|
| 1 |
|
| ດົນນານມາແລ້ວ ໃນຄາວທີ່ຊາດອິດສະຣາເອນຍັງບໍ່ທັນມີກະສັດປົກຄອງ ໄດ້ມີການອຶດຢາກເກີດຂຶ້ນໃນດິນແດນ. ດັ່ງນັ້ນ ຈຶ່ງມີຊາຍຄົນໜຶ່ງຊື່ວ່າ, ເອລີເມເຫຼັກ ທີ່ເປັນຄົນໃນຕະກຸນເອຟຣັດ ແລະນາງນາໂອມີເມຍຂອງຕົນພ້ອມກັບລູກຊາຍສອງຄົນ ຄືມາໂລນແລະກີລີໂອນ; ພວກເຂົາໄດ້ໜີຈາກເມືອງເບັດເລເຮັມແຂວງຢູດາຍ ແລະໄປອາໄສຢູ່ຊົ່ວຄາວທີ່ດິນແດນໂມອາບ. ໃນຂະນະທີ່ພວກເຂົາຢູ່ໃນດິນແດນນັ້ນ |
|
| 2 |
|
|
|
| 3 |
|
| ເອລີເມເຫຼັກກໍຕາຍໄປ. ນາງນາໂອມີຈຶ່ງຢູ່ກັບລູກຊາຍທັງສອງຂອງຕົນ; |
|
| 4 |
|
| ເຂົາທັງສອງໄດ້ແຕ່ງງານກັບຍິງສາວຊາວໂມອາບ ຄືນາງໂອປາ ແລະນາງຣຸດ. ປະມານສິບປີຕໍ່ມາ |
|
| 5 |
|
| ມາໂລນແລະກີລີໂອນກໍໄດ້ຕາຍໄປເຊັ່ນກັນ ນາງນາໂອມີຈຶ່ງຢູ່ຜູ້ດຽວໂດຍບໍ່ມີຜົວແລະບໍ່ມີລູກ. |
|
| 6 |
|
| ຕໍ່ມາ ນາງນາໂອມີໄດ້ຍິນວ່າ ພຣະເຈົ້າຢາເວໄດ້ອວຍພອນປະຊາຊົນຂອງພຣະອົງໂດຍໃຫ້ມີການເກັບກ່ຽວໄດ້ດີ. ສະນັ້ນ ນາງພ້ອມລູກໃພ້ທັງສອງຈຶ່ງຕຽມຕົວໜີໄປຈາກດິນແດນໂມອາບ. |
|
| 7 |
|
| ພວກເຂົາກັບຄືນເມືອສູ່ດິນແດນຢູດາຍ, ແຕ່ໃນຂະນະທີ່ເດີນທາງກັບເມືອນັ້ນ |
|
| 8 |
|
| ນາງນາໂອມີໄດ້ເວົ້າກັບພວກລູກໃພ້ຂອງຕົນວ່າ, “ຈົ່ງກັບຄືນເມືອຢູ່ນຳແມ່ຂອງພວກເຈົ້າສາ. ຂໍໃຫ້ພຣະເຈົ້າຢາເວເມດຕາຕໍ່ພວກເຈົ້າທັງສອງດັ່ງທີ່ພວກເຈົ້າໄດ້ເຮັດຕໍ່ຜູ້ທີ່ຕາຍໄປແລ້ວ ແລະຕໍ່ຂ້ອຍດ້ວຍ. |
|
| 9 |
|
| ຂໍພຣະເຈົ້າຢາເວໂຜດໃຫ້ພວກເຈົ້າແຕ່ລະຄົນໄດ້ແຕ່ງງານໃໝ່ ແລະມີຄອບຄົວອີກເຖີດ.” ແລ້ວນາງນາໂອມີກໍຈູບສັ່ງລາພວກເຂົາ, ແຕ່ລູກໃພ້ທັງສອງເລີ່ມຮ້ອງໄຫ້ຂຶ້ນ |
|
| 10 |
|
| ແລະເວົ້າວ່າ, “ບໍ່ ພວກລູກຈະບໍ່ກັບເມືອ ພວກລູກຈະໄປກັບແມ່ແລະໄປຫາພີ່ນ້ອງຂອງແມ່.” |
|
| 11 |
|
| ນາງນາໂອມີຕອບວ່າ, “ລູກຂອງແມ່ເອີຍ ຈົ່ງກັບເມືອສາ. ເປັນຫຍັງພວກເຈົ້າຈຶ່ງຢາກໄປກັບແມ່? ພວກເຈົ້າຄິດວ່າແມ່ຈະມີລູກຊາຍໄດ້ອີກ ເພື່ອໃຫ້ພວກເຈົ້າແຕ່ງງານກັບເຂົາຊັ້ນບໍ? |
|
| 12 |
|
| ລູກຂອງແມ່ເອີຍ ຈົ່ງກັບຄືນເມືອສາ ເພາະວ່າແມ່ກໍເຖົ້າແກ່ກາຍຍາມທີ່ຈະແຕ່ງງານໃໝ່ແລ້ວ. ເຖິງແມ່ນແມ່ຄິດວ່າຍັງມີຄວາມຫວັງຢູ່ ແລະແຕ່ງງານໃໝ່ໃນຄືນນີ້ແລະມີລູກຊາຍອີກຫລາຍຄົນ |
|
| 13 |
|
