|
| 1 |
|
| ແລ້ວຊາມູເອນກໍເອົາເຕົ້ານໍ້າມັນໝາກກອກເທດຖອກໃສ່ຫົວໂຊນ ແລະຈູບລາວ ແລະກ່າວວ່າ, “ພຣະເຈົ້າຢາເວໄດ້ຫົດສົງເຈົ້າໃຫ້ເປັນຜູ້ປົກຄອງຊາວອິດສະຣາເອນປະຊາຊົນຂອງພຣະອົງ. ເຈົ້າຈະປົກຄອງປະຊາຊົນຂອງພຣະເຈົ້າຢາເວ ແລະຊ່ວຍພວກເຂົາໃຫ້ພົ້ນຈາກສັດຕູທັງປວງຂອງພວກເຂົາ. ຂໍ້ພິສູດທີ່ພຣະເຈົ້າຢາເວໄດ້ເລືອກເອົາເຈົ້າ ໃຫ້ຂຶ້ນເປັນຜູ້ປົກຄອງປະຊາຊົນຂອງພຣະອົງ ແມ່ນດັ່ງນີ້: |
|
| 2 |
|
| ມື້ນີ້ ເມື່ອເຈົ້າຈາກຂ້ອຍໄປແລ້ວ ເຈົ້າຈະພົບຊາຍສອງຄົນໃກ້ກັບຂຸມຝັງສົບຂອງນາງຣາເຊັນ ທີ່ເຊັນຊາໃນເຂດແດນເບັນຢາມິນ. ພວກເຂົາຈະບອກເຈົ້າວ່າລໍທີ່ເຈົ້າກຳລັງຊອກຫານັ້ນພົບແລ້ວ ເພື່ອວ່າພໍ່ຂອງເຈົ້າຈະບໍ່ເປັນຫ່ວງນຳມັນອີກຕໍ່ໄປ ແຕ່ຄິດເປັນຫ່ວງນຳເຈົ້າຫລາຍກວ່າ ຈົນຖາມຢູ່ສະເໝີວ່າ, ‘ລູກຊາຍຂ້ອຍເປັນຢ່າງໃດເດນໍ?’ |
|
| 3 |
|
| ຈາກບ່ອນນີ້ ເຈົ້າຈະໄປຮອດຕົ້ນໄມ້ສັກສິດທີ່ຕາໂບ; ໃນທີ່ນັ້ນ ເຈົ້າຈະພົບຊາຍສາມຄົນ; ພວກເຂົາກຳລັງເດີນທາງໄປຖວາຍເຄື່ອງບູຊາແກ່ພຣະເຈົ້າທີ່ເມືອງເບັດເອນ. ຄົນໜຶ່ງໃນພວກເຂົານັ້ນຈູງແບ້ນ້ອຍສາມໂຕ; ຄົນໜຶ່ງອີກມີເຂົ້າຈີ່ສາມກ້ອນແລະຜູ້ທີສາມມີຖົງເຫຼົ້າອະງຸ່ນ. |
|
| 4 |
|
| ພວກເຂົາຈະຄຳນັບເຈົ້າແລະເອົາເຂົ້າຈີ່ສອງກ້ອນໃຫ້ເຈົ້າ ເຈົ້າຈະຮັບເອົາເຂົ້າຈີ່ນັ້ນ. |
|
| 5 |
|
| ຕໍ່ຈາກນັ້ນ ເຈົ້າຈະໄປເຖິງເນີນພູຂອງພຣະເຈົ້າທີ່ເມືອງກີເບອາ ບ່ອນທີ່ພວກຟີລິດສະຕິນຕັ້ງຄ້າຍຢູ່. ທີ່ທາງເຂົ້າປະຕູເມືອງ ເຈົ້າຈະພົບຜູ້ທຳນວາຍກຸ່ມໜຶ່ງທີ່ກຳລັງດີດພິນ, ຕີກອງ ແລະເປົ່າຂຸ່ຍ ພວມລົງມາແຕ່ເນີນພູບ່ອນມີແທ່ນບູຊາ. ພວກເຂົາຈະຟ້ອນແລະຮ້ອງໂຮດ້ວຍສຽງດັງ. |
|
| 6 |
|
| ໃນທັນໃດນັ້ນ ພຣະວິນຍານຂອງພຣະເຈົ້າຢາເວຈະເຂົ້າຄວບຄຸມເຈົ້າ ແລະເຈົ້າຈະເຂົ້າຮ່ວມກັບພວກເຂົາທຳນວາຍ ແລະເຈົ້າຈະປ່ຽນເປັນຄົນໃໝ່. |
|
| 7 |
|
| ເມື່ອເຫດການຢ່າງນີ້ເກີດຂຶ້ນ ຈົ່ງກະທຳຕາມທີ່ພຣະເຈົ້ານຳພາເຈົ້າກະທຳ. |
|
| 8 |
|
