|
| 1 |
|
| ຢູ່ຕໍ່ມາ ອາບີເມເຫຼັກ ລູກຊາຍຂອງກີເດໂອນ ໄດ້ໄປຫາພວກຍາດຕິພີ່ນ້ອງທາງແມ່ຂອງຕົນທີ່ເມືອງຊີເຄມ |
|
| 2 |
|
| ແລະບອກພວກເຂົາໃຫ້ໄປຖາມຊາວເມືອງຊີເຄມວ່າ, “ພວກເຈົ້າຢາກໄດ້ໃຜເປັນຜູ້ນຳຂອງພວກເຈົ້າ? ລູກຊາຍຂອງກີເດໂອນທັງໝົດເຈັດສິບຄົນ ຫລືຜູ້ດຽວນຳພາ? ຈົ່ງເຂົ້າໃຈວ່າອາບີເມເຫຼັກກໍເປັນເລືອດເນື້ອເຊື້ອໄຂຂອງພວກເຈົ້າ.” |
|
| 3 |
|
| ບັນດາພີ່ນ້ອງທາງແມ່ຂອງອາບີເມເຫຼັກ ໄດ້ໄປເວົ້າເລື່ອງນີ້ກັບຊາວເມືອງແທນລາວ. ດັ່ງນັ້ນ ຊາວຊີເຄມຈຶ່ງໄດ້ຕັດສິນໃຈຮັບເອົາອາບີເມເຫຼັກເປັນຜູ້ນຳຂອງພວກຕົນ ເພາະລາວເປັນຍາດຕິພີ່ນ້ອງຂອງພວກເຂົາ. |
|
| 4 |
|
| ພວກເຂົາໄດ້ເອົາເງິນເຈັດສິບຫລຽນຈາກວັດພະບາອານໃຫ້ອາບີເມເຫຼັກ ແລະດ້ວຍເງິນນັ້ນລາວໄດ້ຈ້າງເອົາພວກນັກເລງໄປນຳລາວ. |
|
| 5 |
|
| ລາວໄດ້ໄປທີ່ເຮືອນພໍ່ຂອງຕົນຢູ່ເມືອງໂອຟະຣາ ແລະຂ້າລູກຊາຍເຈັດສິບຄົນ ຂອງກີເດໂອນທີ່ເທິງຫີນກ້ອນດຽວ. ແຕ່ໂຢທາມລູກຊາຍຫລ້າຂອງກີເດໂອນລີ້ຢູ່ຈຶ່ງບໍ່ໄດ້ຖືກຂ້າ. |
|
| 6 |
|
| ແລ້ວຊາວຊີເຄມທຸກຄົນພ້ອມທັງຊາວເບັດມິນໂລ ກໍພາກັນໄປທີ່ຕົ້ນໂອກສັກສິດທີ່ເມືອງຊີເຄມ ແລະໃນທີ່ນັ້ນພວກເຂົາໄດ້ຕັ້ງອາບີເມເຫຼັກໃຫ້ຂຶ້ນເປັນກະສັດ. |
|
| 7 |
|
| ເມື່ອໂຢທາມໄດ້ຍິນເລື່ອງນີ້ ລາວຈຶ່ງຂຶ້ນໄປທີ່ເທິງຈອມພູເກຣີຊິມ ແລະຢືນຮ້ອງໃສ່ພວກເຂົາວ່າ, “ຊາວຊີເຄມທັງຫລາຍເອີຍ ຈົ່ງຟັງຂ້ອຍເທີ້ນ ແລະພຣະເຈົ້າອາດຈະຟັງພວກເຈົ້າດ້ວຍ. |
|
| 8 |
|
| ມີຄັ້ງໜຶ່ງ ເມື່ອຕົ້ນໄມ້ທັງຫລາຍອອກໄປເລືອກເອົາກະສັດ ພວກມັນເວົ້າກັບຕົ້ນໝາກກອກເທດວ່າ, ‘ຈົ່ງມາເປັນກະສັດຂອງພວກເຮົາເທາະ.’ |
|
| 9 |
|
| ຕົ້ນໝາກກອກເທດຕອບວ່າ, ‘ຖ້າຂ້ອຍປົກຄອງພວກເຈົ້າ ຂ້ອຍກໍຈະຕ້ອງເສຍນໍ້າມັນຂອງຂ້ອຍ ທີ່ເຂົາໃຊ້ຖວາຍແກ່ບັນດາພະແລະແກ່ມະນຸດ.’ |
