|
| 1 |
|
| ໃນມື້ນັ້ນ ນາງເດໂບຣາແລະບາຣັກລູກຊາຍຂອງອາບີໂນອາມໄດ້ຮ້ອງເພງວ່າ: |
|
| 2 |
|
| “ຈົ່ງສັນລະເສີນພຣະເຈົ້າຢາເວເຖີດ ເພາະຊາວອິດສະຣາເອນຕັ້ງໃຈສູ້ຮົບ; ພວກເຂົາເຕັມໃຈຕໍ່ສູ້ແທ້ໆ ໂດຍຕີເຫຼົ່າສັດຕູດ້ວຍຄວາມຍິນດີ. |
|
| 3 |
|
| ຈົ່ງຟັງເທີ້ນ ບັນດາກະສັດທັງຫລາຍ ລວມທັງພວກຜູ້ປົກຄອງ ຈົ່ງຕັ້ງໃຈຟັງດ້ວຍ ຂ້ານ້ອຍຈະຮ້ອງເພງແລະບັນເລງດົນຕຼີຖວາຍ ແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. |
|
| 4 |
|
| ຂ້າແດ່ພຣະເຈົ້າຢາເວ ເມື່ອຊົງຈາກພູເສອີ ເມື່ອພຣະອົງຈາກເຂດແດນເອໂດມມານັ້ນ ແຜ່ນດິນໄຫວຫວັ່ນ ແລະຟ້າສະຫວັນເທຝົນລົງມາ ແມ່ນແລ້ວ ຝົນລິນລົງມາຈາກກ້ອນເມກ. |
|
| 5 |
|
| ພູຜາກໍໄດ້ໄຫວຫວັ່ນຢູ່ຕໍ່ໜ້າ ພຣະເຈົ້າຢາເວແຫ່ງພູເຂົາຊີນາຍ ຄືຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນນັ້ນ. |
|
| 6 |
|
| ໃນສະໄໝລູກຊາຍຂອງອານາດທ້າວຊຳຄາ ທັງໃນສະໄໝຂອງນາງຢາເອນດ້ວຍ ບໍ່ມີຍວດຍານເຄື່ອນຍ້າຍທ່ຽວໄປໃນດິນແດນ ແລະຜູ້ສັນຈອນກໍທ່ຽວໄປຕາມທາງໂຄ້ງ. |
|
| 7 |
|
| ສ່ວນເມືອງຕ່າງໆຂອງຊາດອິດສະຣາເອນ ກໍຖືກປະປ່ອຍໃຫ້ເປັນເມືອງຮ້າງ ເດໂບຣາເອີຍ! ເປັນເມືອງຮ້າງຢ່າງນັ້ນຈົນເຖິງເຈົ້າມາ ເຈົ້າເປັນດັ່ງແມ່ສຳລັບອິດສະຣາເອນແທ້ໆ. |
|
| 8 |
|
| ຕໍ່ມາ ສົງຄາມຈຶ່ງເກີດຂຶ້ນໃນດິນແດນ ເມື່ອຊາວອິດສະຣາເອນເລືອກພະຕົນໃໝ່. ໃນຊາດອິດສະຣາເອນມີທະຫານສີ່ສິບພັນຄົນ ມີໃຜຖືຫອກແລະໂລ້ເປັນອາວຸດແດ່ຫລືບໍ່? |
|
| 9 |
|
| ຈິດໃຈຂອງຂ້ອຍແມ່ນຢູ່ນຳພວກບັນຊາການ ທະຫານແລະປະຊາຊົນອິດສະຣາເອນພຸ້ນ ຄືພວກທີ່ອາສາສະໝັກສູ້ຮົບດ້ວຍຄວາມຍິນດີ ຈົ່ງຍ້ອງຍໍສັນລະເສີນ ພຣະເຈົ້າຢາເວເຖີດ |
|
| 10 |
|
| ພວກທີ່ນັ່ງເທິງອານແລະຂີ່ໂຕລໍຂາວ ຜູ້ທີ່ຍ່າງໄປມາ ຈົ່ງກ່າວເຖິງເລື່ອງນີ້. |
|
| 11 |
|
| ຈົ່ງຟັງແມ ຢູ່ອ້ອມແອ້ມນໍ້າສ້າງພຸ້ນ ມີສຽງໂຮຮ້ອງອັນຍິ່ງໃຫຍ່ ບອກເຖິງໄຊຊະນະຂອງພຣະເຈົ້າຢາເວ ຄືໄຊຊະນະຂອງຊົນຊາດອິດສະຣາເອນ. ແລ້ວປະຊາຊົນຂອງພຣະເຈົ້າຢາເວ ກໍຕຽມອອກເດີນທາງ ຍົກທັບຂອງພວກເຂົາລົງມາຈາກ ເມືອງຕ່າງໆຂອງພວກເຂົາພຸ້ນ. |