| ເຈົ້າຈະໄປທີ່ເນີນພູຂອງພຣະເຈົ້າທີ່ເມືອງກິນການກ່ອນຂ້ອຍ ແລະຂ້ອຍຈະໄປພົບເຈົ້າຢູ່ທີ່ນັ້ນ ເພື່ອຖວາຍເຄື່ອງບູຊາກັບຖວາຍບູຊາເພື່ອຄວາມສາມັກຄີທຳ. ຈົ່ງຄອຍຖ້າຢູ່ທີ່ນັ້ນເຈັດວັນ ຈົນກວ່າຂ້ອຍຈະມາ ແລະບອກເຈົ້າວ່າຄວນເຮັດຢ່າງໃດ.” |
|
| 9 |
|
| ເມື່ອໂຊນຈາກຊາມູເອນໄປແລ້ວ ພຣະເຈົ້າກໍປ່ຽນໂຊນເປັນຄົນໃໝ່. ທຸກໆສິ່ງທີ່ຊາມູເອນໄດ້ບອກໄວ້ກັບລາວກໍເກີດຂຶ້ນໃນມື້ນັ້ນ. |
|
| 10 |
|
| ເມື່ອໂຊນແລະຄົນຮັບໃຊ້ຂອງລາວມາຮອດເມືອງກີເບອາ ກໍມີຜູ້ທຳນວາຍກຸ່ມໜຶ່ງມາພົບລາວ. ໃນທັນໃດນັ້ນ ພຣະວິນຍານຂອງພຣະເຈົ້າກໍເຂົ້າຄວບຄຸມລາວ ແລະນຳລາວໄປພ້ອມທັງທຳນວາຍຮ່ວມກັບພວກເຂົາ. |
|
| 11 |
|
| ຜູ້ໃດທີ່ເຄີຍຮູ້ໂຊນມາກ່ອນ ເມື່ອເຫັນລາວກຳລັງເຮັດຢ່າງນັ້ນຕ່າງກໍຖາມກັນວ່າ, “ມີຫຍັງເດນໍ ທີ່ເກີດຂຶ້ນກັບລູກຊາຍຂອງກີເຊ? ໂຊນກາຍເປັນຜູ້ທຳນວາຍແລ້ວບໍ?” |
|
| 12 |
|
| ມີຊາຍຄົນໜຶ່ງທີ່ອາໄສຢູ່ໃນທີ່ນັ້ນຖາມວ່າ, “ຜູ້ທຳນວາຍຄົນອື່ນໆເດເປັນຈັ່ງໃດ? ພໍ່ຂອງພວກເຂົາເປັນຜູ້ໃດ?” ດັ່ງນັ້ນ ຈຶ່ງມີຄຳເວົ້າສືບຕໍ່ກັນມາວ່າ, “ໂຊນກາຍເປັນຜູ້ທຳນວາຍແລ້ວບໍ?” |
|
| 13 |
|
| ເມື່ອໂຊນເຊົາຟ້ອນແລະເຊົາຮ້ອງໂຮແລ້ວ ລາວກໍໄດ້ໄປທີ່ແທ່ນບູຊາຢູ່ເທິງເນີນພູ. |
|
| 14 |
|
| ຜູ້ເປັນລູງເຫັນໂຊນກັບຄົນຮັບໃຊ້ຂອງລາວ ຈຶ່ງຖາມວ່າ, “ພວກເຈົ້າພາກັນໄປໃສມາ?” ໂຊນຕອບວ່າ, “ໄປຊອກຫາລໍມາ ເມື່ອພວກຂ້ອຍບໍ່ພົບລໍຈຶ່ງໄປຫາຊາມູເອນ.” |
|
| 15 |
|
| ລູງຂອງໂຊນຖາມວ່າ, “ເພິ່ນບອກພວກເຈົ້າຫຍັງແດ່?” |
|
| 16 |
|
| ໂຊນຕອບວ່າ, “ເພິ່ນໄດ້ບອກພວກຂ້ອຍວ່າ ລໍນັ້ນໄດ້ພົບແລ້ວ.” ສ່ວນເລື່ອງທີ່ຊາມູເອນບອກວ່າ, ລາວຈະຂຶ້ນເປັນກະສັດນັ້ນ ລາວບໍ່ໄດ້ບອກໃຫ້ລູງຮູ້ຈັກນຳ. |
|
| 17 |
|
| ແລ້ວຊາມູເອນກໍໄດ້ເອີ້ນປະຊາຊົນມາເຕົ້າໂຮມກັນ ຊ້ອງໜ້າພຣະເຈົ້າຢາເວທີ່ເມືອງມີຊະປາ |
|
| 18 |
|
| ແລະກ່າວແກ່ພວກເຂົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ເຮົາໄດ້ພາພວກເຈົ້າອອກມາຈາກປະເທດເອຢິບ ແລະຊ່ວຍກູ້ເອົາພວກເຈົ້າໃຫ້ພົ້ນຈາກຊາວເອຢິບ ແລະຊົນຊາດອື່ນໆທີ່ຂົ່ມເຫັງພວກເຈົ້າ. |
|