|
| 10 |
|
| ແລ້ວຕົ້ນໄມ້ທັງຫລາຍກໍເວົ້າກັບຕົ້ນໝາກເດື່ອວ່າ, ‘ຈົ່ງມາເປັນກະສັດຂອງພວກຂ້ອຍເທາະ’ |
|
| 11 |
|
| ແຕ່ຕົ້ນໝາກເດື່ອຕອບວ່າ, ‘ຖ້າຂ້ອຍປົກຄອງພວກເຈົ້າ ຂ້ອຍຈະຕ້ອງເສຍໝາກໄມ້ອັນຫອມຫວານຂອງຂ້ອຍ.’ |
|
| 12 |
|
| ດັ່ງນັ້ນ ຕົ້ນໄມ້ທັງຫລາຍຈຶ່ງເວົ້າກັບຕົ້ນອະງຸ່ນວ່າ ‘ຈົ່ງມາເປັນກະສັດຂອງພວກຂ້ອຍເທາະ.’ |
|
| 13 |
|
| ແຕ່ຕົ້ນອະງຸ່ນຕອບວ່າ, ‘ຖ້າຂ້ອຍປົກຄອງພວກເຈົ້າ ຂ້ອຍຈະຕ້ອງເຊົາຜະລິດເຫຼົ້າອະງຸ່ນ ທີ່ເຮັດໃຫ້ບັນດາພະແລະມວນມະນຸດມີຄວາມສຸກ.’ |
|
| 14 |
|
| ເມື່ອເປັນເຊັ່ນນີ້ ຕົ້ນໄມ້ທັງໝົດຈຶ່ງເວົ້າກັບກົກໜາມວ່າ ‘ຈົ່ງມາເປັນກະສັດຂອງພວກຂ້ອຍເທາະ.’ |
|
| 15 |
|
| ກົກໜາມຈຶ່ງຕອບວ່າ, ‘ຖ້າພວກເຈົ້າຢາກໃຫ້ຂ້ອຍເປັນກະສັດຂອງພວກເຈົ້າແທ້ ເຊີນມາຊົ້ນຮົ່ມຂອງຂ້ອຍແມ. ຖ້າພວກເຈົ້າບໍ່ມາ ໄຟຈະອອກມາຈາກງ່າໜາມຂອງຂ້ອຍ ແລະລາມໄປໄໝ້ຕົ້ນສົນທັງຫລາຍທີ່ຢູ່ເທິງພູເຂົາເລບານອນ.”’ |
|
| 16 |
|
| ໂຢທາມເວົ້າຕໍ່ໄປວ່າ, “ບັດນີ້ ພວກເຈົ້າໄດ້ແຕ່ງຕັ້ງອາບີເມເຫຼັກ ຂຶ້ນເປັນກະສັດດ້ວຍຄວາມຈິງໃຈບໍ? ພວກເຈົ້າຕອບສະໜອງຄຸນງາມຄວາມດີຂອງກີເດໂອນ ແລະຄອບຄົວຂອງເພິ່ນແບບນີ້ບໍ? |
|
| 17 |
|
| ຈົ່ງຈົດຈຳໄວ້ວ່າພໍ່ຂອງຂ້ອຍ ເພິ່ນໄດ້ສູ້ຮົບສຳລັບພວກເຈົ້າ. ເພິ່ນໄດ້ສ່ຽງຊີວິດເພື່ອຊ່ວຍພວກເຈົ້າໃຫ້ພົ້ນຈາກພວກມີດີອານ. |
|
| 18 |
|
| ແຕ່ມື້ນີ້ ພວກເຈົ້າໄດ້ຫັນມາຕໍ່ສູ້ຄອບຄົວຂອງພໍ່ຂ້ອຍ. ພວກເຈົ້າຂ້າລູກຊາຍເຈັດສິບຄົນ ຂອງເພິ່ນທີ່ເທິງຫີນກ້ອນດຽວ ເພາະອາບີເມເຫຼັກລູກຊາຍທີ່ເກີດຈາກສາວໃຊ້ຂອງເພິ່ນ ເປັນພີ່ນ້ອງຂອງພວກເຈົ້າ ພວກເຈົ້າຈຶ່ງໄດ້ແຕ່ງຕັ້ງລາວໃຫ້ຂຶ້ນເປັນກະສັດຂອງເມືອງຊີເຄມ. |
|
| 19 |
|