|
| 12 |
|
| ຈົ່ງນຳໜ້າໄປເຖີດ ເດໂບຣາເອີຍ ຈົ່ງນຳໜ້າໄປ ຈົ່ງນຳໜ້າໄປ ພ້ອມທັງຮ້ອງລຳທຳເພງ ຈົ່ງນຳໜ້າໄປເຖີດ ຈົ່ງອອກໜ້າບາຣັກທ້າວ ລູກຊາຍຂອງອາບີໂນອາມ ໄປກ່ອນ ຈົ່ງເອົາພວກຊະເລີຍຂອງເຈົ້າ ນຳໜ້າອອກໄປ |
|
| 13 |
|
| ແລ້ວພວກທີ່ສັດຊື່ກໍລົງມາຫາຜູ້ນຳຂອງຕົນ ຄົນຂອງພຣະເຈົ້າຢາເວມາກັບພຣະອົງ ເພື່ອຕຽມຕໍ່ສູ້. |
|
| 14 |
|
| ພວກເຂົາມາຈາກ ເຜົ່າເອຟຣາອິມທີ່ຢູ່ໃນຮ່ອມພູ ນຳຫລັງເຜົ່າເບັນຢາມິນແລະປະຊາຊົນດ້ວຍ. ສ່ວນພວກຜູ້ບັນຊາການນັ້ນມາຈາກຕະກຸນມາກີ ແລະນາຍທະຫານມາຈາກເຜົ່າເຊບູໂລນທັງນັ້ນ. |
|
| 15 |
|
| ພວກຜູ້ນຳເຜົ່າອິດຊາຄາກໍໄປກັບເດໂບຣາ ຊາວອິດຊາຄາກໍມາດ້ວຍກັນກັບບາຣັກ; ຕ່າງກໍຟ້າວຕິດຕາມພວກເຂົາໄປ ທີ່ຮ່ອມພູບ່ອນທີ່ນັດໝາຍກັນໄວ້. ສ່ວນເຜົ່າຣູເບັນນັ້ນເກີດແບ່ງແຍກກັນ ຈຶ່ງບໍ່ໄດ້ຕັດສິນໃຈເຂົ້າມາສົມທົບດ້ວຍ. |
|
| 16 |
|
| ເປັນຫຍັງພວກເຂົາຈຶ່ງຢູ່ຫລັງນຳຝູງແກະ? ຟັງຄົນລ້ຽງແກະທີ່ກຳລັງເອີ້ນແກະຂອງພວກເຂົາຢູ່? ແມ່ນແທ້ ເຜົ່າຣູເບັນໄດ້ເກີດແບ່ງແຍກກັນ ຈຶ່ງບໍ່ໄດ້ຕັດສິນໃຈເຂົ້າມາສົມທົບດ້ວຍ. |
|
| 17 |
|
| ສ່ວນເຜົ່າກາດຍັງຢູ່ທາງຝັ່ງແມ່ນໍ້າຈໍແດນ ເຜົ່າດານກໍຢູ່ທີ່ກຳປັ່ນຂອງພວກເຂົາພຸ້ນ. ເຜົ່າອາເຊກໍອາໄສຢູ່ຕາມແຄມຝັ່ງທະເລຫລວງ ທີ່ທ່າເຮືອທັງຫລາຍຕາມຊາຍຝັ່ງທະເລພຸ້ນ. |
|
| 18 |
|
| ສ່ວນປະຊາຊົນຈາກ ເຜົ່າເຊບູໂລນແລະເຜົ່າເນັບທາລີ ພວກເຂົາໄດ້ສ່ຽງຊີວິດຂອງພວກເຂົາ ມຸ່ງໜ້າເຂົ້າສູ່ສະໜາມຮົບ. |
|
| 19 |
|
| ທີ່ຕາອານັກນັ້ນໃກ້ກັບນໍ້າຫ້ວຍເມກິດໂດ ບັນດາກະສັດໄດ້ມາເຮັດເສິກເພື່ອສູ້ຮົບ; ບັນດາກະສັດການາອານໄດ້ສູ້ຮົບຕົບຕີ ແຕ່ພວກເຂົາບໍ່ໄດ້ຢຶດເຄື່ອງເປັນເງິນໄປດ້ວຍ. |
|
| 20 |
|
| ທີ່ເທິງຟ້າສະຫວັນ ດວງດາວທັງຫລາຍກໍມາສູ້ຮົບ ເຄື່ອນຍ້າຍຕາມມາຕໍ່ສູ້ສີເສຣາ. |
|
| 21 |
|
| ນໍ້າຫ້ວຍນັ້ນຍັງໄຫລຫລັ່ງແຕ່ໃດໆມາ ຄືຫ້ວຍກີໂຊນໄຫລພັດເອົາເຫຼົ່າສັດຕູໄປກ້ຽງ. ໃຫ້ພວກເຮົາບຸກໜ້າກ້າວໄປຢ່າງອົງອາດ ສູ່ສະໜາມຮົບດ້ວຍສຸດກຳລັງພວກເຮົາເດີ |
