|
| 1 |
|
| ເມື່ອຊາມູເອນເຖົ້າແກ່ແລ້ວ ເພິ່ນໄດ້ໃຫ້ພວກລູກຊາຍຂອງຕົນ ຂຶ້ນເປັນຜູ້ປົກຄອງຊາດອິດສະຣາເອນແທນຕົນ. |
|
| 2 |
|
| ລູກຊາຍຜູ້ກົກຂອງເພິ່ນຊື່ວ່າໂຢເອນ ແລະລູກຊາຍຜູ້ຫລ້າຊື່ວ່າອາບີຢາ. ເຂົາທັງສອງເປັນຜູ້ຕັດສິນຢູ່ທີ່ເມືອງເບເອນເຊບາ. |
|
| 3 |
|
| ແຕ່ພວກເຂົາບໍ່ໄດ້ປະພຶດຕາມແບບຢ່າງຂອງພໍ່ ພວກເຂົາສົນໃຈນຳແຕ່ເງິນຄຳເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງຮັບສິນບົນແລະບໍ່ໄດ້ຕັດສິນຢ່າງສັດຊື່. |
|
| 4 |
|
| ແລ້ວພວກຜູ້ນຳຂອງຊາດອິດສະຣາເອນກໍມາປະຊຸມກັນ ແລະພາກັນໄປຫາຊາມູເອນທີ່ເມືອງຣາມາ. |
|
| 5 |
|
| ພວກເຂົາເວົ້າກັບເພິ່ນວ່າ, “ທ່ານເອີຍ ທ່ານກໍເຖົ້າແກ່ແລ້ວ; ພວກລູກຊາຍຂອງທ່ານບໍ່ໄດ້ປະພຶດຕາມແບບຢ່າງຂອງທ່ານເລີຍ. ສະນັ້ນ ຂໍທ່ານຈົ່ງແຕ່ງຕັ້ງກະສັດໃຫ້ເປັນຜູ້ປົກຄອງພວກຂ້ານ້ອຍສາ ເພື່ອພວກຂ້ານ້ອຍຈະມີກະສັດປົກຄອງດັ່ງປະເທດອື່ນໆ.” |
|
| 6 |
|
| ຊາມູເອນບໍ່ພໍໃຈໃນສິ່ງທີ່ພວກເຂົາຂໍຮ້ອງວ່າ, “ຂໍທ່ານຈົ່ງແຕ່ງຕັ້ງກະສັດໃຫ້ປົກຄອງພວກຂ້ານ້ອຍ.” ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ |
|
| 7 |
|
| ແລະພຣະເຈົ້າຢາເວກ່າວວ່າ, “ຈົ່ງຟັງທຸກໆສິ່ງທີ່ປະຊາຊົນເວົ້າຕໍ່ເຈົ້າ. ພວກເຂົາບໍ່ໄດ້ປະຖິ້ມເຈົ້າ, ແຕ່ໄດ້ປະຖິ້ມເຮົາຕ່າງຫາກ ໂດຍບໍ່ຍອມຮັບເອົາເຮົາເປັນເຈົ້າຊີວິດຂອງພວກເຂົາຕໍ່ໄປ. |
|
| 8 |
|
| ນັບຕັ້ງແຕ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບພຸ້ນ ພວກເຂົາໄດ້ເຫີນຫ່າງຈາກເຮົາແລະໄປຂາບໄຫວ້ບັນດາພະອື່ນ. ດຽວນີ້ພວກເຂົາກຳລັງປະພຶດຕໍ່ເຈົ້າດັ່ງທີ່ພວກເຂົາເຄີຍປະພຶດຕໍ່ເຮົາ. |
|
| 9 |
|
| ສະນັ້ນ ເຈົ້າຈົ່ງຟັງພວກເຂົາ, ແຕ່ໃຫ້ຕັກເຕືອນພວກເຂົາຢ່າງໜັກແໜ້ນ ແລະທັງອະທິບາຍສູ່ພວກເຂົາໃຫ້ຮູ້ວ່າ ກະສັດຂອງພວກເຂົານັ້ນຈະປົກຄອງພວກເຂົາຢ່າງໃດ?” |
|
| 10 |
|
| ຊາມູເອນຈຶ່ງບອກປະຊາຊົນທີ່ມາຂໍໃຫ້ມີກະສັດ ຕາມທຸກໆສິ່ງທີ່ພຣະເຈົ້າຢາເວໄດ້ບອກເພິ່ນ. |
|
| 11 |
|
| ເພິ່ນອະທິບາຍວ່າ, “ກະສັດຂອງພວກເຈົ້າຈະປະຕິບັດຕໍ່ພວກເຈົ້າດັ່ງນີ້: ເພິ່ນຈະເອົາລູກຊາຍຂອງພວກເຈົ້າໄປເປັນທະຫານ, ບາງຄົນຈະເປັນທະຫານປະຈຳລົດຮົບ, ບາງຄົນຈະເປັນທະຫານມ້າ ແລະບາງຄົນຈະເປັນທະຫານໜ່ວຍກ້າຕາຍ. |
