|
| 1 |
|
| ໂບອາດໄດ້ໄປບ່ອນປະຊຸມທີ່ປະຕູເມືອງແລະນັ່ງຢູ່ທີ່ນັ້ນ. ແລ້ວພີ່ນ້ອງຜູ້ໃກ້ຊິດຂອງເອລີເມເຫຼັກ ທີ່ໂບອາດກ່າວເຖິງນັ້ນກໍຍ່າງຜ່ານມາ. ໂບອາດຈຶ່ງເອີ້ນໃສ່ວ່າ, “ເພື່ອນເອີຍ ເຊີນມານັ່ງທີ່ນີ້ກ່ອນ.” ລາວຈຶ່ງເຂົ້າໄປນັ່ງ. |
|
| 2 |
|
| ແລ້ວໂບອາດກໍເຊີນເອົາບັນດາຜູ້ນຳຢູ່ໃນເມືອງສິບຄົນ ມານັ່ງໃນບ່ອນນັ້ນຄືກັນ. ເມື່ອພວກເຂົານັ່ງລົງແລ້ວ |
|
| 3 |
|
| ໂບອາດຈຶ່ງເວົ້າແກ່ຍາດຕິພີ່ນ້ອງຂອງຕົນວ່າ, “ດຽວນີ້ນາງນາໂອມີໄດ້ກັບຄືນມາຈາກດິນແດນໂມອາບແລ້ວ ນາງຢາກຂາຍທົ່ງນາທີ່ເປັນຂອງເອລີເມເຫຼັກ ຜູ້ທີ່ເປັນຍາດຕິພີ່ນ້ອງຂອງເຮົາ. |
|
| 4 |
|
| ຂ້ອຍຄິດວ່າເຈົ້າຄວນຮູ້ໃນເລື່ອງນີ້. ບັດນີ້ ຖ້າເຈົ້າຕ້ອງການທົ່ງນານັ້ນ ໃຫ້ເຈົ້າຊື້ເອົາຊ້ອງໜ້າພວກທີ່ນັ່ງຢູ່ນີ້. ແຕ່ຖ້າເຈົ້າບໍ່ຕ້ອງການຊື້ກໍໃຫ້ເວົ້າມາໂລດ ຍ້ອນສິດທິໃນການຊື້ທົ່ງນານີ້ເປັນຂອງເຈົ້າກ່ອນ ແລ້ວຈຶ່ງເປັນຂອງຂ້ອຍ.” ຊາຍຄົນນີ້ຈຶ່ງຕອບວ່າ, “ຂ້ອຍຈະຊື້ທົ່ງນານັ້ນ.” |
|
| 5 |
|
| ໂບອາດເວົ້າວ່າ, “ດີແລ້ວ ຖ້າເຈົ້າຈະຊື້ທົ່ງນາຈາກນາງນາໂອມີ ເຈົ້າຕ້ອງຊື້ເອົານາງຣຸດ ຜູ້ທີ່ເປັນສາວໝ້າຍຊາວໂມອາບດ້ວຍ ເພື່ອວ່ານາທົ່ງນີ້ຈະມີຢູ່ຕໍ່ໄປນຳຄອບຄົວຂອງຊາຍຜູ້ທີ່ໄດ້ຕາຍໄປແລ້ວ.” |
|
| 6 |
|
| ຊາຍຄົນນັ້ນຈຶ່ງຕອບວ່າ, “ໃນກໍລະນີເຊັ່ນນີ້ ຂ້ອຍຂໍສະຫລະສິດທີ່ຈະຊື້ນາທົ່ງນັ້ນ ເພາະເຮັດໃຫ້ພວກລູກຂອງຂ້ອຍບໍ່ໄດ້ຮັບສ່ວນນຳ. ໃຫ້ເຈົ້າຊື້ເອົາສາ ຂ້ອຍບໍ່ຊື້ດອກ.” |
|
| 7 |
|
| ໃນສະໄໝກ່ອນ ເມື່ອມີການຂາຍຫລືແລກປ່ຽນການເປັນກຳມະສິດຊັບສິນ ຕາມທໍານຽມແລ້ວຜູ້ຂາຍຕ້ອງປົດເກີບກິ່ງໜຶ່ງຂອງຕົນອອກ ແລະ ຍື່ນໃຫ້ແກ່ຜູ້ຊື້. ການເຮັດເຊັ່ນນີ້ ເປັນພິທີທີ່ຊາວອິດສະຣາເອນສະແດງໃຫ້ເຫັນວ່າ ເລື່ອງລາວໄດ້ຕົກລົງກັນແລ້ວ. |
|
| 8 |
|
| ດັ່ງນັ້ນ ເມື່ອຊາຍຄົນນັ້ນບອກວ່າ, “ໃຫ້ເຈົ້າຊື້ເອົາສາ” ລາວຈຶ່ງປົດເກີບຂອງຕົນກິ່ງໜຶ່ງອອກແລະຍື່ນໃຫ້ໂບອາດ. |
|
| 9 |
|
| ໂບອາດກ່າວແກ່ພວກຜູ້ນຳແລະທຸກຄົນທີ່ຢູ່ໃນທີ່ນັ້ນວ່າ, “ມື້ນີ້ ທ່ານທຸກຄົນເປັນພະຍານວ່າ ຂ້າພະເຈົ້າໄດ້ຊື້ເອົາທຸກໆສິ່ງຈາກນາງນາໂອມີ ທີ່ເປັນຂອງເອລີເມເຫຼັກ ແລະຂອງລູກຊາຍຂອງລາວ ຄືກີລີໂອນແລະມາໂລນ. |
|
| 10 |
|