| ຖ້າສິ່ງທີ່ພວກເຈົ້າເຮັດຕໍ່ກີເດໂອນກັບຄອບຄົວຂອງເພິ່ນໃນມື້ນີ້ ດ້ວຍຄວາມຈິງໃຈແລະສັດຊື່ແທ້ ກໍຂໍໃຫ້ພວກເຈົ້າມີຄວາມສຸກກັບອາບີເມເຫຼັກ ແລະໃຫ້ລາວມີຄວາມສຸກກັບພວກເຈົ້າເໝືອນກັນ. |
|
| 20 |
|
| ຖ້າບໍ່ດັ່ງນັ້ນ ກໍຂໍໃຫ້ໄຟຈາກອາບີເມເຫຼັກເຜົາຜານຊາວຊີເຄມກັບຊາວເບັດມິນໂລ ແລະຂໍໃຫ້ໄຟຈາກຊາວຊີເຄມກັບຊາວເບັດມິນໂລເຜົາຜານອາບີເມເຫຼັກເຊັ່ນດຽວກັນ.” |
|
| 21 |
|
| ແລ້ວໂຢທາມກໍປົບໜີໄປອາໄສຢູ່ໃນເມືອງເບເອ ເພາະລາວຢ້ານອາບີເມເຫຼັກອ້າຍຂອງຕົນ. |
|
| 22 |
|
| ອາບີເມເຫຼັກໄດ້ໃຊ້ອຳນາດເໜືອຊາວອິດສະຣາເອນເປັນເວລາສາມປີ. |
|
| 23 |
|
| ຕໍ່ມາ ພຣະເຈົ້າໄດ້ເຮັດໃຫ້ອາບີເມເຫຼັກແລະຊາວຊີເຄມເປັນສັດຕູກັນ ແລະພວກເຂົາໄດ້ກະບົດຕໍ່ອາບີເມເຫຼັກ. |
|
| 24 |
|
| ເຫດການເຊັ່ນນີ້ໄດ້ເກີດຂຶ້ນ ເພື່ອວ່າອາບີເມເຫຼັກຕະຫລອດທັງຊາວຊີເຄມ ຜູ້ທີ່ໄດ້ສະໜັບສະໜູນລາວນັ້ນຈະໄດ້ໃຊ້ໜີ້ກຳຂອງພວກເຂົາ ໃນເລື່ອງການຂ້າລູກຊາຍເຈັດສິບຄົນ ຂອງກີເດໂອນ. |
|
| 25 |
|
| ຊາວຊີເຄມໄດ້ດັກສະກັດໂຈມຕີອາບີເມເຫຼັກທີ່ເທິງພູ ແລະພວກເຂົາຍັງໄດ້ປຸ້ນເອົາເຄື່ອງຂອງ ຂອງຄົນທີ່ຜ່ານໄປມາຢູ່ໃນແຖບນັ້ນດ້ວຍ. ແລ້ວກໍມີຄົນມາບອກອາບີເມເຫຼັກເຖິງເລື່ອງນີ້. |
|
| 26 |
|
| ຕໍ່ມາ ກາອານ ລູກຊາຍຂອງເອເບັດ ແລະອ້າຍນ້ອງຂອງລາວກໍເດີນທາງມາທີ່ຊີເຄມ. ຊາວຊີເຄມຈຶ່ງໄວ້ເນື້ອເຊື່ອໃຈລາວ. |
|
| 27 |
|
| ພວກເຂົາພາກັນອອກໄປທີ່ສວນອະງຸ່ນ ເພື່ອເກັບເອົາໝາກອະງຸ່ນມາເຮັດເຫຼົ້າ ແລະຈັດງານກິນລ້ຽງຂຶ້ນໃນວັດຂອງພວກເຂົາ. ພວກເຂົາກິນແລະດື່ມທັງເວົ້າເຍາະເຍີ້ຍສຽດສີອາບີເມເຫຼັກ. |
|
| 28 |
|
