|
| 1 |
|
| ຕໍ່ມາ ຊາມູເອນໄດ້ກ່າວແກ່ໂຊນວ່າ, “ຂ້ອຍເປັນຜູ້ທີ່ພຣະເຈົ້າຢາເວສົ່ງມາໃຊ້ນໍ້າມັນສັກສິດຫົດສົງເຈົ້າ ໃຫ້ເປັນກະສັດປົກຄອງຊາວອິດສະຣາເອນປະຊາຊົນຂອງພຣະອົງ. ບັດນີ້ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ. |
|
| 2 |
|
| ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ເຮົາຈະລົງໂທດຊາວອາມາເຫຼັກ ຍ້ອນວ່າບັນພະບຸລຸດຂອງພວກເຂົາໄດ້ຕໍ່ຕ້ານຊາວອິດສະຣາເອນ ສະໄໝທີ່ຊາວອິດສະຣາເອນໄດ້ເດີນທາງອອກມາຈາກປະເທດເອຢິບ. |
|
| 3 |
|
| ຈົ່ງໄປໂຈມຕີຊາວອາມາເຫຼັກ ແລະທຳລາຍທຸກຢ່າງທີ່ພວກເຂົາມີຢູ່ນັ້ນໃຫ້ໝົດ. ຢ່າໃຫ້ສິ່ງໃດສິ່ງໜຶ່ງເຫຼືອຢູ່ເລີຍ. ຈົ່ງຂ້າຜູ້ຊາຍຜູ້ຍິງ, ແອນ້ອຍທີ່ຫາກໍເກີດໃໝ່ກັບເດັກນ້ອຍທຸກຄົນຖິ້ມ ຕະຫລອດທັງຝູງງົວ, ຝູງແກະ, ຝູງອູດ ແລະຝູງລໍດ້ວຍ.”’ |
|
| 4 |
|
| ແລ້ວກະສັດໂຊນກໍສັ່ງໃຫ້ທະຫານຂອງຕົນທຸກກອງເຂົ້າມາເຕົ້າໂຮມກັນ ແລະກວດກາເບິ່ງພົນຮົບທີ່ເຕເລັມ ມີດັ່ງນີ້: ທະຫານຊາວອິດສະຣາເອນມີສອງຮ້ອຍພັນຄົນ ແລະທະຫານຊາວຢູດາມີສິບພັນຄົນ. |
|
| 5 |
|
| ເພິ່ນເອງພ້ອມທັງກອງທັບໄດ້ໄປທີ່ເມືອງອາມາເຫຼັກ ແລະດັກສະກັດເພື່ອຫລອນໂຈມຕີຢູ່ຕາມຮ່ອມຫ້ວຍທີ່ແຫ້ງແລ້ງ. |
|
| 6 |
|
| ເພິ່ນໄດ້ສົ່ງຄຳເຕືອນໄປບອກຊາວເກນິດ ປະຊາຊົນພວກໜຶ່ງຊຶ່ງບັນພະບຸລຸດຂອງພວກເຂົາໄດ້ມີໃຈເມດຕາຕໍ່ຊາວອິດສະຣາເອນ ໃນສະໄໝທີ່ຊາວອິດສະຣາເອນໄດ້ອອກມາຈາກປະເທດເອຢິບນັ້ນວ່າ, “ໃຫ້ໜີຈາກຊາວອາມາເຫຼັກ ເພື່ອວ່າເຮົາຈະບໍ່ໄດ້ຂ້າພວກເຈົ້າພ້ອມກັບພວກເຂົາ.” ສະນັ້ນ ຊາວເກນິດຈຶ່ງພາກັນໜີໄປ. |
|
| 7 |
|
| ກະສັດໂຊນໄດ້ເອົາຊະນະຊາວອາມາເຫຼັກໂດຍສູ້ຮົບກັນຕະຫລອດທາງ ແຕ່ເມືອງຮາວີລາຈົນເຖິງເມືອງຊູເຣທີ່ທາງທິດຕາເວັນອອກຂອງເອຢິບ; |
|
| 8 |
|
| ເພິ່ນຈັບເຈົ້າອາກາກະສັດແຫ່ງອາມາເຫຼັກໄດ້ທັງເປັນ ແລະໄດ້ຂ້າປະຊາຊົນທັງໝົດຖິ້ມ. |
|
| 9 |
|
