນວຸ້ນວາຍ ພ້ອມດ້ວຍລົດຮົບແລະທະຫານຂອງລາວ. ສີເສຣາຈຶ່ງໂດດອອກຈາກລົດຮົບຂອງຕົນແລະແລ່ນໜີໄປ. |
|
| 16 |
|
| ຝ່າຍບາຣັກກໍໄລ່ຕາມລົດຮົບ ແລະກອງທະຫານໄປ ຈົນຮອດເມືອງຮາໂຣເຊັດຂອງຄົນຕ່າງຊາດ; ແລ້ວທະຫານທັງໝົດຂອງສີເສຣາກໍຖືກຂ້າ ໂດຍບໍ່ມີໃຜຈັກຄົນລອດຊີວິດ. |
|
| 17 |
|
| ສ່ວນສີເສຣານັ້ນໄດ້ປົບໜີໄປສູ່ຜ້າເຕັນຂອງນາງຢາເອນ ເມຍຂອງເຮເບຊາວເກນິດ ເພາະເຈົ້າຢາບິນກະສັດແຫ່ງຮາໂຊ ແລະຄອບຄົວຂອງເຮເບເປັນມິດທີ່ດີຕໍ່ກັນ. |
|
| 18 |
|
| ນາງຢາເອນໄດ້ອອກມາພົບສີເສຣາ ແລະເວົ້າວ່າ, “ເຊີນເຂົ້າມາທີ່ຜ້າເຕັນຂອງຂ້ອຍພີ້ ແລະບໍ່ຕ້ອງຢ້ານຫຍັງດອກ.” ສີເສຣາຈຶ່ງເຂົ້າໄປ ແລະນາງຢາເອນໄດ້ເຊື່ອງລາວໄວ້ທາງຫລັງຜ້າກັ້ງ. |
|
| 19 |
|
| ສີເສຣາໄດ້ເວົ້າກັບນາງວ່າ, “ຂ້ອຍຂໍດື່ມນໍ້າແດ່ ເພາະຂ້ອຍຫິວນໍ້າຫລາຍ.” ນາງຢາເອນຈຶ່ງໄຂຖົງນໍ້ານົມອອກໃຫ້ລາວດື່ມ ແລະເຊື່ອງລາວໄວ້ອີກ. |
|
| 20 |
|
| ແລ້ວສີເສຣາກໍໄດ້ບອກນາງວ່າ, “ໃຫ້ເຈົ້າໄປຢືນຢູ່ທາງປະຕູເຂົ້າຜ້າເຕັນພຸ້ນ ຖ້າໃຜມາຖາມວ່າມີຄົນມາລີ້ຢູ່ທີ່ນີ້ບໍ່? ໃຫ້ເຈົ້າບອກວ່າ ບໍ່ມີເດີ.” |
|
| 21 |
|
| ຍ້ອນຄວາມອິດເມື່ອຍ ສີເສຣາຈຶ່ງນອນຫລັບສະໜິດ. ແລ້ວນາງຢາເອນເມຍຂອງເຮເບກໍເອົາຄ້ອນຕີແລະຫລັກສຽບຜ້າເຕັນ ຄ່ອຍໆຍ່າງເຂົ້າໄປແລະຂ້າລາວ ໂດຍຕອກຫລັກສຽບນັ້ນໃສ່ທີ່ຂະໝັບຂອງສີເສຣາ ຈົນຊອດຮອດພື້ນດິນ. |
|
| 22 |
|
| ເມື່ອບາຣັກມາຊອກຫາສີເສຣາ ນາງຢາເອນຈຶ່ງອອກໄປພົບ ແລະເວົ້າວ່າ, “ເຊີນເຂົ້າມາທາງໃນພີ້ ຂ້ານ້ອຍຈະໃຫ້ທ່ານພົບຄົນທີ່ທ່ານກຳລັງຊອກຫາ.” ດັ່ງນັ້ນ ລາວຈຶ່ງເຂົ້າໄປກັບນາງ ແລະພົບສີເສຣານອນຕາຍຢູ່ຄາພື້ນດິນ ໂດຍມີຫລັກໄມ້ສຽບຢູ່ທີ່ຂະໝັບ. |
|
| 23 |
|
| ໃນມື້ນັ້ນ ພຣະເຈົ້າໄດ້ເຮັດໃຫ້ຊາວອິດສະຣາເອນມີໄຊຊະນະເໜືອເຈົ້າຢາບິນ ກະສັດຂອງຊາວການາອານ. |
|
| 24 |
|
| ຝ່າຍຊາວອິດສະຣາເອນກໍຕໍ່ສູ້ເຈົ້າຢາບິນແຮງຂຶ້ນ ຈົນໃນທີ່ສຸດພວກເຂົາໄດ້ຂ້າເພິ່ນເສຍ. |
|
|
|
|