|
| 1 |
|
| ພວກຟີລິດສະຕິນໄດ້ທ້ອນໂຮມກຳລັງກັນ ເຂົ້າສູ່ເສິກທີ່ເມືອງໂສໂກໃນແຂວງຢູດາຍ; ພວກເຂົາຕັ້ງທີ່ໝັ້ນຢູ່ບ່ອນໜຶ່ງຊື່ວ່າ ເອແຟັດດຳມິມ ລະຫວ່າງກາງເມືອງໂສໂກແລະເມືອງອາເຊກາ. |
|
| 2 |
|
| ສ່ວນກະສັດໂຊນແລະຊາວອິດສະຣາເອນນັ້ນກໍໄດ້ເຕົ້າໂຮມກັນ ແລະຕັ້ງຄ້າຍຢູ່ທີ່ຮ່ອມພູເອລາ, ແລ້ວພວກເຂົາກໍຕຽມພ້ອມທີ່ຈະສູ້ຮົບພວກຟີລິດສະຕິນໃນທີ່ນັ້ນ. |
|
| 3 |
|
| ພວກຟີລິດສະຕິນໄດ້ຢືນເປັນແຖວຢາຍກັນຢູ່ຕາມເນີນພູໜ່ວຍໜຶ່ງ ແລະຊາວອິດສະຣາເອນກໍຢືນເປັນແຖວຢາຍກັນຢູ່ຕາມເນີນພູອີກໜ່ວຍໜຶ່ງ ຊຶ່ງມີຮ່ອມພູຂັ້ນລະຫວ່າງພວກເຂົາທັງສອງຝ່າຍ. |
|
| 4 |
|
| ຍັງມີຊາຍຈາກເມືອງກາດຄົນໜຶ່ງຊື່ວ່າ ໂກລີອາດ; ລາວໄດ້ອອກຈາກຄ້າຍຂອງພວກຟີລິດສະຕິນມາທ້າທາຍພວກອິດສະຣາເອນ. ລາວເປັນຄົນສູງໃຫຍ່ເກືອບເຖິງສາມແມັດ. |
|
| 5 |
|
| ລາວໃສ່ໝວກທອງສຳຣິດກັບນຸ່ງເສື້ອຫຸ້ມເກາະທອງສຳຣິດໜັກປະມານຫ້າສິບເຈັດກິໂລກຼາມ. |
|
| 6 |
|
| ສ່ວນຂາຂອງລາວນັ້ນກໍສວມເຄື່ອງປ້ອງກັນທີ່ເຮັດດ້ວຍທອງສຳຣິດເຊັ່ນກັນ. ນອກນີ້ລາວຍັງພາຍຫອກທີ່ເຮັດດ້ວຍທອງສຳຣິດ. |
|
| 7 |
|
| ຄັນຫອກຂອງລາວເທົ່າກັບໄມ້ກຳພັ້ນຫູກ ແລະປາຍຫອກທີ່ເປັນເຫຼັກກໍໜັກປະມານເຈັດກິໂລກຼາມ. ມີທະຫານຄົນໜຶ່ງຍ່າງອອກໜ້າຖືໂລ້ຕ້ານທານໃຫ້ລາວ. |
|
| 8 |
|
| ໂກລີອາດຢືນຮ້ອງແຜດສຽງໃສ່ພວກອິດສະຣາເອນວ່າ, “ພວກສູກຳລັງເຮັດຫຍັງຢູ່ທີ່ນີ້, ລຽນແຖວເຂົ້າມາສູ້ຮົບຊັ້ນບໍ? ກູເປັນຄົນຟີລິດສະຕິນ ພວກສູເປັນທາດຮັບໃຊ້ຂອງໂຊນ ຈົ່ງເລືອກເອົາທະຫານຄົນໜຶ່ງໃນພວກສູອອກມາຕໍ່ສູ້ກັບກູ. |
|
| 9 |
|
| ຖ້າຊະນະແລະຂ້າກູໄດ້ ພວກກູຈະຍອມເປັນທາດຮັບໃຊ້ຂອງພວກສູ, ແຕ່ຖ້າກູຊະນະ ພວກສູຈະຕ້ອງຕົກເປັນທາດຮັບໃຊ້ຂອງກູ. |
|
| 10 |
|
| ບັດນີ້ ກູຂໍທ້າທາຍກອງທັບອິດສະຣາເອນຄື ກູໃຫ້ພວກສູເລືອກເອົາຜູ້ໜຶ່ງມາສູ້ຮົບກັບກູ.” |
|
| 11 |
|