| ນອກຈາກນີ້ອີກ ນາງຣຸດຊາວໂມອາບເມຍໝ້າຍຂອງມາໂລນ ກໍໄດ້ກາຍເປັນເມຍຂອງຂ້າພະເຈົ້າດ້ວຍ. ອັນນີ້ຈະເປັນການຮັກສາຊັບສິນໄວ້ໃນຄອບຄົວຂອງຜູ້ຕາຍ ແລະສາຍຄອບຄົວຂອງລາວຈະຍັງມີຢູ່ໃນທ່າມກາງຍາດຕິພີ່ນ້ອງ ແລະຢູ່ໃນບ້ານເມືອງຂອງລາວ. ມື້ນີ້ ພວກທ່ານກໍເປັນພະຍານໃນເລື່ອງນີ້.” |
|
| 11 |
|
| ພວກຜູ້ນຳແລະຄົນອື່ນຈຶ່ງຕອບວ່າ, “ແມ່ນແລ້ວ ພວກເຮົາເປັນພະຍານ. ຂໍພຣະເຈົ້າຢາເວໂຜດໃຫ້ເມຍຂອງເຈົ້າກາຍເປັນດັ່ງນາງຣາເຊັນແລະນາງເລອາເທີ້ນ ຄືຜູ້ທີ່ມີລູກຫລາຍຄົນກັບຢາໂຄບ. ຂໍໃຫ້ເຈົ້າເປັນຄົນຮັ່ງມີໃນຕະກຸນເອຟຣັດ ແລະເປັນຜູ້ທີ່ມີຊື່ສຽງໃນເມືອງເບັດເລເຮັມດ້ວຍ. |
|
| 12 |
|
| ຂໍໃຫ້ລູກທີ່ພຣະເຈົ້າຢາເວໂຜດໃຫ້ເຈົ້າຈາກຍິງຄົນນີ້ ຈົ່ງເປັນດັ່ງຄົນໃນຄອບຄົວຂອງເປເຣັດ ຜູ້ທີ່ເປັນລູກຊາຍຂອງຢູດາແລະນາງຕາມານັ້ນເທີ້ນ.” |
|
| 13 |
|
| ດັ່ງນັ້ນ ໂບອາດຈຶ່ງພານາງຣຸດເມືອເຮືອນຂອງຕົນແລະເອົານາງເປັນເມຍ. ພຣະເຈົ້າຢາເວໄດ້ອວຍພອນນາງ; ສະນັ້ນ ນາງຈຶ່ງຖືພາແລະເກີດລູກຊາຍຜູ້ໜຶ່ງ. |
|
| 14 |
|
| ພວກຜູ້ຍິງຈຶ່ງເວົ້າກັບນາງນາໂອມີວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະອົງໄດ້ໂຜດໃຫ້ເຈົ້າມີຫລານຊາຍມື້ນີ້ເພື່ອຈະເບິ່ງແຍງເຈົ້າ. ຂໍໃຫ້ເດັກຄົນນີ້ກາຍເປັນຜູ້ມີຊື່ສຽງໃນຊາດອິດສະຣາເອນເທີ້ນ. |
|
| 15 |
|
| ລູກໃພ້ຂອງເຈົ້າຮັກເຈົ້າຫລາຍ ແລະນາງໄດ້ປະຕິບັດຕໍ່ເຈົ້າດີກວ່າລູກຊາຍເຈັດຄົນ. ມາບັດນີ້ ນາງຍັງມີຫລານຊາຍໃຫ້ເຈົ້າອີກ ຜູ້ທີ່ຈະນຳເອົາຊີວິດໃໝ່ມາໃຫ້ເຈົ້າ ແລະຈະໃຫ້ຄວາມຄຸ້ມຄອງແກ່ເຈົ້າໃນເວລາເຈົ້າເຖົ້າແກ່ຊະຣາ.” |
|
| 16 |
|
| ນາງນາໂອມີໄດ້ຮັບເອົາເດັກນັ້ນມາລ້ຽງດູ ແລະເບິ່ງແຍງລາວຢ່າງໃກ້ຊິດ. |
|
| 17 |
|
| ພວກຜູ້ຍິງບ້ານໃກ້ເຮືອນຄຽງໄດ້ໃສ່ຊື່ເດັກນີ້ວ່າ ໂອເບັດ. ພວກເຂົາບອກທຸກຄົນວ່າ, “ເດັກນ້ອຍຜູ້ນີ້ເປັນລູກຊາຍຂອງນາງນາໂອມີ.” ໂອເບັດໄດ້ກາຍເປັນພໍ່ຂອງເຢຊີ ຜູ້ທີ່ເປັນພໍ່ຂອງດາວິດ. |
|
| 18 |
|
| ເຊື້ອສາຍຂອງດາວິດນັບແຕ່ເປເຣັດ ມີດັ່ງນີ້: ເປເຣັດ, ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ, ໂອເບັດ, ເຢຊີ, ດາວິດ. |
|
| 19 |
|
|
|
| 20 |
|
|
|
| 21 |
|
|
|
| 22 |
|
|
|
|
|
|