|
| 1 |
|
| ໃນເວລານັ້ນ ພວກຟີລິດສະຕິນໄດ້ທ້ອນໂຮມກັນ ເຮັດເສິກຕໍ່ສູ້ຊົນຊາດອິດສະຣາເອນ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງຍົກທັບອອກໄປສູ້ຮົບພວກເຂົາ. ພວກອິດສະຣາເອນຕັ້ງຄ້າຍຢູ່ທີ່ເມືອງເອເບັນເອເຊ ສ່ວນພວກຟີລິດສະຕິນນັ້ນຕັ້ງຄ້າຍຢູ່ທີ່ເມືອງອາເຟັກ. |
|
| 2 |
|
| ພວກຟີລິດສະຕິນເປັນຝ່າຍລົງມືໂຈມຕີກ່ອນ ແລະຫລັງຈາກຕໍ່ສູ້ກັນຢ່າງດຸເດືອດແລ້ວ ພວກເຂົາຈຶ່ງຕີຊະນະພວກອິດສະຣາເອນ ໂດຍຂ້າພວກເຂົາຕາຍໃນສະໜາມຮົບປະມານສີ່ພັນຄົນ. |
|
| 3 |
|
| ເມື່ອພວກທີ່ລອດຕາຍກັບຄືນມາຄ້າຍ ພວກຜູ້ນຳຊາວອິດສະຣາເອນຈຶ່ງເວົ້າວ່າ, “ເປັນຫຍັງມື້ນີ້ພຣະເຈົ້າຢາເວຈຶ່ງໃຫ້ພວກຟີລິດສະຕິນຊະນະພວກເຮົາ? ຈົ່ງໄປເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວມາຈາກເມືອງຊີໂລ ເພື່ອວ່າພຣະອົງ ຈະສະຖິດຢູ່ກັບພວກເຮົາ ແລະຊ່ວຍພວກເຮົາໃຫ້ພົ້ນຈາກເງື້ອມມືສັດຕູຂອງພວກເຮົາ.” |
|
| 4 |
|
| ດັ່ງນັ້ນ ພວກເຂົາຈຶ່ງສົ່ງຄົນໄປທີ່ເມືອງຊີໂລ ເພື່ອເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ນັ່ງເທິງບັນລັງຂອງເຄຣຸບ. ໂຮຟະນີແລະຟີເນຮາ ລູກຊາຍສອງຄົນຂອງເອລີ ໄດ້ເດີນທາງມາພ້ອມກັບຫີບພັນທະສັນຍານີ້. |
|
| 5 |
|
| ເມື່ອນຳຫີບພັນທະສັນຍາຂອງພຣະເຈົ້າຢາເວມາຮອດແລ້ວ ພວກອິດສະຣາເອນກໍພາກັນໂຮຮ້ອງຍິນດີ ສຽງດັງກ້ອງສະໜັ່ນດັ່ງແຜ່ນດິນສັ່ນສະເທືອນ. |
|
| 6 |
|
| ເມື່ອພວກຟີລິດສະຕິນໄດ້ຍິນສຽງນັ້ນ ຈຶ່ງເວົ້າວ່າ, “ຟັງສຽງຮ້ອງໃນຄ້າຍຂອງຊາວເຮັບເຣີພຸ້ນດູ ມັນໝາຍເຖິງຫຍັງກັນແທ້?” ເມື່ອພວກຟີລິດສະຕິນຮູ້ວ່າຫີບຂອງພຣະເຈົ້າຢາເວ ໄດ້ມາຮອດຄ້າຍຂອງພວກອິດສະຣາເອນແລ້ວ |
|
| 7 |
|