| ເມື່ອກະສັດໂຊນກັບທະຫານຂອງເພິ່ນໄດ້ຍິນດັ່ງນັ້ນ ກໍມີຄວາມຢ້ານກົວຫຼາຍ. |
|
| 12 |
|
| ດາວິດເປັນລູກຊາຍຂອງເຢຊີຜູ້ທີ່ເປັນຊາວເອຟະຣາທາ ຈາກເມືອງເບັດເລເຮັມໃນແຂວງຢູດາຍ. ເຢຊີມີລູກຊາຍແປດຄົນ. ໃນສະໄໝທີ່ໂຊນເປັນກະສັດ ເຢຊີກໍເຖົ້າແກ່ຫລາຍແລ້ວ. |
|
| 13 |
|
| ລູກຊາຍໃຫຍ່ສາມຄົນຂອງເພິ່ນໄດ້ໄປຕີເສິກນຳກະສັດໂຊນ. ຜູ້ກົກຊື່ວ່າ ເອລີອາບ, ຜູ້ຕໍ່ມາຊື່ວ່າ ອາບີນາດາບ ແລະຜູ້ທີ່ສາມຊື່ວ່າ ຊາມມາ. |
|
| 14 |
|
| ສ່ວນດາວິດນັ້ນເປັນລູກຊາຍຫລ້າ. ເວລາທີ່ອ້າຍທັງສາມຂອງດາວິດຢູ່ນຳກະສັດໂຊນນັ້ນ |
|
| 15 |
|
| ດາວິດຕ້ອງກັບຄືນເມືອເມືອງເບັດເລເຮັມ ເພື່ອເບິ່ງຝູງແກະຂອງພໍ່ເປັນບາງຄັ້ງບາງຄາວ. |
|
| 16 |
|
| ສ່ວນໂກລີອາດກໍໄດ້ທ້າທາຍພວກອິດສະຣາເອນ ທຸກເຊົ້າທຸກແລງເປັນເວລາສີ່ສິບວັນ. |
|
| 17 |
|
| ມື້ໜຶ່ງ ເຢຊີໄດ້ເວົ້າກັບດາວິດວ່າ, “ຈົ່ງເອົາເຂົ້າຂົ້ວສິບກິໂລກຼາມກັບເຂົ້າຈີ່ສິບກ້ອນນີ້ ໄປໃຫ້ພວກອ້າຍຂອງເຈົ້າຢູ່ໃນຄ້າຍ |
|
| 18 |
|
| ແລະເອົາເນີຍສິບກ້ອນນີ້ໃຫ້ທ່ານນາຍພັນ. ຈົ່ງໄປເບິ່ງວ່າ ພວກອ້າຍຂອງເຈົ້າເປັນຢູ່ຢ່າງໃດ ແລະໃຫ້ເຈົ້າເອົາບາງສິ່ງຈາກພວກເຂົາມານຳ ເພື່ອສະແດງວ່າເຈົ້າໄດ້ເຫັນພວກເຂົາ ແລະຮູ້ວ່າພວກເຂົາສະບາຍດີ. |
|
| 19 |
|
| ເວລານີ້ ກະສັດໂຊນກັບພວກອ້າຍຂອງເຈົ້າ ແລະພວກອິດສະຣາເອນຄົນອື່ນໆ ກຳລັງຕໍ່ສູ້ພວກຟີລິດສະຕິນຢູ່ໃນຮ່ອມພູເອລາ.” |
|
| 20 |
|
| ເຊົ້າມື້ໃໝ່ມາ ດາວິດກໍລຸກແຕ່ເຊົ້າໆ. ລາວຝາກຝູງແກະໄວ້ນຳຄົນອື່ນ ແລະນຳເອົາອາຫານໄປບ່ອນທີ່ເຢຊີພໍ່ຂອງຕົນໄດ້ບອກ. ລາວໄປຮອດຄ້າຍພໍດີກັບເວລາທີ່ພວກອິດສະຣາເອນພວມລຽນແຖວອອກໄປສູ່ສະໜາມຮົບ ແລະທັງມີສຽງຮ້ອງສັ່ງອອກໄປຕີເສິກ. |
|
| 21 |
|
| ທະຫານຂອງພວກຟີລິດສະຕິນແລະຂອງພວກອິດສະຣາເອນ ຕ່າງກໍຕັ້ງທີ່ໝັ້ນຂອງໃຜລາວປະເຊີນໜ້າກັນເພື່ອຕຽມສູ້ຮົບ. |
|
| 22 |
|