|
| 22 |
|
| ແລ້ວມ້າທີ່ພວກເຮົາຂີ່ກໍຫອບບຸກໜ້າໄປ ກີບຕີນມັນຢັນຂີ້ດິນຟົ້ງຂຶ້ນເປັນກຸ່ນໆ. |
|
| 23 |
|
| ເທວະດາຂອງພຣະເຈົ້າຢາເວກໍກ່າວສາບແຊ່ງຄືກັນ ວ່າ, ‘ເມືອງເມຣົດຖືກສາບແຊ່ງເສຍແລ້ວ ຊາວເມືອງນັ້ນກໍຖືກສາບແຊ່ງກັນໝົດ ຄົນທີ່ມາອາໄສຢູ່ນຳກໍຖືກສາບແຊ່ງດ້ວຍ. ເພາະພວກເຂົາບໍ່ໄດ້ມາຊ່ວຍພຣະເຈົ້າຢາເວໂຈມຕີ ຄືເປັນທະຫານທີ່ດີສູ້ຮົບເພື່ອພຣະເຈົ້າຢາເວ.’ |
|
| 24 |
|
| ຍິງທີ່ໄດ້ຮັບພອນຫລາຍກວ່າຄືນາງຢາເອນ ເມຍຂອງເຮເບຊາວເກນິດ ຜູ້ອາໄສຢູ່ໃນຜ້າເຕັນນັ້ນ. |
|
| 25 |
|
| ເມື່ອສີເສຣາຂໍດື່ມນໍ້ານາງກໍເອົານໍ້ານົມໃຫ້ດື່ມ ຄືນໍ້ານົມຂຸ້ນຍໍໃສ່ຖ້ວຍອັນງາມແທ້ມາໃຫ້ລາວ. |
|
| 26 |
|
| ມືໜຶ່ງນັ້ນ ນາງຖືໄມ້ສຽບຜ້າເຕັນມາ ມືໜຶ່ງອີກ ນາງຖືຄ້ອນຕີມາພ້ອມ; ນາງຕີສີເສຣາທີ່ກະໂຫລກຫົວຂອງລາວ ນາງຕີໄມ້ສຽບເຕັນໃສ່ກະໂຫລກຫົວຈົນຊອດ. |
|
| 27 |
|
| ສ່ວນສີເສຣານັ້ນຈຶ່ງລົ້ມຄຸເຂົ່າລົງ ໂດຍລົ້ມກັບພື້ນດິນທີ່ຕີນຂອງນາງນັ້ນ; ທີ່ຕີນນາງນັ້ນ ລາວຢຽດຢູ່ຢ່າງສິ້ນຫວັງ ແລະລາວໄດ້ສິ້ນໃຈຕາຍຢູ່ໃນທີ່ນັ້ນ. |
|
| 28 |
|
| ຝ່າຍແມ່ສີເສຣານັ້ນ ນາງກໍເຝົ້າເບິ່ງ ທາງປ່ອງຢ້ຽມອອກມາ ຫລຽວຜ່ານຕະໜ່າງດ້ວຍສຽງຮ້ອງໄຫ້ຄໍ່າຄວນ. ນາງຖາມວ່າ, ‘ເປັນຫຍັງລົດຮົບສີເສຣາກັບມາຊ້ານໍ ເປັນຫຍັງຝູງມ້າຂອງລາວຈຶ່ງກັບມາຊ້າ?’ |
|
| 29 |
|
| ພວກແມ່ຍິງທີ່ສະຫລາດຈຶ່ງໃຫ້ຄຳຕອບແກ່ນາງ ໂດຍເວົ້າທົບທວນໄປທົບທວນມາຄຳຕອບອັນນັ້ນ |
|
| 30 |
|
| ວ່າ, ‘ພວກເຂົາພວມຮິບໂຮມເອົາເຄື່ອງມາແບ່ງປັນກັນ ມີຜູ້ສາວໜຶ່ງຫລືສອງຄົນຕໍ່ທະຫານຜູ້ໜຶ່ງ ມີເສື້ອຜ້າລາຄາແພງໆອີກເພື່ອໃຫ້ສີເສຣາ ທັງຜ້າຫຍິບແສ່ວງາມໆຄ້ອງຄໍຣາຊີນີດ້ວຍ.”’ |
|
| 31 |
|
| “ຂ້າແດ່ ພຣະເຈົ້າຢາເວ ຂໍໃຫ້ເຫຼົ່າສັດຕູຂອງພຣະອົງ ຕາຍໄປດັ່ງນີ້ເທາະ ແຕ່ຂໍໃຫ້ຜູ້ເຂົ້າສະໜິດກັບພຣະອົງ ສ່ອງແຈ້ງດັ່ງຕາເວັນຂຶ້ນແດ່ທ້ອນ.” ຕໍ່ມາ ປະເທດຊາດບ້ານເມືອງກໍມີຄວາມສະຫງົບສຸກເປັນເວລາສີ່ສິບປີ. |
|
|
|
|