|
| 1 |
|
| ຍັງມີຊາຍຮັ່ງມີແລະຊື່ສຽງດີຄົນໜຶ່ງຈາກເຜົ່າເບັນຢາມິນຊື່ວ່າ ກີເຊ ລາວເປັນລູກຊາຍຂອງອາບີເອນແລະຫລານຊາຍຂອງເຊໂຣເຣ ຄົນຢູ່ໃນຄອບຄົວຂອງເບໂກຣັດ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນອາຟີຢາ |
|
| 2 |
|
| ກີເຊມີລູກຊາຍຜູ້ໜຶ່ງຊື່ວ່າ ໂຊນ. ໂຊນເປັນຊາຍທີ່ໜຸ່ມແໜ້ນແລະສະຫງ່າງາມ. ໃນຊາດອິດສະຣາເອນບໍ່ມີຜູ້ໃດສູງແລະງາມທໍ່ລາວ. |
|
| 3 |
|
| ມີຄັ້ງໜຶ່ງ ລໍຂອງກີເຊເສຍ ລາວຈຶ່ງສັ່ງໂຊນວ່າ, “ລູກຈົ່ງໄປຊອກຫາລໍແລະເອົາຄົນຮັບໃຊ້ຜູ້ໜຶ່ງໄປນຳ.” |
|
| 4 |
|
| ລາວໄດ້ຜ່ານເຂດເນີນພູເອຟຣາອິມກັບອານາເຂດຊາລີຊາໄປ ແຕ່ກໍບໍ່ພົບລໍເລີຍ. ດັ່ງນັ້ນ ພວກເຂົາຈຶ່ງຜ່ານໄປທາງອານາເຂດຊາອາລິມ ແຕ່ກໍບໍ່ພົບລໍອີກ. ພວກເຂົາຈຶ່ງຜ່ານໄປທາງອານາເຂດເບັນຢາມິນ ແຕ່ກໍບໍ່ພົບລໍເຊັ່ນກັນ. |
|
| 5 |
|
| ເມື່ອພວກເຂົາເຂົ້າມາຮອດອານາເຂດຊູເຟ ໂຊນຈຶ່ງກ່າວແກ່ຄົນຮັບໃຊ້ວ່າ, “ໃຫ້ພວກເຮົາກັບເມືອສາ ບາງທີພໍ່ຂ້ອຍອາດເຊົາເປັນຫ່ວງນຳລໍແລ້ວ ແຕ່ເພິ່ນອາດເປັນຫ່ວງນຳພວກເຮົາຫລາຍກວ່າກໍເປັນໄດ້.” |
|
| 6 |
|
| ຄົນຮັບໃຊ້ຈຶ່ງຕອບວ່າ, “ໃຫ້ພວກເຮົາລໍຖ້າກ່ອນ ໃນເມືອງນີ້ມີຄົນຂອງພຣະເຈົ້າຜູ້ໜຶ່ງ ໜ້າເຄົາຣົບແລະນັບຖືທີ່ສຸດ ເພາະທຸກສິ່ງທີ່ເພິ່ນເວົ້າລ້ວນແຕ່ເປັນຄວາມຈິງ. ໃຫ້ພວກເຮົາໄປຫາເພິ່ນເທາະ! ບາງທີເພິ່ນອາດບອກພວກເຮົາວ່າລໍຂອງພວກເຮົາຢູ່ບ່ອນໃດກໍໄດ້?” |
|
| 7 |
|
| ໂຊນຖາມວ່າ, “ຖ້າພວກເຮົາໄປຫາເພິ່ນ ພວກເຮົາຈະມີຫຍັງໃຫ້ເພິ່ນ? ອາຫານກໍບໍ່ມີເຫຼືອ ແລະພວກເຮົາບໍ່ມີຫຍັງຈັກແນວທີ່ຈະເອົາໄປໃຫ້ຄົນຂອງພຣະເຈົ້າ.” |
|
| 8 |
|
| ຄົນຮັບໃຊ້ຕອບວ່າ, “ຂ້ອຍມີເງິນຢູ່ຫລຽນໜຶ່ງພໍທີ່ຈະໃຫ້ຄົນຂອງພຣະເຈົ້າໄດ້ ແລ້ວໃຫ້ເພິ່ນບອກທາງແກ່ພວກເຮົາ.” |
|
| 9 |
|
| ໂຊນຈຶ່ງເວົ້າວ່າ, “ເປັນຄວາມຄິດທີ່ດີ ໃຫ້ພວກເຮົາພາກັນໄປເທາະ.” ດັ່ງນັ້ນ ພວກເຂົາຈຶ່ງໄປບ່ອນທີ່ຄົນຂອງພຣະເຈົ້າຢູ່. ໃນຂະນະທີ່ຍ່າງຂຶ້ນເນີນພູເຂົ້າໄປໃນເມືອງນັ້ນ ພວກເຂົາໄດ້ພົບຍິງສາວບາງຄົນທີ່ອອກມາຕັກນໍ້າ ຈຶ່ງສອບຖາມຍິງສາວນັ້ນວ່າ, “ໝໍດູຢູ່ເມືອງນີ້ບໍ?” (ໃນເວລານັ້ນຄົນເອີ້ນຜູ້ທຳນວາຍວ່າ ໝໍດູ; ດັ່ງນັ້ນ ຖ້າມີຄົນໃດຢາກຖາມພຣະເຈົ້າ ເຂົາຕ້ອງເວົ້າວ່າ, “ພວກເຮົາໄປຫາໝໍດູກັນເທາະ.”) |