| ດາວິດໄດ້ປະອາຫານໄວ້ນຳເຈົ້າໜ້າທີ່ຝ່າຍສະບຽງອາຫານ ແລະແລ່ນໄປຫາພວກອ້າຍຂອງຕົນທີ່ສະໜາມຮົບເພື່ອຖາມຂ່າວຄາວວ່າ ພວກເຂົາເປັນຢູ່ຢ່າງໃດ. |
|
| 23 |
|
| ໃນຂະນະທີ່ລາວກຳລັງເວົ້າກັບພວກອ້າຍຢູ່ນັ້ນ ໂກລີອາດກໍເຂົ້າມາທ້າທາຍພວກອິດສະຣາເອນຕາມທີ່ລາວເຄີຍໄດ້ເຮັດມາ. ຝ່າຍດາວິດກໍໄດ້ຍິນຄຳທ້າທາຍນັ້ນ. |
|
| 24 |
|
| ເມື່ອພວກອິດສະຣາເອນຫລຽວເຫັນໂກລີອາດ ພວກເຂົາກໍແລ່ນປົບໜີດ້ວຍຄວາມຢ້ານກົວທີ່ສຸດ. |
|
| 25 |
|
| ພວກເຂົາເວົ້າກັນວ່າ, “ເບິ່ງມັນພຸ້ນດູ! ຟັງມັນເວົ້າຫັ້ນແມ ກະສັດໂຊນສັນຍາວ່າຈະໃຫ້ບຳເໜັດແກ່ຊາຍຜູ້ທີ່ຂ້າມັນໄດ້; ກະສັດຈະໃຫ້ລາວແຕ່ງງານກັບລູກສາວຂອງເພິ່ນ ພ້ອມທັງໃຫ້ຄອບຄົວຂອງພໍ່ລາວຍົກເວັ້ນຈາກການເສຍສ່ວຍ.” |
|
| 26 |
|
| ດາວິດຈຶ່ງຖາມພວກທີ່ຢູ່ໃກ້ກັບລາວນັ້ນວ່າ, “ຜູ້ທີ່ຂ້າຄົນຟີລິດສະຕິນຜູ້ນີ້ໄດ້ ແລະຊ່ວຍພວກອິດສະຣາເອນໃຫ້ພົ້ນຈາກການໝິ່ນປະໝາດນີ້ຈະໄດ້ຫຍັງ? ຄົນຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າ ທີ່ກຳລັງເວົ້າທ້າທາຍກອງທັບຂອງພຣະເຈົ້າອົງຊົງຊີວິດຢູ່ນັ້ນແມ່ນຜູ້ໃດ?” |
|
| 27 |
|
| ພວກເຂົາຈຶ່ງບອກລາວວ່າ ຜູ້ທີ່ຂ້າໂກລີອາດໄດ້ ຈະໄດ້ຮັບສິ່ງທີ່ກ່າວມານັ້ນ. |
|
| 28 |
|
| ເອລີອາບອ້າຍກົກຂອງດາວິດໄດ້ຍິນດາວິດກຳລັງເວົ້າກັບທະຫານຢູ່ ກໍຮ້າຍໃຫ້ດາວິດແລະເວົ້າວ່າ, “ເຈົ້າມາເຮັດຫຍັງຢູ່ທີ່ນີ້? ຝຸງແກະນ້ອຍຂອງເຈົ້າທີ່ຖິ່ນແຫ້ງແລ້ງກັນດານເຈົ້າຝາກໄວ້ກັບໃຜ? ຂ້ອຍຮູ້ໃຈຈອງຫອງແລະຄວາມຊົ່ວຮ້າຍຂອງເຈົ້າ ເຈົ້າມາທີ່ນີ້ເພື່ອເບິ່ງການສູ້ຮົບກັນ.” |
|
| 29 |
|
| ດາວິດຖາມອ້າຍຄືນວ່າ, “ດຽວນີ້ ຂ້ອຍໄດ້ເຮັດຫຍັງ? ຂ້ອຍພຽງແຕ່ຖາມກໍບໍ່ໄດ້ຊັ້ນບໍ?” |
|
| 30 |
|
| ດາວິດຫັນໄປຖາມຊາຍຄົນອື່ນຢ່າງດຽວກັນ ແລະທຸກເທື່ອທີ່ລາວຖາມ ລາວກໍໄດ້ຮັບຄຳຕອບຢ່າງດຽວກັນ. |
|
| 31 |
|