| ກາອານຖາມວ່າ, “ພວກເຮົາເປັນຊາວຊີເຄມແບບໃດ? ເປັນຫຍັງຈຶ່ງຮັບໃຊ້ອາບີເມເຫຼັກ? ມັນເປັນຜູ້ໃດກັນແທ້? ມັນເປັນລູກຊາຍຂອງກີເດໂອນບໍ່ແມ່ນບໍ? ແລະເຊບູນກໍຮັບໃຊ້ມັນບໍ່ແມ່ນບໍ? ທັງອາບີເມເຫຼັກແລະເຊບູນຕ່າງກໍເຄີຍຮັບໃຊ້ຮາໂມ ບໍ່ແມ່ນບໍ? ເປັນຫຍັງພວກເຮົາຈຶ່ງພາກັນຮັບໃຊ້ອາບີເມເຫຼັກ? ດັ່ງນັ້ນ ຈົ່ງສະແດງຄວາມຈົງຮັກພັກດີຕໍ່ຮາໂມເຖີດ ເພິ່ນເປັນບັນພະບຸລຸດຂອງພວກເຮົາຜູ້ທີ່ໄດ້ກໍ່ຕັ້ງເມືອງຊີເຄມນີ້. |
|
| 29 |
|
| ຖ້າຂ້ອຍໄດ້ເປັນຜູ້ຮັບໃຊ້ຂອງເມືອງນີ້ ຂ້ອຍຈະກຳຈັດອາບີເມເຫຼັກໃຫ້ສິ້ນໄປ ຂ້ອຍຈະຕ້ອງກ່າວທ້າທາຍ ລາວໂລດວ່າ ‘ຈົ່ງຮວບຮວມເອົາກຳລັງຂອງເຈົ້າອອກມາ ແລະສູ້ຮົບກັນເບິ່ງ.”’ |
|
| 30 |
|
| ເມື່ອເຊບູນຜູ້ປົກຄອງເມືອງໄດ້ຍິນກາອານເວົ້າດັ່ງນັ້ນ ເພິ່ນກໍໂກດຮ້າຍ. |
|
| 31 |
|
| ດັ່ງນັ້ນ ເພິ່ນຈຶ່ງໃຊ້ຄົນນຳຂ່າວຢ່າງລັບໆ ໄປບອກອາບີເມເຫຼັກທີ່ອາຣູມາ ວ່າ, “ກາອານລູກຊາຍຂອງເອເບັດແລະອ້າຍນ້ອງຂອງລາວໄດ້ມາທີ່ຊີເຄມ ແລະຍຸແຍ່ຊາວເມືອງໃຫ້ກະບົດຕໍ່ທ່ານ. |
|
| 32 |
|
| ເມື່ອເປັນເຊັ່ນນີ້ ຂໍໃຫ້ທ່ານນຳຄົນອອກໄປລີ້ຢູ່ຕາມທົ່ງນາໃນຕອນກາງຄືນ. |
|
| 33 |
|
| ໃນມື້ອື່ນເຊົ້າ ພໍຕາເວັນຂຶ້ນແລ້ວໃຫ້ໂຈມຕີເມືອງໃນທັນທີ. ເມື່ອກາອານແລະພັກພວກຂອງລາວອອກມາຕໍ່ສູ້ ໃຫ້ທ່ານຈັດການຢ່າງເຕັມກຳລັງກັບພວກເຂົາໂລດ.” |
|
| 34 |
|
| ດັ່ງນັ້ນ ອາບີເມເຫຼັກຈຶ່ງນຳຄົນຂອງຕົນອອກໄປໃນຕອນກາງຄືນ ແລະລີ້ຢູ່ນອກເມືອງໂດຍແບ່ງເປັນສີ່ໝວດ. |
|
| 35 |
|
| ພໍເຫັນກາອານອອກມາຢືນຢູ່ທີ່ປະຕູເມືອງ ພວກເຂົາກໍອອກມາຈາກບ່ອນລີ້ທັນທີ. |
|
| 36 |
|
| ເມື່ອກາອານຫລຽວເຫັນພວກເຂົາຈຶ່ງບອກເຊບູນວ່າ, “ເບິ່ງພຸ້ນດູ ມີຄົນພວມລົງມາຈາກຈອມພູ.” ເຊບູນຕອບວ່າ, “ອັນນັ້ນບໍ່ແມ່ນຄົນ ເປັນພຽງແຕ່ເງົາທີ່ເທິງພູເທົ່ານັ້ນ.” |
|
| 37 |
|
| ແຕ່ກາອານເວົ້າອີກວ່າ, “ເບິ່ງພຸ້ນດູ ມີຄົນພວກໜຶ່ງກຳລັງລົງມາຈາກຈອມພູ ແລະອີກພວກໜຶ່ງພວມມຸ້ງໜ້າມາຕາມຖະໜົນຕົ້ນໂອກຂອງໝໍມໍ.” |
|
| 38 |
|