| ແຕ່ກະສັດໂຊນແລະທະຫານຂອງເພິ່ນປ່ອຍໃຫ້ເຈົ້າອາກາມີຊີວິດຢູ່ ທັງບໍ່ໄດ້ຂ້າແກະແລະງົວໂຕທີ່ຕຸ້ຍພີດີ ພ້ອມດ້ວຍລູກງົວ ແລະລູກແກະໂຕທີ່ຈົບງາມທີ່ສຸດ ແລະບໍ່ໄດ້ທຳລາຍສິ່ງທີ່ມີຄ່າ. ພວກເຂົາໄດ້ທຳລາຍແຕ່ສິ່ງທີ່ບໍ່ມີປະໂຫຍດ ແລະບໍ່ມີຄຸນຄ່າເທົ່ານັ້ນ. |
|
| 10 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ຊາມູເອນວ່າ, |
|
| 11 |
|
| “ເຮົາເສຍໃຈຫລາຍທີ່ໄດ້ແຕ່ງຕັ້ງໂຊນໃຫ້ເປັນກະສັດ. ລາວຫັນໜີຈາກເຮົາ ແລະບໍ່ເຊື່ອຟັງຄຳສັ່ງຂອງເຮົາ.” ສ່ວນຊາມູເອນກໍໃຈຮ້າຍດ້ວຍ ຈຶ່ງພາວັນນາອະທິຖານຂໍກັບພຣະເຈົ້າຢາເວຕະຫລອດຄືນ. |
|
| 12 |
|
| ມື້ຕໍ່ມາ ເພິ່ນໄດ້ອອກໄປພົບກະສັດໂຊນແຕ່ເຊົ້າໆ ແຕ່ເພິ່ນໄດ້ຍິນຂ່າວວ່າ ກະສັດໂຊນໄດ້ໄປທີ່ເມືອງກາເມນແລ້ວ ບ່ອນທີ່ເພິ່ນກໍ່ສ້າງອະນຸສາວະລີສຳລັບຕົນເອງ ແລ້ວໄດ້ເລີຍໄປທີ່ເມືອງກິນການ. |
|
| 13 |
|
| ເມື່ອຊາມູເອນໄປຮອດ ກະສັດໂຊນໄດ້ສະແດງຄວາມຄຳນັບຕໍ່ເພິ່ນ ແລະເວົ້າວ່າ, “ທ່ານຊາມູເອນເອີຍ ຂໍພຣະເຈົ້າຢາເວອວຍພອນທ່ານເທີ້ນ ຂ້າພະເຈົ້າໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວແລ້ວ.” |
|
| 14 |
|
| ຊາມູເອນຖາມວ່າ, “ຖ້າດັ່ງນັ້ນ ສຽງງົວແລະສຽງແກະທີ່ຮ້ອງຢູ່ນັ້ນໄດ້ມາແຕ່ໃສ?” |
|
| 15 |
|
| ກະສັດໂຊນຕອບວ່າ, “ຄົນຂອງຂ້າພະເຈົ້າໄດ້ສັດເຫຼົ່ານັ້ນມາຈາກຊາວອາມາເຫຼັກ. ພວກເຂົາໄດ້ເອົາແກະແລະງົວໂຕດີທີ່ສຸດໄວ້ ເພື່ອເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ແລະສ່ວນທີ່ເຫຼືອນັ້ນ ພວກເຮົາໄດ້ທຳລາຍຖິ້ມໝົດ.” |
|
| 16 |
|
| ຊາມູເອນສັ່ງວ່າ, “ຢຸດ ຂ້າພະເຈົ້າຈະບອກທ່ານເຖິງສິ່ງທີ່ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າໃນຄືນນີ້.” ກະສັດໂຊນກ່າວວ່າ, “ບອກຂ້າພະເຈົ້າມາເບິ່ງດູ.” |
|
| 17 |
|
| ຊາມູເອນກ່າວວ່າ, “ເຖິງແມ່ນເຈົ້າຖືຕົນເອງວ່າບໍ່ມີຄວາມສຳຄັນກໍຕາມ ແຕ່ເຈົ້າກໍເປັນຜູ້ນຳເຜົ່າຕ່າງໆຂອງຊາດອິດສະຣາເອນ. ພຣະເຈົ້າຢາເວໄດ້ໃຊ້ນໍ້າມັນສັກສິດຫົດສົງເຈົ້າໃຫ້ເປັນກະສັດຂອງຊາດອິດສະຣາເອນ |
|
| 18 |
|
