|
| 1 |
|
| ໃນສະໄໝນັ້ນ ເວລາທີ່ຊາມູເອນກຳລັງຮັບໃຊ້ພຣະເຈົ້າຢາເວພາຍໃຕ້ການນຳພາຂອງເອລີນັ້ນ ຖ້ອຍຄຳຈາກພຣະເຈົ້າຢາເວມີໜ້ອຍຫຼາຍ ແລະບໍ່ຄ່ອຍມີນິມິດຈາກພຣະອົງເລີຍ. |
|
| 2 |
|
| ໃນຄືນໜຶ່ງ ເອລີຜູ້ທີ່ເກືອບບໍ່ເຫັນຮຸ່ງແລ້ວ ພວມນອນຫລັບຢູ່ໃນຫ້ອງສ່ວນຕົວຂອງເພິ່ນ |
|
| 3 |
|
| ສ່ວນ ຊາມູເອນນັ້ນນອນຢູ່ທີ່ພຣະວິຫານຂອງພຣະເຈົ້າຢາເວ ບ່ອນທີ່ໄວ້ຫີບຂອງພຣະເຈົ້າ. ກ່ອນຮຸ່ງເຊົ້າເມື່ອຕະກຽງຍັງໄຕ້ຢູ່ |
|
| 4 |
|
| ພຣະເຈົ້າຢາເວໄດ້ເອີ້ນຊາມູເອນ. ລາວຂານຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້.” |
|
| 5 |
|
| ແລ້ວລາວກໍແລ່ນໄປຫາເອລີ ແລະເວົ້າວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ.” ແຕ່ເອລີຕອບວ່າ, “ຂ້ອຍບໍ່ໄດ້ເອີ້ນເຈົ້າ ຈົ່ງກັບຄືນໄປນອນສາ.” ສະນັ້ນ ຊາມູເອນຈຶ່ງກັບຄືນໄປນອນ. |
|
| 6 |
|
| ພຣະເຈົ້າຢາເວໄດ້ເອີ້ນຊາມູເອນອີກ ແລະເດັກຊາຍຄົນນີ້ກໍລຸກຂຶ້ນໄປຫາເອລີ ແລະຖາມວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ.” ແຕ່ເອລີຕອບວ່າ, “ລູກເອີຍ ພໍ່ບໍ່ໄດ້ເອີ້ນເຈົ້າ ຈົ່ງກັບຄືນໄປນອນສາ.” ຊາມູເອນບໍ່ຮູ້ຈັກວ່າແມ່ນພຣະເຈົ້າຢາເວເອີ້ນຕົນ ເພາະພຣະເຈົ້າຢາເວຍັງບໍ່ເຄີຍກ່າວກັບລາວມາກ່ອນ. |
|
| 7 |
|
|
|
| 8 |
|
| ພຣະເຈົ້າຢາເວເອີ້ນຊາມູເອນອີກເປັນຄັ້ງທີສາມ; ລາວຈຶ່ງລຸກຂຶ້ນໄປຫາເອລີ ແລະຖາມວ່າ, “ທ່ານເອີ້ນຂ້ານ້ອຍບໍ? ຂ້ານ້ອຍຢູ່ທີ່ນີ້ເດ.” ແລ້ວເອລີກໍເຂົ້າໃຈວ່າແມ່ນພຣະເຈົ້າຢາເວທີ່ເປັນຜູ້ເອີ້ນເດັກຊາຍຄົນນີ້ |
|
| 9 |
|
| ດັ່ງນັ້ນ ເພິ່ນຈຶ່ງບອກລາວວ່າ, “ຈົ່ງກັບຄືນໄປນອນສາ ແລະຖ້າເພິ່ນເອີ້ນເຈົ້າອີກ ໃຫ້ເຈົ້າຕອບວ່າ, ‘ພຣະເຈົ້າຢາເວເອີຍ ຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່ ຂໍພຣະອົງສັ່ງມາເຖີດ.”’ ດັ່ງນັ້ນ ຊາມູເອນຈຶ່ງກັບຄືນໄປນອນ. |
|
| 10 |
|
| ພຣະເຈົ້າຢາເວໄດ້ມາຢືນຢູ່ໃນບ່ອນນັ້ນ ແລະເອີ້ນເໝືອນດັ່ງແຕ່ກ່ອນວ່າ, “ຊາມູເອນ ຊາມູເອນເອີຍ!” ຊາມູເອນຕອບວ່າ, “ຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່ ຂໍພຣະອົງສັ່ງມາເຖີດ.” |