| ແລ້ວເຊບູນກໍເວົ້າຕໍ່ລາວວ່າ, “ຄຳເວົ້າຂີ້ຄູຍຂອງເຈົ້ານັ້ນໄປໃສໝົດ? ເຈົ້າເອງເປັນຄົນຖາມວ່າ, ‘ເປັນຫຍັງພວກເຮົາຈຶ່ງຮັບໃຊ້ອາບີເມເຫຼັກ.’ ຄົນເຫຼົ່ານັ້ນແມ່ນພວກທີ່ເຈົ້າເວົ້າເຍາະເຍີ້ຍສຽດສີນັ້ນແຫຼະ. ບັດນີ້ ເຈົ້າອອກໄປສູ້ຮົບພວກເຂົາແມ.” |
|
| 39 |
|
| ແລ້ວກາອານກໍນຳເອົາຊາວຊີເຄມອອກໄປສູ້ຮົບອາບີເມເຫຼັກ. |
|
| 40 |
|
| ກາອານໄດ້ປົບໜີແລະອາບີເມເຫຼັກກໍໄລ່ຕິດຕາມລາວໄປ. ມີຫລາຍຄົນໄດ້ຮັບບາດເຈັບຢ່າງສາຫັດກ່ອນຈະໄປເຖິງປະຕູເມືອງ. |
|
| 41 |
|
| ອາບີເມເຫຼັກອາໄສຢູ່ທີ່ເມືອງອາຣູມາ ສ່ວນເຊບູນນັ້ນໄດ້ຕາມລ່າກາອານກັບອ້າຍນ້ອງຂອງລາວໃຫ້ໜີໄປຈາກຊີເຄມ ແລະບໍ່ໃຫ້ພວກເຂົາຢູ່ໃນເມືອງນີ້ອີກຕໍ່ໄປ. |
|
| 42 |
|
| ມື້ໃໝ່ມາ ອາບີເມເຫຼັກໄດ້ຮູ້ວ່າຊາວຊີເຄມພວມວາງແຜນອອກໄປທີ່ທົ່ງນາ. |
|
| 43 |
|
| ດັ່ງນັ້ນ ເພິ່ນຈຶ່ງແບ່ງຄົນຂອງຕົນອອກເປັນສາມໝວດ ໂດຍໃຫ້ໄປລີ້ຢູ່ຕາມທົ່ງນາ. ພໍເຫັນຄົນອອກມາຈາກເມືອງ ເພິ່ນກໍຟ້າວອອກໄປໂຈມຕີພວກເຂົາທັນທີ. |
|
| 44 |
|
| ອາບີເມເຫຼັກຟ້າວນຳໝວດຂອງຕົນໄປຢຶດປະຕູເມືອງ ໃນຂະນະທີ່ສອງໝວດອື່ນໂຈມຕີປະຊາຊົນຢູ່ຕາມທົ່ງນາ ແລະຂ້າພວກເຂົາທຸກຄົນຖິ້ມ. |
|
| 45 |
|
| ການສູ້ຮົບດຳເນີນໄປຕະຫລອດວັນ. ອາບີເມເຫຼັກຢຶດເມືອງໄດ້ ຫລັງຈາກຂ້າຊາວເມືອງຖິ້ມແລະທຳລາຍເມືອງແລ້ວ ເພິ່ນຈຶ່ງເອົາເກືອຫວ່ານໃສ່ເຕັມໜ້າດິນ. |
|
| 46 |
|
| ເມື່ອພວກຜູ້ນຳທີ່ປ້ອມຊີເຄມໄດ້ຍິນເລື່ອງນີ້ ພວກເຂົາກໍໄດ້ຫລົບໜີໄປລີ້ຢູ່ທີ່ຫ້ອງໃຕ້ດິນໃນວັດຂອງພະບາອານ. |
|
| 47 |
|
| ມີຄົນມາແຈ້ງແກ່ອາບີເມເຫຼັກວ່າ ບັນດາຜູ້ນຳໄດ້ໄປໂຮມກັນຢູ່ໃນທີ່ນັ້ນ. |
|
| 48 |
|
| ສະນັ້ນ ເພິ່ນຈຶ່ງນຳຄົນຂອງຕົນຂຶ້ນໄປເທິງພູເຂົາຊານໂມນ. ໃນທີ່ນັ້ນເພິ່ນໄດ້ໃຊ້ຂວານຕັດເອົາງ່າໄມ້ແບກມາ ແລະບອກຄົນຂອງເພິ່ນປະຕິບັດເຊັ່ນກັນ. |