| ແລະພຣະເຈົ້າຢາເວໄດ້ສັ່ງເຈົ້າໃຫ້ອອກໄປທຳລາຍພວກຄົນຊົ່ວຮ້າຍເຫຼົ່ານັ້ນ ໃນເມືອງອາມາເຫຼັກ. ພຣະອົງບອກເຈົ້າໃຫ້ສູ້ຮົບ ແລະຂ້າພວກເຂົາຖິ້ມໝົດ. |
|
| 19 |
|
| ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເຊື່ອຟັງພຣະເຈົ້າຢາເວ? ເປັນຫຍັງຈຶ່ງຢຶດເອົາສິ່ງຂອງເຫຼົ່ານີ້ ແລະເຮັດໃນສິ່ງທີ່ບໍ່ດີຕໍ່ສາຍຕາຂອງພຣະເຈົ້າຢາເວ?” |
|
| 20 |
|
| ກະສັດໂຊນຕອບວ່າ, “ຂ້າພະເຈົ້າໄດ້ເຊື່ອຟັງພຣະເຈົ້າຢາເວ ຂ້າພະເຈົ້າໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂດຍຈັບກະສັດອາກາ ແລະຂ້າຊາວອາມາເຫຼັກທຸກຄົນຖິ້ມ. |
|
| 21 |
|
| ແຕ່ທະຫານຂອງຂ້າພະເຈົ້າບໍ່ໄດ້ຂ້າແກະ ແລະງົວໂຕດີທີ່ສຸດທີ່ພວກເຂົາຢຶດມານັ້ນ. ພວກເຂົາໄດ້ນຳເອົາສັດເຫຼົ່ານັ້ນມາຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານທີ່ເມືອງກິນການ.” |
|
| 22 |
|
| ຊາມູເອນກ່າວວ່າ, “ແມ່ນສິ່ງໃດທີ່ພຣະເຈົ້າຢາເວຕ້ອງການຫລາຍກວ່າ: ການເຊື່ອຟັງ ຫລືຂອງຖວາຍ ແລະເຄື່ອງບູຊາ? ການເຊື່ອຟັງພຣະເຈົ້າຢາເວ ກໍດີກວ່າຖວາຍແກະໂຕດີທີ່ສຸດເປັນເຄື່ອງບູຊາແກ່ພຣະອົງ. |
|
| 23 |
|
| ການກະບົດຕໍ່ສູ້ພຣະອົງເປັນການຊົ່ວຊ້າເທົ່າກັບການໃຊ້ເວດມົນຄາຖາ ແລະຄວາມອວດດີກໍເປັນບາບເທົ່າກັບການຂາບໄຫວ້ຮູບເຄົາຣົບ. ຍ້ອນເຈົ້າໄດ້ປະຖິ້ມຖ້ອຍຄຳຂອງພຣະເຈົ້າຢາເວ ພຣະອົງຈຶ່ງປະຖິ້ມເຈົ້າ ແລະບໍ່ໃຫ້ເຈົ້າເປັນກະສັດອີກຕໍ່ໄປ.” |
|
| 24 |
|
| ກະສັດໂຊນຕອບຄືນວ່າ, “ແມ່ນແລ້ວ ຂ້າພະເຈົ້າໄດ້ເຮັດບາບ ຂ້າພະເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະຄຳແນະນຳຂອງທ່ານ. ຂ້າພະເຈົ້າເກງໃຈທະຫານຂອງຂ້າພະເຈົ້າຈຶ່ງເຮັດຕາມທີ່ພວກເຂົາຕ້ອງການ. |
|
| 25 |
|
| ແຕ່ບັດນີ້ ຂ້າພະເຈົ້າຮ້ອງຂໍທ່ານອະໄພບາບຂອງຂ້າພະເຈົ້າເສຍ ແລະກັບຄືນເມືອເມືອງກິນການນຳຂ້າພະເຈົ້າແດ່ ເພື່ອວ່າ ຂ້າພະເຈົ້າຈະໄດ້ນະມັດສະການພຣະເຈົ້າຢາເວ.” |
|
| 26 |
|