|
| 10 |
|
|
|
| 11 |
|
|
|
| 12 |
|
| ພວກຍິງສາວຈຶ່ງຕອບວ່າ, “ແມ່ນແລ້ວ ເພິ່ນຢູ່ທີ່ນີ້; ເພິ່ນຫາກໍຍ່າງອອກໄປກ່ອນພວກເຈົ້າມານີ້ເອງ. ຖ້າພວກເຈົ້າຟ້າວຕາມໄປອາດຈະທັນ. ເມື່ອພວກເຈົ້າເຂົ້າໄປໃນເມືອງແລ້ວ ກໍຈະເຫັນເພິ່ນດອກ. ເພິ່ນມາໃນເມືອງມື້ນີ້ ກໍເພາະປະຊາຊົນກຳລັງໄປຖວາຍເຄື່ອງບູຊາທີ່ແທ່ນບູຊາເທິງພູ. ພວກທີ່ຖືກເຊີນໄປຈະບໍ່ຮັບປະທານອາຫານ ຈົນກວ່າເພິ່ນໄປຮອດທີ່ນັ້ນສາກ່ອນ ເພາະເພິ່ນຈະຕ້ອງອວຍພອນເຄື່ອງບູຊານັ້ນກ່ອນ. ຖ້າພວກເຈົ້າໄປດຽວນີ້ກໍຈະພົບເພິ່ນ ກ່ອນເພິ່ນຈະຂຶ້ນໄປກິນອາຫານທີ່ເທິງພູ.” |
|
| 13 |
|
|
|
| 14 |
|
| ດັ່ງນັ້ນ ໂຊນແລະຄົນຮັບໃຊ້ຂອງຕົນຈຶ່ງເຂົ້າໄປໃນເມືອງ. ເມື່ອກຳລັງຍ່າງເຂົ້າໄປນັ້ນ ພວກເຂົາໄດ້ເຫັນຊາມູເອນກຳລັງຍ່າງອອກມາ ເພື່ອຈະໄປບ່ອນນະມັດສະການ. |
|
| 15 |
|
| ມື້ນີ້ ກ່ອນໂຊນມາຮອດ ພຣະເຈົ້າຢາເວໄດ້ບອກຊາມູເອນວ່າ, |
|
| 16 |
|
| “ມື້ອື່ນ ໃນເວລາດຽວກັນນີ້ ເຮົາຈະສົ່ງຄົນໜຶ່ງຈາກເຜົ່າເບັນຢາມິນມາຫາເຈົ້າ; ຈົ່ງເອົານໍ້າມັນສັກສິດຫົດສົງລາວໃຫ້ເປັນກະສັດ ເພື່ອປົກຄອງປະຊາຊົນອິດສະຣາເອນຂອງເຮົາ; ແລະລາວຈະຊ່ວຍກອບກູ້ເອົາພວກເຂົາໃຫ້ພົ້ນຈາກພວກຟີລິດສະຕິນ. ເຮົາໄດ້ເຫັນຄວາມທົນທຸກຂອງພວກເຂົາ ແລະໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫລືອຂອງພວກເຂົາ.” |
|
| 17 |
|
| ເມື່ອຊາມູເອນເຫັນໂຊນ ພຣະເຈົ້າຢາເວຈຶ່ງກ່າວແກ່ເພິ່ນວ່າ, “ແມ່ນຄົນນີ້ແຫຼະ ທີ່ເຮົາໄດ້ບອກເຈົ້າວ່າ ລາວຈະປົກຄອງປະຊາຊົນຂອງເຮົາ.” |
|
| 18 |
|
| ໂຊນໄດ້ເຂົ້າໄປຫາ ຊາມູເອນຢູ່ໃກ້ປະຕູເມືອງ ແລະຖາມເພິ່ນວ່າ, “ຈົ່ງບອກຂ້ອຍແດ່ໄດ້ບໍວ່າ ເຮືອນຂອງໝໍດູຢູ່ບ່ອນໃດ?” |
|
| 19 |
|