| ເມື່ອບາງຄົນໄດ້ຍິນດາວິດສົນໃຈໃນເລື່ອງນີ້ຈຶ່ງໄປບອກກະສັດໂຊນ ແລະກະສັດໂຊນກໍບອກໃຫ້ນຳຕົວດາວິດເຂົ້າໄປພົບ. |
|
| 32 |
|
| ດາວິດກ່າວຕໍ່ກະສັດໂຊນວ່າ, “ກະສັດທີ່ເຄົາຣົບ ຢ່າໃຫ້ຜູ້ໃດຢ້ານຊາຍຟີລິດສະຕິນຄົນນັ້ນເລີຍ ຂ້ານ້ອຍຈະໄປຕໍ່ສູ້ມັນເອງ.” |
|
| 33 |
|
| ກະສັດໂຊນຕອບວ່າ, “ບໍ່ໄດ້ດອກ ເຈົ້າຈະຕໍ່ສູ້ມັນໄດ້ຢ່າງໃດ? ເຈົ້າຍັງເປັນບ່າວນ້ອຍຢູ່ ສ່ວນໂກລີອາດນັ້ນເປັນທະຫານມາຕະຫລອດຊີວິດ.” |
|
| 34 |
|
| ດາວິດກ່າວວ່າ, “ຜູ້ຮັບໃຊ້ຂອງທ່ານ ໄດ້ເບິ່ງແຍງຝູງແກະຂອງພໍ່ ເທື່ອໃດທີ່ສິງຫລືໝີມາຄຸບເອົາແກະໃນຝູງໄປ |
|
| 35 |
|
| ຂ້ານ້ອຍກໍໄດ້ຕາມໄປຕໍ່ສູ້ມັນ ແລະຊ່ວຍເອົາແກະນ້ອຍໄວ້ໄດ້ເທື່ອນັ້ນ ຖ້າສິງຫລືໝີກັບຄືນມາຫາ ຂ້ານ້ອຍກໍຈັບຄໍມັນໄວ້ແລະຕີມັນຈົນຕາຍຄາມື. |
|
| 36 |
|
| ຂ້ານ້ອຍເຄີຍຂ້າສິງແລະໝີມາແລ້ວ ແລະຂ້ານ້ອຍຈະເຮັດກັບຊາຍຟີລິດສະຕິນຄົນບໍ່ນັບຖືພຣະເຈົ້ານີ້ຢ່າງດຽວກັນ ເພາະມັນໄດ້ໝິ່ນປະໝາດກອງທັບຂອງພຣະເຈົ້າອົງຊົງຊີວິດຢູ່. |
|
| 37 |
|
| ພຣະເຈົ້າຢາເວໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກໂຕສິງກັບໂຕໝີມາແລ້ວຢ່າງໃດ; ພຣະອົງກໍຈະຊ່ວຍຂ້ານ້ອຍໃຫ້ພົ້ນຈາກຊາຍຟີລິດສະຕິນຄົນນີ້ໄດ້ເໝືອນກັນຢ່າງນັ້ນ.” ກະສັດໂຊນຕອບວ່າ, “ດີແລ້ວ ຈົ່ງໄປສາ ຂໍພຣະເຈົ້າຢາເວສະຖິດຢູ່ກັບເຈົ້າ.” |
|
| 38 |
|
| ກະສັດໂຊນໄດ້ເອົາເຄື່ອງຮົບຂອງເພິ່ນໃຫ້ດາວິດສວມໃສ່ ເຊັ່ນວ່າ: ໝວກເປັນທອງສຳຣິດ ຊຶ່ງເພິ່ນສຸບໃສ່ຫົວຂອງດາວິດ ແລະເອົາເສື້ອຫຸ້ມເກາະໃຫ້ລາວນຸ່ງ. |
|
| 39 |
|
| ດາວິດເອົາດາບຂອງກະສັດໂຊນຂັດໃສ່ແອວແລະລອງຍ່າງເບິ່ງ ແຕ່ລາວຍ່າງໄປບໍ່ໄດ້ເພາະບໍ່ເຄີຍໃສ່ເຄື່ອງເຫຼົ່ານີ້ມາຈັກເທື່ອ. ດາວິດຈຶ່ງກ່າວຕໍ່ກະສັດໂຊນວ່າ, “ຂ້ານ້ອຍໄປຮົບໂດຍໃສ່ເຄື່ອງແບບນີ້ບໍ່ໄດ້ດອກ ຂ້ານ້ອຍບໍ່ເຄີຍໃສ່.” ດັ່ງນັ້ນ ດາວິດຈຶ່ງແກ້ມັນອອກໝົດ. |
|
| 40 |
|