|
| 49 |
|
| ດັ່ງນັ້ນ ທຸກຄົນຈຶ່ງຕັດເອົາງ່າໄມ້ ແລ້ວຕາມອາບີເມເຫຼັກໄປ. ພວກເຂົາກອງງ່າໄມ້ໃສ່ກັບຫ້ອງໃຕ້ດິນ ແລະຈູດງ່າໄມ້ເຫຼົ່ານັ້ນເຜົາຄົນຢູ່ຂ້າງໃນນັ້ນຈົນຕາຍໝົດ ຊຶ່ງລວມທັງຊາຍແລະຍິງແລ້ວມີປະມານໜຶ່ງພັນຄົນ. |
|
| 50 |
|
| ແລ້ວອາບີເມເຫຼັກກໍໄປລ້ອມເມືອງເທເບັດແລະຢຶດເມືອງນີ້ໄດ້. |
|
| 51 |
|
| ໃນເມືອງນີ້ມີຫໍຄອຍໃຫຍ່ແຫ່ງໜຶ່ງ ຊຶ່ງຜູ້ຊາຍກັບແມ່ຍິງແລະພວກຜູ້ນຳທຸກຄົນໄດ້ຫລົບໜີໄປລີ້ຢູ່ໃນທີ່ນັ້ນ. ພວກເຂົາອັດປະຕູໃສ່ໄລຂັງຕົນເອງໄວ້ ແລະພາກັນຂຶ້ນໄປທີ່ເທິງຫລັງຄາຫໍຄອຍ. |
|
| 52 |
|
| ເມື່ອອາບີເມເຫຼັກມາໂຈມຕີຫໍຄອຍນີ້ ເພິ່ນໄດ້ໄປທີ່ທາງປະຕູເຂົ້າເພື່ອຈະຈູດຫໍຄອຍນັ້ນເສຍ. |
|
| 53 |
|
| ແຕ່ມີຍິງຄົນໜຶ່ງທີ່ຢູ່ເທິງຫລັງຄາຂອງຫໍຄອຍນັ້ນໄດ້ໂຍນຫີນໂມ້ແປ້ງລົງ ຖືກຫົວຂອງອາບີເມເຫຼັກຈົນກະໂຫລກຫົວແຕກ. |
|
| 54 |
|
| ແລ້ວໃນທັນໃດນັ້ນ ເພິ່ນຈຶ່ງເອີ້ນຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ຕົນມາ ແລະສັ່ງວ່າ, “ຈົ່ງຖອດດາບຂອງເຈົ້າອອກມາຂ້າຂ້ອຍສາ ເພື່ອຄົນຈະບໍ່ໄດ້ຮູ້ວ່າຂ້ອຍຕາຍຍ້ອນແມ່ຍິງ.” ດັ່ງນັ້ນ ຊາຍໜຸ່ມຄົນນັ້ນຈຶ່ງແທງເພິ່ນຈົນສິ້ນໃຈຕາຍ. |
|
| 55 |
|
| ເມື່ອຊາວອິດສະຣາເອນເຫັນວ່າອາບີເມເຫຼັກໄດ້ຕາຍໄປແລ້ວ ພວກເຂົາທຸກຄົນຈຶ່ງພາກັນກັບເມືອບ້ານເຮືອນຂອງໃຜລາວ. |
|
| 56 |
|
| ດັ່ງນັ້ນ ພຣະເຈົ້າຈຶ່ງໃຫ້ອາບີເມເຫຼັກໃຊ້ໜີ້ກຳທີ່ລາວໄດ້ກະທຳໄວ້ ໂດຍຂ້າອ້າຍນ້ອງເຈັດສິບຄົນຂອງຕົນ. |
|
| 57 |
|
| ພຣະເຈົ້າຍັງໄດ້ເຮັດໃຫ້ຊາວຊີເຄມທົນທຸກ ຍ້ອນຜົນກຳແຫ່ງຄວາມຊົ່ວຊ້າຂອງພວກເຂົາ ຊຶ່ງເປັນໄປຕາມທີ່ໂຢທາມລູກຊາຍຂອງກີເດໂອນ ໄດ້ບອກໄວ້ວ່າຈະເກີດຂຶ້ນ ຕອນທີ່ລາວສາບແຊ່ງພວກເຂົານັ້ນ. |
|
|
|
|