| ພວກເຂົາຈຶ່ງຢ້ານກົວ ແລະເວົ້າວ່າ, “ມີພຣະຕົນໜຶ່ງມາຢູ່ໃນຄ້າຍຂອງພວກເຂົາແລ້ວ. ບັດນີ້ ພວກເຮົາຈະຕ້ອງເສຍໄຊເປັນແນ່ ເພາະບໍ່ເຄີຍມີເຫດການຢ່າງນີ້ເກີດຂຶ້ນກັບພວກເຮົາມາກ່ອນເລີຍ. |
|
| 8 |
|
| ແມ່ນຜູ້ໃດຈະຊ່ວຍພວກເຮົາໃຫ້ພົ້ນຈາກພຣະທີ່ມີຣິດອຳນາດເຫຼົ່ານັ້ນໄດ້? ແມ່ນພຣະເຫຼົ່ານີ້ແຫລະ ທີ່ໄດ້ຂ້າຊາວເອຢິບດ້ວຍໄພພິບັດນາໆປະການ ຢູ່ໃນຖິ່ນແຫ້ງແລ້ງກັນດານ. |
|
| 9 |
|
| ຊາວຟີລິດສະຕິນເອີຍ ຈົ່ງກ້າຫານເຖີດ ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍ; ບໍ່ດັ່ງນັ້ນ ພວກເຮົາຈະຕ້ອງຕົກເປັນທາດຮັບໃຊ້ຂອງຊາວເຮັບເຣີ ດັ່ງທີ່ພວກເຂົາເຄີຍຕົກເປັນທາດຮັບໃຊ້ຂອງພວກເຮົາມາແລ້ວ. ສະນັ້ນ ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍເຖີດ.” |
|
| 10 |
|
| ພວກຟີລິດສະຕິນຕໍ່ສູ້ຢ່າງໜັກ ຈົນພວກອິດສະຣາເອນພ່າຍແພ້ໃນທີ່ສຸດ ແລະແຕກໜີໄປບ້ານເຮືອນຂອງໃຜລາວ. ມີການເຂັ່ນຂ້າເປັນໝູ່ຢ່າງໜັກຄື: ທະຫານອິດສະຣາເອນຖືກຂ້າຕາຍສາມສິບພັນຄົນ. |
|
| 11 |
|
| ຫີບຂອງພຣະເຈົ້າໄດ້ຖືກຢຶດໄປ ແລະໂຮຟະນີກັບຟີເນຮາລູກຊາຍສອງຄົນຂອງເອລີກໍຖືກຂ້າດ້ວຍ. |
|
| 12 |
|
| ໃນມື້ດຽວກັນນັ້ນ ຍັງມີຊາຍໃນເຜົ່າເບັນຢາມິນຄົນໜຶ່ງໄດ້ແລ່ນມາຈາກສະໜາມຮົບສູ່ເມືອງຊີໂລ. ເພື່ອສະແດງຄວາມໂສກເສົ້າເສຍໃຈ ລາວໄດ້ຈີກເສື້ອຂອງຕົນແລະເອົາຂີ້ດິນໂຮຍໃສ່ຫົວ. |
|
| 13 |
|
| ຝ່າຍເອລີກໍກຳລັງນັ່ງເຝົ້າຄອຍຢູ່ໃກ້ແຄມທາງ ພ້ອມທັງຄິດເປັນຫ່ວງນຳຫີບຂອງພຣະເຈົ້າ. ຊາຍຜູ້ນີ້ໄດ້ມາປ່າວປະກາດໄປທົ່ວເມືອງ ຈົນທຸກຄົນຮ້ອງໄຫ້ດ້ວຍຄວາມຢ້ານ. |
|
| 14 |
|
| ເມື່ອເອລີໄດ້ຍິນສຽງນັ້ນ ຈຶ່ງຖາມວ່າ, “ແມ່ນສຽງຫຍັງ?” ຊາຍຄົນນັ້ນຈຶ່ງຟ້າວມາບອກຂ່າວແກ່ເອລີ. ( |