| ລາວຖືເອົາໄມ້ຄ້ອນສຳລັບລ້ຽງແກະຂອງລາວໄປ ແລະເກັບເອົາຫີນຫ້າກ້ອນໃນແຄມຫ້ວຍໃສ່ຖົງໄປນຳດ້ວຍ. ລາວຖືເອົາກະຖຸນຕຽມພ້ອມຍ່າງເຂົ້າໄປຫາໂກລີອາດ. |
|
| 41 |
|
| ຊາຍຟີລິດສະຕິນຍ່າງມຸ່ງໜ້າມາຫາດາວິດ ໂດຍມີຄົນຖືໂລ້ຕ້ານທານຍ່າງອອກໜ້າກ່ອນລາວ. ລາວຍ່າງເຂົ້າມາໃກ້ດາວິດທຸກຂະນະ |
|
| 42 |
|
| ເມື່ອເບິ່ງດາວິດຄັກໆແລ້ວ ລາວຈຶ່ງຄິດດູຖູກໃນໃຈ ເພາະດາວິດຍັງເປັນບ່າວນ້ອຍທີ່ງາມແລະໜ້າຮັກ. |
|
| 43 |
|
| ລາວຖາມດາວິດວ່າ, “ເຮີຍບັກນ້ອຍ ໄມ້ຄ້ອນນັ້ນສຳລັບໄວ້ເຮັດຫຍັງ? ມຶງຄິດວ່າກູເປັນໝາຊັ້ນບໍ?” ແລ້ວລາວກໍເອີ້ນຫາພະຂອງຕົນໃຫ້ມາສາບແຊ່ງດາວິດ. |
|
| 44 |
|
| ລາວເວົ້າທ້າທາຍດາວິດວ່າ, “ເຂົ້າມາພີ້ ກູຈະເອົາຊາກສົບຂອງມຶງໃຫ້ນົກແລະສັດປ່າກິນ.” |
|
| 45 |
|
| ດາວິດຕອບວ່າ, “ເຈົ້າມາຕໍ່ສູ້ຂ້ອຍດ້ວຍດາບ, ດ້ວຍຫອກ ແລະຫລາວ, ແຕ່ຂ້ອຍມາຕໍ່ສູ້ເຈົ້າໃນນາມຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງກອງທັບອິດສະຣາເອນທີ່ເຈົ້າໄດ້ເວົ້າທ້າທາຍນັ້ນ. |
|
| 46 |
|
| ມື້ນີ້ແຫລະ ພຣະເຈົ້າຢາເວຈະມອບເຈົ້າໄວ້ໃນກຳມືຂອງຂ້ອຍ, ຂ້ອຍຈະຊະນະເຈົ້າ ແລະຕັດຫົວຂອງເຈົ້າ. ສ່ວນຊາກສົບຂອງພວກທະຫານຟີລິດສະຕິນນັ້ນ ຂ້ອຍຈະເອົາໃຫ້ນົກ ແລະສັດປ່າກິນ. ແລ້ວທົ່ວທັງໂລກກໍຈະຮູ້ວ່າຊາດອິດສະຣາເອນມີພຣະເຈົ້າ |
|
| 47 |
|
| ແລະທຸກໆຄົນໃນທີ່ນີ້ຈະເຫັນວ່າ ພຣະເຈົ້າຢາເວບໍ່ຈຳເປັນໃຊ້ດາບຫລືຫອກ ເພື່ອຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ. ພຣະເຈົ້າຢາເວເປັນເຈົ້າຂອງສະໜາມຮົບ ແລະພຣະອົງຈະມອບພວກເຈົ້າໄວ້ໃນກຳມືຂອງພວກເຮົາ.” |
|
| 48 |
|
| ແລ້ວໂກລີອາດກໍຍ່າງມຸ່ງໜ້າເຂົ້າມາຫາດາວິດ ຝ່າຍດາວິດກໍແລ່ນຢ່າງວ່ອງໄວໄປສູ່ເສັ້ນທາງແຫ່ງສະໜາມຮົບຂອງຊາວຟີລິດສະຕິນ ເພື່ອຕໍ່ສູ້ໂກລີອາດ. |
|
| 49 |
|