| ພວກເຈົ້າກໍຈະລໍຖ້າຈົນພວກເຂົາໃຫຍ່ຊັ້ນບໍ? ມັນຈະບໍ່ເປັນການຈ່ອງດຶງພວກເຈົ້າໄວ້ໃຫ້ແຕ່ງງານກັບຄົນອື່ນບໍ? ລູກຂອງແມ່ເອີຍ ມັນເປັນໄປບໍ່ໄດ້. ພຣະເຈົ້າຢາເວໄດ້ຫັນມາຕໍ່ສູ້ແມ່ ແລະແມ່ເອງກໍຮູ້ສຶກເສຍໃຈນຳພວກເຈົ້າດ້ວຍ.” |
|
| 14 |
|
| ລູກໃພ້ທັງສອງຈຶ່ງເລີ່ມຮ້ອງໄຫ້ຂຶ້ນອີກ. ແລ້ວນາງໂອປາກໍຈູບສັ່ງລາແມ່ຍ່າຂອງຕົນ ແລະກັບຄືນເມືອເຮືອນ. ແຕ່ນາງຣຸດບໍ່ຍອມໜີໄປຈາກແມ່ຍ່າ. |
|
| 15 |
|
| ນາງນາໂອມີຈຶ່ງເວົ້າກັບນາງຣຸດວ່າ, “ຣຸດເອີຍ ເອື້ອຍໃພ້ຂອງເຈົ້າໄດ້ກັບຄືນເມືອຫາພີ່ນ້ອງແລະພະ ຂອງນາງແລ້ວ ລູກຈົ່ງກັບຄືນເມືອກັບນາງສາເທາະ.” |
|
| 16 |
|
| ແຕ່ນາງຣຸດຕອບວ່າ, “ຂໍຢ່າໃຫ້ລູກຕ້ອງຈາກແມ່ໄປເລີຍ ໃຫ້ລູກໄປກັບແມ່ເຖີດ. ແມ່ໄປທີ່ໃດລູກກໍຈະໄປທີ່ນັ້ນ; ແມ່ຢູ່ບ່ອນໃດລູກກໍຈະຢູ່ບ່ອນນັ້ນ. ຄົນຂອງແມ່ກໍຈະເປັນຄົນຂອງລູກ; ພຣະເຈົ້າຂອງແມ່ກໍຈະເປັນພຣະເຈົ້າຂອງລູກ. |
|
| 17 |
|
| ແມ່ຕາຍຢູ່ບ່ອນໃດລູກກໍຈະຕາຍຢູ່ບ່ອນນັ້ນ ແລະທີ່ນັ້ນ ຈະເປັນບ່ອນຝັງສົບຂອງລູກ. ຖ້າມີສິ່ງໃດເຮັດໃຫ້ລູກຈາກແມ່ໄປ ຊຶ່ງນອກຈາກຄວາມຕາຍເທົ່ານັ້ນ ຂໍໃຫ້ພຣະເຈົ້າຢາເວລົງໂທດລູກຢ່າງໜັກເຖີດ.” |
|
| 18 |
|
| ເມື່ອນາງນາໂອມີເຫັນວ່າ ນາງຣຸດຕັດສິນໃຈໄປກັບຕົນແທ້ກໍບໍ່ເວົ້າຫຍັງຕື່ມ. |
|
| 19 |
|
| ແລ້ວທັງສອງກໍເດີນທາງຕໍ່ໄປຮອດເມືອງເບັດເລເຮັມ. ເມື່ອເດີນທາງມາເຖິງ ຄົນທັງເມືອງກໍຕື່ນເຕັ້ນ ແລະພວກຜູ້ຍິງໃນທີ່ນັ້ນທ້ວງວ່າ, “ແມ່ນນາໂອມີແທ້ບໍ?” |
|
| 20 |
|
| ນາງຕອບວ່າ, “ຢ່າເອີ້ນຂ້ອຍວ່າ ນາໂອມີ, ແຕ່ໃຫ້ເອີ້ນຂ້ອຍວ່າ ມາຣາ ຍ້ອນວ່າພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ເຮັດໃຫ້ຊີວິດຂອງຂ້ອຍຂົມຂື່ນ. |
|
| 21 |
|
| ເມື່ອຂ້ອຍຈາກບ່ອນນີ້ໄປ ຂ້ອຍມີທຸກສິ່ງພຽບພ້ອມ ແຕ່ພຣະເຈົ້າຢາເວນຳຂ້ອຍກັບມາມືເປົ່າ. ເມື່ອພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ລົງໂທດຂ້ອຍ ແລະໃຫ້ຂ້ອຍມີຄວາມລຳບາກຢ່າງນີ້ ເປັນຫຍັງຈຶ່ງເອີ້ນຂ້ອຍວ່າ, ນາໂອມີ?” |
|
| 22 |
|
| ດັ່ງນັ້ນ ນາໂອມີຈຶ່ງກັບມາຈາກດິນແດນໂມອາບກັບນາງຣຸດຊາວໂມອາບຜູ້ທີ່ເປັນລູກໃພ້. ເມື່ອທັງສອງມາຮອດເມືອງເບັດເລເຮັມນັ້ນ ກໍພໍດີຖືກກັບຕົ້ນລະດູເກັບກ່ຽວເຂົ້າເດືອຍ. |
|
|
|
|