|
| 11 |
|
| ພຣະເຈົ້າຢາເວກ່າວແກ່ຊາມູເອນວ່າ, “ມື້ໜຶ່ງ ເຮົາຈະເຮັດສິ່ງອັນໜ້າຢ້ານກົວຫລາຍຕໍ່ປະຊາຊົນອິດສະຣາເອນ ເມື່ອທຸກຄົນໄດ້ຍິນເຖິງເລື່ອງນີ້ແລ້ວ ພວກເຂົາຈະຕ້ອງຢ້ານກົວທີ່ສຸດ. |
|
| 12 |
|
| ໃນມື້ນັ້ນ ເຮົາຈະເຮັດຕາມທີ່ເຮົາໄດ້ກ່າວໄວ້ຕໍ່ຄອບຄົວເອລີ ຕັ້ງແຕ່ຕົ້ນຈົນຈົບ. |
|
| 13 |
|
| ເຮົາໄດ້ບອກລາວແລ້ວວ່າ ເຮົາຈະລົງໂທດຄອບຄົວຂອງລາວຕະຫລອດໄປ ເພາະພວກລູກຊາຍຂອງລາວໄດ້ກ່າວຄຳຊົ່ວຊ້າຕໍ່ສູ້ເຮົາ. ສ່ວນເອລີເອງກໍຮູ້ຈັກວ່າພວກເຂົາເວົ້າດັ່ງນັ້ນ ແຕ່ລາວບໍ່ໄດ້ຫ້າມພວກເຂົາ. |
|
| 14 |
|
| ດ້ວຍເຫດນີ້ ເຮົາຈຶ່ງໄດ້ປະກາດຢ່າງໜັກແໜ້ນຕໍ່ຄອບຄົວຂອງເອລີວ່າ ບໍ່ມີເຄື່ອງບູຊາ ຫລືການຖວາຍໃດໆ ທີ່ຈະຍົກເອົາໂທດກຳອັນຮ້າຍແຮງນີ້ອອກໄປໄດ້.” |
|
| 15 |
|
| ຊາມູເອນນອນຫລັບໄປຈົນເຖິງມື້ເຊົ້າ ແລ້ວລາວກໍລຸກຂຶ້ນໄປໄຂປະຕູພຣະວິຫານຂອງພຣະເຈົ້າຢາເວ, ແຕ່ລາວບໍ່ກ້າບອກນິມິດນີ້ແກ່ເອລີ. |
|
| 16 |
|
| ເອລີຈຶ່ງເອີ້ນຫາລາວວ່າ, “ຊາມູເອນ ລູກເອີຍ.” ຊາມູເອນຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”. |
|
| 17 |
|
| ເອລີຈຶ່ງຖາມວ່າ, “ພຣະອົງໄດ້ບອກເຈົ້າຫຍັງແດ່? ຢ່າປິດບັງພໍ່ເລີຍ. ຖ້າບໍ່ບອກພໍ່ໃນສິ່ງທີ່ພຣະອົງກ່າວແກ່ເຈົ້າ ພຣະເຈົ້າຈະລົງໂທດເຈົ້າຢ່າງຮ້າຍແຮງ.” |
|
| 18 |
|
| ດັ່ງນັ້ນ ຊາມູເອນຈຶ່ງບອກເພິ່ນທຸກຢ່າງໂດຍບໍ່ໄດ້ປິດບັງຫຍັງໝົດ. ເອລີໄດ້ເວົ້າວ່າ, “ພຣະອົງເປັນພຣະເຈົ້າຢາເວ; ພຣະອົງຈະກະທຳທຸກຢ່າງຕາມທີ່ພຣະອົງເຫັນວ່າດີທີ່ສຸດ.” |
|
| 19 |
|
| ໃນຂະນະທີ່ຊາມູເອນເຕີບໃຫຍ່ຂຶ້ນນັ້ນ ພຣະເຈົ້າຢາເວກໍສະຖິດຢູ່ນຳລາວ ທັງເຮັດໃຫ້ທຸກສິ່ງທີ່ຊາມູເອນເວົ້ານັ້ນເປັນຄວາມຈິງ. |
|
| 20 |
|
| ດັ່ງນັ້ນ ປະຊາຊົນອິດສະຣາເອນທຸກຄົນຕັ້ງແຕ່ເມືອງດານທາງພາກເໜືອ ຈົນເຖິງເບເອນເຊບາທາງພາກໃຕ້ ໄດ້ຮູ້ຈັກວ່າຊາມູເອນເປັນຜູ້ທຳນວາຍແທ້ຂອງພຣະເຈົ້າຢາເວ. |
|
| 21 |
|
| ໃນເມືອງຊີໂລ ບ່ອນທີ່ພຣະເຈົ້າຢາເວໄດ້ປາກົດຕໍ່ຊາມູເອນແລະກ່າວແກ່ລາວນັ້ນ ພຣະເຈົ້າຢາເວກໍສືບຕໍ່ປາກົດແກ່ຊາມູເອນໂດຍຖ້ອຍຄຳຂອງພຣະເຈົ້າຢາເວ. |
|
|
|
|