| 19 |
|
| ແຕ່ໃນມື້ນີ້ ພວກເຈົ້າໄດ້ປະຖິ້ມພຣະເຈົ້າຂອງພວກເຈົ້າ ຜູ້ທີ່ຊ່ວຍເອົາພວກເຈົ້າໃຫ້ພົ້ນຈາກຄວາມລຳບາກ ຕະຫລອດທັງຄວາມຫຍຸ້ງຍາກທຸກຢ່າງ ແລະຂໍຮ້ອງເຮົາໃຫ້ແຕ່ງຕັ້ງກະສັດຄົນໜຶ່ງໃຫ້ພວກເຈົ້າ ດີແລ້ວ ຖ້າດັ່ງນັ້ນ ໃຫ້ພວກເຈົ້າເຕົ້າໂຮມກັນເປັນເຜົ່າແລະເປັນຕະກຸນຊ້ອງໜ້າພຣະເຈົ້າຢາເວ.”’ |
|
| 20 |
|
| ແລ້ວຊາມູເອນກໍເອົາແຕ່ລະເຜົ່າໄປຂ້າງໜ້າ ແລະເຜົ່າເບັນຢາມິນໄດ້ຖືກເລືອກ. |
|
| 21 |
|
| ຕໍ່ມາ ຊາມູເອນໄດ້ເອົາຄອບຄົວຕ່າງໆໃນເຜົ່າເບັນຢາມິນໄປຂ້າງໜ້າ ຄອບຄົວຂອງມາຕະຣີຈຶ່ງຖືກເລືອກ. ຕໍ່ມາອີກ ພວກຜູ້ຊາຍໃນຄອບຄົວມາຕະຣີໄດ້ຖືກນຳໄປຂ້າງໜ້າ ຈຶ່ງເລືອກຖືກໂຊນລູກຊາຍຂອງກີເຊ. ພວກເຂົາໄດ້ຊອກຫາລາວ, ແຕ່ເມື່ອຊອກບໍ່ພົບລາວ |
|
| 22 |
|
| ພວກເຂົາຈຶ່ງທູນຖາມພຣະເຈົ້າຢາເວວ່າ, “ຍັງມີຄົນອື່ນອີກບໍ?” ພຣະເຈົ້າຢາເວຈຶ່ງຕອບວ່າ, “ໂຊນຢູ່ຫັ້ນເດ ພວມລີ້ຢູ່ທາງຫລັງເຄື່ອງຂອງ.” |
|
| 23 |
|
| ດັ່ງນັ້ນ ພວກເຂົາຈຶ່ງຟ້າວໄປນຳເອົາໂຊນມາຫາປະຊາຊົນ ແລະພວກເຂົາກໍເຫັນວ່າຫົວລາວສູງກວ່າຄົນອື່ນໆ. |
|
| 24 |
|
| ຊາມູເອນກ່າວແກ່ປະຊາຊົນວ່າ, “ຜູ້ນີ້ແມ່ນຊາຍທີ່ພຣະເຈົ້າຢາເວໄດ້ເລືອກເອົາ ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າຄືກັບລາວ.” ປະຊາຊົນຈຶ່ງພາກັນຮ້ອງຂຶ້ນວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ!” |
|
| 25 |
|
| ຊາມູເອນໄດ້ອະທິບາຍເຖິງສິດ ແລະໜ້າທີ່ຂອງກະສັດໃຫ້ປະຊາຊົນຟັງ ແລະຂຽນຄຳອະທິບາຍເຫຼົ່ານັ້ນໄວ້ຢູ່ໃນປຶ້ມຊ້ອງໜ້າພຣະເຈົ້າຢາເວ ແລ້ວເພິ່ນກໍໃຫ້ທຸກຄົນກັບເມືອເຮືອນຂອງໃຜລາວ. |
|
| 26 |
|
| ສ່ວນໂຊນນັ້ນ ລາວໄດ້ກັບເມືອເຮືອນຂອງຕົນທີ່ເມືອງກີເບອາເຊັ່ນກັນ. ຊາຍບາງຄົນທີ່ມີອຳນາດ ຊຶ່ງໄດ້ຮັບການບັນດົນໃຈຈາກພຣະເຈົ້າກໍໄດ້ໄປນຳໂຊນ. |
|
| 27 |
|
| ແຕ່ນັກເລງບາງຄົນໄດ້ເວົ້າວ່າ, “ຄົນນີ້ຈະຊ່ວຍພວກເຮົາໄດ້ຢ່າງໃດ?” ພວກເຂົາໝິ່ນປະໝາດໂຊນ ແລະບໍ່ໄດ້ນຳເອົາຂອງຂວັນຫຍັງມາໃຫ້ລາວເລີຍ, ແຕ່ລາວກໍມິດເສີຍ. |
|
|
|
|