|
| 1 |
|
| ສະນັ້ນ ຊາວກີຣີອາດເຢອາຣີມຈຶ່ງລົງມາເອົາຫີບຂອງພຣະເຈົ້າຢາເວໄປທີ່ເຮືອນຂອງຊາຍຄົນໜຶ່ງຜູ້ທີ່ອາໄສຢູ່ຕາມເນີນພູຊື່ວ່າ ອາບີນາດາບ. ພວກເຂົາໄດ້ແຕ່ງຕັ້ງເອເລອາຊາລູກຊາຍຂອງລາວ ໃຫ້ຮັບໜ້າທີ່ເບິ່ງແຍງຫີບຂອງພຣະເຈົ້າຢາເວ. |
|
| 2 |
|
| ຫີບນັ້ນຢູ່ໃນເມືອງກີຣີອາດເຢອາຣີມ ເປັນເວລາດົນນານເຖິງຊາວປີ. ໃນເວລານັ້ນ ຊາວອິດສະຣາເອນທຸກຄົນໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. |
|
| 3 |
|
| ຊາມູເອນໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, “ຖ້າພວກເຈົ້າກັບຄືນມາຫາພຣະເຈົ້າຢາເວດ້ວຍສຸດໃຈຂອງພວກເຈົ້າ ພວກເຈົ້າຈະຕ້ອງກຳຈັດບັນດາພະຂອງຊາວຕ່າງຊາດ ແລະຮູບຂອງເຈົ້າແມ່ອັດສະຕາກ. ຈົ່ງອຸທິດພວກເຈົ້າເອງແກ່ພຣະເຈົ້າຢາເວດ້ວຍສຸດໃຈແລະຮັບໃຊ້ແຕ່ພຣະອົງເທົ່ານັ້ນ ແລະພຣະອົງກໍຈະຊ່ວຍເອົາພວກເຈົ້າໃຫ້ພົ້ນຈາກອຳນາດຂອງພວກຟີລິດສະຕິນ.” |
|
| 4 |
|
| ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ກຳຈັດບັນດາຮູບພະບາອານ ແລະຮູບຂອງເຈົ້າແມ່ອັດສະຕາກ ແລະໄດ້ຮັບໃຊ້ພຣະເຈົ້າຢາເວແຕ່ເທົ່ານັ້ນ. |
|
| 5 |
|
| ຕໍ່ມາ ຊາມູເອນໄດ້ເອີ້ນເອົາຊາວອິດສະຣາເອນທຸກຄົນ ໃຫ້ໄປໂຮມກັນຢູ່ທີ່ເມືອງມີຊະປາ ໂດຍບອກວ່າ, “ຂ້ອຍຈະພາວັນນາອະທິຖານຕໍ່ພຣະເຈົ້າຢາເວເພື່ອພວກເຈົ້າຢູ່ໃນທີ່ນັ້ນ.” |
|
| 6 |
|
| ດັ່ງນັ້ນ ພວກເຂົາທຸກຄົນຈຶ່ງໄປເຕົ້າໂຮມກັນທີ່ເມືອງມີຊະປາ. ພວກເຂົາຕັກເອົານໍ້າແລະຖອກລົງຕໍ່ໜ້າພຣະເຈົ້າຢາເວ ແລະໃນວັນນັ້ນ ພວກເຂົາໄດ້ຖືສິນອົດອາຫານຕະຫລອດ. ພວກເຂົາເວົ້າວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.” (ແມ່ນໃນເມືອງມີຊະປານີ້ເອງ ທີ່ຊາມູເອນໄດ້ຕັດສິນປະຊາຊົນອິດສະຣາເອນ). |
|
| 7 |
|
| ເມື່ອພວກຟີລິດສະຕິນໄດ້ຍິນຂ່າວວ່າ ພວກອິດສະຣາເອນໄດ້ມາເຕົ້າໂຮມກັນຢູ່ເມືອງມີຊະປາ; ກະສັດຊາວຟີລິດສະຕິນທັງຫ້າຄົນພ້ອມກັບທະຫານຈຳນວນໜຶ່ງ ຈຶ່ງຕຽມຕົວອອກໄປໂຈມຕີພວກເຂົາ. ເມື່ອພວກອິດສະຣາເອນໄດ້ຍິນຂ່າວນີ້ ພວກເຂົາກໍເກີດຢ້ານກົວ |
|
| 8 |
|