| ຊາມູເອນຕອບວ່າ, “ຂ້ອຍນີ້ແຫຼະ ແມ່ນໝໍດູ ຈົ່ງອອກໄປບ່ອນນະມັດສະການກ່ອນຂ້ອຍເດີ ເພາະມື້ນີ້ເຈົ້າທັງສອງຈະຕ້ອງກິນເຂົ້ານຳຂ້ອຍ. ມື້ອື່ນເຊົ້າ ຂ້ອຍຈະຕອບຄຳຖາມທຸກຢ່າງຂອງພວກເຈົ້າແລະສົ່ງພວກເຈົ້າໄປ. |
|
| 20 |
|
| ສ່ວນລໍທີ່ເສຍໄປນັ້ນ ຢ່າຄິດເປັນຫ່ວງນຳມັນເລີຍ ເພາະພວກເຂົາໄດ້ພົບມັນແລ້ວ. ແຕ່ຜູ້ທີ່ປະຊາຊົນອິດສະຣາເອນຕ້ອງການຫລາຍທີ່ສຸດ ນັ້ນແມ່ນຕົວເຈົ້າເອງແລະຄອບຄົວພໍ່ແມ່ຂອງເຈົ້າ.” |
|
| 21 |
|
| ໂຊນຕອບວ່າ, “ຂ້ານ້ອຍຢູ່ໃນເຜົ່າເບັນຢາມິນ ຊຶ່ງເປັນເຜົ່ານ້ອຍທີ່ສຸດໃນຊາດອິດສະຣາເອນ ແລະຄອບຄົວຂອງຂ້ານ້ອຍກໍມີຄວາມສຳຄັນໜ້ອຍກວ່າໝູ່ໃນເຜົ່ານີ້. ແລ້ວເປັນຫຍັງທ່ານຈຶ່ງເວົ້າເຊັ່ນນີ້ກັບຂ້ານ້ອຍ?” |
|
| 22 |
|
| ແລ້ວຊາມູເອນກໍນຳໂຊນແລະຄົນຮັບໃຊ້ຂອງລາວ ເຂົ້າໄປໃນຫ້ອງໃຫຍ່ຫ້ອງໜຶ່ງ ແລະໃຫ້ທັງສອງນັ່ງຢູ່ສົ້ນໂຕະ ບ່ອນທີ່ມີແຂກຖືກເຊີນມານັ່ງຢູ່ກ່ອນແລ້ວປະມານສາມສິບຄົນ. |
|
| 23 |
|
| ຊາມູເອນເວົ້າກັບຄົນຄົວກິນວ່າ, “ຈົ່ງເອົາຕ່ອນຊີ້ນທີ່ຂ້ອຍບອກເຈົ້າໃຫ້ແຍກອອກໄວ້ຕ່າງຫາກນັ້ນມາ.” |
|
| 24 |
|
| ດັ່ງນັ້ນ ຄົນຄົວກິນຈຶ່ງນຳເອົາຊີ້ນຂາຕ່ອນດີທີ່ສຸດ ມາວາງໄວ້ຕໍ່ໜ້າໂຊນ. ແລ້ວ ຊາມູເອນ ກໍເວົ້າວ່າ, “ອັນນີ້ແມ່ນສ່ວນທີ່ຖືກຈັດໄວ້ສຳລັບເຈົ້າ ຈົ່ງກິນສາ. ຂ້ອຍຈົ່ງໄວ້ໃຫ້ເຈົ້າກິນພ້ອມກັບທຸກຄົນທີ່ໄດ້ຮັບເຊີນມາໃນທີ່ນີ້.” |
|
| 25 |
|
| ດັ່ງນັ້ນ ໂຊນຈຶ່ງຮັບປະທານອາຫານຮ່ວມກັບ ຊາມູເອນໃນມື້ນັ້ນ. ເມື່ອພວກເຂົາລົງມາຈາກບ່ອນນະມັດສະການ ແລະກັບຄືນເຂົ້າໄປໃນເມືອງແລ້ວ ພວກເຂົາກໍຈັດທີ່ນອນໃຫ້ໂຊນ ຢູ່ເທິງຫລັງຄາພຽງ, |
|
| 26 |
|
| ແລະລາວກໍນອນຢູ່ທີ່ນັ້ນ. ແຕ່ເຊົ້າໆ ຊາມູເອນເອີ້ນໃສ່ໂຊນທີ່ເທິງຫລັງຄາພຽງວ່າ, “ຕື່ນຂຶ້ນແມ ຂ້ອຍຈະສົ່ງເຈົ້າຄືນເມືອ.” ແລ້ວໂຊນກໍຕື່ນຂຶ້ນແລະມຸ່ງໜ້າໄປສູ່ຖະໜົນໃຫຍ່ກັບ ຊາມູເອນ. |
|
| 27 |
|
| ເມື່ອມາຮອດແຄມເມືອງ ຊາມູເອນກໍກ່າວແກ່ໂຊນວ່າ, “ຈົ່ງບອກຄົນຮັບໃຊ້ໃຫ້ໄປກ່ອນເຈົ້າສາ.” ຄົນຮັບໃຊ້ຈຶ່ງອອກເດີນທາງໄປກ່ອນ. ຊາມູເອນກ່າວຕໍ່ໄປວ່າ, “ຢຸດຢູ່ນີ້ຈັກໜ້ອຍກ່ອນເທາະ ແລ້ວຂ້ອຍຈະບອກເຈົ້າຮູ້ຖ້ອຍຄຳຂອງພຣະເຈົ້າ.” |
|
|
|
|