| ດາວິດຈົກເອົາກ້ອນຫີນໃນຖົງອອກມາຍິງໃສ່ໂກລີອາດ. ກ້ອນຫີນນັ້ນໄປຖືກໜ້າຜາກຂອງລາວຈົນເຮັດໃຫ້ກະໂຫລກຫົວແຕກ ແລະໂກລີອາດກໍລົ້ມຂວໍ້າໜ້າລົງກັບພື້ນດິນ. |
|
| 50 |
|
| ດັ່ງນັ້ນ ດາວິດຈຶ່ງເອົາຊະນະແລະຂ້າໂກລີອາດ ດ້ວຍກະຖຸນກັບຫີນພຽງກ້ອນດຽວໂດຍບໍ່ໄດ້ໃຊ້ດາບ. |
|
| 51 |
|
| ດາວິດແລ່ນເຂົ້າໄປຫາໂກລີອາດຢຽບໂຕລາວໄວ້, ຖອດເອົາດາບຂອງໂກລີອາດອອກມາຈາກຝັກ ແລະໃຊ້ດາບນັ້ນຕັດຫົວຂອງລາວ. ເມື່ອພວກຟີລິດສະຕິນເຫັນວ່າ ຜູ້ເກັ່ງກ້າຂອງພວກຕົນຕາຍໄປແລ້ວ ພວກເຂົາຈຶ່ງພາກັນແລ່ນປົບໜີໄປ. |
|
| 52 |
|
| ຝ່າຍທະຫານອິດສະຣາເອນກັບທະຫານຢູດາກໍຮ້ອງໂຮ ພ້ອມທັງແລ່ນໄລ່ຕາມພວກເຂົາໄປຈົນຮອດເມືອງກາດ ແລະຮອດປະຕູຂອງເມືອງເອັກໂຣນ. ພວກຟີລິດສະຕິນທີ່ບາດເຈັບໄດ້ລົ້ມຕາຍຕາມຖະໜົນຫົນທາງ ໄປສູ່ເມືອງຊາອາຣາອິມຈົນໄປເຖິງເມືອງກາດແລະເມືອງເອັກໂຣນ. |
|
| 53 |
|
| ເມື່ອພວກອິດສະຣາເອນກັບຄືນມາຈາກການໄລ່ຕາມພວກຟີລິດສະຕິນແລ້ວ ພວກເຂົາໄດ້ປຸ້ນເອົາເຄື່ອງຂອງໃນຄ້າຍຂອງຊາວຟີລິດສະຕິນໄປໝົດ. |
|
| 54 |
|
| ດາວິດໄດ້ຖືເອົາຫົວຂອງໂກລີອາດໄປທີ່ນະຄອນເຢຣູຊາເລັມ; ສ່ວນດາບຂອງໂກລີອາດນັ້ນ ລາວເອົາໄວ້ໃນຜ້າເຕັນຂອງລາວເອງ. |
|
| 55 |
|
| ເມື່ອກະສັດໂຊນເຫັນດາວິດອອກໄປຕໍ່ສູ້ກັບໂກລີອາດນັ້ນ ເພິ່ນຈຶ່ງຖາມອັບເນຜູ້ບັນຊາການທະຫານຂອງຕົນວ່າ, “ອັບເນ ບ່າວນ້ອຍຄົນນີ້ແມ່ນລູກຂອງຜູ້ໃດ?” ອັບເນຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍບໍ່ຮູ້ຈັກ.” |
|
| 56 |
|
| ກະສັດໂຊນສັ່ງວ່າ, “ຈົ່ງອອກໄປສືບຖາມເບິ່ງດູ.” |
|
| 57 |
|
| ສະນັ້ນ ຫລັງຈາກສັງຫານໂກລີອາດແລ້ວ ດາວິດໄດ້ກັບຄືນມາຄ້າຍ; ອັບເນໄດ້ພາລາວໄປຫາກະສັດໂຊນ. ດາວິດຍັງຖືຫົວຂອງໂກລີອາດຢູ່. |
|
| 58 |
|
| ກະສັດໂຊນຖາມລາວວ່າ, “ຊາຍໜຸ່ມເອີຍ ເຈົ້າເປັນລູກຂອງຜູ້ໃດ?” ດາວິດຕອບວ່າ, “ຂ້ານ້ອຍເປັນລູກຂອງເຢຊີ ຜູ້ຮັບໃຊ້ຂອງທ່ານຈາກເມືອງເບັດເລເຮັມ.” |
|
|
|
|