|
| 15 |
|
| ໃນຂະນະນັ້ນ ເອລີມີອາຍຸເກົ້າສິບແປດປີ ແລະຕາກໍເກືອບບໍ່ເຫັນຮຸ່ງແລ້ວ). |
|
| 16 |
|
| ຊາຍຄົນນີ້ໄດ້ເວົ້າວ່າ, “ຂ້ານ້ອຍຫາກໍໜີມາຈາກສະໜາມຮົບມື້ນີ້ ແລະຟ້າວແລ່ນມາທີ່ນີ້ໂລດ.” ເອລີຈຶ່ງຖາມລາວວ່າ, “ລູກເອີຍ ມີເຫດການຫຍັງເກີດຂຶ້ນ?” |
|
| 17 |
|
| ຄົນນຳຂ່າວໄດ້ຕອບວ່າ, “ພວກອິດສະຣາເອນຕ່າງກໍແລ່ນປົບໜີຈາກພວກຟີລິດສະຕິນ ມັນເປັນການພ່າຍແພ້ທີ່ເຈັບແສບທີ່ສຸດສຳລັບພວກເຮົາ. ນອກຈາກນີ້ ໂຮຟະນີກັບຟີເນຮາລູກຊາຍທັງສອງຂອງທ່ານກໍຖືກຂ້າ ແລະຫີບຂອງພຣະເຈົ້າກໍຖືກຢຶດໄປດ້ວຍ.” |
|
| 18 |
|
| ພໍຊາຍຄົນນັ້ນເວົ້າເຖິງຫີບຂອງພຣະເຈົ້າ ເອລີຜູ້ທີ່ນັ່ງຢູ່ໃກ້ປະຕູພຣະວິຫານ ກໍຫງາຍຫລັງລົ້ມລົງຄໍຫັກຕາຍເພາະເພິ່ນເຖົ້າແກ່ແລະຕຸ້ຍ. ເອລີເປັນຜູ້ປົກຄອງຊາດອິດສະຣາເອນເປັນເວລາສີ່ສິບປີ. |
|
| 19 |
|
| ລູກໃພ້ຂອງເອລີ ເມຍຂອງຟີເນຮາກຳລັງຖືພາແລະໃກ້ຈະຄອດຢູ່ແລ້ວ. ເມື່ອນາງໄດ້ຍິນວ່າຫີບພັນທະສັນຍາຂອງພຣະເຈົ້າຖືກຢຶດໄປ ແລະພໍ່ປູ່ກັບຜົວຂອງຕົນກໍໄດ້ຕາຍໄປແລ້ວ ດ້ວຍຄວາມເສຍໃຈ ນາງຈຶ່ງເຈັບທ້ອງ ແລະຄອດລູກອອກມາໃນກະທັນຫັນ. |
|
| 20 |
|
| ເມື່ອນາງກຳລັງຈະສິ້ນໃຈນັ້ນ ພວກຜູ້ຍິງທີ່ມາຊ່ວຍນາງຄອດລູກກໍເວົ້າວ່າ, “ຈົ່ງເຮັດໃຈໃຫ້ເຂັ້ມແຂງເອົາໄວ້ ເຈົ້າໄດ້ລູກຜູ້ຊາຍ” ແຕ່ນາງບໍ່ສົນໃຈແລະບໍ່ຕອບ. |
|
| 21 |
|
| ນາງໃສ່ຊື່ເດັກນັ້ນວ່າ ອີຄາບົດ ໂດຍອະທິບາຍວ່າ, “ສະຫງ່າຣາສີໄດ້ໄປຈາກຊາດອິດສະຣາເອນ” ອັນເປັນການອ້າງເຖິງຫີບຂອງພຣະເຈົ້າທີ່ໄດ້ຖືກຢຶດໄປນັ້ນ ແລະການຕາຍຂອງພໍ່ປູ່ພ້ອມທັງຜົວຂອງນາງ. |
|
| 22 |
|
| ນາງເວົ້າວ່າ, “ສະຫງ່າຣາສີໄດ້ຈາກຊາດອິດສະຣາເອນໄປແລ້ວ ເພາະຫີບຂອງພຣະເຈົ້າໄດ້ຖືກຢຶດໄປ.” |
|
|
|
|