| ຊາມູເອນຕອບວ່າ, “ເຮົາຈະບໍ່ຄືນເມືອກັບເຈົ້າ ເຈົ້າໄດ້ປະຖິ້ມຖ້ອຍຄຳຂອງພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍປະຖິ້ມເຈົ້າ ຈາກການເປັນກະສັດຂອງຊາດອິດສະຣາເອນ.” |
|
| 27 |
|
| ເມື່ອຊາມູເອນກຳລັງຈະຫັນຫລັງໜີໄປ ກະສັດໂຊນກໍດຶງສາຍເສື້ອຄຸມຂອງເພິ່ນຈົນຂາດ. |
|
| 28 |
|
| ຊາມູເອນກ່າວແກ່ເພິ່ນວ່າ, “ພຣະເຈົ້າຢາເວໄດ້ຈີກອານາຈັກອິດສະຣາເອນອອກຈາກເຈົ້າໃນມື້ນີ້ ແລະພຣະອົງຈະມອບໃຫ້ແກ່ຄົນອື່ນທີ່ດີກວ່າເຈົ້າ. |
|
| 29 |
|
| ແລະອົງຊົງເປັນທີ່ເພິ່ງອັນແຂງແກ່ນຂອງຊາດອິດສະຣາເອນ ຈະບໍ່ເວົ້າຕົວະຫລືປ່ຽນໃຈ. ພຣະອົງບໍ່ແມ່ນມະນຸດ ສະນັ້ນ ພຣະອົງຈຶ່ງບໍ່ປ່ຽນໃຈ.” |
|
| 30 |
|
| ກະສັດໂຊນຕອບວ່າ, “ຂ້າພະເຈົ້າໄດ້ເຮັດບາບ, ແຕ່ຢ່າງໜ້ອຍຂໍທ່ານໃຫ້ຄວາມນັບຖືແກ່ຂ້າພະເຈົ້າຕໍ່ໜ້າພວກຜູ້ນຳປະຊາຊົນຂອງຂ້າພະເຈົ້າ ແລະຊາວອິດສະຣາເອນທຸກຄົນ. ຂໍທ່ານຈົ່ງກັບເມືອນຳຂ້າພະເຈົ້າ ເພື່ອຈະໄດ້ນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ.” |
|
| 31 |
|
| ດັ່ງນັ້ນ ຊາມູເອນຈຶ່ງຍອມຄືນເມືອເມືອງກິນການກັບກະສັດໂຊນ ແລະກະສັດໂຊນກໍໄດ້ນະມັດສະການພຣະເຈົ້າຢາເວ. |
|
| 32 |
|
| ຊາມູເອນສັ່ງວ່າ, “ຈົ່ງນຳກະສັດອາກາມາທີ່ນີ້ຫາຂ້າພະເຈົ້າ. ເຈົ້າອາກາເຂົ້າມາຫາຊາມູເອນໂດຍຕົວສັ່ນ ແລະທັງຄິດໃນໃຈວ່າ, ‘ຄວາມຕາຍນີ້ຊ່າງເປັນການຂົມຂື່ນແທ້ນໍ”’ |
|
| 33 |
|
| ຊາມູເອນກ່າວວ່າ, “ດາບຂອງເຈົ້າໄດ້ເຮັດໃຫ້ແມ່ຫລາຍຄົນຕ້ອງສູນເສຍລູກຂອງຕົນ; ດັ່ງນັ້ນ ແມ່ຂອງເຈົ້າຈະຕ້ອງສູນເສຍລູກໄປເໝືອນກັນ.” ແລ້ວຊາມູເອນກໍຂ້າເຈົ້າອາກາ ແລະຕັດເປັນຕ່ອນໆຕໍ່ໜ້າພຣະເຈົ້າຢາເວທີ່ເມືອງກິນການ. |
|
| 34 |
|
| ແລ້ວຊາມູເອນກໍໄດ້ໄປທີ່ເມືອງຣາມາ ສ່ວນກະສັດໂຊນນັ້ນໄດ້ຄືນເມືອວັງຂອງເພິ່ນທີ່ເມືອງກີເບອາ. |
|
| 35 |
|
| ຕະຫລອດຊົ່ວຊີວິດຂອງຊາມູເອນ ເພິ່ນບໍ່ໄດ້ເຫັນກະສັດໂຊນອີກຈັກເທື່ອ ແຕ່ເພິ່ນຍັງເສົ້າສະຫລົດໃຈນຳກະສັດໂຊນຫລາຍ. ສ່ວນພຣະເຈົ້າຢາເວກໍເສຍໃຈ ທີ່ໄດ້ແຕ່ງຕັ້ງໂຊນໃຫ້ເປັນກະສັດຂອງຊາດອິດສະຣາເອນ. |
|
|
|
|