|
| 12 |
|
| ເພິ່ນຈະແຕ່ງຕັ້ງເຂົາບາງຄົນໃຫ້ເປັນນາຍພັນ ແລະໃຫ້ບາງຄົນເປັນນາຍຮ້ອຍ. ລູກຊາຍຂອງພວກເຈົ້າຈະຕ້ອງໄຖນາແລະກ່ຽວເຂົ້າໃຫ້ເພິ່ນ ແລະເຮັດອາວຸດແລະເຄື່ອງຮົບປະຈຳລົດຮົບໃຫ້ເພິ່ນ. |
|
| 13 |
|
| ສ່ວນລູກສາວຂອງພວກເຈົ້າຈະຕ້ອງແຕ່ງນໍ້າຫອມໃຫ້ເພິ່ນ ແລະເຮັດວຽກເປັນແມ່ຄົວແລະເປັນຜູ້ເຮັດເຂົ້າໜົມໃຫ້ເພິ່ນ. |
|
| 14 |
|
| ເພິ່ນຈະຢຶດເອົານາທົ່ງດີທີ່ສຸດຂອງພວກເຈົ້າ ພ້ອມທັງສວນອະງຸ່ນແລະສວນໝາກກອກເທດຂອງພວກເຈົ້າ ໄປໃຫ້ພວກຂ້າຣາຊການຂອງເພິ່ນ. |
|
| 15 |
|
| ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງເຂົ້າສາລີແລະໝາກອະງຸ່ນຂອງພວກເຈົ້າ ສຳລັບນາຍທະຫານປະຈຳວັງແລະສຳລັບຂ້າຣາຊການຄົນອື່ນໆຂອງເພິ່ນ. |
|
| 16 |
|
| ເພິ່ນຈະເອົາບັນດາຄົນຮັບໃຊ້ທັງຊາຍຍິງກັບຝູງງົວ ແລະຝູງລໍໂຕດີທີ່ສຸດຂອງພວກເຈົ້າໄປໃຊ້ເຮັດວຽກໃຫ້ເພິ່ນ. |
|
| 17 |
|
| ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງຝູງສັດຂອງພວກເຈົ້າ ແລະພວກເຈົ້າຈະເປັນທາດຮັບໃຊ້ຂອງເພິ່ນ. |
|
| 18 |
|
| ເມື່ອເວລາມາເຖິງ ພວກເຈົ້າຈະຈົ່ມຢ່າງຂົມຂື່ນໃນຈິດໃຈ ເພາະກະສັດທີ່ພວກເຈົ້າໄດ້ເລືອກເອົານັ້ນ, ແຕ່ພຣະເຈົ້າຢາເວຈະບໍ່ຟັງຄຳຈົ່ມໃດໆຂອງພວກເຈົ້າທັງສິ້ນ.” |
|
| 19 |
|
| ຝ່າຍປະຊາຊົນບໍ່ສົນໃຈຕໍ່ຄຳເວົ້າຂອງຊາມູເອນເລີຍ ແຕ່ກັບຕອບວ່າ, “ບໍ່! ພວກຂ້ານ້ອຍຕ້ອງການກະສັດ |
|
| 20 |
|
| ເພື່ອວ່າພວກຂ້ານ້ອຍຈະເປັນດັ່ງຊົນຊາດອື່ນໆ ໂດຍມີກະສັດຂອງຕົນເອງເພື່ອປົກຄອງພວກຂ້ານ້ອຍ ແລະເພື່ອນຳໜ້າພວກຂ້ານ້ອຍອອກໄປສູ່ສະໜາມຮົບ.” |
|
| 21 |
|
| ຊາມູເອນໄດ້ຟັງເລື່ອງຕ່າງໆທີ່ພວກເຂົາໄດ້ເວົ້າມາ ແລະເພິ່ນກໍນຳເອົາເລື່ອງເຫຼົ່ານັ້ນໄປກ່າວກັບພຣະເຈົ້າຢາເວ. |
|
| 22 |
|
| ພຣະເຈົ້າຢາເວໄດ້ກ່າວກັບຊາມູເອນວ່າ, “ຈົ່ງເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະແຕ່ງຕັ້ງກະສັດໃຫ້ພວກເຂົາ.” ແລ້ວຊາມູເອນກໍບອກໃຫ້ພວກຜູ້ຊາຍອິດສະຣາເອນທັງໝົດກັບເມືອ. |
|
|
|
|