| ແລະເວົ້າຕໍ່ຊາມູເອນວ່າ, “ຢ່າຢຸດພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ເພື່ອພຣະອົງຈະຊ່ວຍເຫລືອພວກເຮົາໃຫ້ພົ້ນຈາກພວກຟີລິດສະຕິນ.” |
|
| 9 |
|
| ຊາມູເອນຂ້າແກະໜຸ່ມໂຕໜຶ່ງ ແລະເຜົາທັງໂຕຖວາຍແກ່ພຣະເຈົ້າຢາເວ. ແລ້ວເພິ່ນກໍໄດ້ພາວັນນາອະທິຖານຂໍພຣະເຈົ້າຢາເວໂຜດຊ່ວຍເຫລືອຊາດອິດສະຣາເອນ ແລະພຣະເຈົ້າຢາເວກໍໄດ້ຕອບຄຳພາວັນນາອະທິຖານຂອງເພິ່ນ. |
|
| 10 |
|
| ໃນຂະນະທີ່ຊາມູເອນກຳລັງຖວາຍເຄື່ອງບູຊາຢູ່ນັ້ນ ພວກຟີລິດສະຕິນໄດ້ເຄື່ອນທັບເຂົ້າມາໂຈມຕີ. ແຕ່ພຣະເຈົ້າຢາເວເຮັດໃຫ້ພວກເຂົາໄດ້ຍິນສຽງຮ້ອງອັນໜ້າຢ້ານກົວຍິ່ງ. ສະນັ້ນ ພວກເຂົາຈຶ່ງສັບສົນວຸ້ນວາຍ ແລະແຕກໜີໄປດ້ວຍຄວາມແຕກຕື່ນຕົກໃຈ. |
|
| 11 |
|
| ແລ້ວຊາວອິດສະຣາເອນກໍຍົກທັບອອກມາຈາກເມືອງມີຊະປາ ແລະໄລ່ຕາມລ່າພວກເຂົາໄປຈົນຮອດເບັດຄາ ໂດຍຂ້າພວກເຂົາໄປຕາມທາງ. |
|
| 12 |
|
| ແລ້ວຊາມູເອນກໍໄດ້ເອົາຫີນກ້ອນໜຶ່ງມາຕັ້ງໄວ້ ຢູ່ລະຫວ່າງເມືອງມີຊະປາແລະເມືອງເຊນ ແລະເວົ້າວ່າ, “ພຣະເຈົ້າຢາເວຊ່ວຍເຫລືອພວກຂ້ານ້ອຍຕະຫລອດມາ” ແລະເພິ່ນໄດ້ໃສ່ຊື່ກ້ອນຫີນນັ້ນວ່າ, “ກ້ອນຫີນແຫ່ງຄວາມຊ່ວຍເຫລືອ.” |
|
| 13 |
|
| ສະນັ້ນ ພວກຟີລິດສະຕິນຈຶ່ງພ່າຍແພ້ໄປ ແລະພຣະເຈົ້າຢາເວກໍບໍ່ໄດ້ໃຫ້ພວກເຂົາ ບຸກລຸກເຂດແດນຂອງຊາວອິດສະຣາເອນອີກ ຕາບໃດທີ່ຊາມູເອນຍັງມີຊີວິດຢູ່. |
|
| 14 |
|
| ທຸກເມືອງຕັ້ງແຕ່ເມືອງເອັກໂຣນຈົນຮອດເມືອງກາດ ຊຶ່ງພວກຟີລິດສະຕິນຢຶດເອົາໄປນັ້ນ ກໍໄດ້ຄືນມາເປັນຂອງພວກອິດສະຣາເອນ ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ດິນແດນທີ່ຖືກຢຶດໄປນັ້ນຄືນມາໝົດ. ຄວາມສະຫງົບສຸກໄດ້ເກີດມີລະຫວ່າງຊາວອິດສະຣາເອນແລະຊາວການາອານຄືກັນ. |
|
| 15 |
|
| ຊາມູເອນໄດ້ປົກຄອງຊາດອິດສະຣາເອນຕະຫລອດຊົ່ວຊີວິດຂອງເພິ່ນ. |
|
| 16 |
|
| ທຸກໆປີໃດ ເພິ່ນຕ້ອງໄປຕັດສິນຕາມເມືອງຕ່າງໆດັ່ງນີ້: ເບັດເອນ, ກິນການ, ມີຊະປາ; |
|
| 17 |
|
| ແລ້ວເພິ່ນກໍໄດ້ກັບຄືນເມືອເຮືອນຂອງເພິ່ນທີ່ເມືອງຣາມາ ບ່ອນທີ່ເພິ່ນຮັບໃຊ້ເປັນຜູ້ຕັດສິນຄວາມຄືກັນ. ຢູ່ໃນເມືອງຣາມານີ້ ເພິ່ນສ້າງແທ່ນບູຊາແທ່ນໜຶ່ງຂຶ້ນເພື່ອຖວາຍແກ່ພຣະເຈົ້າຢາເວ. |
|
|
|
|